ປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hey ໄດ້ໂຈະ
ການມາຢ້ຽມຢາມສະຫະລັດ ຕາມແຜນການທີ່ໄດ້ວາງໄວ້ ໃນສັບ
ປະດາໜ້າ ເພື່ອຊ່ອຍປະເທດຂອງທ່ານນາງ ໃນການຮັບມືກັບ
ການແຜ່ລະບາດ ຂອງໂຣກລະບົບຫາຍໃຈຮ້າຍແຮງຈາກພາກ
ຕາເວັນອອກ ກາງຫລື MERS.
ທຳນຽບຂອງປະທານາທິບໍດີ ໄດ້ກ່າວວ່າ ທ່ານນາງ Park ຈະຈັດ
ນັດໝາຍໃໝ່ໃນການເດີນທາງມາຢ້ຽມຢາມນະຄອນຫຼວງວໍຊີງຕັນ
ບ່ອນທີ່ີທ່ານນາງຈະພົບປະກັບເຈລະຈາກັບປະທານາທິບໍດີສະ
ຫະລັດທ່ານບາຣັກ ໂອບາມາ. ຍັງບໍ່ທັນເປັນທີ່ຊາບແນ່ນອນເທື່ອ
ວ່າ ການຢ້ຽມຢາມ ດັ່ງກ່າວຈະມີຂຶ້ນເມື່ອໃດ?
ໃນວັນພຸດມື້ນີ້ ຕຳຫຼວດໃນນະຄອນຫຼວງ ໂຊລ ໄດ້ຢືນຢັນວ່າ ໄດ້ມີ 2 ກໍລະນີການຕາຍ ເກີດຂຶ້ນຕື່ມຈາກການລະບາດຂອງໂຣກ MERS ນີ້ ເຮັດໃຫ້ຈຳນວນຜູ້ເສຍຊີວິດທັງໝົດເພີ້ມຂຶ້ນເປັນ 9 ຄົນແລ້ວ. ເຈົ້າໜ້າທີ່ເວົ້າວ່າ ຜູ້ເຄາະຮ້າຍທັງສອງ ຕ່າງກໍມີອາຍຸຢູ່ໃນໄວ 60 ປາຍ ແລະ 70 ປາຍ ຊຶ່ງທັງສອງຕ່າງມີໂຣກປະຈຳຕົວຢູ່ກ່ອນແລ້ວ.
ນອກນັ້ນ ຍັງມີລາຍງານກ່ຽວກັບການຕິດໂຣກໃໝ່ MERS ອີກ 13 ກໍລະນີ ຈຶ່ງເຮັດໃຫ້ ການຕິດແປດທັງໝົດເທົ່າທີ່ຮູ້ຈັກເພີ້ມຂຶ້ນ ເປັນ 108 ກໍລະນີແລ້ວ. ເຈົ້າໜ້າທີ່ໄດ້ເນັ້ນຢ້ຳວ່າ ພວກທີ່ຕິດເຊື້ອໂຣກ ແມ່ນຈຳກັດຢູ່ໃນການຮັກສາປິ່ນປົວທີ່ໂຮງພະຍາບານ.
ໃນຮົງກົງ ຕະຫຼາດຮຸ້ນໄດ້ຕົກລາຄາປະມານ 1 ເປີເຊັນ ໃນວັນພຸດມື້ນີ້ ຫຼັງຈາກທີ່ແມ່ຍິງ
ໄວ 22 ປີ ທີ່ໄດ້ໄປຢ້ຽມຢາມເກົາຫຼີໃຕ້ເມື່ອໄວໆມານີ້ ໄດ້ຖືກສົ່ງໄປໂຮງພະຍາບານຢ່າງ ຮີບດ່ວນຍ້ອນມີໄຂ້ສູງແລະນ້ຳມູກຍ້ອຍ. ແມ່ຍິງຄົນນີ້ ໄດ້ຖືກແຍກໃຫ້ປິ່ນປົວດ່ຽວ ໃນສະ ຖານທີ່ຮັກສາພະຍາບານຢູ່ໃນຮົງກົງ ບ່ອນທີ່ເຈົ້າໜ້າທີ່ກ່າວວ່າ ລາວແມ່ນມີອາການທີ່ທຸ່ນ ທ່ຽງ ແລະຍັງຢູ່ໃນການດູແລແລະກວດສອບຢ່າງໃກ້ຊິດຂອງໝໍ.
ໃນສັບປະດານີ້ ຮົງກົງໄດ້ອອກຕຳເຕືອນກ່ຽວກັບການເດີນທາງຂອງປະຊາຊົນ ໄປຍັງ
ເກົາຫຼີໃຕ້. ລັດຖະບານປະເທດອື່ນໆໃນຂົງເຂດກໍໄດ້ເຕືອນໃຫ້ປະຊາຊົນຂອງຕົນໃຫ້
ລະມັດລະວັງ ໃນການເດີນທາງໄປທີ່ນັ້ນ ແລະໃຫ້ສັງເກີດເບິ່ງອາການປວດຫົວຕົວຮ້ອນ
ຄືອາການເປັນໄຂ້ ຫວັດນັ້ນ.