ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອ ກັບ ອະດີດ ນັກການທູດ ສະຫະລັດ ຈະພົບປະກັນ ໃນປະເທດ ຟິນແລນ


ນັກການທູດ ເກົາຫຼີເໜືອ ທ່ານ ໂຈ ຄັງ ອິລ, ກາງ, ລໍຖ້າຢູ່
ສະໜາມບິນສາກົນນະຄອນຫຼວງປັກກິ່ງ ເພື່ອເຂົ້າເຮືອບິນ ເດີນທາງໄປນະຄອນຫຼວງ ແຮລຊິງກິ, ປະເທດ ຟິນແລນ. 18 ມີນາ, 2018.
ນັກການທູດ ເກົາຫຼີເໜືອ ທ່ານ ໂຈ ຄັງ ອິລ, ກາງ, ລໍຖ້າຢູ່ ສະໜາມບິນສາກົນນະຄອນຫຼວງປັກກິ່ງ ເພື່ອເຂົ້າເຮືອບິນ ເດີນທາງໄປນະຄອນຫຼວງ ແຮລຊິງກິ, ປະເທດ ຟິນແລນ. 18 ມີນາ, 2018.

ສື່ມວນຊົນ ເກົາຫຼີໃຕ້ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ນັກການທູດລະດັບສູງຂອງ ເກົາຫຼີ
ເໜືອ ຄົນນຶ່ງ ໄດ້ເດີນທາງໄປປະເທດ ຟິນແລນ ເພື່ອພົບປະ ກັບອະດີນັກການທູດ
ສະຫະລັດ, ຫຼັງຈາກຄະນະຜູ້ແທນ ເກົາຫຼີເໜືອ ຄົນນຶ່ງໄດ້ສິ້ນສຸດການເຈລະຈາສາມ
ວັນກັບບັນດານັກການທູດ ສວີເດັນ ວ່າສິ່ງດັ່ງກ່າວນັ້ນ ອາດນຳໄປສູ່ການພົບປະທີ່
ອາດເປັນໄປໄດ້ ລະຫວ່າງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ຜູ້ນຳ
ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ.

ອົງການຂ່າວ ຢອນຮັບ ໄດ້ລາຍງານວ່າ ທ່ານ ໂຈ ຄັງ ອິລ "Choe Kang Il," ຮອງຜູ້
ອຳນວຍການ ສຳລັບກົມພົວພັນເຂດອາເມຣິກາເໜືອ ຂອງ ເກົາຫຼີເໜືອ, ໄດ້ຖືກພົບ
ເຫັນຢູ່ສະໜາມບິນສາກົນ ນະຄອນຫຼວງປັກກິ່ງ ກ່ອນຂຶ້ນເຮືອບິນໄປປະເທດ ຟິນແລນ.

ແຫຼ່ງຂ່າວການທູດ ຫຼາຍແຫ່ງກ່າວວ່າ ອະດີດເອກອັກຄະລັດຖະທູດ ສະຫະລັດ ປະຈຳ
ເກົາຫຼີໃຕ້ ທ່ານນາງ ແຄັທລີນ ເຕັຟເຟັນສ "Kathleen Stephens" ກໍຈະເປັນນຶ່ງໃນ
ບັນດາອະດີດນັກການທູດ ສະຫະລັດ ຜູ້ທີ່ຈະເຂົ້າຮ່ວມໃນການປະຊຸມກັບທ່ານ ໂຈ.
ນອກນັ້ນ ເຈົ້າໜ້າທີ່ ເກົາຫຼີເໜືອ ຄົນດັ່ງກ່າວ ຍັງຖືກຄາດວ່າ ຈະທຳການເຈລະຈາ ກັບ
ບັນດາຜູ້ຊ່ຽວຊານດ້ານຄວາມປອດໄພຈາກ ນະຄອນຫຼວງ ໂຊລ ເຊັ່ນກັນ.

ອົງການຂ່າວ ຢອນຮັບ ກ່າວວ່າ ບັນດານັກການທູດທີ່ການເຈລະຈາ ຟິນແລນ ຈະ
“ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ການປົດອາວຸດນິວເຄລຍຂອງແຫຼມ ເກົາຫຼີ ແລະ
ກອງປະຊຸມລະຫວ່າງ ເກົາຫຼີ ທີ່ມີກຳນົດຈະຈັດຂຶ້ນໃນທ້າຍເດືອນເມສາ ແລະ ກອງ
ປະຊຸມສຸດຍອດ ສະຫະລັດ-ເກົາຫຼີເໜືອ ທີ່ຄາດວ່າຈະຖືກຈັດຂຶ້ນໃນເດືອນພຶດສະ
ພາ.”

ໃນວັນສຸກທີ່ຜ່ານມາ, ເອກອັກຄະລັດຖະທູດ ສວີເດັນ ປະຈຳອົງການ ສະຫະປະຊາ
ຊາດ ທ່ານ ໂອລັອຟ ສກູກ "Olof Skoog" ກ່າວວ່າ ປະເທດຂອງທ່ານໄດ້ພະຍາຍາມ
ທີ່ຈະຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງ ກ່ຽວກັບ ແຫຼມເກົາຫຼີ ດ້ວຍການຈັດການເຈລະຈາ
ຕ່າງໆ. ສວີເດັນ ແມ່ນນຶ່ງໃນມະຫາອຳນາດປະເທດຕາເວັນຕົກສອງສາມປະເທດ ທີ່ມີ
ສະຖານທູດໃນນະຄອນຫຼວງ ພຽງຢາງ. ຢູ່ທີ່ນັ້ນ, ເຂົາເຈົ້າສະໜອງການບໍລິການດ້ານ
ການທູດບໍ່ພຽງແຕ່ສຳລັບຊາວ ສວີເດັນ ເທົ່ານັ້ນ, ແຕ່ກໍສຳລັບປະຊາຊົນ ສະຫະລັດ,
ການາດາ ແລະ ອອສເຕຣເລຍ ເຊັ່ນກັນ.

ທ່ານ ສກູກ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນ ນິວຢອກ ວ່າ “ສະຖານະການດ້ານ
ຄວາມປອດໄພໃນແຫຼມ ເກົາຫຼີ ແມ່ນນຶ່ງໃນບັນຫາທີ່ມີຄວາມກົດດັນຫຼາຍທີ່ສຸດ ໃນ
ເຫດການທົ່ວໂລກປັດຈຸບັນນີ້, ແລະ ຖ້າ ສວີເດັນ ສາມາດເປັນສ່ວນນຶ່ງໃນການຫຼຸດ
ຜ່ອນຄວາມເຄັ່ງຕຶງຢູ່ທີ່ນັ້ນ, ນີ້ກໍແມ່ນສິ່ງທີ່ພວກເຮົາກຳລັງພະຍາຍາມທີ່ຈະເຮັດຢູ່.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG