ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກ້ອງ​ຖ່າຍ​ທາງ​ໄກ ກວດ​ຈັບ​ໄຟ​ໄໝ້​ປ່າ ຈາກ​ເທິງ​ດິນ, ທ້ອງ​ຟ້າ ແລະ ອາ​ກາດ


Tracking Fires from the Earth, Air and Space
please wait

No media source currently available

0:00 0:02:44 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ໄຟ​ປ່າ​ມັກ​ຈະ​ຖືກ​ພົບ​ເຫັນ​ໂດຍ​ຄົນ​ຂັບ​ເຮືອ​ບິນ, ຄົນ​ຂັບ​ລົດ ຫຼື ພວກສິ້ງຊອມເບິ່ງ​ ຢູ່​ຫໍ​
ສັງເກດການ, ແຕ່ກໍຖືກພົບເຫັນຫຼາຍຂຶ້ນ ໂດຍເຊັນເຊີທາງໄກເຊັ່ນກັນ, ເຊິ່ງມັນຈະແຈ້ງ
ໃຫ້ບັນດາເຈົ້າໜ້າທີ່ຮູ້ວ່າ ມີໄຟປ່າກຳລັງແຜ່ລາມຢູ່. ນັກຂ່າວ ໄມຄ໌ ໂອຊັລລີວັນ ລາຍ
ງານມາຈາກນະຄອນ ລອສ ແອນເຈີລິສ, ກ່ຽວກັບ ລະບົບກ້ອງ ຢູ່ເທິງພື້ນດິນຊະນິດ
ໃໝ່ ແລະ ດາວທຽມໃນອະວະກາດ ທີ່ຊ່ວຍເຫຼືອບັນດານັກດັບເພີງ ຕິດຕາມໄຟປ່າ,
ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ກ້ອງ​ຖ່າຍ​ໄລ​ຍະໄກ​ໜ່ວຍ​ນຶ່ງ ໄດ້​ຖ່າຍ​ຮູບ​ເອົາ​ໄຟ​ໄໝ້​ ທີ່​ໄດ້​ເກີດ​ຂຶ້ນ​ເມື່ອ​ເດືອນ​ສິງ​ຫາ​ປີ​
ກາຍນີ້ ໃນຮ່ອມພູໃກ້ກັບນະຄອນ ລອສ ແອນເຈີລິສ, ທີ່ເປັນໄພອັນຕະລາຍຕໍ່ເສັ້ນທາງ
ເຊື່ອມຕໍ່ການຄົມມະນາຄົມທີ່ສຳຄັນ. ມັນໄດ້ສະໜອງຂໍ້ມູນທີ່ສຳຄັນໃຫ້ຮູ້.

ທ່ານ ທ​ຣອຍ ຈາກ​ອົງ​ການ ເອ​ດິ​ສັນ ຄາ​ລິ​ຟໍ​ເນຍໃຕ້ ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ສາ​ມາດເອົາ​
ໂທລະສັບຂອງຂ້າພະເຈົ້າ, ຄວບຄຸມກ້ອງ, ຊີ້ມັນໄປໃສ່ບ່ອນໄຟໄໝ້, ເອົາມັນໄປໃຫ້ຜູ້
ຄວບຄຸມເຫດການ ແລະ ເອົາໃຫ້ລາວເບິ່ງວ່າແມ່ນຫຍັງເປັນໄພອັນຕະລາຍ ແລະ ລາວ
ກໍໄດ້ເອົາມາດຕະການທີ່ເໝາະສົມ ເພື່ອສັ່ງໃຫ້ເຮືອບິນບັນທຸກນ້ຳ ປ່ອຍນ້ຳລົງ ເພື່ອ
ປ້ອງກັນບໍ່ໃຫ້ມັນຮ້າຍແຮງຂຶ້ນ.”

ກ້ອງ​ຖ່າຍ​ໄລ​ຍະ​ໄກຫຼາຍກວ່າ 100 ໜ່ວຍ​ ຢູ່​ເທິງຍອດ​ພູ ຈະ​ສະ​ໜອງ​ພາບ 60 ເປີ​ເຊັນ​
ຂອງເຂດບໍລິການ ຂອງບໍລິສັດໄຟຟ້ານັ້ນ ແລະ ຍັງມີອີກຫຼາຍໜ່ວຍຈະຕາມມາອີກ,
ທຸກໜ່ວຍຈະຖືກຕິດຕາມ, ພ້ອມກັບຂໍ້ມູນຈາກເຊັນເຊີສະພາບອາກາດຢູ່ເທິງດິນ, ຢູ່ໃນ
ສູນປະຕິບັດການແຫ່ງນຶ່ງ ຂອງບໍລິສັດ ເອດິສັນ ຄາລິຟໍເນຍໃຕ້, ເຊິ່ງແມ່ນບໍລິສັດບໍລິ
ການໄຟຟ້າສາທາລະນະ.

ໄຟ​ໄໝ້​ຢູ່​ທີ່ນີ້, ຄື​ກັບ​ໄຟ​ທີ່​ໄໝ້​ຢູ່​ເທິງ ແລະ ລຸ່ມເຂດ​ຊາຍ​ຝັ່ງ​ກ້ຳ​ຕາ​ເວັນ​ຕົກ​ຂອງ ສະ​ຫະ​
ລັດ ນັ້ນ, ແມ່ນກຳລັງຮຸນແຮງຂຶ້ນ. ໄຟໄໝ້ທີ່ທຳລາຍລ້າງຫຼາຍທີ່ສຸດ 10 ຄັ້ງຈາກ 20
ຄັ້ງໃນລັດຄາລິຟໍເນຍ ໄດ້ເກີດຂຶ້ນນັບຕັ້ງແຕ່ປີ 2015 ເປັນຕົ້ນມາ.

ທ່ານ ບ​ຣາຍ​ອັນ ເຈິນ, ຈາກ​ບໍ​ລິ​ສັດ ເອ​ດິ​ສັນ ຄາ​ລິ​ຟໍ​ເນຍ​ໃຕ້ ​ກ່າວ​ວ່າ “ສະ​ພາບ​ອາ​ກາດ​
ແມ່ນກຳລັງປ່ຽນແປງ. ພວກເຮົາມີໄພແຫ້ງແລ້ງຫຼາຍປີ ທີ່ໄດ້ນຳໄປສູ່ເຫດການນີ້, ເຊິ່ງ
ໄດ້ເຮັດໃຫ້ຕົ້ນໄມ້ຫຼາຍລ້ານຕົ້ນໃນທົ່ວລັດ ຕາຍ ຫຼື ອ່ອນແອລົງຍ້ອນເຊື້ອໂຣກ. ພວກ
ເຮົາຍັງມີປະຫວັດ ກ່ຽວກັບ ນະໂຍບາຍການປາບປາມໄຟໄໝ້ ເຊິ່ງມັນບໍ່ໄດ້ເຮັດໃຫ້ປ່າ
ໄມ້ຂອງພວກເຮົາອຸດົມສົມບູນ.

ແລະ ປະ​ຊາ​ຊົນ​ກໍ​ອາ​ໄສ​ຢູ່​ໃກ້​ກັບ​ເຂດ​ປ່າຫຼາຍ​ຂຶ້ນ, ບ່ອນ​ຕ່າງໆ​ຄື ພາ​ຣາ​ໄດ​ສ໌, ເປັນ​
ເມືອງທີ່ຕັ້ງຢູ່ພາກເໜືອຂອງລັດ ຄາລິຟໍເນຍ ທີ່ຖືກທຳລາຍໂດຍໄຟປ່າໃນເດືອນພະຈິກ
ທີ່ຜ່ານມາ. ບັນດາເຈົ້າໜ້າທີ່ລັດ ໄດ້ກ່າວໃນວັນພຸດທີ່ຜ່ານມາວ່າ ສາຍໄຟຟ້າຂອງບໍລິ
ສັດ ແກັສ ແລະ ໄຟຟ້າ ປາຊີຟິກ, ໄດ້ກໍ່ໃຫ້ເກີດໄຟໄໝ້ທີ່ວ່ານັ້ນ.

ອົງ​ການ​ອ​ະວະ​ກາດ NASA ກໍ​ໄດ້​ຕິດ​ຕາມເບິ່ງ​ໄຟ​ປ່າ​ຈາກ​ທ້ອງ​ຟ້າ ແລະ ອະວະ​ກາດ​
ເຊັ່ນກັນ.

ທ່ານ ວິນ​ສ໌ ແອມ​ໂບ​ຣ​ເຊຍ ຈາກ​ສູນ​ຄົ້ນ​ຄວ້າ Ames ຂອງ​ອົງ​ການ​ NASA ​ກ່າວ​ວ່າ
“ການສຳຫຼວດດ້ວຍເຮືອບິນ, ແນ່ນອນ, ຈາກເຮືອບິນທີ່ມີຄົນຂັບ ແລະ ເຮືອບິນບໍ່ມີຄົນ
ຂັບ ໃນບາງກໍລະນີ, ແຕ່ຕົ້ນຕໍແລ້ວໄດ້ເພັ່ງເລັງໃສ່ພາບລວມຈາກທົ່ວໂລກ, ສັງເກດ
ເບິ່ງການສຳຫຼວດຈາກໂຄງສ້າງຂອງພວກເຮົາຢູ່ດາວທຽມ ທີ່ອົງການ NASA ກັບອົງ
ການອື່ນໆ ເຊັ່ນ ອົງການອະວະກາດ ຢູໂຣບ.”

ຂໍ້​ມູນ​ຈະ​ຊ່ວຍ​ເຫຼືອ​ກ່ອນເກີດ​ໄຟ​ໄໝ້, ຕອນ​ໄຟ​ກຳ​ລັງ​ໄໝ້ ແລະ ຫຼັງ​ຈາກ​ເກີດ​ໄຟ​ປ່າ.

ທ່ານ​ນາງ ນາ​ຕາ​ຊາ ສ​ຕາວ​ຣອ​ສ ຈາກ​ຫ້ອງ​ທົດ​ລອງພະ​ລັງ​ງານ​ຂັບ​ເຄື່ອນ​ຈະຫຼວດ​ຂອງ​
ອົງການ NASA ກ່າວວ່າ “ພວກເຮົາສາມາດດຳເນີນການກວດຈັບໄຟໄໝ້ໄດ້ຢ່າງວ່ອງ
ໄວ. ພວກເຮົາສາມາດທຳການສັງເກດຊະນິດຂອງພືດພັນຢູ່ທີ່ນັ້ນ. ແລະຫຼ້າສຸດນີ້ ພວກ
ເຮົາໄດ້ມີອຸປະກອນທີ່ຖືກສົ່ງຂຶ້ນໄປເທິງສະຖານີອະວະກາດສາກົນເອີ້ນວ່າ ເຈໄດ.”

ມັນ​ຈະ​ວັດ​ແທກ​ລະ​ດັບຊີ​ວະ​ມວນ, ຕົ້ນ​ໄມ້ ແລະ ຝຸ່ມ​ໄມ້​ທີ່​ເປັນ​ເຊື້ອ​ໄຟ​ນັ້ນ.

ໄຟ​ແມ່ນ​ສ່ວນ​ນຶ່ງ​ຂອງ​ລະ​ບົບ​ນິ​ເວ​ດ​ທຳ​ມະ​ຊາດ.

ແຕ່​ການ​ທີ່​ລະ​ດູ​ໄຟ​ໄ​ໝ້​ໄດ້​ແກ່​ຍາວ​ອອກ​ໄປ​ກວ່າ​ເກົ່າ​ ແລະ ຮຸນ​ແຮງ​ຂຶ້ນກວ່າ​ເກົ່າ​ນັ້ນ,
ເຊັນເຊີທາງໄກ ແມ່ນເຄື່ອງມື ທີ່ເປັນທີ່ຍອມຮັບ ສຳລັບບັນດານັກດັບເພີງທີ່ຈະຮັບມື
ກັບສິ່ງທ້າທາຍນັ້ນ.

ອ່ານ​ລາຍ​ງານນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG