ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫລັກກ້າ ແລະອາລູມີນຽມ ເຮັດໃຫ້ເກີດມີການໂຕ້ຖຽງກັນຢ່າງຝົດເດືອດ


Plugged In with Greta Van Susteren - March 15, 2018
please wait

No media source currently available

0:00 0:28:30 0:00

ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ຫວ່າງ​ມໍ່ໆ​ມາ​ນີ້ ໄດ້​ສະ​ເໜີ​ການ​ເກັບ​ພາສີ​ເຫລັກ​ກ້າ ​ແລະ​
ອາ​ລູມີ​ນຽມ ​ທີ່​ກໍ່​ໃຫ້​ເກີດ​ການ​ໂຕ້​ຖຽງ​ກັນ​ຢ່າງ​ຝົດ​ເດືອດ ​ຢູ່​ໃນ​ສະຫະລັດ ທີ່​ບໍ່​ໄດ້ຢູ່ຕາມ
ສາຍ​ພັກ ດັ່ງທີ່ເຄີຍມີມາ. ການເຄື່ອນໄຫວດັ່ງກ່າວ ຂອງລັດຖະບານ ແມ່ນເປັນການ
ສະແດງຄວາມຮູ້ບຸນຄຸນຕໍ່ພວກຄົນ​ງານ​ຊາວ​ອາ​ເມຣິກັນຫຼື​ວ່າການ​ເລີ້ມຕົ້ນຂອງສົງ
ຄາມ​ການ​ຄ້າ? ລາຍການ​ພລັກ​ອິນ​ຂອງວີ​ໂອ​ເອກັບ ກຣີຕາແວນ ຊັສ​ເຕີເຣັນ ແມ່ນຈະ​
ພິຈາລະນາເບິ່ງຜົນ​ດີ ຜົນ​ຮ້າຍ ຜົນ​ກະທົບ ​ແລະ​ປະຫວັດ​ຂອງ​ການ​ເກັບ​ພາສີສິນຄ້າ​ຂາເຂົ້າມາຍັງສະຫະລັດ ທີ່ໂຈ​ນ ​ເດີ​ລູກາ ລາຍ​ງານ​ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:05:05 0:00
ລິງໂດຍກົງ

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ໄດ້​ເຊັນດຳລັດ​ການ​ເກັບ​ພາ ສີ ຂອງ
ເຫລັກ​ກ້າ ​ແລະ​ອາ​ລູມີ​ນຽນ ທີ່ນຳເຂົ້າ ໃນອາທິດ​ແລ້ວ​ນີ້ ​ເພື່ອເຫັນແກ່​ຄວາມໝັ້ນຄົງ​
ແຫ່ງ​ຊາດ.

ປະ​ທາ​ນາ​ທິບໍດີ​ທຣໍາ ກ່າວ​ວ່າ “ພວກ​ເຮົາ​ຕ້ອງການ ​ສ້າງ​ກຳ​ປັ່ນ​ຂອງ​ພວກ​ເຮົາ
ພວກ​ເຮົາ​ຕ້ອງການສ້າງ​ເຮືອບິນ​ຂອງ​ພວກ​ເຮົາ ພວກ​ເຮົາ​ຕ້ອງການ​ສ້າງເຄື່ອງ
ອຸ​ບປະກອນກອງທັບ​ຂອງພວກ​ເຮົາດ້ວຍ​ເຫລັກ​ກ້າ ພ້ອມ​ດ້ວຍ​ອາ​ລູມີ​ນຽມ​ຈາກ​
ປະ​ເທດຂອງ​ພວກ​ເຮົາ.”

ໂດຍ​ອ້າງເຫດຜົນທີ່ຈຳເປັນ ທາງ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທ່ານ​ທຣໍາ​ ຈຶ່ງໄດ້
​ຫລີກລ່ຽງບໍ່ໃຫ້ລັດຖະສະພາ​ກຳນົດ​ການ​ເກັບ​ພາສີດັ່ງກ່າວ.

ໃນ​ລາຍການ ພລັກ​ອິນ​ຂອງວີ​ໂອ​ເອ ກັບກຣີຕາ ​ແວນ ຊັສ​ເຕີເຣັນ ລັດຖະມົນ​ຕີ​ການ​
ຄ້າ ທ່ານ​ວີ​ລເບີ ຣອສ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ ກ່ຽວກັບຄວາມ​ໝາຍ​ທີ່​ແທ້ຈິງ​ຂອງ​ຄຳວ່າ
ຄວາມ​ໝັ້ນຄົງ ​ຢູ່ໃນ​ກົດ​ໝາຍ​ນັ້ນ​ ແມ່ນກວ້າງຂວາງ.

ທ່ານ​ຣອສ ກ່າວ​ວ່າ “ໂດຍສະ​ເພາະ​ແລ້ວ ແມ່ນ​ຮວມທັງ​ ພາກສ່ວນຕ່າງໆ ເຊັ່ນ
​ຜົນ​ກະທົບ​ຕໍ່​ວຽກ​ງານ ຮວມທັງ​ພາກສ່ວນຕ່າງໆ​ເຊັ່ນ​ການ​ສືບຕໍ່ມີຄວາມເຂັ້ມແຂງ ​
ຂອງ​ອຸດສາຫະກຳ ຮວມທັງ​ອີກ​ຫຼາຍໆ​ຢ່າງ ​ທີ່​ຄົນ​ທຳ​ມະ​ດາ​ສາມັນ ຄິດ​ບໍ່​ເຖິງວ່າ​
ແມ່ນຄວາມ​ໝັ້ນຄົງແຫ່ງ​ຊາດ. ​ແຕ່​ວ່່າທ່ານເຄີຍ​ໄດ້​ຍິນ​ພວກ​ທີ່​ປຶກສາດ້ານ​ຄວາມ​
ໝັ້ນຄົງ​ແຫ່ງ​ຊາດບາງຄົນ ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ພວກ​ເຮົາ​ກ່າວຊ້ຳ
ແລ້ວ​ກ່າວ​ອີກ​ວ່າ ຄວາມ​ໝັ້ນຄົງ​ດ້ານເສດຖະກິດແມ່ນ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.”

ທ່ານ​ຣອສ​ໂຕ້​ຖຽງ​ວ່າ ການ​ເກັບ​ພາສີ ອາດ​ຊຸກຍູ້ໃຫ້ມີ​ວຽກ​ການເພີ້ມຕື່ມ ​ແລະ​ຂະ
ຫຍາຍໂຕ​ໃນການຜະລິດ​ເຫລັກ​ກ້າ ​ແລະ​ອາ​ລູມີ​ນຽມ ​ໃນ​ຂະນະ​ທີ່​ມີ​ຜົນ​ກະ ທົບທີ່​
ຈຳກັດ ​ຕໍ່​ບັນດາ​ອຸດສາຫະກຳ​ສະຫະລັດ ທີ່​ກາງ​ຕໍ່​ເຫລັກກ້າ.

ທ່ານ​ວີ​ລ​ເບີ ກ່າວ​ວ່າ “​ເພາະສະ​ນັ້ນ ຖ້າ​ຫາກ​ທ່ານ​ດຳເນີນການ​ຈົນ​ສຸດ​ຂີດ ​ແລະ​
ເກັບພາສີເຫລັກ​ກ້າທັງໝົດເຕັມ 25 ​ເປີ​ເຊັນ​ ຫລັງ​ຈາກ​ນັ້ນ​ ​ແລະ​ຖ້າ​ທັງ​ໝົດ​ໄດ້​ຮວມເຂົ້າໃສ່ລາຄາ​ຂອງລົດແລ້ວ ມັນ​ຈະ​"ເປັນ​ສີ່​ໂດ​ລາ​ຕໍ່​ເດືອນໂດຍ​ສະ​ເລ່ຍຕໍ່
ລົດຄັນນຶ່ງ. ​ເພາະ​ມັນ​ເປັນ​ຈຳນວນ ​ແຕ່​ມັນ​ບໍ່​ແມ່ນ​ສິ່ງ​ ທີ່​ຈະ​ເຮັດ​ໃຫ້​ເກີດການ​
ຫວ່າງ​ງານຢ່າງ​ຫຼວງຫຼາຍ ຢູ່ໃນອຸດສາຫະກຳ​ລົດ​ຍົນ. ພ້ອມ​ທັງ​ໃນປັດ​ຈຸ​ບັນ​ນີ້
ເສດຖະກິດກຳລັງ​ເຂັ້ມ​ແຂງ​ແທ້ໆ.”

ທ່ານ​ມິ​ຕຈ໌ ​ແມັກ​ຄອນ​ແນ​ລ ຜູ້ນຳ​ສຽງສ່ວນຫຼາຍ ໃນສະພາ​ສູງ ກ່າວ​ວ່າ “ມີ​ຄວາມ
​ເປັນ​ຫ່ວງ​ຫຼາຍ ​ໃນ​ບັນດາ​ສະມາຊິກສະພາ​ສູງ​ພັກຣີພັບ​ບລິກກັນ ທີ່​ວ່າ​ເລື່ອງດັ່ງ
ກ່າວນີ້​ອາດ​ກາຍເປັນ​ສົງຄາມ​ການ​ຄ້າ​ທີ່​ໃຫຍ່​ຂຶ້ນ. ​ແລະ​ບັນດາ​ສະມາ ຊິກ​ຫຼາຍ
ຄົນ​ຂອງ​ພວກ​ເຮົາ ກຳ​ລັງ​ສົນທະ​ນາ​ກັບ​ລັດຖະບານວ່າ ມັນຢູ່ໃນຂອບ ເຂດທີ່
ກວ້າງ​ຂວາງປານ​ໃດ ອາດຮ້າຍແຮງປານ​ໃດ. ​ແລະ​ມີ​ຄວາມ​ເປັນ​ຫ່ວງ​ຢູ່​ໃນລະ
ດັບ​ສູງ ​ກ່ຽວ​ກັບ​ການ​ແຊກແຊງ ຕໍ່ອັນ​ທີ່​ປາກົດ​ວ່າ​ເປັນ​ການເລີ້ມຕົ້ນຂອງ ການ
ຟື້ນໂຕຄືນຂອງເສດຖະກິດ."

ກາ​ນາ​ດາ ​ແລະເມັກ​ຊິ​ໂກ ສົ່ງເຫຼັກກ້າເຂົ້າມາຂາຍໃນສະຫະລັດເກືອບ 90 ​ເປີ​ເຊັນ
ຊຶ່ງປັດຈຸບັນ​ນີ້ ​ໄດ້ຮັບການ​ຍົກ​ເວັ້ນຈາກ​ການ​ເກັບ​ພາສີ. ​ແຕ່​ວ່າ ​ຢູ​ໂຣບ ​ແລະ​ເອ​ເຊຍ
​ບໍ່​ໄດ້​ຮັບຍົກ​ເວັ້ນ. ສະມາຊິກ​ສະພາ​ຕໍ່າ​ທ່ານ​ໄມຄ໌ ບອສຕ໌ ​ໂຕ້​ຖຽງວ່າ ຈີນ​ຕ້ອງ​ຫລຸດ
ການຜະລິດລົງ ​ໃຫ້ຢູ່ໃນ​ລະດັບທີ່ແຂ່ງຂັນ​ກັນໄດ້.

ທ່ານ​ບອສຕ໌ ກ່າວ​ວ່າ “ມາ​ເບິ່ງ​ວ່າ​ເຂົາ​ເຈົ້າ​ກຳລັງ​ເຮັດ​ຫຍັງ​. ​ເຂົາ​ເຈົ້າ​ກຳລັງ​ຜະລິດ
​ເຫລັກ​ກ້າຫຼາຍກວ່າເຄິ່ງ ​ແລະ​ເຂົາ​ເຈົ້າ​ໄດ້ຜະລິດຢູ່ໃນ​ຫຼາຍ​ໆປະ​ເທດ ​ແລະ​ບັນດາ
​ປະ​ເທດ​ເຫລົ່າ​ນັ້ນ ກໍສົ່ງເຂົ້າມາຂາຍ ຢູ່ໃນຕະຫຼາດ​ພວກ​ເຮົາ."

ທ່ານເຈ​ກັບ ຟັງ​ກ໌ ​ເຄີ​ກາ​ຣດ໌ ຈາກສະຖາບັນເສດຖະກິດສາກົນພີເຕີສັນ ບໍ່​ເຫັນ​ພ້ອມ
​ກັບ​ການດຳເນີນການໂດຍພຽງຝ່າຍ​ດຽວຕາມລຳພັງ.

ທ່ານ​ເຄີກາ​ຣດ໌ ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ​ບັນຫາກໍຄືວ່າ ມັນ​ຮ່ອງ​ຮອຍຂອງ​ຫຼາຍ
ຝ່າຍເພື່ອ​ພະຍາຍາ​ມຫລຸດຜ່ອນການຜະເລີດເກີນຂອບ​ເຂດ​ຂອງຈີນ. ມັນ​ແມ່ນ​
ຄວາມ​ຈິງ​ທີ່​ວ່າ ໄດ້​ມີ​ການ​ຊັກ​ຊ້າ ຂ້າພະ​ເຈົ້າ​ຈະ​ເປັນ​ຄົນ​ທຳ​ອິດ​ ທີ່​ຮັບ​ຮູ້​ຕໍ່​ເລື່ອງ​ນີ້.
​ແຕ່​ມັນ​ເປັນວິທີ​ການຮັບມືຂອງ​ຫຼາຍ​ຝ່າຍ ​ແລະ​ຂ້າພ​ະ​ເຈົ້າ​ຄິດ​ວ່າ​ ມັນ ເປັນໂອ
ກາດ​ດີທີ່ສຸດ ​ທີ່ຈະປະສົບຄວາມສຳ​ເລັດ.”

ຜະລິດ​ຕະພັນ​ທີ່​ເຮັດ​ໂດຍ​ສະຫະລັດ​ ເຊັ່ນ ລົດຈັກ​ຮາເລ ເດ​ວິດສັນ ​ເປັນເປົ້າ​ໝາຍ​ຕໍ່
​ການ​ເກັບ​ພາສີ​ ເພື່ອ​ເປັນ​ການ​ຕອບ​ໂຕ້​ ໂດຍ​ສະຫະພາບຢູ​ໂຣບ. ​ແຕ່​ທ່ານຣອສ ຄິດ
​ວ່າ​ ຜົນ​ກະທົບ​ຈະ​ມີ​ໜ້ອຍສຸດ.

ທ່ານ​ຣອສ ກ່າວ​ວ່າ “ມັນ​ເປັນ​ຈຳນວນ​ເທົ່າ​ໃດ? ​ເຂົາ​ເຈົ້າເວົ້າວ່າ ເປັນຜະລິດ​ຕະ
ພັນປະມານ ສາມພັນ​ລ້ານຫ້າແສນໂດ​ລາ​. ສາ​ມ​ພັນ​ລ້ານ​ເຄິ່ງ​ແມ່ນ​ .2 ​ເປີ​ເຊັນ​
ຂອງຍອດ​ພະ​ລິດ​ຕະພັນຮວມ ຫຼື GDP ຂອງພວກ​ເຮົາ ສຳລັບ​ເສ​ດ​ຖະກິດ​ຂອງ​
ພວກ​ເຮົາ​ທັງ​ໝົດ ມັນ​ບໍ່​ມີ​ຄວາມ​ໝາຍ​ຫຍັງເລີຍ.”

XS
SM
MD
LG