ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກສະໜັບສະໜຸນ ຕໍ່ເກົາຫຼີ​ໃຕ້ ກ່າວວ່າ ການກີດກັນ ບໍ່ໃຫ້ເກົາຫຼີເໜືອ ມີນິວເຄລຍ ລົ້ມແຫຼວ


ທະຫານເກົາຫຼີ​ໃຕ້ ປະຕິບັດງານຢູ່ໃນລົດຖັງ K-1 ໃນຂະນະທີ່ ທຳການຝຶກຊ້ອມ ປະຈຳປີ ທີ່ເມືອງ Paju ໃນເກົາຫຼີ​ໃຕ້ ໃກ້ໆຊາຍແດນເກົາຫຼີ​ເໜືອ, 22 ສິງຫາ, 2016.
ທະຫານເກົາຫຼີ​ໃຕ້ ປະຕິບັດງານຢູ່ໃນລົດຖັງ K-1 ໃນຂະນະທີ່ ທຳການຝຶກຊ້ອມ ປະຈຳປີ ທີ່ເມືອງ Paju ໃນເກົາຫຼີ​ໃຕ້ ໃກ້ໆຊາຍແດນເກົາຫຼີ​ເໜືອ, 22 ສິງຫາ, 2016.

ພວກສະໜັບສະໜຸນໃຫ້​ເກົາຫຼີ​ໃຕ້​ມີອາວຸດນິວເຄລຍ ກ່າວວ່າ ລັດຖະບານ​ເກົາຫລີ​ໃຕ້​ຈະ
ຕ້ອງດຳ​ເນີນໂຄງການສ້າງອາວຸດນິວເຄລຍຂອງຕົນ ເພື່ອປ້ອງກັນຕົນ​ເອງຈາກໂຄງ ການ ອາວຸດນິວເຄລຍແລະລູກສອນໄຟຂອງເກົາຫຼີເໜືອ ທີ່ມີ​ສະມັດຖະພາບເພີ້ມຂຶ້ນນັ້ນ.

ທ່ານ Song Dae-sung ອາຈານສອນລັດຖະສາດການເມືອງທີ່ມະຫາວິທະຍາໄລ Kunkuk ໃນນະຄອນໂຊລ ແລະຜູ້ຂຽນປື້ມ ທີ່​ມີ​ຊື່ວ່າ “Let’s Have Nuclear Power ຫຼື ເຮົາຈົ່ງ​ມີເປັນ​ມະຫາ​ອຳນາດນິວເຄລຍກັນ” ​ ໃຫ້​ເຫດຜົນສຳຫຼັບການ​ມີ​ອາວຸດ​ນິວ​ເຄລຍ ຂອງເກົາຫຼີໃຕ້.

“ຖ້າຫາກວ່າ ເກົາຫຼີເໜື ກາຍມາເປັນປະເທດທີ່ມີອາວຸດນິວເຄລຍ ແລະຝ່າຍ​ກົງກັນ ຂ້າມບໍ່ມີ​ອາວຸດ​ນິວ​ເຄລຍ​ແລ້ວ ສະນັ້ນ ປະເທດທີ່ບໍ່ມີນິວເຄລຍ ຈະກາຍມາເປັນ ຂ້າທາດ ຫຼືບໍ່ກໍ ເປັນຕົວປະກັນຂອງປະເທດທີ່ມີ. ນັ້ນແມ່ນຫລັກ​ພື້ນຖານຂອງການ​ເມືອງ​ນາໆ​ຊາດ,” ຊຶ່ງທ່ານ Song ໄດ້ກ່າວເຊັ່ນນັ້ນ.

ກອງທັບປະຊາຊົນເກົາຫຼີເໜືອ ພັນໂທ Nam Dong Ho ຢືນຢູ່ຂ້າງໜ້າຂອງ ໝູ່ບ້ານ Panmunjom ຂົງເຂດປອດທະຫານ (DMZ) ເຂດທີ່ແບ່ງແຍກ 2 ເກົາຫຼີ, ໃນ Panmunjom, ເກົາຫຼີເໜືອ.
ກອງທັບປະຊາຊົນເກົາຫຼີເໜືອ ພັນໂທ Nam Dong Ho ຢືນຢູ່ຂ້າງໜ້າຂອງ ໝູ່ບ້ານ Panmunjom ຂົງເຂດປອດທະຫານ (DMZ) ເຂດທີ່ແບ່ງແຍກ 2 ເກົາຫຼີ, ໃນ Panmunjom, ເກົາຫຼີເໜືອ.

ທ່ານ Won Yoo-chul ສະມາຊິກ​ສະພາແຫ່ງຊາດ ຜູ້ນຳທ່ານນຶ່ງ ພາຍໃນພັກ Saenuri ຊຶ່ງ​ເປັນ​ພັກ​ລັດຖະບານ ກໍ​ແມ່ນ​ຜູ້​ນຶ່ງ​ທີ່​ໃຫ້ການ​ສະໜັບສະໜຸນ​ຢ່າງແຂງຂັນທາງ​ດ້ານນິວ ເຄລຍ.

ທ່ານ Won ໄດ້ຈັດຕັ້ງກຸ່ມສຶກສາ ກຸ່ມນຶ່ງຂຶ້ນມາ ຄະນະ​ກຳມະການ​ປ້ອງ​ກັນຊາ​ດ ຢູ່​ໃນ​ສະ
ພາ ເພື່ອຊ່ອຍຊັ່ງ​ຊາ​ເບິ່ງ​ຄວາມສ່ຽງ ​ແລະຜົນ​ປະ​ໂຫຍ​ດ ຂອງ​ການ​ທີ່​ເກົາຫຼີໃຕ້ ຈະ​ມີໂຄງ ການ​ນິວ​ເຄລຍຂອງ​ຕົນ. “ທາງ​ທີ່​ມີ​ປະສິດທິ​ຜົນທີ່​ສຸດ ​ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ເກີດສົງຄາມ ນິວ​ເຄລຍ ກໍ​ຄື​ມີອາວຸດ​ນິວ​ເຄລຍ ​ເພື່ອ​ປ້ອງ​ກັນ​ຕົວ” ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Won.

ພວກ​ສະໜັບສະໜຸນ​ໃຫ້​ເກົາຫລີ​ໃຕ້​ມີ​ອາວຸດ​ນິວ​ເຄລຍ​ໂຕ້​ແຍ້​ງວ່າ ການ​ລົງ​ໂທດ​ຂອງ​ນາໆ ຊາດ​ຕໍ່​ເກົາຫຼີ​ເໜືອ ​ໃນ​ການ​ທົດ​ລອງ​ອາວຸດ​ນິວ​ເຄລຍຄັ້ງທີ 4 ​ແລະ​ການ​ທົດ​ລອງ​ລູກ​ສອນ
​ໄຟ​ລະຍະໄກ​ເມື່ອ​ໄວໆ​ມານີ້ ມາ​ຮອດ​ປັດຈຸບັນ ຍັງ​ບໍ່​ສາມາດ​ຂັດຂວາງ​ພຽງ​ຢາງ​ໄດ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG