ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ເປີດປະຕູ ສຳລັບຄວາມເປັນໄປໄດ້ ເພື່ອໃຫ້ການຊ່ອຍເຫຼືອດ້ານການທະຫານຕໍ່ ຢູເຄຣນ


ປະທານາທິບໍ ດີ ຢຸນ ຊຸກ ຢອລ ກ່າວໃນລະຫວ່າງການໃຫ້ສຳພາດ ກັບອົງການຂ່າວຣອຍເຕີສ໌ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງໂຊລ ຂອງເກົາຫລີໃຕ້, ວັນທີ 18 ເມສາ 2023.
ປະທານາທິບໍ ດີ ຢຸນ ຊຸກ ຢອລ ກ່າວໃນລະຫວ່າງການໃຫ້ສຳພາດ ກັບອົງການຂ່າວຣອຍເຕີສ໌ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງໂຊລ ຂອງເກົາຫລີໃຕ້, ວັນທີ 18 ເມສາ 2023.

ເກົາຫຼີໃຕ້ ອາດຈະຂະຫຍາຍການສະໜັບສະໜຸນຂອງຕົນໃຫ້ຢູເຄຣນ ນອກ ເໜືອໄປຈາກການຊ່ອຍເຫຼືອດ້ານມະນຸດສະທຳ ແລະເສດຖະກິດ ຖ້າຫາກວ່າ ຢູເຄຣນ ຕົກຢູ່ພາຍໃຕ້ການໂຈມຕີຂະໜາດໃຫຍ່ຕໍ່ພົນລະເຮືອນ, ປະທານາທິບໍ ດີ ຢຸນ ຊຸກ ຢອລ (Yoon Suk Yeol) ໄດ້ກ່າວໂດຍເປັນການສົ່ງສັນຍານ ເຖິງການຫັນປ່ຽນທ່າທີຕໍ່ຕ້ານການປະກອບອາວຸດໃຫ້ແກ່ຢູເຄຣນ ເປັນຄັ້ງ ທຳອິດຂອງທ່ານ ອີງຕາມອົງການຂ່າວຣອຍເຕີສ໌.

ໃນການໃຫ້ສຳພາດກັບອົງການຂ່າວຣອຍເຕີສ໌ ກ່ອນໜ້າການເດີນທາງຢ້ຽມ ຢາມ ສະຫະລັດ ຢ່າງເປັນທາງການຂອງທ່ານໃນອາທິດໜ້ານີ້ ທ່ານຢຸນ ໄດ້ກ່າວວ່າ ລັດຖະບານຂອງທ່ານ ໄດ້ຄົ້ນຄວ້າວິທີໃຫ້ການຊ່ອຍເຫຼືອດ້ານການ ປ້ອງກັນແນວໃດ ແລະການສ້າງສາຢູເຄຣນ ຄືນໃໝ່ແບບດຽວກັນທີ່ເກົາຫຼີໃຕ້ ໄດ້ຮັບການຊ່ອຍເຫຼືອຈາກນານາຊາດ ໃນລະຫວ່າງສົງເກົາຫຼີ ໃນປີ 1950 ຫາ 1953 ນັ້ນ.

ທ່ານຢຸນ ໄດ້ກ່າວວ່າ “ຖ້າຫາກມີສະຖານະການທີ່ປະຊາຄົມນານາຊາດ ບໍ່ສາ ມາດຍອມຮັບໄດ້ ເຊັ່ນວ່າການໂຈມຕີຂະໜາດໃຫຍ່ຕໍ່ພົນລະເຮືອນ, ການເຂັ່ນຂ້າໃຫ້ຕາຍໝົດ ຫຼື ການລະເມີດຕໍ່ກົດໝາຍສົງຄາມຢ່າງຮ້າຍແຮງ ມັນກໍອາດ ຈະເປັນການຍາກສຳລັບພວກເຮົາ ທີ່ຈະເນັ້ນໜັກແຕ່ພຽງການສະໜັບສະໜຸນ ທາງດ້ານມະນຸດສະທຳ ແລະການເງິນເທົ່ານັ້ນ.”

ມັນເປັນຄັ້ງທຳອິດທີ່ໂຊລ ໄດ້ສະເໜີແນະໃນຄວາມຕັ້ງໃຈທີ່ຈະສະໜອງອາວຸດຕ່າງໆໃຫ້ແກ່ຢູເຄຣນ, ຫຼາຍກວ່ານຶ່ງປີ ຫຼັງຈາກທີ່ໄດ້ປະຕິເສດໃນຄວາມເປັນ ໄປໄດ້ທີ່ຈະໃຫ້ການຊ່ອຍເຫຼືອດ້ານອາວຸດຮ້າຍແຮງ.

ເກົາ​ຫຼີ​ໃຕ້​ທີ່​ເປັນພັນ​ທະ​ມິດ​ທີ່​ສຳ​ຄັນ​ຂອງ ສະຫະລັດ ແລະ ຜູ້ຜະລິດລູກ​ປືນ​ໃຫຍ່ທີ່​ສຳ​ຄັນນັ້ນ, ມາເຖິງປັດຈຸບັນນີ້ໄດ້ພະຍາຍາມທີ່ຈະຫລີກລ້ຽງການເປັນ ສັດຕູກັບຣັດເຊຍ ເນື່ອງຈາກວ່າ ບໍລິສັດທັງຫຼາຍຂອງຕົນນັ້ນ ກຳລັງດຳເນີນກິດ ຈະການຢູ່ທີ່ນັ້ນ ແລະມົສກູກໍມີອິດທິພົນຕໍ່ເກົາຫຼີເໜືອ ເຖິງແມ່ນຈະ ມີການກົດ ດັນຈາກບັນດາປະເທດຕາເວັນຕົກ ເພື່ອໃຫ້ສະໜອງອາວຸດທັງຫຼາຍ ຢູ່ກໍຕາມ.

South Korea might extend its support for Ukraine beyond humanitarian and economic aid if it comes under a large-scale civilian attack, President Yoon Suk Yeol said, signalling a shift in his stance against arming Ukraine for the first time.

In an interview with Reuters ahead of his state visit to the U.S. next week, Yoon said his government has been exploring how to help defend and rebuild Ukraine, just as South Korea received international assistance during the 1950-53 Korean War.

"If there is a situation the international community cannot condone, such as any large-scale attack on civilians, massacre or serious violation of the laws of war, it might be difficult for us to insist only on humanitarian or financial support," Yoon said.

It was the first time that Seoul suggested a willingness to provide weapons to Ukraine, more than a year after ruling out the possibility of lethal aid.

A key U.S. ally and major producer of artillery ammunition, South Korea has so far tried to avoid antagonizing Russia due to its companies operating there and Moscow's influence over North Korea, despite mounting pressure from Western countries for weapons supply.

XS
SM
MD
LG