ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງ​ນ້ຳ​ຈະ​ຫລຸດ​ລົງ​ແລ້ວ ແຕ່ສະ​ພາບນ້ຳຖ້ວມໃນ 4 ​ແຂວງ​ພາກ​ໃຕ້​ ຂອງ​ລາ​ວ ກໍ​ຍັງ​ໜັກ​ໜ່ວງຢູ່


ສະ​ພາບ​ນ້ຳ​ຖ້ວ​ມ​ໃນ ບ້ານຄຄຳ​ຢາດ, ມ. ຊະ​ນະ​ສົມ​ບູນ, ຂ. ຈຳ​ປາ​ສັກ (ວີ​ດິ​ໂອ​ຖ່າຍ​ໃນ​ວັນ​ທີ 5 ກັນ​ຍາ, 2019)

ປະ​ຊາ​ຊົນ​ 4 ແຂວງ​ພາກ​ໃຕ້​ຂອງ​ລາວ ໄດ້​ຖືກ​ນ້ຳ​ຖ້ວມ ຢ່າງໜັກ ໄດ້​ຫລາຍ​ວັນ​ມາ​ແລ້ວ. ທັງ​ນີ້​ກໍ​ຍ້ອນວ່າ ມີ​ລົມ​ພາ​ຍຸ​ທີ່​ພັດເຂົ້າ​ມາ​ຫາ​ຫວຽດ​ນາມ ແລະ​ພາກ​ໃຕ້​ຂອງ​ລາວ ຊຶ່ງ​ເຮັດ​ໃຫ້​ຝົນ​ຕົກ​ໜັກໃນ​ລະ​ຫວ່າງ​ທ້າຍ​ເດືອນ​ສິງ​ຫາ ຫາ ກາງ​ອາ​ທິດ​ແລ້ວນີ້. ປັດ​ຈຸ​ບັນ ເຖິງ​ແມ່ນ​ວ່າ​ນ້ຳ​ໄດ້​ຫລຸດ​ລົງ​ແດ່​ແລ້ວ ແຕ່​ປະ​ຊາ​ຊົນ​ໃນຫລາຍ​ບ້ານກໍ​ຍັງ​ບໍ່​ສາ​ມາດ​ກັບ​ຄືນ​ໄປ​ຫາ​ບ້ານ​ເຮືອນ​ຂອງ​ຕົນໄດ້​ເທື່ອ ທັງ​ນີ້​ກໍ​ເພາະ​ວ່າບໍ່​ພຽງແຕ່​ເຮືອນ​ຊານຍັງ​ເພ​ພັງ​ເທົ່າ​ນັ້ນ ຢູ່ໃນ​ບາງເຂດເຊັ່ນໃນ ເຂດເມືອງກະລືມ ແຂວງ​ເຊກອງ​ຜູ້​ຄົນກໍ​ຍັງບໍ່​ສາ​ມາດ​ເຂົ້າ​ເຖິງ​ໝູ່​ບ້ານຂອງ​ຕົນ​ໄດ້​ຍ້ອນຫົນ​ທາງຖືກ​ທຳ​ລາຍ ແລະຂົວ​ຫັກອີກ​ດ້ວຍ.

ຫຼາຍກວ່າ 200 ໝູ່ບ້ານໃນປະ​ມານ 19 ເມືອງຢູ່ໃນ 4 ແຂວງ​ພາກ​ໃຕ້​ຂອງ​ລາວ ກໍ​ຄື​ແຂວງ​ສາ​ລະ​ວັນ, ຈຳ​ປາ​ສັກ, ເຊກອງ ແລະ​ອັດ​ຕະ​ປື, ມາ​ຮອດ​ວັນ​ສຸກ, ວັນ​ທີ 6 ກັນ​ຍາທີ່​ຜານ​ມານີ້ ​ຖືກ​ນໍ້າ​ຖ້ວມ​ມາ​ໄດ້​ຫລາຍ​ວັນ​ແລ້ວ.

ອີງຕາມການລາຍງານຈາກກົມອຸຕຸນິຍົມອຸທົກກະສາດຂອງ​ລາວບອກວ່າ: ເຫດ​ນ້ຳ​ຖ້ວມຢູ່​ເຂດ​ພາກ​ໃຕ້​ໃນ​ຄັ້ງນີ້ ແມ່ນ​ເກີດ​ມາ​ຈາກພະຍຸຄາຈີກິ (KAJIKI) ຫົວທີ 14 ທີ່ພັດຜ່ານທະເລຈີນໃຕ້ເຂົ້າ ມາທາງຕາເວັນອອກ ຂອງຫວຽດນາມ ຜ່ານພາກກາງ ແລະພາກໃຕ້ ຂອງລາວໄດ້ເຮັດໃຫ້ ມີລົມແຮງ ແລະ ຝົນຕົກໜັກຫຼາຍວັນຕິດຕໍ່ກັນ ຈຶ່ງເຮັດໃຫ້ນໍ້າໄຫຼເຂົ້າ ຖ້ວມບ້ານເຮືອນຂອງປະຊາຊົນ ຢູ່​ໃນ 4 ແຂວງ​ພາກ​ໃຕ້​ຂອງ​ລາວ ຢ່າງໄວວາ ແລະໜັກໜ່ວງ.

ອີງຕາມການລາຍງານຈາກກົມອຸຕຸນິຍົມອຸທົກກະສາດຂອງ​ລາວບອກວ່າ: ເຫດ​ນ້ຳ​
ຖ້ວມຢູ່​ເຂດ​ພາກ​ໃຕ້​ໃນ​ຄັ້ງ ແມ່ນ​ເກີດພະຍຸຄາຈີກິ (KAJIKI) ຫົວທີ 14 ທີ່ພັດຜ່ານທະ
ເລຈີນໃຕ້ເຂົ້າມາທາງຕາເວັນອອກຂອງຫວຽດນາມ ຜ່ານພາກກາງ ແລະພາກໃຕ້ຂອງ
ລາວໄດ້ ເຮັດໃຫ້ມີລົມແຮງ ແລະ ຝົນຕົກໜັກຫຼາຍວັນຕິດຕໍ່ກັນ ຈຶ່ງເຮັດໃຫ້ນໍ້າໄຫຼເຂົ້າ
ຖ້ວມບ້ານເຮືອນ ຂອງ ປະຊາຊົນ ຢູ່​ໃນ 4 ແຂວງ​ພາກ​ໃຕ້​ຂອງ​ລາວຢ່າງໄວວາ ແລະ
ໜັກໜ່ວງ.

ນັບແຕ່ວັນທີ 27 ສິງຫາເປັນຕົົ້ນມາຝົນ​ຕົກ​ໜັກໄດ້ເຮັດໃຫ້ເກີດນໍ້າປ່າ ໄຫຼນອງບວກ ໃສ່ກັບແມ່ນໍ້າເຊໂດນທີ່ຍຶ່ງຂຶ້ນຢ່າງໄວວາ ເຮັດ​ໃຫ້​ມີ​ນ້ຳ ກະຈາຍໄຫຼໄປຖ້ວມເຮືອນຊານ
ໄຮ່ນາ ຕາກ້າ ຂອງປະຊາຊົນຢູ່ໃນ ຫຼາຍໝູ່ບ້ານທີ່ຕັ້ງຢູ່ເຂດແຄມແມ່ນໍ້າເຊໂດນ ແລະ
ແຄມແມ່ນໍ້າຂອງ ຊຶ່ງ​ລວມ​ມີປະ​ມານ 70 ບ້ານ​ຢູ່​ໃນແຂວງ​ສາ​ລະ​ວັນ, ຈຳ​ປາ​ສັກ ໃນ​ວັນ
​ທີ 5 ກ​ັນ​ຍາ​ຜ່ານ​ມາ. ເຂດ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ໜັກຢູ່​ໃນ​ສອງ​ແຂວງທີ່​ວ່ານີ້ ແມ່ນເຂດ
ບ້ານບົວ ລະພາ, ບ້ານໂອກາດໃນ​ເມືອງ​ຄົງ​ເຊ​ໂດນ, ແລະ​ບ້ານວາ​ປີ​ໃນເມືອງວາປີ ແລະ
ຫລາຍ​ບ້ານ​ໃນເມືອງ ສາລະວັນ, ເມືອງຄົງເຊໂດນ ແຂວງສາລະວັນ ລວມໄປເຖິງໃນ
ເມືອງຊະນະສົມບູນ ແລະເມືອງປາກເຊໃນ ແຂວງຈໍາປາສັກ ອີກ​ດ້ວຍ, ອີງ​ຕາມ​ລາຍ​ງານ
|​ຂອງ​ພະ​ແນກ​ແຮງ​ງານ ແລະ​ສ​ຫະ​ວັດ​ດີ​ການ​ສັງ​ຄົມ​ຂອງ​ແຂວງ​ຈຳ​ປາ​ສັກ ແລະ​ເຈົ້າ​ໜ້າ
​ທີ່​ໃນ​ແຂວງ​ສາ​ລະ​ວັນ.

ໃນ​ຂະ​ນະດຽວ​ກັນ​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນຍ້ອນ​ຝົນ​ຕົກ​ໜັກ ກໍໄດ້​ຄືບ​ຄານໄປ​ຫາ​ແຂວງ​
ອັດ​ຕະ​ປື ແລະ​ເຊກອງ​ຂອງ​ລາວອີກ​ດ້ວຍ ດັ່ງການການໃຫ້ສໍາພາດ ເຈົ້າໜ້າທີ່ທ່ານນຶ່ງ
ໃນແຂວງ ເຊກອງ ທີ່ກ່າວໃນວັນທີ 06 ເດືອນກັນຍາວ່າ:
“ຂ້າ​ພະ​ເຈົ້າ​ໃນ​ນາມ​ເຈົ້າ​ໜ້າ​ທີ່​ແຂວງ​ເຊກອງ ເນື່ອງຈາກຝົນຕົກ ໜັກນັບ ແຕ່ວັນທີ 30
ເດືອນສິງຫາ 2019, ມີຝົນຕົກໜັກຕະຫຼອດວັນທີ 2,3, 4 ເດືອນກັນຍາ, 2019 ນໍ້າຈຶ່ງໄດ້
ຍຶ່ງຂຶ້ນ ແລະ ໄຫຼເຂົ້າຖ້ວມເຮືອນປະຊາຊົນ ແລະສວນ, ໄຮ່ນາ, ໃນເຂດເມືອງກະລືມ, ເມືອງ
ດັກຈຶງ ແຂວງເຊກອງ. ສ່ວນແຂວງອັດຕະປືແມ່ນເມືອງສະໝານໄຊ ແລະເມືອງສາມັກຄີໄຊ
ຖ້ວມ ໜັກກ່ວາໝູ່. ພິເສດແມ່ນມີຂົວຫັກໃນເຂດເມືອງກະລືມ. ປັດຈຸບັນນີ້ແມ່ນບໍ່ສາມາດໄປ
ມາຫາສູ່ກັນໄດ້ ກໍາລັງຢູ່ໃນໄລຍະສ້ອມແປງ. ມາ​ເຖິງປັດຈຸບັນ ວັນທີ 06 ເດືອນ ກັນຍານໍ້າໄດ້
ຄ່ອຍໆລົດລົງແລ້ວ, ສ່ວນຄວາມ ເສຍຫາຍແມ່ນຍັງຢູ່ໃນໄລຍະເກັບກໍາຂໍ້ມູນຢູ່”

ເຫດ​ນ້ຳ​ຖ້ວມ​ດັ່ງ​ກ່າວ ໄດ້​ບັງ​ຄັບ​ໃຫ້ປະ​ຊາ​ຊົນຢູ່​ໃນຫລາຍ​ບ້ານເປັນ​ຕົ້ນ​ແມ່ນ ບ້ານ
ຄີລີ, ເມືອງຊະນະສົມບູນ ແຂວງຈໍາປາສັກ ຕ້ອງພາ​ກັນຫລົບ​ໜີຈາກ​ບ້ານ​ເຮືອນໄປ

ຢູ່ເຂດບ້ານໃກ້ຄຽງທີ່ສູງເນີນກວ່າ ດັ່ງທີ່ທ່ານດ່ອນ ປະຊາຊົນ ບ້ານຄີລີ ເມືອງຊະນະ
ສົມບູນ ເມືອງ​ປາກ​ເຊ, ແຂວງຈໍາປາສັກລາຍ​ງານຢູ່​ໃນ​ການ​ຖ່າຍວີ​ດິ​ໂອເອົາ​ເຫດ​ການ
​ສົດໃນ​ວັນ​ທີ 5 ກັນ​ຍາຜ່ານ​ມາ​ວ່າ​ ການຍົກຍ້າຍເຄື່ອງຂອງຂອງ​ພໍ່​ແມ່​ປະ​ຊາ​ຊົນແມ່ນ
ມີຄວາມຫຍຸ້ງ​ຍາກ​ ເພາະລະ​ດັບ​ນ້ຳໃນ​ເມືອງ​ປາກ​ເຊ​ແມ່ນ​ຂຶ້ນ​ສູງ ແລະ​ລົ້ນ​ໄປ​ຖ້ວມ
ຖະ​ໜົນ​ຫົນ​ທາງ​ຕ່າງໆ ຊຶ່ງ​ທ່ານ​ກ່າວ​ດັ່ງ​ນີ້:
“ອັນ​ນີ້ແມ່ນ​ສະ​ພາບ ເນາະເຫດ​ການ​ສົດ ຖື​ວ່າ​ລະ​ດັບ​ນ້ຳໜີ້ແມ່ນ​ລົ້ນ​ຊິ​ຂ້າມ​ ກະ​ຂ້າມ
​ເສັ້ນ​ທາງ​ແລ້ວບ່ອນມສະໜາມແດງນີ້ຖື​ວ່າ ລ່ວງກັນ​ແລ້ວ ຖ້ວມ​ແລ້ວ ປັດ​ຈຸ​ບັນ​ນີ້
ຖ້ວມໂອ​ລະ​ຫົນ​ແລ້ວ ຊຶ່ງວ່າການຍົກຍ້າຍເຄື່ອງຂອງຂອງ​ພໍ່​ແມ່​ປະ​ຊາ​ຊົນ ແມ່ນມີ
ຄວາມຫຍຸ້ງ​ຍາກ​ແລ້ວປັດຈຸບັນນີ້ ເນາະ. ຖື​ວ່າ​ລົດ​ລາວ​ໜີ້ ເຕັມ​ເສັ້ນ​ທາງ​ເລີຍປັດ

ຈຸບັນນີ້ແມ່ນລາຍ​ງານ​ສະ​ພາບ​ເຫດ​ການສົດໆ ເນາະ."


ສະ​ຫລຸບ​ແລ້ວ ປະ​ຊາ​ຊົນຫລາຍ​ກວ່າ 200 ໝູ່​ບ້ານໃນທັງ 4 ແຂວງ​ພາກ​ໃຕ້​ຂອງ​ລາວກຳ​ລັງ​ໄດ້
​ຮັບ​ຜົນ​ກະ​ທົບ​ຢ່າງ​ຫລວງ​ຫລາຍ​ຈາກ​ເຫດ​ນ້ຳ​ຖ້ວ​ມຍ້ອນ​ຝົນ​ຕົກ​ໜັກ​ ແລະມາ​ຮອດວັນທີ 6 ກັນ
ຍາຜ່ານ​ມາ ນໍ້າເລີ້ມຫຼຸດລົງຢ່າງຊ້າໆ ແຕ່​ປະ​ຊາ​ຊົນ​ທີ່​ຍົກ​ຍ້າຍ​ໜີ​ອອກ​ຈາກ​ບ້ານ ກໍ​ຍັງບໍ່​ທັນ​ສາ​
ມາດກັບ​ຄືນ​ໄປ​ຫາ​ບ້ານ​ເຮືອນ​ຂອງ​ຕົນ​ໄດ້​ເທື່ອ.

XS
SM
MD
LG