ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ເຄື່ອນ​ໄຫວ ສິ່ງ​ແວດ​ລ້ອມ ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ເວົ້າ​ວ່າ ພາກ​ພື້ນ​ຕ້ອງ​ເຮັດ​ວຽກ ຫຼາຍ​ຂຶ້ນ


ຄືຫຼາຍໆ​ປະ​ເທດ​ໃນ ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ປະ​ເທດ ໄທ ກໍ​ມີ​ເກາະຫຼາຍ​ເກາະ, ລວມ​ທັງ ພູ​ເກດ. (H. Nguyen/VOA)
ຄືຫຼາຍໆ​ປະ​ເທດ​ໃນ ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ປະ​ເທດ ໄທ ກໍ​ມີ​ເກາະຫຼາຍ​ເກາະ, ລວມ​ທັງ ພູ​ເກດ. (H. Nguyen/VOA)

ບັນ​ດາ​ນັກ​ສິ່ງ​ແວດ​ແລ້ວ​ໃນ​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ລວມ​ທັງ​ຄູ່​ຮ່ວມ​ໄວ​ໜຸ່ມ ແລະ ນັກ​ເຄື່ອ​ນ​ໄຫວ​ຊາວ​ໜຸ່ມ ແລະ ບຸກ​ຄົນ​ແຫ່ງ​ປີ​ຂອງ​ວາ​ລະ​ສານ Time ນາງ ເກ​ຣ​ຕ້າ ທູນ​ເບີກ ໄດ້​ມີ​ຄວາມ​ເປັນ​ຫ່ວງວ່າ ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ພຽງ​ພໍ ທີ່​ຄວາມ​ສຸກ​ເສີນ​ຂອງ​ສະ​ພາ​ອາ​ກາດ​ຄວນ​ໄດ້​ຮັບ, ໂດຍ​ຕຳ​ໜິ​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່ຂອງ​ພາກ​ພື້ນ ແມ່ນ​ກຳ​ລັງ​ອອກ​ຈາກ​ການ​ເຈ​ລະ​ຈາ​ສະ​ພາ​ບອ​າ​ກາດ​ຂອງ​ເດືອນນີ້​ໃນ​ນະ​ຄອນຫຼວງ ມາດ​ຣິດ ປະ​ເທດ ສ​ເປນ, ເຊິ່ງ​ຮູ້​ຈັກ​ກັນ​ດັ່ງ​ກັບ COP25, ໂດຍບໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ແຜນ​ປະ​ຕິ​ບັດ​ການ​ສະ​ພາບ​ອາ​ກາດ​ສະ​ບັບ​ໃໝ່​ສຳ​ລັບ​ປີ 2020, ຄື​ກັບ​ປະ​ເທດ​ອື່ນໆ​ໄດ້​ເຮັດ​.

ການ​ເຈ​ລະ​ຈາກ​ຕ່າງໆ​ແມ່ນ​ຄວນ​ທີ່​ຈະ​ຫາ​ວິ​ທີ​ທາງ​ ເພື່ອ​ດຳ​ເນີນ​ແຜນ​ການ​ທັງ ຫຼາຍ ທີ່​ໄດ້​ຕົກ​ລົງກັນ​ໃນ​ນະ​ຄອນຫຼວງ ປາ​ຣີ ໃນ​ປີ 2015, ເພື່ອ​ຕັດ​ການ​ປ່ອຍ​ແກັ​ສ​ເຮືອ​ນ​ແກ້ວ​ທົ່ວ​ໂລກ​ລົງ. ແນວ​ໃດ​ກໍ​ຕາມ​ເຂົາ​ເຈົ້າ​ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫຼວ​ໃນ​ຂະ​ນະ​ທີ່​ບັນ​ດາ​ນັກ​ເຈ​ລະ​ຈາບໍ່​ສາ​ມາດ​ທີ່​ຈະ​ຕົກ​ລົງ​ວ່າ ປະ​ເທດ​ທີ່​ຮັ່ງ​ມີ​ຄວນ​ໃຊ້​ເງິນ​ເພື່ອ​ຊ່ວຍ​ປະ​ເທດ​ທີ່​ທຸກ​ຍາກ ເພື່ອ​ປະ​ກາດ​ໃຊ້​ແຜນ​ການ​ຕ່າງ​ໆ​ແນວ​ໃດ. ລັດ​ຖະ​ບານ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ຫຼາຍ​ປະ​ເທດ ຢາກ​ໄດ້​ທຶນ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ ແຕ່​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ຍັງ​ໄດ້​ກ່າວ​ວ່າ ລັດ​ຖະ​ບານ​ຕ່າງ​ໆຕ້ອງ​ໃຫ້​ຄຳ​ສັນ​ຍາ ກ່ຽວ​ກັບ ການ​ຫຼຸດ​ການ​ປ່ອຍ​ຄວັນ​ພິດ​ຫຼາຍຕື່ມ​ອີກ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຂອງ ຟີ​ລິ​ບ​ປິນ ທ່ານ​ນາງ ຊາ​ຣາ ເອ​ລາ​ໂກ ໄດ້​ກ່າວ​ວ່າ “ສະ​ຖາ​ນະ​ການ​ດັ່ງ​ກ່າວ​ຮຸນ​ແຮງຫຼາຍ. ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ແມ່ນ​ກຳ​ລັງ​ເຄື່ອ​ນ​ໄຫວ ແລະ ປະ​ທ້ວງ​ຍ້ອນ​ວ່າ​ເຂົາ​ເຈົ້າ​ຮູ້​ວ່າ ມັນ​ເຫຼືອ​ພຽງ 10 ປີ​ເທົ່າ​ນັ້ນ​ສຳ​ລັບ​ລັດ​ຖະ​ບານ​ທີ່​ຈະ​ລົງ​ມື​ປະ​ຕິ​ບັດ​ສຳ​ລັບ​ເຂົາ​ເຈົ້າ​ ເພື່ອ​ໃຫ້​ມີ​ອະ​ນາ​ຄົດ​ທີ່​ດີ. ເປັນ​ຫຍັງ​ເດັກ​ນ້ອຍ​ຈຶ່ງ​ເຮັດຫຼາຍກວ່າ​ຜູ້​ໃຫຍ່​ທີ່​ປົກ​ຄອງ​ປະ​ເທດ?”

ຄື​ກັບ​ປະ​ເທດ ຟີ​ລິບ​ປິນ, ເກືອບ​ທຸກ​ປະ​ເທດ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ມີ​ເກາະ ຫຼື ເສັ້ນ​ຊາຍ​ຝັ່ງ​ທີ່​ຍາວ, ເຮັດ​ໃຫ້​ມັນ​ມີ​ຄວາມ​ສ່ຽງ​ເປັນ​ພິ​ເສດ ຕໍ່​ຜົນ​ກະ​ທົບ​ຂອງ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ. ດ້ວຍ​ເຫດນີ້, ບັນ​ດາ​ນັກ​ເຄື່ອນ​ໄຫວ​ຂອງ​ພາກ​ພື້ນ ແມ່ນ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ພິ​ເສດ​ວ່າ ລັດ​ຖະ​ບານ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ສະ​ເໜີ​ແຜນ​ປະ​ຕິ​ບັດ​ການ​ທີ່​ເຂັ້ມ​ແຂງ​ພໍ​ຢູ່ກອງ​ປະ​ຊຸມ COP25, ເຊິ່ງ​ຮູ້​ຈັກ​ກັນ​ຢ່າງ​ເປັນ​ທາງ​ການ​ວ່າ ກອງ​ປະ​ຊຸມ​ໃຫຍ່ ກ່ຽວ​ກັບ ສະ​ພາບ​ອາ​ກາດ​ປ່ຽນ​ແປງ ສະ​ຫະ​ປະ​ຊາ​ຊາດ, ເຊິ່ງ​ຄວນ​ທີ່​ຈະ​ປິດ​ໃນ​ວັນ​ທີ 13 ທັນ​ວາ ແຕ່​ໄດ້​ດຳ​ເນີນ​ຕໍ່​ໃນ​ຂະ​ນະ​ທີ່ບໍ່​ມີ​ເວ​ລາ​ພໍ.

ບັນ​ດາ​ນັກ​ເຄື່ອນ​ໄຫວ​ໄດ້​ທຳ​ຄວາມ​ກົດ​ດັນ​ຕໍ່​ລັດ​ຖະ​ບານ​ໃນ​ພາກ​ພື້ນ​ ເພື່ອ​ສະ​ເໜີ​ແຜນ​ປະ​ຕິ​ບັດ​ການ ສະ​ພາບ​ອາ​ກາດ ແຕ່​ລັດ​ຖະ​ບານ​ທີ່​ວ່າ​ນັ້ນ​ເວົ້າ​ວ່າ ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ດີ​ທີ່​ສຸດແລ້ວ, ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາບໍ່​ໄດ້​ສ້າງ​ບັນ​ຫາ​ດັ່ງ​ກ່າວ.

ບາງ​ຄົນ​ເວົ້າ​ວ່າ ມັນ​ມີ​ຄວາມ​ສຳ​ຄັນ​ພຽງ​ນ້ອຍ​ດຽວ ​ໃນ​ການ​ສະ​ເໜີ​ແຜນ​ດຳ​ເນີນ​ການ ເມື່ອ​ມັນ​ບໍ່​ມີ​ໃຜ​ຈາກ ສະ​ຫະ​ລັດ ໄດ້​ເຮັດ, ເຊິ່ງ​ແມ່ນ​ແຫຼ່ງ​ທີ່​ມາ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວ ເຊິ່ງ​ຖືກ ຈີນ ​ແຊງ​ກາຍ​ ເມື່ອບໍ່​ດົນ​ມານີ້.

ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ຢູ່​ອ້ອມເຂດ ​ເອ​ເຊຍ​ປາ​ຊີ​ຟິກ ແລະ ບ່ອນ​ອື່ນໆ​ແມ່ນ​ກຳ​ລັງ​ໄດ້​ຮັບ​ຜົນ​ກະ​ທົບ​ທີ່​ຕາມ​ມາ ຍ້ອນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ທີ່​ສ້າງ​ມົນ​ລະ​ພິດ​ນັ້ນ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ບາ​ສ​ຊາ​ຟ ເຊັນ, ຜູ້​ອຳ​ນວຍ​ການ​ນະ​ໂຍ​ບາຍ​ສະ​ພາ​ອາ​ກາດ ຢູ່​ສະ​ຖາ​ບັນ​ເພື່ອ​ການ​ສຶກ​ສາ​ນະ​ໂຍ​ບາຍ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG