ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຕົກລົງຢຸດຍິງ ຊູດານໃຕ້ ຖືກລ່ວງລະເມີດ ພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກເລີ່ມປະກາດໃຊ້


ປະທານາທິບໍດີ ຊູດານໃຕ້ ທ່ານ ຊາລວາ ເຄຍ, ປະທານາທິບໍດີ ຊູດານ ທ່ານ ໂອມາ ອາລ-ບາເຊຍ ແລະ ຜູ້ນຳກຸ່ມກະບົດ ທ້າວ ຣຽກ ມາຈາ ລົມກັນຫຼັງຈາກພິທີເຊັນຂໍ້ຕົກລົງ ທີ່ເພັ່ງເລັງ
ໃສ່ການສິ້ນສຸດສົງຄາມ ເຊິ່ງປະຊາຊົນຫຼາຍສິບພັນຄົນໄດ້ຖືກ
ຂ້າຕາຍ. ນະຄອນຫຼວງ ຄາທຸມ, ປະເທດ ຊູດານ. 27 ມິຖຸນາ, 2018.
ປະທານາທິບໍດີ ຊູດານໃຕ້ ທ່ານ ຊາລວາ ເຄຍ, ປະທານາທິບໍດີ ຊູດານ ທ່ານ ໂອມາ ອາລ-ບາເຊຍ ແລະ ຜູ້ນຳກຸ່ມກະບົດ ທ້າວ ຣຽກ ມາຈາ ລົມກັນຫຼັງຈາກພິທີເຊັນຂໍ້ຕົກລົງ ທີ່ເພັ່ງເລັງ ໃສ່ການສິ້ນສຸດສົງຄາມ ເຊິ່ງປະຊາຊົນຫຼາຍສິບພັນຄົນໄດ້ຖືກ ຂ້າຕາຍ. ນະຄອນຫຼວງ ຄາທຸມ, ປະເທດ ຊູດານ. 27 ມິຖຸນາ, 2018.

ຂໍ້ຕົກລົງຢຸດຍິງ ທີ່ໄດ້ຮັບການລົງນາມໂດຍປະທານາທິບໍດີ ຊູດານໃຕ້ ທ່ານ ຊາລວາ
ເຄຍ ແລະ ພວກກະບົດ ໄດ້ຖືກລະເມີດ ໃນວັນເສົາວານນີ້ ພຽງບໍ່ເທົ່າໃດຊົ່ວໂມງ ຫຼັງ
ຈາກມັນໄດ້ເລີ່ມມີຜົນບັງຄັບໃຊ້, ເຊິ່ງທັງສອງຝ່າຍໄດ້ກ່າວຫາກັນ ກ່ຽວກັບ ການເລີ່ມ
ການໂຈມຕີ ໃນປະເທດທີ່ຕັ້ງຢູ່ພາກກາງຕາເວັນອອກ-ກາງ ຂອງທະວີບ ອາຟຣິກາ
ນັ້ນ.

ໂຄສົກຂອງພວກກະບົດ ທ້າວ ລາມ ພອລ ກາບຣີແອລ ໄດ້ກ່າວຫາກອງກຳລັງລັດຖະ
ບານ ກ່ຽວກັບ ການໂຈມຕີໃສ່ທີ່ໝັ້ນຕ່າງໆ ຢູ່ເຂດນອກຂອງເມືອງ ວາອູ ທີ່ຕັ້ງຢູ່ພາກ
ຕາເວັນຕົກສຽງເໜືອຂອງປະເທດ ຊູດານໃຕ້, ປະມານ 6 ຊົ່ວໂມງຫຼັງຈາກຂໍ້ຕົກລົງ
ຢຸດຍິງໄດ້ມີຜົນບັງຄັບໃຊ້.

ໂຄສົກລັດຖະບານ ທ່ານ ອາເຕນີ ເວັກ ອາເຕນີ ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ຝ່າຍ
ກົງກັນຂ້າມໄດ້ທຳການໂຈມຕີ, “ພວກເຂົາມີການນຳພາທີ່ອ່ອນແອ. ພວກເຂົາບໍ່ໄດ້
ຖືກຄວບຄຸມໂດຍຜູ້ໃດ.”

ປະທານາທິບໍດີ ເຄຍ ແລະ ຄູ່ປໍລະປັກ ທ້າວ ຣຽກ ມາຈາ, ເຊິ່ງລາວເຄີຍເປັນຮອງ
ຂອງທ່ານ ເຄຍ ນັ້ນ, ໄດ້ເຊັນຂໍ້ຕົກລົງຢຸດຍິງໃນວັນພຸດທີ່ຜ່ານມາ ຫຼັງຈາກການເຈລະ
ຈາຊ່ອງໜ້າກັນໃນນະຄອນຫຼວງ ຄາທຸມ ຂອງປະເທດ ຊູດານ ທີ່ຕັ້ງຢູ່ໃກ້ຄຽງ.

ຂໍ້ຕົກລົງດັ່ງກ່າວ ຍັງຮຽກຮ້ອງ ໃຫ້ທຳການເປີດທາງ ສຳລັບການຊ່ວຍ ເຫຼືອດ້ານມະ
ນຸດສະທຳ, ປ່ອຍຕົວພວກນັກໂທດ, ແລະ ຖອນກອງກຳລັງທະຫານ, ອີງຕາມອົງ
ການຂ່າວ ຊູນາ ຂອງປະເທດ ຊູດານ.

ອົງການຂ່າວ ຊູນາ ຍັງໄດ້ລາຍງານວ່າ ກອງກຳລັງທະຫານຂອງ ສະຫະພາບ
ອາຟຣິກາ ແລະ ກຸ່ມພາກພື້ນອາຟຣິກາຕາເວັນອອກ ຈະເປັນຜູ້ກວດກາຂໍ້ຕົກລົງຢຸດ
ຍິງນັ້ນ.

ປະຊາຊົນຫຼາຍສິບພັນຄົນໄດ້ຖືກຂ້າຕາຍ ນັບຕັ້ງແຕ່ສົງຄາມກາງເມືອງ ຊູດານໃຕ້ ໄດ້
ເລີ່ມຂຶ້ນໃນປີ 2013, ບໍ່ເຖິງສອງປີຫຼັງຈາກເຂົາເຈົ້າໄດ້ຮັບເອກະລາດຈາກປະເທດ
ຊູດານ. ຄວາມຂັດແຍ້ງກໍຍັງໄດ້ບັງຄັບໃຫ້ປະຊາຊົນສາມລ້ານຄົນ ຫຼົບໜີອອກຈາກ
ບ້ານຂອງເຂົາເຈົ້າຢູ່.

ສົງຄາມດັ່ງກ່າວໄດ້ສ້າງວິກິດການອົບພະຍົບທີ່ໃຫຍ່ທີ່ສຸດ ນັບຕັ້ງແຕ່ປີ 1994, ເມື່ອ
ການຂ້າລ້າງເຜົ່າພັນໃນປະເທດ ຣາວັນດາ ໄດ້ເຮັດໃຫ້ປະຊາຊົນຫຼາຍລ້ານຄົນເກືອບ
ປະສົບໄພອຶດຫິວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG