ນາຍົກລັດຖະມົນຕີຂອງສຣີລັງກາ ກ່າວວ່າ ເສດຖະກິດຂອງປະເທດ ທີ່ມີໜີ້ສິນຫຼາຍເກີນໄປ ໄດ້ “ພັງທະລາຍລົງ” ຫຼັງຈາກມີການຂາດແຄນ ອາຫານການກິນ ເຊື້ອໄຟ ແລະໄຟຟ້າມາເປັນເວລາຫຼາຍໆເດືອນ ອີງຕາມລາຍງານຂອງອົງການຂ່າວເອພີ.
ໃນການໃຫ້ຄວາມເຫັນ ທີ່ໄດ້ກ່າວຢ້ຳເຖິງສະຖານະການຮ້າຍແຮງຂອງປະເທດ ໃນຂະນະທີ່ພວມຊອກຫາຊ່ອງທາງເພື່ອຂໍການຊ່ວຍເຫຼືອຈາກບັນດາປະເທດທີ່ໃຫ້ເງິນກູ້ຢືມຢູ່ນັ້ນ ນາຍົກລັດຖະມົນຕີຣານິລ ວິກເຣມີສິງເຫ (Ranil Wickremesinghe) ກ່າວຕໍ່ສະພາ ຂອງສຣີລັງກາວ່າ ປະເທດດັ່ງກ່າວ “ພວມປະເຊີນໜ້າກັບສະຖານະການທີ່ຮ້າຍແຮງໄປກວ່າການຂາດແຄນເຊື້ອໄຟ ແກັສ ໄຟຟ້າ ແລະອາຫານການກິນ.
ເສດຖະກິດຂອງພວກເຮົາໄດ້ພັງທະລາຍລົງຢ່າງຊິ້ນເຊີງ.” ນອກນັ້ນທ່ານວິກເຣມີສິງເຫຍັງເປັນລັດຖະມົນຕີກະຊວງການເງິນທີ່ໄດ້ຮັບມອບໝາຍໃຫ້ສ້າງຄວາມ ທຸ່ນທ່ຽງໃຫ້ເສດຖະກິດຂອງປະເທດ. ທ່ານກ່າວວ່າ ສຣີລັງກາບໍ່ສາມາດຊື້ເຊື້ອໄຟເພື່ອນຳເຂົ້າ ແມ່ນແຕ່ດ້ວຍເງິນສົດ ຍ້ອນບໍລິສັດນ້ຳມັນຂອງປະເທດເປັນໜີ້ສິນຫຼາຍໂພດ. ສຣີລັງກາພວມເຈລະຈາກັບອົງການກອງທຶນສາກົນ IMF ເພື່ອຂໍການຊ່ວຍເຫຼືອ ຊຶ່ງການຕົກລົງກັນໃນຂັ້ນຕົ້ນຄາດວ່າຈະມີຂຶ້ນໃນເດືອນໜ້ານີ້.
Sri Lanka's prime minister says its debt-laden economy has "collapsed" after months of shortages of food, fuel and electricity. In comments underscoring the country's dire situation as it seeks help from international lenders, Prime Minister Ranil Wickremesinghe told Parliament the South Asian country is "facing a far more serious situation beyond the mere shortages of fuel, gas, electricity and food. Our economy has completely collapsed." Wickremesinghe is also the finance minister tasked with stabilizing the economy. He said Sri Lanka cannot purchase imported fuel, even for cash, due to heavy debt owed by its petroleum corporation. The country is negotiating with the International Monetary Fund on a bailout, with a preliminary agreement expected next month.