ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ເກົາຫຼີໃຕ້ ຈະບໍ່ຍອມ ໃຫ້ມີ ອາວຸດນິວເຄລຍ ຢູ່ໃນແຫຼມເກົາຫຼີ


ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໂດຍເປັນຂີດໝາຍ ຂອງການດຳລົງຕຳແໜ່ງ ຄົບ 100 ວັນຂອງທ່ານ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງໂໍຊລ, ວັນທີ 17 ສິງຫາ 2017.
ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໂດຍເປັນຂີດໝາຍ ຂອງການດຳລົງຕຳແໜ່ງ ຄົບ 100 ວັນຂອງທ່ານ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງໂໍຊລ, ວັນທີ 17 ສິງຫາ 2017.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ກ່າວວ່າ ປະເທດຂອງທ່ານ ຈະບໍ່ຍອມ
ຮັບເອົາເດັດຂາດ ທີ່ໃຫ້ເກົາຫຼີເໜືອມີອາວຸດນິວເຄລຍ.

ໃນການກ່າວຄຳປາໄສ ຕໍ່ສະພາແຫ່ງຊາດ ໃນວັນພຸດມື້ນີ້ ປະທານາທິບໍດີ ມູນ ຍັງໄດ້
ປະຕິເສດແນວຄິດ ທີ່ວ່າ ເກົາຫຼີໃຕ້ ພັດທະນາອາວຸດນິວເຄລຍຂອງຕົນເອງ ຫຼື ມີອາວຸດ
ນິວເຄລຍຢູ່ໃນຄວາມຄອບຄອງ ແລະ ໄດ້ຖະແຫລງວ່າ ທັງສອງປະເທດ ຄວນຍຶດໝັ້ນ
ໃນຖະແຫລງການຮ່ວມ ທີ່ໄດ້ບັນລຸກັນ ໃນປີ 1992 ທີ່ຈະເຮັດໃຫ້ແຫລມເກົາຫຼີ ເປັນເຂດ
ປອດອາວຸດນິວເຄລຍ.

ຖະແຫລງການຂອງປະທານາທິບໍດີ ເປັນການຕ້ານຢັນຕໍ່ ການຮຽກຮ້ອງໂດຍບັນດາ
ສະມາຊິກສະພາຝ່າຍຄ້ານ ທີ່ຢາກໃຫ້ຕິດຕັ້ງ ອາວຸດນິວເຄລຍຍຸດທະວິທີຂອງສະຫະລັດ
ຢູ່ໃນດິນແດນຂອງເກົາຫຼີໃຕ້ຄືນອີກ ເພື່ອຮັບມືກັບໄພຂົ່ມຂູ່ທີ່ເພີ່ມຂຶ້ນເລື້ອຍໆ ຈາກ
ປະເທດຄອມມູນິສ ທີ່ເປັນຄູ່ປໍລະປັກທີີ່ຂົມຄື່ນຂອງຕົນນັ້ນ ຊຶ່ງໄດ້ທຳການທົດລອງ
ອາວຸດນິວເຄລຍ ແລະລູກສອນໄຟ ຄັ້ງທີຫົກ ແລະ ໃຫຍ່ທີ່ສຸດ ເມື່ອເດືອນກັນຍາຜ່ານ
ມາແລ້ວນັ້ນ. ການສືບຕໍ່ທົດລອງອາວຸດນິວເຄລຍ ແລະ ລູກສອນໄຟຂີປະນາວຸດ
ຂອງພຽງຢາງ ຊຶ່ງເປັນການທ້າທາຍ ຕໍ່ມາດຕະການລົງໂທດຂອງ ນາໆຊາດ ທີ່ນຳໄປສູ່
ສົງຄາມນ້ຳລາຍ ລະຫວ່າງພຽງຢາງ ແລະປະທານາທິບໍ ດີ ສະຫະລັດ ທ່ານ ດໍໂນລ
ທຣຳຜູ້ທີ່ໄດ້ຂົ່ມຂູ່ຢ່າງເປີດເຜີຍ ທີ່ຈະເລີ່ມການປະຕິບັດການທາງດ້ານທະຫານຕໍ່
ເກົາຫຼີເໜືອ.

ແຕ່ປະທານາທິບໍດີ ມູນ ໄດ້ກ່າວຢ້ຳເຖິງ ຄຳໝັ້ນໝາຍກ່ອນໜ້ານີ້ ທີ່ວ່າ ຈະບໍ່ມີການ
ປະຕິບັດ ການທາງທະຫານ ຢູ່ແຫລມເກົາຫຼີ ໂດຍປາດສະຈາກການອະນຸຍາດຂອງ
ໂຊລ ຊຶ່ງທ່ານກ່າວວ່າ ມັນ ຂຶ້ນຢູ່ກັບເກົາຫຼີໃຕ້ ທີ່ຈະພິຈາລະນາ ຊະຕາກຳຂອງຕົນເອງ.
ທ່ານໄດ້ກ່າວເຖິງ ການປົກຄອງແບບອານານິຄົມ ທີ່ໂຫດ ຫ້ຽມຂອງຍີ່ປຸ່ນ ໃນແຫລມ
ເກົາຫຼີ ໃນຕົ້ນສັດຕະວັດທີ 20 ແລະການແບ່ງແຍກ ຫລັງສົງຄາມໂລກຄັ້ງທີສອງ ທີ່ສິ້ນ
ສຸດລົງດ້ວຍການສ້າງຕັ້ງປະເທດຄອມມູນິສເກົາຫຼີເໜືອ ແລະ ປະຊາທິປະໄຕ ເກົາຫຼີໃຕ້.

ທັງສອງຝ່າຍ ໄດ້ສູ້ລົບກັນ ໃນສົງຄາມ ລະຫວ່າງປີ 1950 ຫາ 1953 ທີ່ສິ້ນສຸດລົງດ້ວຍ
ການສະຫງົບເສີກ ບໍ່ແມ່ນສົນທິສັນຍາສັນຕິພາບ ຊຶ່ງໃນດ້ານເທັກນິກແລ້ວ ປະເທດທັງ
ສອງ ຍັງຢູ່ໃນສະພາບທີ່ມີການຂັດແຍ້ງກັນຢູ່.

Koreas Nuclear Tensions
please wait

No media source currently available

0:00 0:01:21 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG