ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີ​ໃຕ້ ກ່າວວ່າ ແຫລມເກົາຫລີ ທີ່ປອດນີວເຄລຍ ຈະເປັນປະໂຫຍດ ແກ່ຈີນ (ວີດິໂອ)


ທ່ານນາງ Park Geun-hye ​​ ​ປະທານາທິບໍດີ​ເກົາຫລີ​​ໃຕ້ ແລະ ທ່ານ Xi Jinping ປະທານ​ປະ​ເທດ​ຈີນ
ທ່ານນາງ Park Geun-hye ​​ ​ປະທານາທິບໍດີ​ເກົາຫລີ​​ໃຕ້ ແລະ ທ່ານ Xi Jinping ປະທານ​ປະ​ເທດ​ຈີນ
ໃນວັນເສົາວານນີ້ ​ປະທານາທິບໍດີ​ເກົາຫລີໃຕ້ ທ່ານ​ນາງ Park
Geun-hye ໄດ້ກ່າວຕໍ່ພວກນັກສຶກສາໃນກຸງປັກ​ກິ່ງວ່າ ທ່ານ
ນາງເຊື່ອວ່າ ປະເທດຂອງທ່ານນາງ ສາມາດທີ່ຈະຫລໍ່ຫລອມ
ສາຍສໍາພັນ​ແບບໃໝ່ ກັບເກົາຫລີເໜືອໄດ້.

ທ່ານ​ນາງ Park ໄດ້ກ່າວຕໍ່ພວກນັກສຶກສາ ທີ່ມະຫາວິທະຍາໄລ
Tsinghua ວ່າ ການ ສ້າງແຫລມເກົາຫລີ ທີ່ປອດຈາກບັນຫານີວ
ເຄລຍຂອງກຸງພຽງຢາງ ຈະເປັນປະໂຫຍດແກ່ຈີນ ຊຶ່ງທ່ານນາງ
ກ່າວດັ່ງນີ້:

“ຖ້າຫາກວ່າພວກເຮົາສາມາດບັນລຸສະພາບການທີ່ມີສັນຕິພາບໃນແຫລມເກົາຫລີ ມັນບໍ່ພຽງແຕ່ຈະເປັນປະໂຫຍດ ແກ່ການພັດທະນາຢູ່ໃນພາກຕາເວັນອອກສຽງ
ເໜືອຂອງຈີນເທົ່ານັ້ນ ມັນຍັງຈະສົ່ງ​ເສີມຄວາມຈະ​ເລີ​ນຮຸ່ງ​ເຮືອງໃຫ້ແກ່ຈີນອີກດ້ວຍ. ນອກນັ້ນ​ແລ້ວ ຂົງເຂດຕາເວັນອອກສຽງເໜືອຂອງເອເຊຍ ທີ່ປາດສະຈາກຄວາມ
ສ່ຽງດ້ານພູມມີສາດການເມືອງ ທີ່ເກີດມາຈາກບັນຫາຂອງເກົາຫລີເໜືອນັ້ນ ​ແມ່ນ
ຈະເປັນເຄື່ອງຈັກຜັກດັນ ການເຕີບໂຕຂອງເສດຖະກິດໂລກ ໂດຍຜ່ານການປະສົມ
ປະສານລະຫວ່າງໜ່ວຍແຮງງານ ທີ່ມີຢູ່ຢ່າງອຸດົມສົມບູນ ແລະເງິນທຶນພ້ອມທັງ
ເທັກໂນໂລຈີທີ່ດີທີ່ສຸດຂອງ​ໂລກ ຢູ່ໃນຂົງເຂດດັ່ງກ່າວ. ມັນຍັງຈະເຮັດໃຫ້ຊີວິດ
ການເປັນຢູ່ຂອງທຸກຄົນໝັ້ນຄົງ ແລະ​ເຮັດໃຫ້ມີໂອກາດຫລາຍຂຶ້ນສໍາລັບ​ຄວາມ
ສໍາເລັດຜົນໃນຊີວິດຂອງ​ພວກເຮົາ.”


ທ່ານ​ນາງ Park ໄດ້ເລີ້ມການຢ້ຽມຢາມຈີນ​ເປັນ​ເວລາ​ສີ່​ມື້ ​ໃນ​ວັນ​ພະຫັດ​ຜ່ານ​ມາ ​ໂດ​ຍ ໄດ້
ມີປະຊຸມຢ່າງເປັນທາງການກັບ​ບັນດາ​ຜູ້​ນໍາ​ຈີນ ຊຶ່ງລວມທັງປະທານ​ປະ​ເທດ​ຈີນ ທ່ານ Xi
Jinping. ທ່ານນາງກໍາລັງຊອກຊ່ອງທາງ ໃຫ້ໄດ້ຮັບການຊ່ວຍເຫລືອຈາກຈີນ ໃນການຢຸດ
ຕິໂຄງການອາວຸດນີວເຄລຍຂອງເກົາຫລີ​ເໜືອ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:
ປ. ເກົາຫລີໃຕ້ ຢ້ຽມຢາມຈີນ
please wait

No media source currently available

0:00 0:01:26 0:00

South Korean President Park Guen-hye told students in Beijing Saturday she believes her country can forge a new type of relationship with North Korea.

Ms. Park told students at Tsinghua University that creating a peaceful Korean peninsula without Pyongyang's nuclear issues would be beneficial to China.

"If we can achieve a peace situation on the Korean Peninsula, it cannot only benefit development in the northeast part of China, but also boost China's prosperity. Furthermore, a northeast Asia without geopolitical risks derived from the issue of North Korea would serve as a growth engine for the world's economy through the combination of a rich labor force and the world's best capital and technologies in the region. It will also make everybody's life more resolute and offer more opportunities of success for your lives."

Ms. Park began a four-day visit to China Thursday, holding formal meetings with leaders, including President Xi Jinping. She is seeking China's help in stopping North Korea's nuclear program
XS
SM
MD
LG