ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຢາກເຈລະຈາ ເລື່ອງ ‘ພວກແມ່ຍິງ ບຳເລີ’ ກັບຍີ່ປຸ່ນ ຄືນໃໝ່


ພວກນັກຮຽນ ຖືຮູບພາບ ຂອງມື້ລາງອະດີດ "ພວກແມ່ຍິງບຳເລີ" ຊາວເກົາຫຼີໃຕ້ ໃນລະຫວ່າງ ການໂຮມຊຸມນຸມ ປະທ້ວງຕໍ່ຕ້ານຍີ່ປຸ່ນ ປະຈຳສັບປະດາ ຢູ່ຕໍ່ໜ້າ ສະຖາທູດຍີ່ປຸ່ນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້.
ພວກນັກຮຽນ ຖືຮູບພາບ ຂອງມື້ລາງອະດີດ "ພວກແມ່ຍິງບຳເລີ" ຊາວເກົາຫຼີໃຕ້ ໃນລະຫວ່າງ ການໂຮມຊຸມນຸມ ປະທ້ວງຕໍ່ຕ້ານຍີ່ປຸ່ນ ປະຈຳສັບປະດາ ຢູ່ຕໍ່ໜ້າ ສະຖາທູດຍີ່ປຸ່ນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ໄດ້ສົ່ງສານສະບັບນຶ່ງ ຫາໂຕກຽວ
ໃນສັບປະດານີ້ ໂດຍກ່າວວ່າ ສັນຍາ​ເລື່ອງ “ພວກແມ່ຍິງບຳເລີ” ​ ໃນປີ 2015 ທີ່
ກ່ຽວພັນກັບການບັງຄັບໃຫ້ເປັນຂ້າທາດທາງ​ເພດໃນປາງສົງຄາມ ຂອງພວກແມ່ຍິງ
ເກົາຫຼີ ໂດຍຍີ່ປຸ່ນ ຕ້ອງໄດ້ນຳຂຶ້ນມາພິຈາລະນາຄືນ.

ອະດີດປະທານາທິບໍດີ ເກົາຫຼີໃຕ້ ທ່ານນາງ Park Guen-hye ໄດ້ຮັບຮອງເອົາ
ຂໍ້ຕົກລົງ “ພວກແມ່ຍິງບຳເລີ” ຊຶ່ງປະກອບດ້ວຍ ຖະແຫລງການທີ່ລຽບລຽງຄຳເວົ້າ
ຢ່າງຖີ່ຖ້ວນ ​ໃນການຂໍອະໄພໂທດ ໂດຍນາຍົກລັດຖະມົນຕີ ຍີີ່ປຸ່ນ ທ່ານ Shinzo
Abe ຜູ້ທີ່ໄດ້ສະເໜີຢ່າງບໍ່ຊັດເຈນ “ຄຳຂໍຂະ​ມາໂທດ ແລະ ຄວາມສຳນຶກຜິດ”
ສຳລັບ “ປະສົບການທີ່ ບໍ່ສາມາດວັດແທກໄດ້ ແລະ ເຈັບແສບທີ່ສຸດ” ແລະ ການບໍລິຈາກເງິນທຶນ 8 ລ້ານໂດລາ ໃຫ້ແກ່ພວກຜູ້ເຄາະຮ້າຍ ເພື່ອເປັນການຊຳ
ລະສະສາງ ຂັ້ນສຸດທ້າຍ ໃນດ້ານກົດໝາຍ ແລະ ການເມືອງ ສຳລັບ ບັນຫາທີ່ສ້າງ
ຄວາມເຄັ່ງຕຶງນີ້.

ແຕ່ສັນຍານີ້ ຊຶ່ງໄດ້ຖືກກ່າວວ່າ “ເປັນຂັ້ນທີ່ສຸດທ້າຍ ແລະ ບໍ່ສາມາດຕ່າວປີ້ນໄດ້”
ໃນການແກ້ໄຂ ການຮ້ອງທຸກທັງໝົດ ບໍ່ໄດ້ຮັບຄວາມນິຍົມຊົມຊອບ ໃນເກົາຫຼີໃຕ້
ແລະ ໄດ້ຖືກຕຳນິໃນທັນທີທັນໃດ ໂດຍພວກຄົນສ່ວນນ້ອຍ ຈຳນວນນຶ່ງ ທີ່ລອດຊີວິດ
ມາໄດ້ ຈາກການເປັນ “ພວກແມ່ຍິງບຳເລີ” ຜູ້ທີ່ລວມຢູ່ໃນຈຳນວນ 200,000 ຄົນ
ໃນເອເຊຍ ຜູ້ທີ່ໄດ້ຖືກບັງຄັບໃຫ້​ເຮັດ​ວຽກເປັນ ຂ້າທາດທາງ​ເພດ ໃຫ້ແກ່ພວກ
ທະຫານຍີ່ປຸ່ນ ໃນລະຫວ່າງສົງຄາມໂລກຄັ້ງທີສອງ.

ກຸ່ມຝ່າຍຄ້ານ ຕໍ່ຂໍ້ຕົກລົງ ຢາກໃຫ້ຜູ້ນຳຍີ່ປຸ່ນ ຂໍຂະມາໂທດຕໍ່ປະຊາຊົນ ຢ່າງຈິງໃຈ
ໂດຍສະເພາະ ການເວົ້າຢ່າງແຈ່ມແຈ້ງ ກ່ຽວ​ກັບຄວາມຮັບຜິດຊອບ​ໃນການກໍ່​ໂທດ​
ກຳໃນປາງສົງຄາມເຫຼົ່ານັ້ນ ໂດຍລັດຖະບານຍີ່ປຸ່ນ. ແລະ ພວກເຂົາເຈົ້າຢາກໃຫ້
ເຈົ້າໜ້າທີ່ຂອງລັດ ຊົດເຊຍ ໃຫ້ພວກຜູ້ເຄາະຮ້າຍ ແທນທີ່ຈະທົດແທນດ້ວຍການ
ບໍລິຈາກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG