ລິ້ງ ສຳຫລັບເຂົ້າຫາ

ລາຍງານພິເສດ ນາຍົກລັດຖະມົນຕີ ລາວ ກ່າວຄຳປາໄສ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 76


ບັນດາທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ພວກເຮົາມີລາຍງານພິເສດ ກ່ຽວກັບ ການກ່າວຄຳໄປໄສຢູ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 76 ຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ມາສະເໜີທ່ານ. ຂໍເຊີນທ່ານຟັງລາຍລະອຽດກັບ ພຸດທະສອນ ໃນອັນດັບຕໍ່ໄປ.

ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ໄຂຂຶ້ນເມື່ອວັນທີ 21 ຫາ 27 ກັນຍາທີ່ຜ່ານມາ. ດ້ວຍໂຣກລະບາດ COVID-19 ຍັງແຜ່ລະບາດໃນທົ່ວໂລກຢ່າງຮຸນແຮງຢູ່ນັ້ນ, ບັນດາຜູ້ນຳໂລກແມ່ນໄດ້ທຳການກ່າວຄຳປາໄສຢູ່ໃນຫ້ອງປະຊຸມຂອງອົງການສະຫະປະຊາຊາດ ແລະ ທາງອອນໄລນ໌. ເຊິ່ງຜູ້ນໍາຂອງປະເທດສ່ວນໃຫຍ່ແມ່ນບໍ່ສາມາດເດີນທາງມາຮ່ວມກອງປະຊຸມຢູ່ທີ່ສຳນັກ ງານໃຫຍ່ ສະຫະປະຊາຊາດ ໃນນະຄອນ ນິວຢອກ ຂອງ ສະຫະລັດ ຍ້ອນມີການລະບາດຢ່າງໜັກຂອງເຊື້ອພະຍາດດັ່ງກ່າວ.

ທຸກໆປີບັນດາຜູ້ນຳໂລກຈະເຕົ້າໂຮມກັນໃນກອງປະຊຸມດັ່ງກ່າວເພື່ອສະແດງຄວາມຄິດເຫັນ ແລະ ແກ້ໄຂບັນຫາທ້າທາຍຕ່າງໆທີ່ກຳລັງເກີດຂຶ້ນໃນໂລກໃນປັດຈຸບັນນີ້, ໂດຍສະເພາະແມ່ນບັນຫາດ້ານສິດທິມະນຸດ, ສຸຂະພາບ ແລະ ສະພາບອາກາດປ່ຽນແປງ.

ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດປີນີ້ເປັນປີທີ່ສຳຄັນສຳລັບ ສປປ ລາວ ເພາະວ່າໄດ້ຖືກເລືອກໃຫ້ເປັນຮອງປະທານສະມັດຊາໃຫຍ່ ສະຫະປະຊາຊາດ ສະໄໝທີ 76 ເມື່ອເດືອນມີິຖຸນາ 2021 ທີ່ຜ່ານມາ ແລະ ໄດ້ເລີ່ມປະຕິບັດໜ້າທີ່ວັນທີ 22 ກັນຍາ.

ສປປ ລາວ ປີນີ້ ໄດ້ກ່າວຄຳປາໄສທາງອອນໄລນ໌ ຄືກັບປີກາຍນີ້ ໂດຍນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ໃຫ້ກຽດຂຶ້ນກ່າວເມື່ອວັນທີ 25 ກັນຍາທີ່ຜ່ານມາ, ເຊິ່ງທ່ານໄດ້ເວົ້າເຖິງຫຼາຍບັນ ຫາທີ່ສຳຄັນ ໂດຍສະເພາະແມ່ນການລະບາດຂອງພະຍາດໄວຣັສ COVID-19, ການພະຍາຍາມພັດທະນາປະເທດໃຫ້ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ການປະກອບສ່ວນໃນການພັດ ທະນາພາກພື້ນອາຊຽນ ແລະ ການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະພາບອາກາດໃນທົ່ວໂລກ.

ໃນຕອນເລີ່ມຕົ້ນຂອງບົດປາໄສຂອງທ່ານນັ້ນ, ທ່ານ ພັນຄຳ ໄດ້ກ່າວຂອບໃຈປະຊາຄົມນານາຊາດ ສຳລັບການຊ່ວຍເຫຼືອແກ່ ສປປ ລາວ​.

“ຂ້າພະເຈົ້າຢາກຂໍຖືໂອກາດນີ້, ຕາງໜ້າໃຫ້ລັດຖະບານ ເຊັ່ນດຽວກັບປະຊາຊົນແຫ່ງ ສປປ ລາວ, ເພື່ອສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ແລະ ຂອບໃຈຕໍ່ປະຊາຄົມສາກົນ, ບັນດາປະເທດເພື່ອນມິດ, ລວມທັງບັນດາອົງການຈັດຕັ້ງສາກົນ ສຳລັບການໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຫຼາຍຂົງເຂດ, ເຊິ່ງເຮັດໃຫ້ປະເທດຂອງພວກເຮົາສາມາດຄວບຄຸມການລະບາດຢູ່ໃນລະດັບທີ່ສາມາດຈັດການໄດ້. ນີ້ແມ່ນຜົນຂອງການຊ່ວຍເຫຼືອທີ່ແຂງແກ່ນຢ່າງມີປະສິດທິຜົນ ແລະ ການຊ່ວຍເຫຼືອທີ່ແທ້ຈິງ ຂອງປະຊາຄົມນານາຊາດ ແລະ ຂ້າພະເຈົ້າຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການຊ່ວຍ ເຫຼືອຕໍ່ໄປໃນອະນາຄົດ.”

ທ່ານ ພັນຄຳ ໄດ້ກ່າວເນັ້ນເຖິງຄວາມສຳຄັນຂອງການຮ່ວມມື ແລະ ຄວາມສາມັກຄີໃນທົ່ວທ້ອງຖິ່ນ ແລະ ໃນໂລກເພື່ອເອົາຊະນະໂຣກລະບາດ COVID-19. ໂດຍທ່ານກ່າວວ່າ ການບໍ່ສາມັກຄີ, ຄວາມຄິດອະຄະຕິ ແລະ ການເປັນປໍລະປັກກັນມີແຕ່ຈະເຮັດໃຫ້ພວກເຮົາຜ່າຍແພ້ຕໍ່ COVID-19 ເຊິ່ງອາດຈະນຳເອົາຄວາມຫາຍະນະມາສູ່ມວນມະນຸດໃນອະນາຄົດ.

ທ່ານ ພັນຄຳ ກ່າວວ່າ “ເຖິງແມ່ນວ່າການຕໍ່ສູ້ກັບໂຣກລະບາດ COVID-19 ໃນຫຼາຍປະເທດແມ່ນໄດ້ຮັບແຮງຜັກດັນທີ່ເປັນແງ່ບວກ. ແຕ່ແນວໃດກໍຕາມ, ຖ້າພວກເຮົາບໍ່ສືບຕໍ່ເສີມຂະຫຍາຍການຮ່ວມມືຂອງພວກເຮົາ ແລະ ການຊ່ວຍເຫຼືອລະຫວ່າງກັນ, ບໍ່ວ່າຈະເປັນທາງດ້ານການເມືອງ ຫຼື ລະ ດັບດ້ານເຕັກນິກນັ້ນ, ພວກເຮົາຈະເອົາຊະນະວິກິດການນີ້ຢ່າງຍາກລຳບາກ. ດ້ວຍເຫດນີ້, ຂ້າພະ ເຈົ້າຈຶ່ງຢາກຂໍຮຽກຮ້ອງປະຊາຄົມນານາຊາດ, ໂດຍສະເພາະບັນດາປະເທດທີ່ມີຄວາມກ້າວໜ້າດ້ານວິທະຍາສາດ ແລະ ບັນດານັກວິທະຍາສາດໃນທົ່ວໂລກ ຈົ່ງທຳຄວາມພະຍາຍາມຮ່ວມກັນໃນການຕໍ່ສູ້ກັບ COVID-19, ໂດຍສະເພາະໃນການຄົ້ນຄວ້າ ແລະ ການພັດທະນາຢາວັກຊີນ, ຢາປິ່ນປົວ, ລວມທັງການ ຮ່ວມມື ກ່ຽວກັບ ການຕິດຕາມຕົ້ນກຳເນີດຂອງ COVID-19. ພວກເຮົາຄວນ ຫຼີກລ່ຽງການຖິ້ມໂທດໃສ່ກັນ ແລະ ເອົາ COVID-19 ມາເປັນບັນຫາການເມືອງທີ່ມັນອາດນຳໄປສູ່ການຂັດແຍ້ງທາງການເມືອງ. ພວກເຮົາມີຄວາມກະຕືລືລົ້ນທີ່ໄດ້ເຫັນບັນດານັກວິທະຍາ ສາດການແພດທຸກຄົນໃນທົ່ວໂລກ, ມາເຮັດວຽກຮ່ວມກັນຢ່າງໃກ້ຊິດໃນການຊອກຫາວິທີເພື່ອປົກປ້ອງຊີວິດຂອງປະຊາຊົນ ໂດຍປາສະຈາກການຈຳແນກຄວາມແຕກຕ່າງ.”

ນັບຕັ້ງແຕ່ໂຣກລະບາດ COVID-19 ໄດ້ເລີ່ມຂຶ້ນ, ເສດຖະກິດໂລກໄດ້ຕົກຕໍ່າ, ປະຊາຊົນສູນເສຍວຽກເຮັດງານທຳ ແລະ ຄວາມທຸກຍາກໄດ້ເພີ່ມຂຶ້ນສູງສຸດໃນຮອບຫຼາຍທົດສະວັດ. ສຳລັບປະເທດ ລາວ ນັ້ນ, ການລະບາດຂອງໄວຣັສແມ່ນຍັງຮຸນແຮງຢູ່, ເຊິ່ງປັດຈຸບັນທາງການລາວກໍໄດ້ສັ່ງກັກບໍລິເວນ. ທຸລະກິດ ແລະ ຫ້ອງການຫຼາຍແຫ່ງແມ່ນໄດ້ປິດ, ເຮັດໃຫ້ປະຊາຊົນບໍ່ສາມາດທຳມາຫາ ກິນໄດ້ຢ່າງປົກກະຕິ ແລະ ຫຼາຍຄົນກໍກໍາລັງດີ້ນຮົນ ທີ່ຈະຫາລາຍໄດ້ມາລ້ຽງຄອບຄົວ. ຄວາມລຳ ບາກທີ່ວ່ານີ້ ໄດ້ສົ່ງຜົນກະທົບຕໍ່ເປົ້າໝາຍການພັດທະນາປະເທດ, ໂດຍສະເພາະແມ່ນການນຳເອົາປະເທດອອກຈາກລາຍຊື່ປະເທດດ້ອຍພັດທະນາ.

ທ່ານພັນຄຳ ກ່າວວ່າ “ໃນອີກດ້ານນຶ່ງ, ໃນຕະຫຼອດ 2 ປີທີ່ຜ່ານມາ, COVID-19 ໄດ້ທໍາລາຍຕ່ອງໂສ້ເສດຖະກິດໂລກ, ເຮັດໃຫ້ທຸກປະເທດໃນໂລກປະເຊີນກັບເສດຖະກິດທີ່ຖົດຖອຍ ແລະ ຢຸດຊະ ງັກ. ມັນໄດ້ສ້າງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດສັງຄົມຂອງທຸກປະເທດໂດຍສະ ເພາະປະເທດທີ່ກຳລັງພັດທະນາ ແລະ ດ້ອຍພັດທະນາ, ລວມທັງ ສປປ ລາວ. ຄວາມກ້າວໜ້າທີ່ ໄດ້ມາກ່ອນ COVID-19, ການປະຕິບັດຄຳໝັ້ນສັນຍາສາກົນ, ໄດ້ແກ່ເປົ້າໝາຍການພັດທະນາແບບຍືນຍົງ ແລະ ອື່ນໆ, ແມ່ນໄດ້ຖືກທຳລາຍ. ຍິ່ງໄປກວ່ານັ້ນ, ຄວາມສາມາດ ແລະ ສະມັດຕະ ພາບຂອງປະເທດທີ່ວ່ານີ້ ເພື່ອຟື້ນຕົວຈາກຜົນກະທົບນີ້ ແມ່ນຫນ້ອຍທີ່ສຸດ. ໃນກໍລະນີນີ້, ຂ້າພະ ເຈົ້າຢາກຂໍຮຽກຮ້ອງປະຊາຄົມນານາຊາດ, ໂດຍສະເພາະບັນດາປະເທດທີ່ພັດທະນາແລ້ວ, ໃຫ້ຖືຄວາມສຳຄັນ ແລະ ເອົາໃຈໃສ່ໃນການຂະຫຍາຍການຊ່ວຍເຫຼືອແກ່ບັນດາປະເທດທີ່ກຳລັງພັດທະ ນາ ແລະ ດ້ອຍພັດທະນາເພື່ອທີ່ເຂົາເຈົ້າຈະສາມາດເອົາຊະນະຜົນກະທົບຈາກ COVID-19 ໄດ້.

ທ່ານ ປະທານ,

ດັ່ງທີ່ຂ້າພະເຈົ້າໄດ້ກ່າວມາຂ້າງເທິງນັ້ນ, ສປປ ລາວ, ຄືກັບປະເທດອື່ນໆ, ໄດ້ ຖືກກະທົບໂດຍໂຣກລະບາດ COVID-19. ການເຕີບໂຕດ້ານເສດຖະກິດ, ເຊັ່ນດຽວກັບຄວາມກ້າວທີ່ເຮັດມາໄດ້ໃນການປະຕິບັດແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ, ແມ່ນໄດ້ຮັບຄວາມເສຍຫາຍຢ່າງຮຸນແຮງເຖິງແມ່ນຈະມີຄວາມພະຍາຍາມໂດຍລັດຖະບານລາວກໍຕາມ, ເຊັ່ນການຮັບຮອງເອົາ ມາດຕະການໄລຍະສັ້ນ ແລະ ຍາວ, ເຊິ່ງລວມມີການລວມເອົາເປົ້າໝາຍການພັດທະນາແບບຍືນຍົງເຂົ້າກັບແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ, ເຊັ່ນດຽວກັບແຜນຍຸດທະສາດການພັດທະນາປີ 2025 ແລະ ວິໄສທັດ 2030. ຍິ່ງໄປກວ່ານັ້ນມັນໄດ້ມີຄວາມພະຍາຍາມທີ່ຈະປະ ຕິບັດແຜນການດຳເນີນງານ ອິສຕານບູລ, ດ້ວຍຄວາມທະເຍີທະຍານທີ່ຈະນຳເອົາປະເທດອອກ ຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ ທີ່ໃກ້ຈະມາເຖິງນີ້. ເຖິງແມ່ນວ່າ ສປປ ລາວ ໄດ້ບັນລຸ 3​ ບັນທັດຖານ ສໍາລັບການຫຼຸດພົ້ນອອກຈາກສະຖາພາບປະເທດທີ່ດ້ອຍພັດທະນາໃນການທົບທວນຄັ້ງທີສອງໃນເດືອນ ກຸມພາ 2021 ກໍຕາມ, ພວກເຮົາຍັງມີຄວາມເປັນຫ່ວງ ກ່ຽວ ກັບ ຜົນກະທົບຂອງ COVID-19 ທີ່ອາດຈະສ້າງຄວາມເສຍຫາຍຕໍ່ຄວາມສາມາດຂອງ ສປປ ລາວ ທີ່ຈະຄົງຢູ່ໃນຊ່ອງທາງໃນທັງໝົດສາມບັນທັດຖານນັ້ນ.

ລາຍງານຂອງສະຖາບັນ ບຣຸກຄິງສ໌ ທີ່ຖືກເປີດເຜີຍເມື່ອເດືອນມີນາທີ່ຜ່ານມາໄດ້ກ່າວວ່າການຟື້ນຕົວຄືນໃນແຕ່ລະປະເທດ ອາຊຽນ ແມ່ນຍັງຄົງຈະອ່ອນແອ ແລະ ບໍ່ສົມບູນຕາບໃດທີ່ການລະບາດຂອງໄວຣັສໂຄໂຣນາຍັງບໍ່ສາມາດຄວບຄຸມໄດ້ເທື່ອ. ພ້ອມກັບໄພຂົ່ມຂູ່ໃນການລະບາດຂອງໄວຣັສສາຍພັນໃໝ່ ແລະ ການສັກຢາວັກຊີນແມ່ນມີຄວາມເປັນໄປໄດ້ວ່າຈະຊັກຊ້າ. ແຕ່ວ່າໃນສະມາຄົມອາຊຽນ ກໍໄດ້ມີຫຼາຍໂຄງການຮ່ວມມືສຳລັບບັນດາປະເທດສະມາຊິກ ເພື່ອທີ່ຈະຕອບໂຕ້ຕໍ່ໄວຣັສ ແລະ ຟື້ນຟູເສດຖະກິດຫຼັງໂຣກລະບາດ ແລະ ສປປ ລາວ ກໍໄດ້ເຂົ້າກັບປະກອບສ່ວນເຂົ້າໃນໂຄງ ການດັ່ງກ່າວນັ້ນ. ເຊິ່ງທ່ານ ພັນຄຳ ໄດ້ກ່າວວ່າ

“ໃນດ້ານການຮ່ວມມືໃນພາກພື້ນນັ້ນ, ສປປ ລາວ ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງແຂງຂັນ ດ້ວຍຄວາມຮັບຜິດຊອບທີ່ໃຫຍ່ໂຕ ພາຍໃຕ້ແຜນງານຂອງ ອາຊຽນ, ໂດຍສະເພາະແມ່ນໃນການຮັກສາ ແລະ ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ເພື່ອສ້າງສິ່ງແວດລ້ອມທີ່ເປັນກຳລັງໃຈ ສຳລັບການຮ່ວມມືພັດທະນາຂອງບັນດາປະເທດສະມາຊິກ ອາຊຽນ. ນອກຈາກນັ້ນ, ອາ ຊຽນ ຍັງໃຫ້ຄວາມສຳຄັນເປັນຢ່າງຍິ່ງ ກ່ຽວກັບ ການຮ່ວມມືເພື່ອການປ້ອງກັນ ແລະ ຕອບໂຕ້ຕໍ່ COVID-19 ເຊັ່ນດຽວກັນການຟື້ນຟູເສດຖະກິດຫຼັງຈາກ COVID-19, ແນເປົ້າໃສ່ການສ້າງອາຊຽນ ໃຫ້ເປັນຊຸມຊົນທີ່ມີພື້ນຖານແຂງແກ່ນສຳລັບອະນາຄົດດ້ວຍການຍຶດໝັ້ນຕໍ່ກົດເກນດັ່ງທີ່ໄດ້ກຳນົດໄວ້ໃນກົດບັດ ອາຊຽນ ຍ້ອນການພົວພັນ ແລະ ເພິ່ງພາອາໄສລະຫວ່າງກັນໃນສາກົນຫຼາຍ ຂຶ້ນ.”

ໃນເລື່ອງຂອງການພັດທະນາປະເທດນັ້ນ, ທ່ານນາຍົກລັດຖະມົນຕີກໍໄດ້ກ່າວເຖິງການຫຼຸດຜ່ອນຄວາມທຸກຍາກ, ການອອໍານວຍຄວາມສະດວກໃນການຮ່ວມມືຫຼາຍດ້ານ ໂດຍສະເພາະການພັດ ທະນາພື້ນຖານໂຄງລ່າງເຊິ່ງຈະເຊື່ອມຕໍ່ ລາວ ກັບປະເທດເພື່ອນບ້ານ ແລະ ຫັນຈາກການເປັນປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດເຊື່ອມຕໍ່ທາງພື້ນດິນ.

ທ່ານ ພັນຄຳ ກ່າວວ່າ “ສປປ ລາວ ແມ່ນມີຄວາມມຸ່ງໝັ້ນທີ່ຈະຫຼຸດຜ່ອນຊ່ອງຫວ່າງການພັດທະນາ ແລະ ສົ່ງເສີມການເຊື່ອມຕໍ່ລະຫວ່າງ ອາຊຽນ ແລະ ລະຫວ່າງພາກພື້ນ, ໃຊ້ຄວາມພະຍາຍາມທຸກຢ່າງໃນການໃຊ້ໂອກາດຕ່າງໆພາຍໃນພາກພື້ນຮ່ວມກັບພາຍນອກໃນການພັດທະນາໂຄງການລິເລີ່ມຄັ້ງທີ 4 ສຳລັບການພົວພັນ ອາຊຽນ ແລະ ແຜນແມ່ບົດສຳລັບການເຊື່ອມໂຍງອາຊຽນ 2025, ດ້ວຍຈຸດປະສົງທີ່ຈະສ້າງໂອກາດເພື່ອສົ່ງເສີມການພັດທະນາພື້ນຖານໂຄງລ່າງ, ຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງໃນພາກພື້ນ. ໃນກໍລະນີນີ້, ສປປ ລາວ ຈະສືບຕໍ່ການພັດທະນາພື້ນຖານໂຄງລ່າງເສດຖະກິດຂອງເຂົາເຈົ້າເພື່ອທີ່ຈະອຳນວຍຄວາມສະດວກໃນການເຊື່ອມຕໍ່ພາກພື້ນ ແລະ ອະນຸພາກພື້ນຢ່າງມີປະສິດທິຜົນຜ່ານແຜນການຮ່ວມມືຫຼາຍຢ່າງ. ນຶ່ງໃນເຫດການທີ່ສຳຄັນທີ່ຈະເກີດຂຶ້ນໃນບໍ່ເທົ່າໃດເດືອນຈະມາເຖິງນີ້ ກໍແມ່ນພິທີເປີດລາງລົດໄຟ ຄວາມໄວສູງ ລາວ-ຈີນ ທີ່ຈະຖືກຈັດຂຶ້ນໃນທ້າຍປີ 2021 ນີ້, ເຊິ່ງຈະເປັນຂີດ ໝາຍຄັ້ງທໍາອິດທີ່ ສປປ ລາວ ມີລາງລົດໄຟ ແລະ ເປີດຍຸກສະໄໝໃໝ່ພາຍໃຕ້ວິໄສທັດທີ່ຈະຫັນປ່ຽນຈາກປະເທດ ທີ່ບໍ່ມີທາງອອກສູ່ທະເລໃຫ້ເຫັນປະເທດທີ່ເຊື່ອມຕໍ່ທາງພື້ນດິນ ເພື່ອສົ່ງເສີມການອຳນວຍຄວາມສະດວກໃຫ້ແກ່ການຄ້າໃນພາກພື້ນຕໍ່ໄປ.”

ສິ່ງທ້າທາຍອີກຢ່າງນຶ່ງຕໍ່ການພັດທະນາເສດຖະກິດຂອງບັນດາປະເທດທີ່ທຸກຍາກກໍແມ່ນຜົນກະ ທົບຂອງສະພາບດິນຟ້າອາກາດ. ໃນສອງສາມປີທີ່ຜ່ານມາໄພແຫ້ງແລ້ງ ແລະ ນໍ້າຖ້ວມ ໄດ້ສົ່ງຜົນກະທົບຢ່າງໜັກ ຕໍ່ເສດຖະກິດຂອງ ລາວ. ລັດຖະບານ ລາວ ໄດ້ເຂົ້າຮ່ວມຂໍ້ຕົກລົງ ປາຣີ 2015, ເຊິ່ງໄດ້ລົງນາມໃນວັນທີ 22 ເມສາ 2016 ແລະ ໃຫ້ສັດຕະຍາບັນໃນວັນທີ 7 ກັນຍາ 2016.

ທ່ານ ພັນຄຳ ກ່າວວ່າ “ສປປ ລາວ ໃຫ້ຄວາມສຳຄັນຕໍ່ການແກ້ໄຂສະພາບອາກາດປ່ຽນແປງ ດ້ວຍການລວມເອົາຄຳໝັ້ນສັນຍາພາຍໃຕ້ຂໍ້ຕົກລົງ ປາຣີ ເຂົ້າໃນແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 8 (2016-2020) ແລະ ແຜນຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ. ຈາກປີ 2000 ຫາ 2020, ການປ່ອຍແກັສເຮືອນແກ້ວໂດຍ ສປປ ລາວ ແມ່ນໄດ້ລຸດລົງເຖິງ 34 ເປີເຊັນທຽບໃສ່ຂີດຈຳກັດຂອງການປ່ອຍອາຍແກັສດັ່ງກ່າວ. ນອກຈາກນັ້ນ, ລັດຖະບານກໍໄດ້ສະເໜີການປະກອບສ່ວນຢ່າງເດັດດ່ຽວຂອງຊາດ ກ່ຽວກັບ ສະພາບອາກາດປ່ຽນແປງຕໍ່ອົງການສະຫະປະຊາ ຊາດ, ເຊິ່ງແນເປົ້າເພື່ອທີ່ຈະຫຼຸດຜ່ອນ 60 ເປີເຊັນຂອງການປ່ອຍແກັສເຮືອນແກ້ວພາຍໃນປີ 2030. ສປປ ລາວ ຂໍຮຽກຮ້ອງທຸກປະເທດໃນທົ່ວໂລກ ໃຫ້ບັງຄັບໃຊ້ຄວາມພະຍາຍາມຂອງເຂົາ ເຈົ້າເພື່ອເຂົ້າໃຈຄຳໝັ້ນສັນຍາຂໍ້ຕົກລົງ ປາຣີ ເພື່ອທີ່ຈະຫຼີກລ່ຽງ ແລະ ຫຼຸດຜ່ອນການເກີດຂຶ້ນຂອງໄພພິບັດທຳມະຊາດທີ່ຮ້າຍແຮງ ແລະ ຜົນກະທົບທຳ ລາຍລ້າງຕໍ່ໂລກຂອງພວກເຮົາໃຫ້ໜ້ອຍທີ່ສຸດ.”

ທ່ານນາຍົກລັດຖະມົນບໍ່ໄດ້ໃຫ້ຄຳເຫັນ ກ່ຽວກັບ ການຖອນຕົວຂອງ ສະຫະລັດ ອອກຈາກປະເທດ ອັຟການິສຖານ, ແຕ່ໄດ້ກ່າວວ່າສະໜັບສະໜູນການຮ່ວມມືຫຼາຍຝ່າຍ, ການແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ສະໜັບສະໜູນນະໂຍບາຍຕ່າງປະເທດເພື່ອສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືພ້ອມກັບການບໍ່ແຊກແຊງບັນຫາພາຍໃນຂອງປະເທດອື່ນ.

ເບິ່ງຄວາມເຫັນ (1)

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG