ເມື່ອສອງອາທິດຜ່ານມານີ້ ລັດຖະບານຫວຽດນາມ ໄດ້ເຮັດໃຫ້ ຫຼາຍໆຄົນແປກໃຈໃນການຕັດສິນໃຈບໍ່ຮັບເປັນເຈົ້າພາບຈັດ
ການແຂ່ງ ຂັນກິລາເອຊ່ຽນເກມ ໃນປີ 2019. ຢ່າງໃດກໍຕາມ
ຫຼາຍໆຄົນຢູ່ໃນປະ ເທດຫວຽດນາມ ກໍໄດ້ສະແດງຄວາມຍິນດີ ຕໍ່ການຕັດສິນໃຈດັ່ງກ່າວນີ້. Marianne Brown ມີລາຍງານ
ກ່ຽວກັບເລື່ອງນີ້ຈາກຮ່າໂນຍ ດັ່ງ ໄຊຈະເຣີນສຸກ ຈະນຳມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.
ເຖິງແມ່ນວ່າ ໄດ້ຖືກຈັດໃຫ້ຢູ່ອັນດັບທີ່ບໍ່ສູງປານໃດຄືທີ 116 ໃນ
ຕາຕະລາງ ຈັດລຽງລຳດັບຂອງສະຫະພັນເຕະບານນາໆຊາດ ຫຼື
FIFA World Ranking Table ກໍຕາມ ແຕ່ບັນດາແຟນໆ ຊາວ ຫວຽດນາມຢູ່ຕາມການແຂ່ງຂັນເຕະບານນັດໃຫຍ່ໆ ສາມາດຢືນ
ຢັນໄດ້ວ່າມີຄວາມພາກພູມໃຈຢ່າງສຸດຂີດ ຕໍ່ການສະໜັບສະໜຸນທິມຊາດຂອງຕົນໃນການ
ແຂ່ງຂັນລະດັບສາກົນ.
ກິລາເຕະບານມັກກະຕຸ້ນໃຫ້ເກີດຄວາມຫຼົງໄຫຼຫຼາຍທີ່ສຸດ ໂດຍປົກກະຕິ ແລ້ວ ຈະມີຮູບ
ສັນຍາລັກຈາກທິມດັງໆທັງຫຼາຍຄື ແມນແຈສເຕີ້ ຢູນາຍ ເຕັດ (Manchester United)
ອິນເຕີ ມີລານ (Inter Milan) ແລະ ບາເຊີໂລນ້າ (Barcelona) ຕິດເອ້ຍ້ອງຕາມລົດຈັກ
ໝວກກັນກະທົບ ແລະເຄື່ອງນຸ່ງທັງຫຼາຍ. ແຕ່ວ່າກິລາອື່ນໆ ເຊັ່ນ ຕີດອກປີກໄກ່ ແລະກິລາ
ປ້ອງກັນຕົວຕ່າງໆ ກໍເປັນທີ່ນິຍົມ ເຊັ່ນດຽວກັນ.
ນັ້ນຄືເຫດຜົນທີ່ວ່າເປັນຫຍັງລັດຖະບານຫວຽດນາມ ຈຶ່ງຕັດສິນໃຈບໍ່ຮັບ ເປັນເຈົ້າພາບຈັດ
ງານແຂ່ງຂັນກິລາເອຊ່ຽນເກມປີ 2019 ຊຶ່ງໄດ້ເຮັດ ໃຫ້ຜູ້ສັງເກດການຫຼາຍໆ ຄົນແປກໃຈ
ລວມທັງສາດສະດາຈານ ທີ່ຊ່ຽວ ຊານກ່ຽວກັບຫວຽດນາມ ທ່ານ Carl THAYER ຈາກ
ມະຫາວິທະຍາ ໄລລັດ New South Wales ໃນອອສເຕຣເລຍ.
ທ່ານ THAYER ເວົ້າວ່າ: “ນີ້ແມ່ນປະເທດ ທີ່ມັກເປັນຈຸດສູນກາງ ນັ້ນ ກໍຄືບ້າຄັ່ງ
ກັບກິລາທຸກປະເພດ. ມັນເຮັດໃຫ້ຂ້ອຍແປກໃຈຫຼາຍເພາະວ່າ ປົກກະຕິແລ້ວ ຫວຽດນາມ ຕ້ອງນຳໃຊ້ໂອກາດເຫຼົ່ານີ້ ເພື່ອສະແດງໃຫ້ ເຫັນຈຸດເດັ່ນຂອງຕົນ.”
ແຕ່ຢ່າງໃດກໍຕາມ ປະຕິກິລິຍາຈາກມວນຊົນໃນປະເທດ ໄດ້ຊີ້ໃຫ້ເຫັນ ວ່າ ຫຼາຍໆຄົນຮູ້
ແລ້ວວ່າມັນຕ້ອງເປັນແນວນັ້ນ.
ຢູ່ໃນຖະແຫຼງການທີ່ເປີດເຜີຍເມື່ອທ້າຍວັນພະຫັດກ່ອນນີ້ ນາຍົກລັດຖະມົນຕີ ທ່ານ
Nguyen Tan Dung ກ່າວວ່າຫວຽດນາມບໍ່ມີປະສົບປະການພຽງພໍທີ່ຈະຈັດການແຂ່ງ
ຂັນກິລາອັນໃຫຍ່ໂຕນີ້ ແລະນອກນັ້ນກໍ ຍັງກຳລັງປະເຊີນກັບບັນຫາຫຍຸ້ງຍາກທາງ
ດ້ານເສດຖະກິດສັງຄົມຢູ່.
ການຈັດການແຂ່ງຂັນກິລາລະດັບສາກົນສາມາດ “ປະກອບສ່ວນເຂົ້າໃນການພັດທະ
ນາເສດຖະກິດສັງຄົມ ສົ່ງເສີມພາບພົດຂອງປະເທດ ແລະເພີ້ມຖານະທີ່ໂດດເດັ່ນ
ໃນເວທີສາກົນນຳດ້ວຍ” ອີງຕາມຖະແຫຼງ ດັ່ງກ່າວ. ແຕ່ຖ້າຫາກການຈັດການແຂ່ງຂັນ
ບໍ່ປະສົບຜົນສຳເລັດ “ຜົນ ກະທົບຈະຕ້ອງມີໃນທາງກົງກັນຂ້າມ.”
ຮ່າໂນຍໄດ້ຊະນະ ນະຄອນຊູຣາບາຍຢາ ຂອງອິນໂດເນເຊຍ ໃນການ ປະມູນເພື່ອເປັນ
ເຈົ້າພາບຈັດການແຂ່ງຂັນກິລາເມື່ອປີ 2012 ທີ່ຜ່ານມາ. ແຕ່ຫາກວ່າການຄາດຄະເນກ່ຽວ
ກັບຄ່າໃຊ້ຈ່າຍ ໄດ້ຖືກປະຊາຊົນ ຕຳໜິຕິຕຽນ ທ່າມກາງຄວາມກັງວົນ ໃນລະດັບການ
ຂະຫຍາຍຕົວຂອງ ເສດຖະກິດພາຍໃນປະເທດ ຊຶ່ງຢູ່ໃນລະດັບ 5 ເປີເຊັນຕໍ່ປີໂດຍໄດ້ຮັບ
ຜົນກະທົບຈາກການບໍລິຫານງານ ທີ່ບໍ່ມີປະສິດທິພາບຂອງບໍລິສັດລັດວິສາຫະກິດທັງຫຼາຍ
ແລະລະບົບທະນາຄານທີ່ປັ່ນປ່ວນ.
ຄ່າໃຊ້ຈ່າຍທັງໝົດຂອງການຈັດການແຂ່ງຂັນໄດ້ຄາດຄະເນ ປະມານ 150 ລ້ານໂດລາ
ອີງຕາມການລາຍງານຈາກສື່ຂ່າວໃນທ້ອງຖິ່ນຕ່າງໆ. ແຕ່ວ່າມີບາງພາກສ່ວນໄດ້ຕີລາຄາ
ສູງກວ່ານັ້ນອີກຫຼາຍເທົ້າ.
ການຍົກເລີກທີ່ວ່ານີ້ໄດ້ພາໃຫ້ບາງພາກສ່ວນສັນນິດຖານວ່າຫວຽດນາມໄດ້ລະມັດລະວັງ
ກ່ຽວກັບການໂຄສະນາບໍ່ດີທີ່ຕາມມາຫລັງຈາກຣັດເຊຍ ເປັນເຈົ້າພາບຈັດການແຂ່ງຂັນ
ກິລາໂອລິປິກລະດູໜາວ ຢູ່ເມືອງໂຊຈີ້ ທີ່ຜ່ານມາ.
ທ່ານ THAYER ກ່າວວ່າ ທ່ານບໍ່ຄິດເລີຍວ່າ ມັນເປັນຄືແນວນັ້ນ.
ທ່ານ THAYER ເວົ້າຕື່ມວ່າ:“ແມ່ນໃຜ ນອກເໜືອໄປຈາກຜູ້ຄົນໃນຈຳນວນພຽງບໍ່
ເທົ່າໃດ ຈະເປັນຫ່ວງ ກ່ຽວກັບຄ່າໃຊ້ຈ່າຍ?ລາງລົດໄຟຄວາມໄວສູງນັ້ນແມ່ນຄ່າ
ໃຊ້ຈ່າຍທີ່ ນາຍົກລັດຖະມົນຕີສູນເສຍ. ແຕ່ກິລາເອຊ່ຽນເກມແລ້ວ ມັນເປັນພຽງ
ການຈັດການສະແດງສຳລັບມວນຊົນ.”
ທ່ານ Hoang Quoc Vinh ຜູ້ອຳນວຍການຂອງ ພະແນກການຮ່ວມມືສາກົນທີ່ກົມກິລາ
ຫວຽດນາມ ກ່າວທາງອີແມວຕໍ່ວີໂອເອວ່າ ລັດຖະບານ ຫວຽດນາມ ໄດ້ລົງທຶນເຂົ້າໃນດ້ານ
ນີ້ຢ່າງຫຼວງຫຼາຍ ໂດຍພິເສດແລ້ວໃນການຊຸກຍູ້ໃຫ້ເຍົາວະຊົນທີ່ມີຄວາມສາມາດ.
ທ່ານກ່າວວ່າ ມັນເປັນທີ່ “ໜ້າເສຍດາຍ” ທີ່ຫວຽດນາມ ບໍ່ໄດ້ຈັດກິລາ ເອຊ່ຽນເກມ ແລະ
ພັນລະນາກ່ຽວກັບຄວາມຮູ້ສຶກຄືດັ່ງນີ້ “ໃນເວລາໝາກບານກຳລັງຊິເຂົ້າໄປໃນຕາໜ່າງປະຕູ ແຕ່ມັນປ່ຽນທິດທາງໂດຍກະທັນຫັນ ແລ້ວສຸດທ້າຍ ມັນຕົກລົງນອກ
ຕາໜ່າງ.”
ເຖິງຢ່າງໃດກໍຕາມ ທ່ານກ່າວວ່າ ຄວາມໝັ້ນໃຈ ແລະຄວາມຫິວໂຫຍສຳລັບຍາດແຍ່ງ
ເອົາແຊ້ມປ້ຽນ ຍັງຢູ່ໃນຈິດໃຈ ຂອງນັກກິລາສະເໝີ ທ່ານເວົ້າຕື່ມວ່າ: “ຂ້າພະເຈົ້າເຊື່ອ
ໝັ້ນວ່າ ນັກກິລາຫວຽດນາມ ຈະມີໂອກາດຢ່າງຫຼວງຫຼາຍ ທີ່ຈະໄດ້ຮັບໄຊຊະນະ
ໃນອະນາຄົດ.”
ຂ່າວດັ່ງກ່າວນີ້ ໂດຍທົ່ວໄປແລ້ວ ແມ່ນໄດ້ຖືກຕ້ອນຮັບເປັນຢ່າງດີຢູ່ພາຍໃນຫວຽດນາມ.
ນັກເສດຖະສາດທ່ານ Nguyen Quang A ກ່າວວ່າ ທ່ານສະໜັບສະໜຸນການຕັດສິນ ໂດຍກ່າວຕື່ມວ່າ ມັນເປັນການຕັດສິນໃຈທີ່ “ກ້າຫານຊານໄຊ”.
ທ່ານກ່າວວ່າ ລັດຖະບານຍອມຮັບວ່າ ການຕັດສິນໃຈທີ່ຈະຮັບເປັນເຈົ້າພາບຈັດງານ ເປັນການຕັດສິນທີ່ວ່ອງໄວເກີນໄປ. ໃນຂະນະທີ່ປະເທດຈະມີຄວາມສ່ຽງຕໍ່ການເສຍພາບພົດໃນເວລານີ້ ແຕ່ຫາກວ່າ ສະ ຖານະການມັນອາດເສຍຫາຍຫຼາຍເທົ່າຖ້າຫາກວ່າໄດ້ດຳເນີນຈັດການແຂ່ງຂັນຂຶ້ນ.
ສື່ມວນຊົນຫວຽດນາມມີຄວາມເຫັນໄປໃນທາງບວກ ກ່ຽວກັບການຕັດສິນດັ່ງກ່າວ. ໜັງສືພິມ Tuoi Tre ຂຽນວ່າ: “ຊາວຫວຽດນາມສ່ວນຫຼາຍ ໄດ້ຍ້ອງຍໍຕໍ່ການຕັດສິນໃຈຂອງ
ນາຍົກລັດຖະມົນຕີ ທ່ານ ຫງວຽນ ຖານ ດຶງ ທີ່ຂໍຍົກເລີກຈາກການເປັນເຈົ້າພາບ
ຈັດການແຂ່ງຂັນກິລາເອຊ່ຽນເກມ ຂອງຮາໂນ່ຍ ໃນປີ 2019.”
ກ່ອນໜ້າ ທີ່ຈະມີການປະກາດກ່ຽວກັບການຕັດສິນໃຈດັ່ງກ່າວ ໜັງສື ພິມສະບັບນີ້ ໄດ້ທຳການສຳຫຼວດວ່າ ຫວຽດນາມຄວນຈັດການແຂ່ງ ຂັນຫຼືບໍ່. ຫຼາຍກວ່າ 13,600 ຄົນຂອງຜູ້ຕອບຄຳຖາມ ຄື 84 ເປີເຊັນ ບໍ່ເຫັນດີເຫັນພ້ອມກັບການຈັດການແຂ່ງຂັນນີ້.
ລາຍງານ ທີ່ອ້າງຄຳເວົ້າຂອງເຈົ້າໜ້າທີ່ ໃນສະພາໂອລິມປິກເອເຊຍ ກ່າວວ່າ ການຕັດສິນ
ໃຈກ່ຽວກັບວ່າ ໃຜຄວນຈະເປັນເຈົ້າພາບຈັດການແຂ່ງຂັນແທນຫວຽນວຽດນາມ ໃນປີ
2019 ນັ້ນ ຈະມີຂຶ້ນໃນລະຫວ່າງ ການແຂ່ງຂັນເອຊ່ຽນເກມຄັ້ງຕໍ່ໄປ ທີ່ນະຄອນ Incheon
ຂອງເກົາຫຼີໃຕ້ ໃນເດືອນກັນຍາ ແລະຕຸລາປີນີ້.
ສອງປະເທດ ທີ່ເຄີຍໄດ້ຖອນໂຕ ຈາກການເປັນເຈົ້າພາບຈັດການແຂ່ງຂັນກິລາດັ່ງກ່າວ
ຄືເກົາຫຼີໃຕ້ ໃນປີ 1970 ແລະ ປາກິສຖານ ໃນປີ 1978.