ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຂະຫຍາຍ ວົງລັດສະໝີ ລູກສອນໄຟ ຂີປະນາວຸດ


ລູກສອນໄຟຂີປະນາວຸດ ທີ່ເກົາຫຼີໃຕ້ ສ້າງເອົາເອງ.
ລູກສອນໄຟຂີປະນາວຸດ ທີ່ເກົາຫຼີໃຕ້ ສ້າງເອົາເອງ.
ເກົາຫຼີ​ໃຕ້​ໄດ້ປະກາດ ການ​ບັນລຸ​ຂໍ້​ຕົກລົງ​ສະບັບນຶ່ງ​ກັບ​ສະຫະລັດ ກ່ຽວ​ກັບ ການ​ຂະຫຍາຍວົງລັດສະໝີຂອງລະບົບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ອອກ​ໄປ​ ​ເປັນເກືອບ​ສາມ​ເທົ່າ​ ເພື່ອໃຫ້​ຍິງ​ໄປ​ເຖິງ​ທົ່ວ​ທຸກ​ເຂດ​ຂອງເກົາຫຼີ​ເໜືອ.

ບັນດາ​ເຈົ້າໜ້າ​ທີ່ ​ໃນ​ນະຄອນຫລວງ​ໂຊ​ລ ບອກ​ນັກ​ຂ່າວ​ເມື່ອ​ວັນ​ອາທິດ​ມື້​ນີ້​ວ່າ ຂໍ້​ຕົກລົງກັນສະບັບ​ໃໝ່​ດັ່ງກ່າວ ​ເຮັດ​ໃຫ້​ເກົາຫຼີ​ໃຕ້ສາມາດ​ຂະຫຍາຍ​ວົງລັດສະໝີ​ຂອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຈາກ​ໄລຍະ​ບິນ​ໄກ​ທີ່​ສຸດ 300 ກິ​ໂລແມັດ​ໃນ​ປັດຈຸບັນ ​ໄປ​ເປັນ 800 ກິ​ໂລແມັດ. ຂໍ້​ຕົກລົງ​ຕາມສັນຍາປີ 2001 ກັບ​ສະຫະລັດນັ້ນ ​ກໍານົດ​ໃຫ້​ເກົາຫລີ​ໃຕ້​ຍິງ​ໄດ້​ໄກພຽງ​ແຕ່ 300 ​ກິ​ໂລ​ແມັດເທົ່ານັ້ນ.

ວໍ​ຊິງ​ຕັນ​ຍັງບໍ່​ໄດ້​ໃຫ້​ຄວາມ​ຄິດ​ເຫັນໃດໆ ​ຕໍ່​ການ​ປະກາດ​ຂອງ​ກຸງ​ໂຊ​ລໃນ ວັນ​ອາທິດ​ມື້​ນີ້.

ທ່ານ Chun Young-woo ເຈົ້າໜ້າ​ທີ່ອາວຸ​ໂສ​ປະ​ຈໍາຫ້ອງການ​ປະທານາ ທິບໍດີ​ເກົາຫຼີ​ໃຕ້ ບອກ​ບັນດາ​ນັກ​ຂ່າວ​ວ່າ ​ເປົ້າໝາຍ​ສໍາຄັນ​ທີ່​ສຸດ​ສໍາລັບ​ເກົາ ຫຼີ​ໃຕ້ ​ໃນ​ການ​ດັດແກ້ຫລັກ​ຊີ້​ນໍາ​ກ່ຽວ​ກັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດນັ້ນ ​ກໍແມ່ນເພື່ອ​ຂັດຂວາງ​ການ​ເກາະ​ຜິດ​ຄິດ​ຮ້າຍ​ທາງ​ທະຫານຂອງ​ເກົາ​ຫຼີ​ເໜືອ.

ການ​ປະກາດ​ຂອງ​ເກົາຫຼີ​ໃຕ້​ຄັ້ງ​ນີ້ ​ແນ່ນອນ​ວ່າ ຈະ​ພາ​ໃຫ້​ມີ​ການ​ຕອບ​ໂຕ້​ດ້ວຍ​ຄວາມ​ໂກດ​ແຄ້ນ​ ມາຈາກ​ເກົາຫຼີ​ເໜືອ ທີ່​ມີ​ລູກ​ສອນ​ໄຟ​ຂີປະນາ​ວຸດ​ທີ່​ມີສະມັດຖະພາບ​ຍິງໄປ​ເຖິງ​ທົ່ວ​ເກົາຫຼີ​ໃຕ້ ​ແລະ​ປະ​ເທດ​ໃກ້​ຄຽງອື່ນໆ​ໃນ​ຂົງ​ເຂດ​ນັ້ນ​ໄດ້.

ພຽງ​ຢາງໄດ້ກ່າວ​ວ່າ ຕົນ​ກໍາລັງ​ສ້າງ​ຈ​ະຫຼວດລູກ​ນຶ່ງ​ເພື່ອ​ສົ່ງ​ດາວ​ທຽມ​ໄປ​ໂຄຈອນ​ໃນ​ອະວະກາດ. ​ແຕ່​ແນວ​ໃດ​ກໍ​ດີ ກຸງ​ໂຊ​ລ​ແລະ​ສະຫະລັດ​ເວົ້າ​ວ່າ ​ໂຄງການ​ດາວ​ທຽມ​ຂອງ​ເກົາຫຼີ​ເໜືອ​ນັ້ນ ​ເປັນ​ແຜນການ​ປອມ​ແປງ ​ເພື່ອ​ພັດທະນາລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ໄລຍະ​ໄກ ທີ່ຖືກຫ້າມ​ໂດຍ​ມະຕິ​ອົງການ​ສະຫະ​ປະຊາ​ຊາດ​ນັ້ນ ຫຼາຍກວ່າ.
XS
SM
MD
LG