ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນະໂຍບາຍສູນກໍລະນີ ໂຄວິດ-19 ຂອງຈີນ ມີຜົນກະທົບໄລຍາວ ຕໍ່ຕ່ອງໂສ້ ການສະໜອງສິນຄ້າຢູ່ໃນທົ່ວໂລກ


ລາຍງານກ່ຽວກັບ ຜົນກະທົບຈາກນະໂຍບາຍຫຼຸດໂຄວິດລົງມາເປັນສູນຂອງລັດຖະບານຈີນ ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກໍາໝາກໄມ້ໃນເອເຊຍຕາເວັນອອກສຽງໃຕ້.

ການລະບາດໃຫຍ່ ແລະນະໂຍບາຍ​ສູນ​ກໍ​ລະ​ນີ ໂຄວິດ-19 ຂອງລັດຖະບານຈີນ ເຮັດໃຫ້ໄດ້ຮັບຜົນກະທົບເປັນໄລຍະຢ່າງຕໍ່ເນື່ອງຕໍ່ຕ່ອງໂສ້ການສະໜອງສິນຄ້າຢູ່ໃນທົ່ວໂລກ. ອຸດສາຫະກໍາໝາກໄມ້ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ມີຄວາມຮູ້ສຶກວ່າໄດ້ຮັບຜົນກະທົບນີ້ເຊັ່ນກັນ. ວີດີໂອກ່ຽວກັບນັກຂ່າວຂອງ VOA ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ໄດ້ໂອ້ລົມກັບປະຊາ ຊົນທີ່ກ່ຽວຂ້ອງກັບເຫດການດັ່ງກ່າວນີ້ ນັບແຕ່ຊາວກະສິກອນ ໄປຈົນເຖິງຂົນຂັບລົດບັນທຸກ ໃນຕະຫຼອດໄລຍະເວລາຫຼາຍເດືອນ. ນີ້ແມ່ນເລື້ອງຂອງພວກເຂົາເຈົ້າ, ຈາກ VOA ພາກພາສາຫວຽດນາມ, ພາສາກໍາປູເຈຍ ແລະພາສາໄທ ລວມກັນ. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

​ໃນເດືອນ ມີນາ ປີ 2022, ຢູ່ທີ່ແຂວງລາງເຊິນ, ປະເທດຫວຽດນາມ. ຄົນຂັບລົດຫຼາຍໆຄົນ ໄດ້ພາກັນຈອດລົດຄ້າງ ຢູ່ດ່ານຈອດລົດຊົ່ວຄາວ ທີ່ຊາຍແດນຫວຽດນາມ-ຈີນ, ມັນບໍ່ມີທາງເລືອກອື່ນເລີຍ ນອກຈາກຕ້ອງໄດ້ລໍຖ້າເທົ່ານັ້ນ.

ທ້າວຫງຽນ ກົງ ຫວີ (Nguyen Cong Vy), ຄົນຂັບລົດຂົນສົ່ງໝາກມີ້ກ່າວວ່າ:

“ທາງຝັ່ງປະເທດຈີນໄດ້ປະກາດວ່າ ຄົນຂັບລົດບັນທຸກບາງຄົນ ຢູ່ທາງຝັ່ງຂອງພວກເຂົາເຈົ້າພາກັນຕິດເຊື້ອພະຍາດໂຄວິດ-19. ດັ່ງນັ້ນ ເຂົາເຈົ້າກໍເລີຍໄດ້ປິດຊາຍແດນເພື່ອຂ້າເຊື້ອພະຍາດດັ່ງກ່າວ, ດ້ວຍເຫດນີ້ ພວກເຮົາຈຶ່ງຕ້ອງໄດ້ລໍຖ້າມາເປັນເວລາດົນ ອັນໄດ້ເຮັດໃຫ້ໝາກມີ້ເລີ້ມເໜົ່າເປື່ອຍ.”

“ຜ່ານໄປໃນແຕ່ລະມື້, ໄດ້ກິນພຽງແຕ່ເຂົ້າກ່ອງ, ມັນໜ້າເບື່ອ ແລະທໍ້ແທ້ໃຈຫຼາຍ.”

“ກ່ອນການລະບາດຂອງພະຍາດໂຄວິດ-19, ມັນໃຊ້ເວລາພຽງແຕ່ 8-9 ມື້ເທົ່ານັ້ນໃນການຂັບລົດໄປ-ກັບ. ນັບຕັ້ງແຕ່ຊ່ວງການລະບາດມານີ້, ມັນໃຊ້ໄລຍະເວລາຫຼາຍກວ່ານຶ່ງເດືອນ ໃນການຂົນສົ່ງທີ່ບໍ່ສາມາດສໍາເລັດແມ່ນແຕ່ຖ້ຽວດຽວ, ຜູ້ທີ່ຂາຍໝາກໄມ້ ກໍໄດ້ພາກັນປິດໂທລະສັບຂອງພວກເຂົາເຈົ້າ. ສິ່ງທີ່ພວກເຮົາສາມາດເຮັດໄດ້ກໍຄື ທໍາອິດ ກໍຄົງຈະພະຍາຍາມເລືອກເອົາໝາກມີ້ ທີ່ເໜົ່ານັ້ນໂຍນຖິ້ມ. ຂ້ອຍບໍ່ມີເງິນເລີຍ, ຂ້ອຍໝົດໂຕແລ້ວ, ຂ້ອຍຢູ່ທີ່ນີ້ດົນເກີນໄປແລ້ວ, ຂ້ອຍໄດ້ໃຊ້ເງິນທັງໝົດທີ່ມີໄປກັບນໍ້າມັນລົດ ເພື່ອໃຫ້ຕູ້ເຢັນຂອງລົດບັນທຸກຍັງຄົງເຮັດວຽກ.”

ນະໂຍບາຍໃນການຫຼຸດໂຄວິດ-19 ລົງມາເປັນສູນຂອງລັດຖະບານຈີນໄດ້ເຮັດໃຫ້ມີການປິດຊາຍແດນຊົ່ວຄາວ ເມື່ອມີການຕິດເຊື້ອເກີດຂຶ້ນແລະມີການຫ້າມ ນໍາເຂົ້າໝາກໄມ້ບາງຢ່າງຊົ່ວຄາວ ລຸນຫຼັງກວດພົບພະຍາດໂຄວິດ-19.

ທ້າວຫງຽນ ຮວງ (Nguyen Huong), ຄົນຂັບລົດບັນທຸກຂົນສົ່ງໝາກມີ້ກ່າວວ່າ:

“ຂ້ອຍມີແຕ່ຕ້ອງການນໍາເອົາໝາກມີ້ໄປສົ່ງໃຫ້ໄວເທົ່າທີ່ຈະໄວໄດ້, ສະນັ້ນ ຂ້ອຍຈຶ່ງສາມາດກັບຄືນເມືອເຮືອນພ້ອມກັບເງິນເພື່ອຊື້ນົມໃຫ້ລູກ, ຖ້າຫາກລໍຖ້າດົນປານນີ້ ພວກເຮົາກໍຄົງຊິກັບເມືອເຮືອນໂດຍບໍ່ມີເງິນຕິດມືເລີຍ.”

ທ້າວຫງຽນ ທັນ ນາມ (Nguyen Tan Nam), ຄົນຂັບລົດບັນທຸກຂົນສົ່ງ
ໝາກໝ່ວງກ່າວວ່າ:

“ເວລາຜ່ານມາໄດ້ນຶ່ງເດືອນ ກັບອີກ 10 ມື້ແລ້ວ, ແຕ່ຂ້ອຍຍັງບໍ່ໄດ້ສົ່ງເຄື່ອງເລີຍແມ່ນແຕ່ຖ້ຽວດຽວ.”

ທ້າວຫງຽນ ທັນ ນາມ ກ່າວວ່າ ທີມຂັບລົດບັນທຸກຊາວຫວຽດນາມທີ່ໄດ້ຮັບມອບໜ້າທີ່ ເຊິ່ງໄດ້ທໍາການກວດໂຄວິດ-19 ເປັນປະຈໍານັ້ນ ຈະພາກັນຂົນສົ່ງຕູ້ຄອນເທັນເນີ້ຂ້າມຊາຍແດນໄປຍັງສະຖານທີ່ຈອດລົດທາງຝັ່ງປະເທດຈີນ. ຢູ່ທີ່ນັ້ນ, ຜູ້ຊື້ຊາວຈີນ ຈະພາກັນມາກວດກາເບິ່ງສິນຄ້າ ກ່ອນທີ່ຈະຈ່າຍເງິນໃຫ້ກັບຜູ້ຂາຍ. ທ້າວຫງຽນ ກໍາລັງລໍຖ້າການຢືນຢັນໃນການຈັດສົ່ງໝາກໝ່ວງຂອງລາວ.

ທ້າວຫງຽນ ທັນ ນາມ ກ່າວວ່າ:

“ຂ້ອຍບໍ່ເຄີຍພົບພໍ້ກັບສະຖານະການຕ່າງໆແບບນີ້ມາກ່ອນເລີຍ, ບໍ່ເຄີຍຈັກເທື່ອ. ໂດຍທົ່ວໄປ, ພວກເຮົາສາມາດຫາເງິນໄດ້ເພື່ອຈຸນເຈືອຄອບຄົວ, ແຕ່ຖ້າສະຖາ ນະການແບບນີ້ ຫາກຍັງດໍາເນີນຢູ່ຕໍ່ໄປ ຄອບຄົວຂອງພວກເຮົາ ກໍຈະພົບກັບຄວາມຫຍຸ້ງຍາກ ແລະອຶດຢາກ.”

ຊາວກະສິກອນຜູ້ປູກໝາກໄມ້ທີ່ບັນທຸກຢູ່ໃນລົດຂົນສົ່ງເຫຼົ່ານີ້ ກໍຍັງຮູ້ສຶກໄດ້ເຖິງຍຸດທະສາດການຕ້ານໂຄວິດ-19 ຂອງລັດຖະບານຈີນ.

ໃນເດືອນກຸມພາ ຂອງປີ 2022, ຢູ່ທີ່ຈັງຫວັດຊຽງໃໝ່, ປະເທດໄທ.

ໃນຂະນະທີ່ສິນຄ້າທາງການກະເສດເຊັ່ນ ກາເຟ, ແລະເຂົ້າ ສາມາດຫາຕະ ຫຼາດໃໝ່ໆໄດ້ຫຼາຍ, ແຕ່ສິນຄ້າທີ່ຂຶ້ນຢູ່ກັບຕະຫຼາດຂອງຈີນນັ້ນ ແມ່ນຂຶ້ນຢູ່ກັບຄວາມເມດຕາທາງດ້ານວິກິດການໂຄວິດ-19 ຂອງຈີນ.

ລຸງ ນັນສອນ ເມືອງແກ້ວ, ເຈົ້າຂອງສວນໝາກລໍາໄຍຢູ່ໃນປະເທດໄທ ກ່າວວ່າ:

“ຂ້ອຍຊື່ວ່າ ນັນສອນ ເມືອງແກ້ວ, ຂ້ອຍມີອາຍຸ 73 ປີ ແລະກໍອາໄສຢູ່ບ້ານສິມພລີມົງຄົນ, ອັນເປັນເຂດຍ່ອຍຂອງບ້ານແມ່, ເມືອງສັນປາຕອງ, ຈັງຫວັດຊຽງໃໝ່, ຂ້ອຍເຮັດອາຊີບເປັນຊາວກະສິກອນປູກສວນລໍາໄຍມາໄດ້ 30 ປີແລ້ວ.”

ເມື່ອປີແລ້ວນີ້, ຈີນ ໄດ້ສັ່ງຫ້າມບໍ່ໃຫ້ນໍາເຂົ້າໝາກໄມ້ຈາກປະເທດໄທຊົ່ວຄາວ ເນື່ອງຈາກສັດຕູພືດ ເຊິ່ງພົບວ່າມີເພ້ຍອ່ອນ. ຄວາມຫຼ້າຊ້າໃນການຈັດສົ່ງໂດຍລົດບັນທຸກ ໄດ້ເຮັດໃຫ້ຕ່ອງໂສ້ ໃນການສະໜອງສິນຄ້າ ຕາມເຂດຊາຍແດນ ຄ່ອຍໆຫຼຸດລົງ. ລຸງນັນສອນ ເມືອງແກ້ວ ກ່າວວ່າ ໝາກລໍາໄຍຂອງເພິ່ນ ຕ້ອງຂາຍຫຼຸດລາຄາທີ່ເພິ່ນເຄີຍຂາຍໃນຊ່ວງກ່ອນການລະບາດເຖິງ 30 ເປີເຊັນ. ດັ່ງທີ່ເພິ່ນໄດ້ກ່າວວ່າ:

“ການຕະຫຼາດຕົກຕໍ່າລົງ ແລະກໍ່ບໍ່ມີຜູ້ຄ້າຫຼາຍເໝືອນດັ່ງແຕ່ກ່ອນອີກແລ້ວ. ລາ ຄາກໍຍັງໄດ້ຕົກຕໍ່າລົງເຊັ່ນດຽວກັນ, ແຕ່ ພວກເຮົາຈະຍັງຄົງປູກມັນຢູ່ແບບນີ້ລະ ເຖິງແມ່ນວ່າລາຍໄດ້ຂອງຂ້ອຍຈະໄດ້ຮັບຜົນກະທົບກໍຕາມ.”

“ພວກເຮົາບໍ່ມີຕະຫຼາດທີ່ຈະຂາຍໝາກລໍາໄຍ ເຊິ່ງມັນໄດ້ເຮັດໃຫ້ລາຍໄດ້ຂອງພວກເຮົາຫຼຸດລົງ. ມັນມີຜົນກະທົບຕໍ່ຊີວິດຂອງພວກເຮົາ ເນື່ອງຈາກຂ້ອຍບໍ່ມີເງິນພຽງພໍທີ່ຈະຈ່າຍໜີ້ຕ່າງໆ, ແຕ່ຂ້ອຍ ກໍຕ້ອງເດີນໜ້າຕໍ່ໄປ ເພາະວ່າຂ້ອຍໄດ້ລົງມືເຮັດສວນປູກໝາກໄມ້ຂອງຂ້ອຍໄປແລ້ວ.”

ຢູ່ເມືອງໄພລິນ, ປະເທດກໍາປູເຈຍ.

ໃນປະເທດເພື່ອນບ້ານກໍາປູເຈຍ, ນາງພຣິປ ແນັກ (Preap Nak) ກໍຍັງອາໄສການຂາຍໝາກໄມ້ຂອງລາວໂດຍຜ່ານພໍ່ຄ້າຄົນກາງ. ໃນເມື່ອກ່ອນ, ບໍລິສັດຂອງໄທຊື້ໝາກໄມ້ນໍາລາວ ແລ້ວສົ່ງໄປປະເທດຈີນ. ລາວກ່າວວ່າ ບໍ່ມີໃຜມາຊື້ໝາກໄມ້ນໍາລາວເພື່ອສົ່ງອອກເລີຍໃນຊ່ວງການລະບາດໃຫຍ່ຂອງພະຍາດໂຄວິດ-19.

ນາງພຣິປ ແນັກ, ຊາວກະສິກອນສວນໝາກລໍາໄຍຢູ່ໃນກໍາປູເຈຍກ່າວວ່າ:

“ພວກເຮົາໄດ້ຂາຍໃນກໍາປູເຈຍພຽງເລັກນ້ອຍເທົ່ານັ້ນ, ແຕ່ບໍ່ຄືກັນກັບຂາຍຢູ່ນອກປະເທດເໝືອນດັ່ງໃນເມື່ອກ່ອນ, ມັນຍາກຫຼາຍ. ບາງຄັ້ງ ໝາກລໍາໄຍກໍເໜົ່າເປື່ອຍໃນລະຫວ່າງທີ່ຕ້ອງປິດເມືອງຍ້ອນໂຄວິດ, ສະນັ້ນ ເຖິງແມ່ນຈະຂາຍຢູ່ພາຍໃນປະເທດກໍຍັງຄົງເປັນສິ່ງທີ່ທ້າທາຍຢູ່. ທັງຜູ້ຊື້ ແລະຜູ້ຂາຍ ຕ່າງກໍ່ປະສົບກັບຄວາມຫຍຸ້ງຍາກສັບສົນ.”

ເຖິງແມ່ນວ່າໝາກໄມ້ຈະຂາຍໃນລາຄາທີ່ຖືກລົງ, ແຕ່ປຸຍເຄມີ ແລະນໍ້າມັນລົດ ແມ່ນຍັງຄົງມີລາຄາທີ່ສູງ.

ນາງພຣິປແນັກ ກ່າວວ່າ:

“ໃນບາງຄັ້ງພວກເຂົາເຈົ້າກໍຊື້ ແລະບາງຄັ້ງພວກເຂົາເຈົ້າກໍບໍ່ໄດ້ຊື້, ມັນເຮັດໃຫ້ພວກເຮົາໝົດຫວັງ.”

ຊາວກະສິກອນທັງຫຼາຍຄາດຫວັງວ່າ ຈະສາມາດໄດ້ຂາຍໝາກໄມ້ໄປຈີນໂດຍກົງໃນໄວໆນີ້ ຖ້າສິນຄ້າຂອງພວກເຂົາເຈົ້າຫາກຜ່ານມາດຕະການທີ່ເປັນພື້ນ ຖານໃນການສົ່ງອອກ.

ທ້າວຫງຽນ ທັນ ນາມ ກ່າວວ່າ:

“ພວກເຮົາພະຍາຍາມບັນເທົາຈິດໃຈຂອງພວກເຮົາເອງດ້ວຍການດື່ມນໍາກັນ, ຄອບຄົວ ແລະລູກໆຂອງພວກເຮົາຈະຕ້ອງເບິ່ງແຍງພວກເຂົາເອງຢູ່ເຮືອນ, ພວກເຮົາບໍ່ຄອງຄອຍໃນຈໍານວນເງິນທີ່ຈະໄດ້ຮັບອີກຕໍ່ໄປແລ້ວ.”

ຈີນ ຍັງຄົງຕໍ່ສູ້ກັບການລະບາດຂອງພະຍາດຢ່າງຕໍ່ເນື່ອງ ດ້ວຍນະໂຍບາຍກ່ຽວກັບການຫຼຸດໂຄວິດ ຢູ່ຕາມຂົງເຂດຊາຍແດນຕ່າງໆລົງມາເປັນສູນ. ນັກເສດຖະ ສາດຄາດວ່າ ລະບົບການສະໜອງສິນຄ້າຢູ່ໃນທົ່ວໂລກ ຍັງຄົງຈະຖືກລົບກວນແບບນີ້ຢູ່ຢ່າງຕໍ່ເນື່ອງ.

The pandemic and China’s zero-COVID-19 policy has caused ripple effects throughout the global supply chain. The fruit industry in Southeast Asia has been feeling the impact. VOA’s video journalists in Southeast Asia talked to the people involved, from farmers to truck drivers, over the course of several months. This is their story. VOA’s Vietnamese, Cambodian and Thai Services contributed to this story.

Lang Son, Vietnam, March 2022

A makeshift village of truck drivers has been set up at the Vietnam China border. There is not much to do but wait.

Nguyen Cong Vy, Truck Driver Delivering Jackfruit

“The Chinese side announced that some of the truck drivers on their side got infected with COVID-19. So they closed the border for disinfection. That’s why we had to wait for so long that the jackfruit became rotten.”

“Just eat boxed rice (fast food) as the days go by. Bored, very bored. Frustrated.”

"Before COVID-19, it takes about eight to nine days for a round trip. Since the pandemic, it is taking more than a month to not even finish making one trip. The seller of the fruit switched off his/her phone. What we have to do next is to try to throw the jackfruit away first. I’m out of cash, I’m broke. I’ve been here too long. I’ve spent all the money on oil, running the refrigeration of the truck.”

China’s zero-COVID policy temporarily closes borders when an infection occurs and temporarily bans certain imported fruits when COVID-19 is detected.

Nguyen Huong, Truck Driver Delivering Jackfruit

“I just want to get the fruit to go through as early as possible so we can go home. If we can finish early, we can go home early with money to buy milk for children, and waiting for this long, we come home with no money.”

Nguyen Tan Nam, Truck Driver Delivering Mangos

“It has been a month and 10 days, but I have not finished one trip.”

Nguyen Tan Nam says a designated team of Vietnamese drivers who regularly test for COVID-19 transport the containers across the border to a parking lot in China. There, Chinese buyers check the goods before paying sellers. Nguyen is waiting for confirmation on his mango delivery.

Nguyen Tan Nam, Truck Driver Delivering Mangos

“I have never experienced any situation like this before, never. In general, we can make some money to support the family, but if this situation g oes on, the family will suffer and starve.”

The farmers who grow the fruit in these trucks are also feeling the impact of China’s COVID-19 strategy.

Chang Mai, Thailand, February 2022.

While agricultural products such as coffee and rice can find new markets, produce that depends on the Chinese market are at the mercy of China’s COVID-19 crisis.

Nanson Muengkaew, Longan Grower in Thailand

“My name is Nanson Muengkaew. I’m 73 years old and I live I n Ban Chimplee Mongkol in Ban Mae Sub District, San Pa Tong District, Chiang Mai Province. I’ve been a longan farmer for 30 years now.”

Last year, China temporarily banned Thai longans because the pest, mealybugs, were found. Trucking delays at the border slowed down the supply chain. Muengkaew says his longans sell for about 30% less than what he would normally get before the pandemic.

Nanson Muengkaew, Longan Grower in Thailand

“The market went down and there weren’t as many vendors as before anymore. The prices also went down, but we still had to grow them, which affected my income.”

“We didn’t have a place to sell them (longans) and it reduced our income. It affected my life because I didn’t have enough money to pay the bills, but I have to keep going because I’d already grown my farm.”

Pailin, Cambodia.

In neighboring Cambodia, Preap Nak also depends on a middleman to sell her fruit. In the past, a Thai company would buy her fruit and send it to China. She says no one has been buying her fruit for export during the pandemic.

Preap Nak, Longan Farmer in Cambodia

“We are able to sell just a little in Cambodia, (but) not much outside Cambodia like before. It's very difficult. Sometimes the longan fruit ripens amid the COVID lockdown, so even selling domestically is a challenge. Both buyers and sellers are struggling.”

Even if the fruit sells, the prices are lower. Fertilizer and oil costs are higher.

Preap Nak, Longan Farmer in Cambodia

“Sometimes they buy, sometimes they don't. We are hopeless.”

Longan farmers expect to be able to sell directly to China soon, if they meet export standards.

Nguyen Tan Nam, Truck Driver Delivering Mangos.

“We try to comfort ourselves by sometimes having drinks together. Our family and children will have to take care of themselves at home. We don’t count on the wages anymore.”

China continues to combat outbreaks within its borders with a zero-COVID policy. Economists expect disruptions in the global supply chain to continue.

XS
SM
MD
LG