ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ຢ້ານອິດ​ທິ​ພົນ ຂອງ ຍີ່​ປຸ່ນ ເປັນ​ສ່ວນ​ໃຫຍ່ ໃນ​ທະ​ເລ ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ


ກຳ​ປັ່ນ​ບັນ​ທຸກ​ເຮ​ລິ​ຄັອບ​ເຕີ ອີ​ຊູ​ໂມະ ຂອງກຳ​ລັງ​ປ້ອງ​ກັນ​ທາງ​ທະ​ເລ ຍີ່​ປຸ່ນ DDH-184 Kaga ຈອດ​ຢູ່​ຖານ​ທັບ​ນາ​ວິ​ກະ​ໂຍ​ທິນ ໃນ​ເມືອງ ຊາ​ເຊ​ໂບະ, ເກາະ ຄິວ​ຊູ, ຍີ່​ປຸ່ນ. 6 ເມ​ສາ, 2018.
ກຳ​ປັ່ນ​ບັນ​ທຸກ​ເຮ​ລິ​ຄັອບ​ເຕີ ອີ​ຊູ​ໂມະ ຂອງກຳ​ລັງ​ປ້ອງ​ກັນ​ທາງ​ທະ​ເລ ຍີ່​ປຸ່ນ DDH-184 Kaga ຈອດ​ຢູ່​ຖານ​ທັບ​ນາ​ວິ​ກະ​ໂຍ​ທິນ ໃນ​ເມືອງ ຊາ​ເຊ​ໂບະ, ເກາະ ຄິວ​ຊູ, ຍີ່​ປຸ່ນ. 6 ເມ​ສາ, 2018.

ຍີ່​ປຸ່ນ ແມ່ນ​ກຳ​ລັງ​ປັບ​ປຸງ​ຕົນ​ເອງ​ໃຫ້​ເປັນ​ຄູ່​ແຂ່ງ​ທີ່​ສຳ​ຄັນ​ຂອງ ຈີນ ໃນ​ທະ​ເລ​ຈີນ​ໃຕ້ ທີ່
ມີບັນຫາຂັດແຍ້ງກັນ ເພາະວ່າ ເຂົາເຈົ້າມີວິທີການທີ່ຍືນຍົງ, ຫຼາຍຮູບແບບ ແລະ ມີ
ເຫດຜົນທີ່ພິເສດຫຼາຍຢ່າງ ເພື່ອທົດສອບອິດທິພົນທີ່ກຳລັງເພີ່ມຂຶ້ນຂອງ ປັກກິ່ງ, ອີງ
ຕາມການກ່າວຂອງບັນດານັກວິເຄາະ.

ປະ​ເທດ​ດັ່ງ​ກ່າວ​ໄດ້​ປາກົດ​ຕົວ​ຂຶ້ນ​ມາ ເປັນ​ກອງ​ກຳ​ລັງ​ນຶ່ງ​ໃນ​ທະ​ເລ​ນັ້ນ ​ນັບ​ຕັ້ງ​ແຕ່​ປີ
2017 ເປັນຕົ້ນມາ. ເຂົາເຈົ້າໄດ້ເຮັດວຽກກັບ ສະຫະລັດ ໃນການຝຶກຊ້ອມກອງທັບ
ເຮືອຮ່ວມກັນ ລວມທັງຄັ້ງນຶ່ງຈາກວັນທີ 2 ຫາ 8 ພຶດສະພາທີ່ຜ່ານມາ ທີ່ຍັງປະກອບ
ມີກຳປັ່ນສົງຄາມຈາກ ອິນເດຍ ແລະ ຟີລິບປິນ. ຍີ່ປຸ່ນ ໄດ້ສົ່ງກຳປັ່ນບັນທຸກເຮລິຄັອບ
ເຕີ ຊັ້ນ ອີຊຸໂມະ ໄປທະເລດັ່ງກ່າວຢ່າງໜ້ອຍ 4 ຄັ້ງນັບຕັ້ງແຕ່ປີ 2017. ໃນປີນັ້ນ
ເຂົາເຈົ້າໄດ້ທຳການລາດຕະເວນສາມເດືອນ.

ຍີ່​ປຸ່ນ​ ແມ່ນ​ກຳ​ລັງ​ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທດ ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ອ້າງ​
ເອົາເຂດແດນໃນ ທະເລຈີນໃຕ້ ນັ້ນພັດທະນາໂຄງລ່າງພື້ນຖານ ແລະ ກຳລັງທະ
ຫານທີ່ມີປະສິດທິພາບ. ບັນດາເຈົ້າໜ້າທີ່ ຍີ່ປຸ່ນ ບໍ່ໄດ້ອ້າງເອົາທະເລນັ້ນ, ແຕ່ມີການ
ຂັດແຍ້ງຕ່າງຫາກກັບ ຈີນ ໄດ້ກະຕຸ້ນໃຫ້ເຂົາເຈົ້າ ຕ້ອງເຝົ້າລະວັງອິດທິພົນຂອງ ຈີນ.
ປະຊາຊົນ ຍີ່ປຸ່ນ ມີແນວໂນ້ມທີ່ຈະສະໜັບສະໜູນນະໂຍບາຍຕ່າງປະເທດ ທີ່ແນ
ເປົ້າໃສ່ ຈີນ, ອີງຕາມການກ່າວຂອງນັກວິເຄາະ.

ທ່ານ ຄອ​ລ​ລິນ ໂຄ, ນັກ​ຄົ້ນ​ຄວ້າ ກ່ຽວ​ກັບ ຄວາມ​ປອດ​ໄພ​ທາງ​ທະ​ເລ ຢູ່​ມະ​ຫາ​ວິ​ທະ​
ຍາໄລ ເທັກໂນໂລຈີ ນານຢາງ ໃນປະເທດ ສິງກະໂປ ໄດ້ກ່າວວ່າ “ພາຍໃຕ້ລັດຖະ
ບານຂອງທ່ານ ອາເບະ, ໂຕກຽວ ໄດ້ຮັກສາການພົວພັນດ້ານການປ້ອງກັນປະເທດ
ແລະ ຄວາມປອດໄພໃນເອເຊຍຕາເວັນອອກສ່ຽງໃຕ້, ໂດຍສະເພາະ ແມ່ນທະເລຈີນ
ໃຕ້. ຂ້າພະເຈົ້າເຊື່ອວ່າ ປັກກິ່ງ ຈະມີຄວາມເປັນຫ່ວງ ກ່ຽວກັບ ຍີ່ປຸ່ນ ໃຊ້ທະເລຈີນໃຕ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG