ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກບິນ ອະວະກາດ ອອກໄປສ້ອມແປງ ຢູ່ນອກ ສະຖານີ ອະວະກາດ ນາໆຊາດ


Fireworks explode over Olympic Park at the end of the closing ceremony for the 2014 Winter Olympics, Feb. 23, 2014.
Fireworks explode over Olympic Park at the end of the closing ceremony for the 2014 Winter Olympics, Feb. 23, 2014.
ນັກ​ບິນອະ​ວະ​ກາດສອງ​ຄົນ ທີ່ອອກໄປປະຕິບັດ​ງານໃນ​ອະ​ວະ
ກາດ ​ໄດ້​ສ້ອ​ມ​ແປງລະບົບໝໍ້​ນໍ້າ ທີ່​ຮົ່ວ ຢູ່ນອກ​ສະຖານີ​ອະວະ​
ກາດນາໆ​ຊາດ ​ໃນ​ວັນ​ພະຫັດ​ວານ​ນີ້ ບໍ່​ດົນ​ຫລັງ​ຈາກ​ທີ່​ໄດ້ບັງ
ຄັບສະຖານີ​ດັ່ງກ່າວ ​ໃຫ້​ຫລີກ​ເວັ້ນບໍ່​ໃຫ້​ຕຳ​ກັບ​ຊາກ​ເສດ​ເຫລືອ
ທີ່ບິນ​ຜ່ານ​ຢູ່​ໃນອະ​ວະ​ກາດ.

​ໃນການ​ປະຕິບັດງານ​ເປັນ​ເວລາ 6 ຊົ່ວ​ໂມງນັ້ນ ຜູ້​ບັງຄັບ​ສະຖານີ​ອະ​ວະ​ກາດນາໆ​ຊາດ ທ່ານນາງ Sunita William ​ແລະ​ນັກບິນ​ອະ​ວະ​ກາດ ຍີ່ປຸ່ນ ທ່ານ Akihido Hoshide ​ປະສົບ​ຄວາມສໍາ​ເລັດ​ໃນ​ການແປງທໍ່​ປັບ​ຄວາ​ມ​ເຢັນ ammonia ຜ່ານ​ໝໍ້ນໍ້າ ທີ່​ອາດຖືກ​ຕໍ​າຈາກ​ຊາກ​ເສດເຫລືອ​ໃນ​ອະວະ​ກາດ​ ​ເມື່ອເດືອນ​ກ່ອນໆ​ນັ້ນ. ໝໍ້​ນໍ້າ​ເຫຼົ່ານີ້ ​ແມ່ນ ບ່ອນ​ລະບາຍ​ຄວາມ​ຮ້ອນ ຂອງອຸບປະກອນ​ໄຟຟ້າ​ຢູ່​ເທິງສະຖານີດັ່ງ ກ່າວ.

ບັນ​ດາ​ນັກ​ວິສະວະກອນ ກ່າວ​ວ່າ ບ່ອນ​ຮົ່ວນັ້ນ ມີ​ຄວາມ​ກວ້າງເທົ່າ​ກັບ​ເສັ້ນ​ຜົມ ​ແລະ​ສູນ​ກາງ​ຄວບ​ຄຸ​ມ ຈະ​ວັດ​ແທກ​ໃຫ້​ຮູ້​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້ານີ້ ​ສຳລັບວັດ​ແທກ​ຄວາມ​ເຢັນ ເພື່ອ​ໃຫ້​ຮູ້​ວ່າ ບັນ​ຫາ​ໄດ້​ຖືກ​ແກ້ໄຂ ​ແລ້ວ​ຫຼືບໍ່.

ໃນ​ຂະນະ​ທີ່​ມີການ​ກະກຽມ​ຊຶ່ງ​ເລີ້ມ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ​ເພື່ອ​ອອກ​ໄປ​ປະຕິ​ບັດ​ງານຢູ່​ນອກ​ສະຖານີ​ອະ​ວະ​ກາດນັ້ນ ທາງ​ສະຖານີ​ກໍ​ໄດ້​ຖືກ​ບັງ ຄັບ​ໃຫ້ມີ​ການ​ເຄື່ອນຍ້າຍ ​ເພື່ອ​ຫລີກ​ລ້ຽງບໍ່​ໃຫ້​ຕຳ​ກັບ​ຊີ້ນ​ສ່ວນ​ເສດ​ເຫລືອ​ ຈາກການ​ຕຳ​ກັນ​ຂອງ​ດາວ​ທຽມ​ສອງ​ໜ່ວຍ ​ໃນປີ 2009. ບັນດາ​ນັກ​ວິສະວະກອນ ​ໄດ້​ຍິງຈະ​ຫຼວດບັງຄັບ​ຂອງ​ຍານ​ລຳລຽງສໍາ​ພາລະຂອງຣັດ​ເຊຍ​ທີ່​ຈອດ​ຢູ່​ເທິງ​ສະຖານີ ​ເພື່ອບໍ່​ໃຫ້​ສະຖານະ​ອະວະ​ກາດ​ ທີ່​ໂຄຈອນ​ຢູ່​ນັ້ນ ຕົກ​ຢູ່​ໃນອັນຕະລາຍ.
XS
SM
MD
LG