ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ປະກາດ ເຂດປ້ອງກັນທາງອາກາດ ທີ່ກວມເອົາ ເຂດປ້ອງກັນຂອງຈີນ


ແຜນທີ່ສະແດງ ເຂດປ້ອງກັນທາງອາກາດ ທີ່ອ້າງເອົາໂດຍ ເກົາຫຼີໃຕ້, ຈີນ ແລະຍີ່ປຸ່ນ.
ແຜນທີ່ສະແດງ ເຂດປ້ອງກັນທາງອາກາດ ທີ່ອ້າງເອົາໂດຍ ເກົາຫຼີໃຕ້, ຈີນ ແລະຍີ່ປຸ່ນ.
ເກົາຫຼີ​ໃຕ້​ປະກາດ​ ຈະ​ເສີມ​ຂະຫຍາຍ​ເຂດ​ປ້ອງ​ກັນ​ທາງ​ອາກາດ ທີ່​ປະກົດ ວ່າ ກວມ​ກັນ​ເປັນ​ບາງ​ສ່ວນ​ກັບ​ເຂດ​ປ້ອງ​ກັນ​ນຶ່ງ​ ທີ່​ຈີນ​ໄດ້​ປະກາດ​ອອກ​ໄປ​ເມື່ອ​ບໍ່​ດົນ​ມາ​ນີ້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ຖະ​ແຫຼງ​ເມື່ອ​ວັນ​ອາທິດ​ມື້​ນີ້​ວ່າ ​ເຂດ​ປ້ອງ​ກັນ​ທາງ​ອາ​ກາດ​ໃໝ່ ຊຶ່ງ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ ໃນ​ວັນ​ທີ 15 ​ເດືອນ​ທັນວານີ້ ​ຈະ​ມີ​ໂຮມ​ທັງ ເຂດ​ໂຂ​ດຫິນ​ໃຕ້​ນໍ້າ ນອກ​ຝັ່ງ​ພາກ​ໃຕ້ ທີ່​ຈີນ​ເອີ້ນ ວ່າ Suyan ນັ້ນ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ເວົ້າ​ເມື່ອວັນ​ອາທິດ​ມື້​ນີ້​ວ່າ ລັດ​ຖະບານ​ເກົາຫຼີ​ໃຕ້ ​ໄດ້​ຫາລື​ກັບ​ສະຫະລັດ​ລ່ວງ​ໜ້າ​ ກ່ອນ​ການ​ຕັດສິນ​ໃຈດັ່ງກ່າວ​ຂອງ​ກຸງ​ໂຊ​ລ ​ໂຮມ​ທັງຢູ່​ໃນ​ກອງ​ປະຊຸມ​ບັ້ນ​ນຶ່ງ​ເມື່ອວັນ​ສຸກ​ຜ່ານ​ມາ​ນີ້ ລະຫວ່າງ ທ່ານ​ໂຈ ບາຍ​ເດັນ ຮອງ​ປະທາ​ນ​າທິບໍດີ​ສະຫະລັດ ​ແລະ​ປະທານາທິບໍດີ ພາກ ​ເກິ່ນ ​ເຮ ທີ່​ກຸງ​ໂຊ​ລ.

ຖະ​ແຫຼງການ​ສະບັບ​ນຶ່ງ​ເວົ້າ​ວ່າ ວໍ​ຊິງ​ຕັນ ​ໄດ້​ທໍາ​ການ​ປຶກສາ​ຫາລື ​ແລະ​ກໍ ຈະສືບ​ຕໍ່ເຮັດ ເຊັ່ນ​ນັ້ນ​ຕໍ່​ໄປ ​ຢ່າງ​ໃກ້ຊິດ​ກັບ​ບັນດາ​ພັນທະ​ມິດ ​ແລະ​ພາຄີຢູ່​ໃນ​ຂົງ​ເຂດ​ ເພື່ອ​ຮັບປະກັນ ວ່າ​ພຶດຕິການຂອງ​ເຂົາ​ເຈົ້າ ຈະ​ຊ່ວຍ​ເຮັດ​ໃຫ້​ມີ​ສະຖຽນ​ລະ​ພາບ ຄວາມ​ສາມາດ​ຄາດ​ການ ​ແລະ​ຄວາມສອດຄ່ອງ​ຫຼາຍຂຶ້ນ ກັບກົດ​ປະຕິບັດ​ຂອງ​ນານາຊາດ.

ການ​ປະກາດ​ດັ່ງກ່າວ​ຂອງ​ເກົາຫຼີ​ໃຕ້ ມີ​ຂຶ້ນ​ເພື່ອ​ຕອບ​ໂຕ້​ຕໍ່ການ​ຕັດສິນ​ໃຈ ​ເມື່ອ​ວັນ​ທີ 23 ພະຈິກ​ຜ່ານ​ມາ​ຂອງ​ຈີນ ທີ່​ສ້າງ​ຕັ້ງ​ເຂດ​ນ່ານຟ້າ​ໃໝ່​ຂຶ້ນ ທີ່​ໄປ​ກວມ​ເອົາ​ດິນ​ແດນ​ທີ່​ອ້າງ​ກໍ​າມະ​ສິດ​ໂດຍ​ເກົາຫຼີ​ໃຕ້ ​ແລະ​ຍີ່ປຸ່ນ​ໃນ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ. ຈີນໄດ້​ກ່າວ​ວ່າ ​ເຮືອບິນ​ທຸກໆ​ລໍາ​ທີ່​ມີ​ເຈດ​ຕະນາ ຈະ​ບິນ​ເຂົ້າ​ໄປ​ໃນ​ເຂດ​ດັ່ງກ່າວ ຈະ​ຕ້ອງ​ຍື່ນ​ສະ​ເໜີ​ຕາຕະລາງ​ການບິນ​ເສຍ​ກ່ອນ ຊຶ່ງທາງ​ການ​ຈີນ​ສະຫງວນ​ສິດ ທີ່​ຈະ​ປະຕິ​ເສດ​ບໍ່​ໃຫ້​ເຂົ້າ​ໄປ​ໄດ້.

ຮອງ​ປະທານາທິບໍດີ ​ໂຈ​ ບາຍ​ເດັນ ​ເວົ້າ​ຢູ່​ໃນ​ຄໍາ​ປາ​ໄສ​ບັ້ນ​ນຶ່ງ​ເມື່ອ​ວັນ​ສຸກ ຜ່ານ​ມາ​ ຢູ່​ທີ່​ມະຫາວິທະຍາ​ໄລ​ແຫ່ງ​ນຶ່ງ​ໃນ​ກຸງ​ໂຊ​ລ ວ່າ ສະຫະລັດ​ບໍ່​ຮັບ ຮູ້​ເຂດ​ປ້ອງ​ກັນ​ທາງ​ອາກາດ​ຂອງ​ຈີນ.

South Korea Declares New Air Defense Zone, Overlapping China's

South Korea has declared an expanded air defense zone that partially overlaps one recently announced by China.

South Korea's Defense Ministry said on Sunday that the new zone, which will take effect on December 15, will include Ieodo, a submerged reef in waters off the south coast, which China calls Suyan.

The U.S. State Department said Sunday that the South Korean government had conferred with the United States in advance of Seoul's decision, including in a meeting Friday between U.S. Vice President Joe Biden and President Park Geun-hye in Seoul.

A statement said Washington has been and will remain in close consultation with allies and partners in the region to ensure their actions contribute to greater stability, predictability, and consistency with international practices.

South Korea's announcement came in response to China's November 23 decision to create a new air zone that overlaps territory claimed by South Korea and Japan in the East China Sea. China said all aircraft intending to enter the zone must first submit a flight plan, with Chinese officials reserving the right to deny access.

Vice President Biden said in a speech Friday at a university in Seoul that the United States does not recognize China's air defense zone.

In Beijing Thursday, Biden said China's new defense zone has created "significant apprehension" in the region.

The U.S., Japan and South Korea have sent military planes into the zone in recent days, defying China's demand they notify Beijing beforehand. China has not interfered with the flights, but has scrambled fighter jets to the area, heightening concerns about a possible miscalculation in the air.

Some information for this report provided by AP, AFP and Reuters.
XS
SM
MD
LG