ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ເປນ ຢືນ​ຢັດ ກ່ຽວ​ກັບ ຖາ​ນະ ຂອງ​ ​​ເຂດຈີບ​ຣາ​ລ​ຕາ ກ່ອນຈະ​ມີ ການ​ລົງ​ຄະ​ແນນ​ ໃນການ​ຖອນ​ໂຕ ຂອງ​ອັງ​ກິດ


ຄົນ​ຜູ້​ນຶ່ງ ພວມ​ຍ່າງ​ຢູ່​ແຄມ​ທະ​ເລ ​ຕໍ່​ໜ້າ​ກ້ອນ​ຫີນ​ໃຫຍ່ ຂອງ​​ເຂດຈີບ​ຣາ​ລ​ຕາ ທີ່​ເບິ່ງ​ຈາກລາ​ລີ​ເນຍ ເດິ ລາ ກົງ​ເຊັບ​ຊົງ ປະ​ເທດ​ສະ​ເປນ. (22 ພະ​ຈິກ 2018)
ຄົນ​ຜູ້​ນຶ່ງ ພວມ​ຍ່າງ​ຢູ່​ແຄມ​ທະ​ເລ ​ຕໍ່​ໜ້າ​ກ້ອນ​ຫີນ​ໃຫຍ່ ຂອງ​​ເຂດຈີບ​ຣາ​ລ​ຕາ ທີ່​ເບິ່ງ​ຈາກລາ​ລີ​ເນຍ ເດິ ລາ ກົງ​ເຊັບ​ຊົງ ປະ​ເທດ​ສະ​ເປນ. (22 ພະ​ຈິກ 2018)

ຄະ​ນະ​ເຈ​ລະ​ຈາ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ຫຼື​ອີ​ຢູ ໄດ້​ພົບ​ປະ​ໃນ​ວັນ​ສຸກວານນີ້ ເພື່ອ​ທົບ​ທວນ​ຂັ້ນ​ສຸດ​ທ້າຍ ກ່ຽວ​ກັບ​ຮ່າງ​ສົນ​ທິ​ສັນ​ຍາ ໃນ​ການ​ຖອນ​ຕົວ​ ຂອງ​ອັງ​ກິດ ອອກ​ຈາກ​ກຸ່ມ​ດັ່ງ​ກ່າວ ກ່ອນກອງ​ປະ​ຊຸມ​ສຸດຍອດ ​ໃນ​ວັນ​ອາ​ທິດມື້​ອື່ນ ທີ່​ຈະ​ໃຫ້ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຂໍ້​ຕົກ​ລົງ​ຖອນ​ຕົວ​ຂອງ​ອັງ​ກິດແຕ່​ໃນ​ຊົ່ວ​ໂມງ​ທີ 11 ຂອງການ​ເຈ​ລະ​ຈາ ສະ​ເປນ​ໄດ້​ທວງ​ໃຫ້​ຄ້ຳ​ປະ​ກັນ ກ່ຽວ​ກັບ​ອະ​ນາ​ຄົດ​ ຂອງຈີບ​ຣາ​ລ​ຕາ.

ສະ​ເປນ​ໄດ້​ຮ້ອງ​ຂໍ​ໃຫ້​ປ່ຽນ​ແປງ​ຂໍ້​ຕົກ​ລົງ ແລະ​ຄັດ​ຕິດ​ໃສ່​ຄຳ​ປະ​ກາດ ກ່ຽວ​ກັບ​ຄວາມ​ສຳ​ພັນ ລະ​ຫວ່າງ​ສະ​ຫະ​ພາບ​ຢູ​ໂຣບ ແລະ​ອັງ​ກິດ ເພື່ອ​ໃຫ້​ຄວາມ​ກະ​ຈ່າງແຈ້ງ​ວ່າ ອະ​ນາ​ຄົດ ​ຂອງເຂດ ຈີບ​ຣາ​ລ​ຕາ ທີ່​ໄດ້​ຖືກ​ໂອນ​ໃຫ້​ອັງ​ກິດ​ໃນ​ປີ 1713 ແຕ່​ຍັງ​ອ້າງ​ກຳ​ມະ​ສິດ​ໂດຍ​ສະ​ເປນນັ້ນ ຈະ​ຕ້ອງ​ໄດ້​ຕັດ​ສິນ​ໃຈ ໃນ​ການ​ເຈ​ລະ​ຈາໂດຍ​ກົງ ລະ​ຫວ່າງ​ມາ​ດ​ຣິດ ແລະ​ລອນດອນ.

ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ສະ​ເປນ ທ່ານ​ເປ​ໂດ​ຣ ຊານ​ເຈ​ສ ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້​ວ່າ ອັງ​ກິດ ແລະ​ສະ​ເປນ “ຍັງ​ຫ່າງ​ໄກ​ກັນ​ຫຼາຍ” ກ່ຽວ​ກັບ​ບັນ​ຫານີ້ ແລະ​ “ຖ້າ​ຫາກ​ບໍ່​ມີ​ການ​ປ່ຽນ​ແປງ ພວກ​ເຮົາ​ຈະ​ໃຊ້​ສິດ​ຢັບ​ຢັ້ງ​ໃນ​ການ​ຖອນ​ໂຕຂອງ​ອັງ​ກິດ.”

ຫົວ​ໜ້າ​ຜູ້​ປົກ​ຄອງ​ຂອງ​ອັງ​ກິດ ຢູ່​ເຂດຈີບ​ຣາ​ລ​ຕາ ທ່ານ​ເຟ​ບຽນ ພີ​ຄາ​ໂດ ໄດ້​ຕຳ​ໜິ​ຄຳ​ຮຽກ​ຮ້ອງ​ເພື່ອ​ໃຫ້​ການ​ຄ້ຳ​ປະ​ກັນ​ຢ່າງ​ເປັນ​ລາຍ​ລັກ​ອັກ​ສອນຂອງ​ສະ​ເປນ ​ໂດຍ​ກ່າວ​ວ່າ “ຈີບ​ຣາ​ລ​ຕາໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຮົາ​ແທ້​ຈິງ​ແລ້ວແມ່ນ​ຕ້ອງ​ການ​ທີ່​ຈະ​ພົວ​ພັນ​ໂດຍ​ກົງ​ກັບ​ສະ​ເປນ​ຕໍ່​ບັນ​ຫານີ້.”

ທ່ານ​ພີ​ຄາ​ໂດ ກ່າວ​ຕ່​ອົງ​ການ​ຂ່າວ​ບີ​ບີ​ຊີ​ວ່າ “ສະ​ເປນ​ແມ່ນ​ປະ​ຕູ​ຕົວ​ຈິງ​ແລະ​ພູມ​ສາດ ໄປ​ສູ່​ຢູ​ໂຣບ​ຂອງ​ເຂດຈີບ​ຣາ​ລ​ຕາ” ແລະ​ກ່າວ​ຕື່ມ​ວ່າ “ບໍ່​ມີ​ຄວາມ​ຈຳ​ເປັນ​ມ​ໃດໆທີ່​ພວກ​ເຮົາ​ຈະ​ຖືກ​ໃຊ້​ສິດ​ຢັບ​ຢັ້ງ ເພື່ອ​ບັງ​ຄັບ​ໃຫ້​ເຂົ້າ​ຮ່ວມ​ໂຕະ​ເຈ​ລະ​ຈາ.”

ໂຄ​ສົກ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ຣະ​ມັນ ທ່ານ​ນາງ​ແອງ​ເກີ​ລາ ເມີ​ເກີ​ລ ​ກ່າວ​ວ່າ​ ຕົນ​ຫວັງ​ວ່າ​ຄະ​ນະ​ເຈ​ລະ​ຈາ ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ທີ່​ສຳ​ຄັນໆ ກ່ອນກອງ​ປະ​ຊຸມ​ສຸດຍອດ​ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ໃນ​ວັນ​ອາ​ທິດມື້​ອື່ນ.

ທ່ານ​ສ​ເຕັ​ຟ​ເຟັນ ຊາຍ​ເບີດ ກ່າວ​ວ່າ “ນັ້ນ​ແມ່ນ​ພວມ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຂຸ້ນ​ຂ້ຽວ​ຢູ່ ດັ່ງ​ນັ້ນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຈຶ່ງ​ໄດ້​ກະ​ກຽມ ທີ່​ຈະ​ເດີນ​ທາງ​ໄປ​ບ​ຣັ​ສ​ເຊີ​ລ​ສ໌.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG