ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

30 ລ້ານຄົນ ຢູ່ໃນເຂດໃຕ້ ທະເລຊາຍ ຊາຮາຣາ ອາຟຣິກາ ຈະປະເຊີນໜ້າ ກັບໄພອຶດຫິວ


WFP: 30 Million in Parts of Southern Africa Face Hunger
please wait

No media source currently available

0:00 0:02:19 0:00

ເຊີນຊົມ ວີດີໂອ ລາຍງານນີ້

ອົງການອາຫານໂລກ ກະປະມານວ່າ 30 ລ້ານຄົນ ຢູ່ໃນເຂດໃຕ້
ທະເລຊາຍ ຊາຮາຣາ ຂອງອາຟຣິກາ ແມ່ນບໍ່ມີຄວາມໝັ້ນຄົງທາງ
ດ້ານອາຫານການກິນ ຊຶ່ງໝາຍຄວາມວ່າ ພວກເຂົາເຈົ້າ ບໍ່ຮູ້ວ່າ
ເມື່ອໃດ ອາຫານຄາບ ຕໍ່ໄປຈະມາຈາກເຖິງ. ສະຖານະການອັນນັ້ນ
ຍັງຈະມີຢູ່ຕໍ່ໄປ ຢ່າງໜ້ອຍກໍແມ່ນຈົນເຖິງ ລະດູການເກັບກ່ຽວໃໝ່
ໃນເດືອນເມສາ. ຜູ້ສື່ຂ່າວວີໂອເອ Mariama Diallo ລາຍງານ
ກ່ຽວກັບອັນທີ່ອົງການຊ່ວຍເຫຼືອທັງຫຼາຍ ກຳລັງທຳງານ ໃນຂະນະ
ທີ່ບາງປະເທດໃນອາຟຣິກາໃຕ້ ປະເຊີນໜ້າກັບສະພາບແຫ້ງແລ້ງ
ທີ່ຮ້າຍແຮງທີ່ສຸດອັນນຶ່ງ ໃນຮອບຫຼາຍປີຜ່ານມາ. ໄຊຈະເລີນສຸກ
ຈະນຳເອົາເຮື່ອງນີ້ມາສະເໜີທ່ານ.

ເມື່ອບໍ່ນານມານີ້ ຫຼາຍໆແຂວງ ໃນພາກໃຕ້ຂອງອາຟຣິກາ ໄດ້ປະກາດເປັນເຂດໄພ
ພິບັດ ຍ້ອນສະພາບຄວາມແຫ້ງແລ້ງ ເຮັດໃຫ້ຊາວກະສິກອນ ປະສົບກັບບັນຫາທາງ
ດ້ານການເງິນຢ່າງໜັກ ແລະ ເປັນເຫດທີ່ເປັນໄປໄດ້ວ່າ ຈະເຮັດໃຫ້ເກີດການຂາດແຄນ
ອາຫານທົ່ວປະເທດ.

ປະຊາຊົນພາກັນ ລຽນແຖວຍາວຢຽດ ຢູ່ສະຖານທີ່ແຈກຢາຍອາຫານ ໃນປະເທດມາລາວີ. (picture from World Food Program)
ປະຊາຊົນພາກັນ ລຽນແຖວຍາວຢຽດ ຢູ່ສະຖານທີ່ແຈກຢາຍອາຫານ ໃນປະເທດມາລາວີ. (picture from World Food Program)

ທ່ານ David Orr ຜູ້ຕາງໜ້າອົງການໂຄງການອາຫານໂລກ ຫຼື WFP ໃນນະຄອນ
Johannesburg ຂອງອາຟຣິກາໃຕ້ ບອກກັບວີໂອເອຜ່ານທາງ Skype ວ່າ “ພວກເຮົາ
ຄວນຈະມີຝົນຕົກລົງມາຢ່າງຫຼວງຫຼາຍ ແຕ່ມັນບໍ່ໄດ້ເກີດຂຶ້ນເລີຍ. ມັນຮ້ອນຫຼາຍ ບ່ອນ
ທີ່ຂ້າພະເຈົ້າຢູ່. ຊາວກະສິກອນ ບໍ່ສາມາດປູກພືດຂອງພວກເຂົາເຈົ້າໄດ້ ເພາະວ່າຝົນ
ບໍ່ຕົກ ແລະ ພວກສັດລ້ຽງຂອງພວກເຂົາເຈົ້າກຳລັງລົ້ມຕາຍ.”

ໂດຍກ່າວຖະແຫລງຜ່ານທ່າງ Skype ຈາກນະຄອນ Johannesburg ທ່ານ David Orr
ເວົ້າວ່າ ປະເທດ ມາລາວີ ຊິມບັບເວ ແລະ ມາດາກາສກາ ເປັນປະເທດທີ່ຖືກກະທົບຮ້າຍ
ແຮງທີ່ສຸດ.

ທ່ານກ່າວວ່າ ພາລະກິດທຳອິດຂອງ WFP ກໍແມ່ນເປັນການຊ່ວຍເຫຼືອ ພວກຄົນທີ່ອ່ອນ
ແອທີ່ສຸດ.

ທ່ານ Orr ເວົ້າຕໍ່ໄປວ່າ “ພວກໂຄງການຊ່ວຍເຫຼືອເຫຼົ່ານີ້ ແມ່ນມີມູນຄ່າ ຫຼາຍລ້ານໂດລາ.
ຍົກຕົວຢ່າງ ຢູ່ໃນປະເທດຊິມບັບເວ ນັ້ນ ພວກເຮົາຕ້ອງການລະດົມທຶນ 55 ລ້ານໂດລາ
....ພວກເຮົາໄດ້ທຶນປະມານ 50 ເປີເຊັນແລ້ວ ຂ້າພະເຈົ້າຄິດວ່າ ສຳລັບຊິມບັບເວ ມັນ
ມີຄວາມຫຍຸ້ງຍາກທີ່ສຸດ. ອັນນີ້ເປັນສິ່ງທີ່ທ້າທາຍອັນໃຫຍ່ ບໍ່ພຽງແຕ່ສຳລັບ WFP ແຕ່
ສຳລັບ ອົງການຊ່ວຍເຫຼືອຕ່າງໆ ໂດຍມີສະພາບການສຸກເສີນ ທາງດ້ານມະນຸດສະທຳ
ທີ່ເກີດຂຶ້ນຢ່າງຫຼວງຫຼາຍ ໃນທົ່ວໂລກ ເຊັ່ນ: ຊີເຣຍ ອີຣັກ ຊູດານໃຕ້ ແລະ ເຢເມັນ.”

ພົນລະເມືອງຈຳນວນນຶ່ງ ສວຍໂອກາດ ຮັບເອົາເມັດໝາກສາລີ ຈາກໂຄງການແຈກຢາຍສາລີ ຂອງອົງການໂຄງການອາຫານໂລກ ຫຼື WFP ໃນປະເທດຊິມບັບເວ. (picture from World Food Program)
ພົນລະເມືອງຈຳນວນນຶ່ງ ສວຍໂອກາດ ຮັບເອົາເມັດໝາກສາລີ ຈາກໂຄງການແຈກຢາຍສາລີ ຂອງອົງການໂຄງການອາຫານໂລກ ຫຼື WFP ໃນປະເທດຊິມບັບເວ. (picture from World Food Program)

ໃນຂະນະທີ່ ອາຟຣິກາໃຕ້ ໄດ້ທົນທຸກທໍລະມານ ກັບໄພແຫ້ງແລ້ງ ສ່ວນມາລາວີ ແມ່ນໄດ້
ຮັບຜົນກະທົບກັບໄພນ້ຳຖ້ວມ ຈາກຝົນທີ່ຕົກລົງມາຫຼ້າຊ້າ ແລະ ບໍ່ແນ່ນອນ.

ທ່ານ Mathew Pickard ຈາກອົງການຊ່ວຍເຫຼືອເດັກນ້ອຍສາກົນ ປະຈຳປະເທດມາລາວີ
ເວົ້າວ່າ “ພວກເຮົາໄດ້ປະສົບກັບໄພນ້ຳຖ້ວມ ປະສົມປະສານກັນ ຊຶ່ງໄດ້ກວດລ້າງ ພວກ
ພືດພັນທີ່ເປັນຕົ້ນຢືນ ໂດຍສະເພາະ ແມ່ນຕົ້ນສາລີ.....ແລະ ຕໍ່ຈາກນັ້ນ ກໍເປັນລະດູ
ການປູກຝັງທີ່ສັ້ນ ແລ້ວພົບກັບສະພາບແຫ້ງແລ້ງ ແລະ ຢູ່ແຫ່ງນີ້ ໄດ້ສົ່ງຜົນກະທົບຕໍ່
ພວກພືດພັນຈຳພວກຖົ່ວເຊັ່ນ: ຖົ່ວຕ່າງໆ ແລະ ບາງສ່ວນຂອງໝາກຖົ່ວສັ້ນ ທີ່ໄດ້ປູກ
ຝັງໄວ້.”

ທ່ານ Mathew Pickard ຈາກອົງການຊ່ວຍເຫຼືອເດັກນ້ອຍ ກ່າວຜ່ານທາງ Skype ວ່າ
ລັດຖະບານມາລາວີ ໄດ້ເລີ້ມຕົ້ນ ການຮ້ອງຂໍການຊ່ວຍເຫຼືອສຸກເສີນ ມູນຄ່າ 140 ລ້ານໂດລາ.

ທ່ານ Pickard ເວົ້າວ່າ “ພວກເຮົາກຳລັງທຳງານກັບປະຊາຊົນຈຳນວນ 450,000 ຄົນ.
ການຕອບສະໜອງຂອງພວກເຮົາ ແມ່ນ 14 ລ້ານໂດລາ ແລະ ສ່ວນຫຼາຍແມ່ນເບິ່ງ
ຄືວ່າ ຈະນຳໃຊ້ ເພື່ອໂອນເງິນສົດໄປໃຫ້ພວກຄອບຄົວທີ່ອ່ອນແອ ເພື່ອເຮັດໃຫ້ພວກ
ເຂົາເຈົ້າສາມາດຊື້ອາຫານກິນໄດ້.”

ທ່ານ Pickard ກ່າວວ່າ ການໂອນເງິນສົດເຄື່ອນທີ່ ໄດ້ສົ່ງໄປຮອດໄປເຖິງ 82,000 ຄອບຄົວແລ້ວ ນັບຕັ້ງແຕ່ເດືອນຕຸລາເປັນຕົນມາ.

XS
SM
MD
LG