ຈີນ ໄດ້ລະງັບ ບັນຫາຂັດແຍ່ງ ທີ່ໃຫຍ່ທີ່ສຸດ ໃນປີ 2017 ດ້ານອະທິປະໄຕ ທາງທະເລ
ຂອງເອເຊຍ ດ້ວຍການສະເໜີ ໃຫ້ການຊ່ອຍເຫຼືອ, ການລົງທຶນ ແລະ ການປະຕິຍານ
ວ່າ ຈະທຳການເຈລະຈາ ກັບບັນດາປະເທດ ເອເຊຍຕາເວັນອອກສຽງໃຕ້ ທີ່ອ່ອນແອ
ກວ່າຕົນ ໃນຂະນະທີ່ ຫົວໜ້າຄູ່ປໍລະປັກຂອງປັກກິ່ງ ຄື ສະຫະລັດ ນັ້ນ ກຳລັງມິດງຽບຢູ່.
ການຫັນປ່ຽນທັງຫຼາຍດັ່ງກ່າວ ໃນບັນຫາຂັດແຍ່ງ ດ້ານອະທິປະໄຕ ໃນທະເລຈີນໃຕ້
ທີ່ພົວພັນກັບ 6 ລັດຖະບານໄດ້ອະນຸຍາດໃຫ້ ປັກກິ່ງ ຫລຸດຜ່ອນການວິພາກວິຈານ
ຂອງມະຫາຊົນ ກ່ຽວກັບການອ້າງເອົາກຳມະສິດ ປະມານ 90 ເປີເຊັນ ຂອງນ່ານນ້ຳ
ທີ່ກວ້າງໃຫຍ່ ຈາກແຄມຝັ່ງທາງພາກໃຕ້ຂອງຕົນ ຮອດເກາະ ໂບຣ໌ນຽວ. ການລະງັບ
ດັ່ງກ່າວນັ້ນ ຈະສົ່ງຜົນເຮັດໃຫ້ຄວາມສ່ຽງຂອງການຂັດແຍ່ງນັ້ນ ຫລຸດລົງ.
ທ່ານ ອາແລນ ຈ້ອງ (Alan Chong) ສາດສະດາຈານ ຢູ່ທີ່ ໂຮງຮຽນ S. Rajaratnam
ດ້ານການສຶກສາ ລະຫວ່າງປະເທດ ຢູ່ໃນ ສິງກະໂປ ກ່າວວ່າ “ກະຊວງການຕ່າງ
ປະເທດ ສະຫະລັດ, ທຳນຽບຫ້າແຈ ໃນເວລາ ທີ່ພວກເຂົາເຈົ້າ ເບິ່ງເອເຊຍແລ້ວ
ພວກເຂົາເຈົ້າ ຈະບໍ່ຍອມຄິດວ່າ ມັນເປັນບ່ອນທີ່ມີຄວາມສະຫງົບສຸກ ເພາະວ່າ
ພວກເຮົາໄດ້ພົບເຫັນວິທີທາງນຶ່ງ ທີ່ຈະສື່ສານຕໍ່ກັນໄດ້ ເຖິງແມ່ນວ່າ ຈະບໍ່ເຫັນດີ
ນຳກັນ ແລະ ຈະຮັບເອົາການຕົກລົງນຳກັນ ຕາມທີ່ໄດ້ຕົກລົງກັນ.”
ບຣູນາຍ ມາເລເຊຍ ຟີລິບປິນ ໄຕ້ຫວັນ ແລະ ຫວຽດນາມ ຕ່າງກໍອ້າງເອົາກຳມະສິດ
ທັງໝົດ ຫຼື ບາງພາກສ່ວນ ຂອງເນື້ອທີ່ທະເລ 3 ລ້ານ 5 ແສນ ຕະລາງກິໂລແມັດ.
ພວກອ້າງກຳມະສິດທັງຫຼາຍດັ່ງກ່າວ ຕ່າງກໍຫວັງຜົນ ໃນ ການປະມົງ ຢູ່ໃນບໍລິເວນ
ນ່ານນ້ຳທະເລ ເຂດຮ້ອນ ເຊິ່ງມີ ບັນດານເກາະດອນນ້ອຍ ຫຼາຍເຖິງ 500 ເກາະ
ຢູ່ອ້ອມແອ້ມ, ເປັນເສັ້ນທາງເດີນເຮືອ ທາງທະເລ ແລະ ເຊື້ອໄຟຟອດຊີລ ສະສົມຢູ່ໃຕ້
ທະເລ ນັ້ນ.
ສ່ວນຈີນ ກໍໄດ້ອ້າງເຖິງ ປະຫວັດຂອງການປະມົງ ທີ່ໄດ້ຖືກບັນທຶກໄວ້ ຂອງຕົນ ນັ້ນ.
ນັບຕັ້ງແຕ່ ປີ 2010 ເປັນຕົ້ນມາ ຄວາມກ້າວໜ້າດ້ານເທັກໂນໂລຈີ ຂອງຈີນ ທີ່ມີ
ປະສິດທິພາບຫຼາຍຂຶ້ນ ຈຶ່ງໄດ້ເຮັດໃຫ້ ບັນດາປະເທດເພື່ອນບ້ານຂອງຕົນ ເກີດຄວາມ
ໂກດແຄນ ຍ້ອນການນຳໃຊ້ດິນໄປຖົມ ສ້າງເກາະດອນຂຶ້ນ ສຳລັບຕັ້ງຄ້າຍທະຫານ.
ໃນປີ 2016 ສານແກ້ໄຂບັນຫາຂອງໂລກ ກໍໄດ້ຕັດສິນ ຕາມການຮ້ອງຂໍຂອງຟີລິບປິນ ຄັດຄ້ານຕໍ່ພື້ນຖານດ້ານກົດໝາຍ ຂອງການອ້າງເອົາກຳມະສິດ ໃນທະເລຂອງ ຈີນ.