ປະກົດການທາງອະວະກາດ ເຊິ່ງຮູ້ຈັກກັນໂດຍທົ່ວໄປວ່າ ແສງປະກາຍຍາມເຊົ້າບົນທ້ອງຟ້າທາງພາກເໜືອ ຫຼື Nothern Lights ແຈ້ງສະຫວ່າງຢູ່ເໜືອທ້ອງຟ້າ ຂອງລັດ Minnesota ໃນຕົ້ນຂອງທິດນີ້.
ນັກຖ່າຍຮູບມືສະໝັກຫຼິ້ນ ໄດ້ຖ່າຍເອົາພາບການສະແດງແສງ
ທຳມະຊາດ ເຊິ່ງມັນໄດ້ເປັ່ງປະກາຍແວັບວັບ ແລະ ເຕັ້ນໄປມາຢູ່ເທິງທ້ອງຟ້າຕອນກາງຄືນ ຢູ່ເໜືອນະຄອນຫຼວງ Minneapolis ຂອງລັດ ດັ່ງກ່າວ ໃນວັນອັງຄານທີ່ຜ່ານມາ.
ຫຼາຍຮ້ອຍກິໂລແມັດຫ່າງຈາກໂລກຂຶ້ນໄປ, ນັກບິນອະວະກາດ ສະຫະລັດ ທ່ານ Scott Kelly ກໍໄດ້ຖ່າຍພາບຂອງເຫດການດ້ວຍກ້ອງຖ່າຍຮູບ ໃນຂະນະທີ່ທ່ານກຳລັງປະຕິບັດໜ້າທີ່ຢູ່ເທິງສະຖານີ ອະວະກາດນານາຊາດ.
ແສງ Northern Lights ເຊິ່ງຮູ້ຈັກກັນໃນອີກຊື່ໜຶ່ງວ່າ Aurora Borealis ຫຼື ແສງຂົ້ວໂລກເໜືອ, ເກີດຂຶ້ນເມື່ອ ລະອອງໄຟຟ້າປ່ອຍອອກມາຈາກການປະທຸຂອງດວງຕາເວັນ ມາປະທະກັບ
ໂມເລກຸນໃນຊັ້ນບັນຍາກາດຂອງໂລກ. ການສະແດງຂອງແສງດັ່ງກ່າວ ປົກກະຕິຈະເຫັນໄດ້ພຽງແຕ່ຢູ່ປະເທດ ການາດາ, ລັດ ອາລາສກາ ແລະ ພາກເໜືອຂອງທະວີບ ຢູໂຣບ.
The space phenomenon commonly known as the Northern Lights dazzled the skies above Minnesota earlier this week.
Amateur photographers caught the natural light show as it flashed and danced above the night skies over the capital city of Minneapolis Tuesday.
Several hundred kilometers above the Earth, U.S. astronaut Scott Kelly captured the moment on camera while observing from the International Space Station.
The Northern Lights, also known as an aurora borealis, occurs when charged particles emitted by the sun duiring a solar flare collide with molecules in the Earth's atmosphere.The light show is normally only visible in Canada, Alaska and northern Europe.