ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເກົາຫລີໃຕ້ ປະເຊີນໜ້າກັບ ການຕິຕຽນ ກ່ຽວກັບນະໂຍບາຍອົບພະຍົບ


ເດັກນ້ອຍອົບພະຍົບ ໃຊ້ເວລາຫວ່າງຫລິ້ນຢູ່ໃນເມືອງ Gaziantep, ທາງພາກໃຕ້ເທີກີ.
ເດັກນ້ອຍອົບພະຍົບ ໃຊ້ເວລາຫວ່າງຫລິ້ນຢູ່ໃນເມືອງ Gaziantep, ທາງພາກໃຕ້ເທີກີ.

ໃນ​ຂະນະ​ທີ່ບັນດາ​ປະ​ເທດ​ຢູ​ໂຣບດິ້ນລົນ​ປະ​ເຊີນ​ໜ້າ​ກັບ​ຄົນ​ເຂົ້າ​ເມືອງ​ຫລາຍ​ລ້ານ​ຄົນ ຜູ້ທີ່​ໄດ້​ລົບໜີ​ຈາກ​ຄວາ​ມຮຸ​ນ​ແຮງ​ຢູ່​ຕາ​ເວັນ​ອອກ​ກາງ ມີ​ຈຳນວນ​ນ້ອຍໆ​ຂອງ​ຊາວ​ຊີ​ເຣຍ ທີ່​ຊອກ​ຫາ​ການລີ້​ໄພ​ຢູ່​ໃນ​ເກົາຫລີ​ໃຕ້.

​ແຕ່​ວ່າ​ມີໜ້ອຍນຶ່ງ​ທີ່​ຖືກ​ຮັບ​ຮູ້​ຢ່າງເປັນ​ທາງ​ການ​ວ່າ​ເປັນ​ອົບ​ພະ​ຍົບ. ສ່ວນ​ໃຫຍ່​ໄດ້​ຮັບ​ອັນ​ທີ່​ຮ້ອງ​ວ່າ ວີ​ຊາດ້ານ​ມະນຸດ​ສະ​ທໍາ ທີ່​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ຢູ່​ໃນ​ປະ​ເທດ ປາດ​ສະ​ຈາກ​ການ​ຊ່ວ​ເຫ​ລື​ອດ້ານ​ການ​ເງິນ ​ເຮືອນ​ພັກ​ເຊົາ ຫລື​ການ​ປິ່ນປົວ.

ຈຳນວນ​ໂຕ​ເລກ​ຂອງ​ລັດຖະບານສະ​ແດງໃຫ້​ເຫັນ​ວ່າ ນັບແຕ່​ປີ 1994 ມີຊາວ​ຊີ​ເຣຍ​ 1,144 ຄົນ​ໄດ້​ຂໍ​ຮ້ອງ​ລີ້​ໄພ​ຢູ່​ເກົາຫລີ​ໃຕ້ ​ແຕ່​ວ່າ​ຖານະການ​ເປັນ​ອົບ​ພະ​ບຍົບ​ໄດ້​ໃຫ້​ພຽງ​ແຕ່​ສາມ​ຄົນ.

ນຶ່ງ​ໃນ​ຈຳນວນ​ຄຳ​ຮ້ອງ​ຂອງ​ບັ​ນດາຊາວ​ຊີ​ເຣຍທີ່​ໄດ້​ຖືກ​ປະຕິ​ເສດ​ໄດ້​ແກ່ ຊາວ​ຊີ​ເຣຍອາຍຸ 22 ປິ ທ້າວ Ahmed Lababidi ຜູ​ທີ່​ຢູ່​ເກາະ Jesu ຂີ່​ເຮືອບິນ​ນຶ່ງ​ຊົວ​ໂມງ​ໄປ​ທາງ​ພາກໃຕ້​ຂອງ​ນະຄອນ​ໂຊ​ລ. ລາວ ​ແລະ​ນ້ອງຊາຍ​ຂອງ​ລາວ ​ໄດ້​ຫລົບໜີ​ບ້ານ​ເຮືອນ​ເຂົາ​ເຈົ້າ​ທີ່​ເມືອງ Aleppo ​ໃນ​ປີ 2012 ​ແລະ​ຕໍ່​ມາ​ໄດ້​ມາ​ຮອດ​ເກົາຫລີ​ໃຕ້​ໂດຍ​ວີ​ຊາ​ທຸລະ​ກິດ​ຊົວຄາວ.

​ແຕ່​ເວ​ລາ​ທ້າວ Lababidi ​ໄດ້​ຍືນ​ຄຳ​ຮ້ອງ​ຂໍ​ລີ້​ໄພ​ຢູ່​ຫ້ອງການ​ຕຳຫລວດ​ທ້ອງ​ຖິ່ນ ລາວ​ກ່າວ​ວ່າ ລາວ​ໄດ້​ຖືກ​ບອກ​ໃຫ້​ວ່າ ໜີ​ຈາກ​ສົງຄາມ ບໍ່​ມີ​ເຫດຜົນ​ພຽງພໍ​ຕໍ່​ການ​ມີ​ຖານະ​ເປັນອົບ​ພະຍົບຢູ່​ໃນ​ເກົາຫລີ​ໃຕ້.

ຜູ້ຍິງເກົາຫລີເໜືອສອງຄົນ ທີ່ລົບໜີຈາກປະເທດເກົາຫລີເໜືອ ພາກັນຢ່າງໄປຫ້ອງຮຽນ.
ຜູ້ຍິງເກົາຫລີເໜືອສອງຄົນ ທີ່ລົບໜີຈາກປະເທດເກົາຫລີເໜືອ ພາກັນຢ່າງໄປຫ້ອງຮຽນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG