ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະເປນ ຍຸບສະພາ ເຂດຄາຕາໂລເນຍ


ນາຍົກລັດຖະມົນຕີສະເປນ ທ່ານ Mariano Rajoy ກ່າວຄຳປາໄສ ທີ່ທຳນຽບ Moncloa Palace ໃນນະຄອນຫຼວງມາດຣິດ. (27 ຕຸລາ 2017)​
ນາຍົກລັດຖະມົນຕີສະເປນ ທ່ານ Mariano Rajoy ກ່າວຄຳປາໄສ ທີ່ທຳນຽບ Moncloa Palace ໃນນະຄອນຫຼວງມາດຣິດ. (27 ຕຸລາ 2017)​

ເຂດຄາຕາໂລເນຍຂອງສະເປນຊຶ່ງຄັ້ງນຶ່ງເຄີຍຊົມໃຊ້ສິດອຳນາດໃນການປົກຄອງຕົນ
ເອງຫຼາຍສົມຄວນນັ້ນ ເວລານີ້ ແມ່ນຢູ່ພາຍໃຕ້ການຄວບຄຸມໂດຍກົງຂອງມາດຣິດ.

ນາຍົກລັດຖະມົນຕີສະເປນໄດ້ຍຸບສະພາຄາຕາໂລເນຍບໍ່ເທົ່າໃດຊົ່ວໂມງຫຼັງຈາກເຂດ
ດັ່ງກ່າວ ໄດ້ລົງຄະແນນສຽງເພື່ອແຍກໂຕອອກເປັນເອກກະລາດຈາກສະເປນ ໃນວັນ
ສຸກວານນີ້.

ນອກຈາກຍຸບສະພາແລ້ວ ນາຍົກລັດຖະມົນຕີ Mariano Rajoy ຍັງໄດ້ຮຽກ ໃຫ້ຈັດ
ການເລືອກຕັ້ງກ່ອນກຳນົດຢູ່ຄາຕາໂລເນຍໃນວັນທີ 12 ທັນວາປີນີ້ແລະໄດ້ປົດນາຍ
ຕຳຫຼວດອະວຸໂສສຸດຂອງຄາຕາໂລເນຍຈຳນວນນຶ່ງອອກຈາກໜ້າທີ່.

ຍັດຕິແຍກໂຕອອກເປັນເອກກະລາດຈາກສະເປນ ໄດ້ຮ່າງຂຶ້ນແລະນຳສະເໜີຕໍ່ສະ
ພາຄາຕາໂລເນຍ ໂດຍກຸ່ມຫົວຮຸນແຮງແບ່ງແຍກດິນແດນ ຂອງລັດຖະບານປະສົມ
ຢູ່ໃນຂົງເຂດ ທີ່ນຳພາໂດຍ ປະທານແຄວ້ນຄາຕາໂລເນຍ ທ່ານ Carles Puigde-
mont. ມະຕິດັ່ງກ່າວນີ້ ໄດ້ຖືກຮັບຮອງເອົາ ໂດຍມີ 70 ສຽງ ເຫັນພ້ອມ 10 ສຽງຄັດ
ຄ້ານ ແລະ 2 ທ່ານບໍ່ຍອມອອກສຽງ.

ປະທານ Carles Puigdemont ລົງນາມ ໃນເພງຊາດຂອງຄາຕາໂລເນຍ ຢູ່ໃນສະພາແຫ່ງຊາດ ຫຼັງຈາກການລົງຄະແນນສຽງ ເປັນເອກກະລາດ ທີ່ບາເຊໂລນາ. (27 ຕຸລາ 2017)
ປະທານ Carles Puigdemont ລົງນາມ ໃນເພງຊາດຂອງຄາຕາໂລເນຍ ຢູ່ໃນສະພາແຫ່ງຊາດ ຫຼັງຈາກການລົງຄະແນນສຽງ ເປັນເອກກະລາດ ທີ່ບາເຊໂລນາ. (27 ຕຸລາ 2017)

​ພັກມະຫາຊົນທີ່ເປັນກາງອຽງຂວາ ຊຶ່ງເປັນພັກລັດຖະບານທີ່ປົກຄອງສະເປນຢູ່ໃນ
ເວລານີ້ ແລະພັກສັງຄົມນິຍົມ ທີ່ເປັນພັກຝ່າຍຄ້ານແມ່ນກຳບ່ອນນັ່ງບໍ່ຮອດເຄິ່ງນຶ່ງ
ຢູ່ໃນສະພາຄາຕາໂລເນຍ ພາກັນຄັດຄ້ານບໍ່ເຂົ້າຮ່ວມປະຊຸມ.

ສະພາສູງສະເປນໄດ້ຕອບໂຕ້ຕໍ່ການເຄື່ອນໄຫວປະກາດເອກກະລາດຂອງຄາຕາ
ໂລເນຍ ໂດຍໃຫ້ການອະນຸມັດຕໍ່ການນຳໃຊ້ມາດຕາ 155 ຂອງລັດຖະທຳມະນູນ
ຊຶ່ງອະນຸຍາດໃຫ້ເຈົ້າໜ້າທີ່ຂອງລັດຖະບານກາງ​ຍຸຕິການເຄື່ອນໄຫວຂອງເຈົ້າໜ້າ
ທີ່ຄາຕາໂລເນຍແລະເຂົ້າຄວບຄຸມການປົກຄອງເຂດດັ່ງກ່າວ.

ທັນທີຫລັງຈາກສະພາສູງຂອງສະເປນລົງຄະແນນສຽງ ເພື່ອທຳການປົກຄອງໂດຍ
ກົງຕໍ່ເຂດຄາຕາໂລເນຍແລ້ວ ລັດຖະບານກໍໄດ້ອອກປະກາດວ່າປະທານ Puigde-
mont ແລະຮອງປະທານ Orio Junqueras ບໍ່ໄດ້ເປັນຜູ້ນຳລັດຖະບານ ເຂດຄາ
ຕາໂລເນຍ ອີກຕໍ່ໄປແລ້ວ.​

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG