ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລື້ອງ​ ທະ​ເລ​ຈີນ​ໃຕ້ ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ ຈະ​ເປັນ​ຫົວ​ຂໍ້​ສຳ​ຄັນ ໃນ​ກອງ​ປະ​ຊຸມ​ສຸດຍອດ ບັນ​ດາຜູ້​ນຳ ອາ​ຊຽນ


​ລັດ​ຖະ​ມົນ​ຕີ ວ່າ​ການ​ຕ່າງ​ປ​ະ​ເທດ ສ​ຫລ ທ່ານ ໄມ​ຄ໌ ພອມ​ພຽວ ແລະ ​ຄູ່​ຕຳ​ແໜ່ງ​ຂອງ​ທ່ານ ຈາກ ອາ​ຊຽນ ເຂົ້າ​ຮ່ວມໃນ ການ​ສົນ​ທະ​ນາ​ປຶກ​ສາ​ຫາ​ລື ​ໃນ​ຂົງ​ເຂດ​ ອາ​ຊຽນ ຄັ້ງ​ທີ 26 (ARF) ຢູ່​ທີ່​ບາງກອກ ປະ​ເທດ​ໄທ, ວັນ​ທີ 2 ສິງ​ຫາ 2019.
​ລັດ​ຖະ​ມົນ​ຕີ ວ່າ​ການ​ຕ່າງ​ປ​ະ​ເທດ ສ​ຫລ ທ່ານ ໄມ​ຄ໌ ພອມ​ພຽວ ແລະ ​ຄູ່​ຕຳ​ແໜ່ງ​ຂອງ​ທ່ານ ຈາກ ອາ​ຊຽນ ເຂົ້າ​ຮ່ວມໃນ ການ​ສົນ​ທະ​ນາ​ປຶກ​ສາ​ຫາ​ລື ​ໃນ​ຂົງ​ເຂດ​ ອາ​ຊຽນ ຄັ້ງ​ທີ 26 (ARF) ຢູ່​ທີ່​ບາງກອກ ປະ​ເທດ​ໄທ, ວັນ​ທີ 2 ສິງ​ຫາ 2019.

ການ​ເຈ​ລະ​ຈາ ​ວ່າ​ດ້ວຍ ຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ ທີ່ກວມ​ລວມ​ 16 ປະ​ເທດ ແລະຫຼັກ​ການ​ປະ​ຕິ​ບັດ ສຳ​ລັບ​ເຂດ​ທະ​ເລ​ຈີນ​ໃຕ້ ທີ່​ເປັນ​ເລື້ອງ​ຖົກ​ຖຽງ​ກັນ​ທີ່​ຮ້ອນ​ແຮງ ນັ້ນ ແມ່ນ​ຄາດ​ກັນ​ວ່າ ຈະ​ເປັນ​ຫົວ​ຂໍ້​ທີ່​ສຳ​ຄັນ ຢູ່​ໃນ​ເວ​ທີ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ຜູ້​ນຳ​ອາ​ຊຽນ ທີ່​ນະ​ຄອນຫຼວງ​ບາງກອກ ໃນ​ເດືອນໜ້າ​ຈະ​ມາ​ເຖິງນີ້.

ບັນ​ດາ​ຜູ້​ນຳ​ທັງ​ໝົດ ຂອງ 10 ປ​ະ​ເທດ​ ສະ​ມາ​ຊິກ ສະ​ມາ​ຄົມ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫຼື ອາ​ຊຽນ ແມ່ນ​ມີ​ກຳ​ນົດ​ຈະ​ເຂົ້າ​ຮ່​ວມ ກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ​ປະ​ເທດ ປະ​ຈຳ​ທ້າຍ​ປີ ໃນ​ລະ​ຫວ່າງ ວັນ​ທີ 2 ຫາ ວັນ​ທີ 4 ​ຂອງ​ເດືອນ​ພ​ະ​ຈິກ ພ້ອມ​ດ້ວຍ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ​ຊີນ​ໂຊ ອາ​ເບະ ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ​ມູນ ແຈ-ອິນ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ທ່ານ​ຫລີ ເກີ​ຈຽງ​ . ຄາດ​ໝາຍ​ວ່າ ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກູ​ແຕ​ເຣັ​ສ ແລະຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ອົງ​ການກອງ​ທຶນ​ສາ​ກົນ ທ່ານ​ນາງ ຄ​ຣິ​ສ​ຕາ​ລີ​ນາ​ ຈໍຣຈີ​ວາ ກໍ​ຍັງ​ຈະ​ມາ​ຮວ​ມ​ນຳ​ດ້ວຍ.

ກອງ​ປະ​ຊຸມ​ຕ່າງໆ ​ທີ່ພົວ​ພັນ​ກັບ​ກ​ອງ​ປະ​ຊຸມ​ສຸດຍອດ ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ພະ​ຫັດ ​ຈະ​ມາ​ເຖິງນີ້.

ໃນ​ຂະ​ນະ​ທີ່ ປະ​ເທດ​ໄທ ໄດ້​ເປັນປະ​ທານ​ ​ອາ​ຊຽນ ​ໃນ​ປີນີ້ ກໍຫວັງ​ວ່າ ​ຈະ​ປິດ​ວາ​ລະ​ການ​ເປັນ​ປະ​ທານ​ລົງ ດ້ວຍ​ການ​ເຈ​ລະ​ຈາ ໃນ​ເລື້ອງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ ​ຮອບດ້ານ​ໃນ​ຂົງ​ເຂດ ຫຼື​ເອີ້ນ​ຫຍໍ້​ວ່າ RCEP ທັງ​ໝົດນັ້ນ ​ໃຫ້​ແລ້ວ​ເສັດ. ໃນ​ການ​ທຳ​ງາ​ນ ນັບ​ຕັ້ງ​ແຕ່ ປີ 2012 ເປັນ​ຕົ້ນ​ມາ ຊຶ່ງ​ຂໍ້​ຕົກ​ລົງດັ່ງ​ກ່າວ ທີ່​ພວກ​ຄົນ​ບາງ​ສ່ວນ ​ເຫັນ​ວ່າ ​ເປັນ​ດັ່ງ​ກັບການ​ໂຕ້​ຕອບຂອງ​ຈີນ ຕໍ່​ຂໍ້​ຕົກ​ລົງ​ພາ​ຄີ​ຂ້າມ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ຊຶ່ງ​ການ​ເຈ​ລະ​ຈາ ​ທີ່​ລວມ​ມີ​ ຈີນ ນຳ​ດ້ວຍ ແລະ​ໄດ້​ຫັກ​ພັງ​ລົງ ໃນ​ເວ​ລາ​ທີ່ ສະ​ຫະ​ລັດ ໄດ້​ຖອນ​ໂຕ​ອອກ​ໄປ.

ກອງ​ປະ​ຊຸມ​ສຸດຍອດ ຈະນຳ​ເອົາ 10 ປະ​ເທດ​ສະ​ມາ​ຊິກ​ຂອງ​ອາຊຽນ​ທັງ​ໝົດ ແລະ 6 ປະ​ເທດ​ອື່ນໆ ທີ່​ປະ​ກອບ​ດ້ວຍ ອອ​ສ​ເຕ​ຣ​ເລຍ ຈີນ ອິນ​ເດຍ ຍີ່​ປຸ່ນ ນິວ​ຊີ​ແລນ ແລະ​ເກົາຫຼີ​ໃຕ້ ເຂົ້າ​ມາ​ຮ່​ວມ ຊຶ່ງ​ມັນ​ຈ​ະ​ປົກ​ຄຸມ 45 ເປີ​ເຊັນ ຂອງປະ​ຊາ​ກອນ​ໂລກ ແລະ ນຶ່ງ​ສ່ວນ​ສາມ ຂອງ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນຂອງ​ໂລກ ​ນຳ​ດ້ວຍ.

ໂດຍ ​ອິນ​ເດຍ ແລະ​ຈີນ ຍັງຜິດ​ຖຽງ​ກັນ ໃນ​ເລື້ອງ​ຂອງ​ການ​ເຂົ້າ​ເຖິງ​ຕະຫຼາດ ທີ່​ວ່າ “ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ RCEP ປາ​ກົດ​ວ່າ ຈະ​ເປັນ​ໄປ​ບໍ່​ໄດ້” ຢູ່​ທີ່ກອງ​ປະ​ຊຸມ​ສຸດຍອດ ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ປີ​ເຕີ ມຳ​ຟອດ ຫົວ​ໜ້າຮັບ​ຜິດ​ຊອບ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ທີ່​ໃຫ້​ການປຶກ​ສາໃນຄວາມ​ສ່ຽງ​ດ້ານການ​ເມືອງ ປະ​ຈຳ ກຸ່ມ​ຢູ​ເຣ​ເຊຍ (Eurasia Group).

ທ່ານ​ກ່າວ​ຕື່ມ​ວ່າ “ແຕ່ ອາ​ຊຽນ ຫວັງ​ວ່າ ຢ່າງ​ໜ້ອຍກໍ​ຈະ​ສາ​ມາດ​ປະ​ກາດ​ວ່າ ໄດ້ມີ​ຄວາມ​ກ້າວ​ໜ້າ​ພໍ​ສົມ​ຄວນ ​ເພື່ອຮັບ​ປະ​ກັນ​ວ່າ ຈະ​ຮັກ​ສາ​ໄວ້​ທ່າແຮງນັ້ນ​ຕໍ່​ໄປ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG