ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດ ໃນເຂດ ທະເລຈີນໃຕ້ ຫາທາງແກ້ໄຂ ຂໍ້ຂັດແຍ້ງກັບຈີນ (ວີດິໂອ ລາວ/ອັງກິດ)


South China Sea Nations Use Different Approaches to Press Claims
please wait

No media source currently available

0:00 0:02:54 0:00
ລິງໂດຍກົງ

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ

ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ
ເດີນທາງໄປຢ້ຽມຢາມຂົງເຂດເອເຊຍເທື່ອທໍາອິດໃນອາ
ທິດນີ້ ຊື່​ງຄາດກັນວ່າ ການເຈລະຈາຂອງ​ທ່ານທີ່ປັກກິ່ງ
ຈະສຸມໃສ່ທ່າທີເກາະຜິດຢ່າງຫ້າວຫັນຂຶ້ນ​ເລື້ອຍໆຂອງ
ເກົາຫຼີເໜືອ ແລະບັນຫາຂັດແຍ້ງກັນ​ເລື້ອງ​ດິນ​ດອນໃນ
ຂົງເຂດທະເລຈີນໃຕ້. Scott Stearn ຜູ້ສື່ຂ່າວວີໂອເອປະ​ຈໍາ
​ກະຊວງ​ການ​ຕ່າງປະ​ເທດມີລາຍງານກ່ຽວກັບວ່າ ບາງປະເທດ
ຄູ່ແຂ່ງຂອງຈີນ​ໃນ​ບັນຫາ​ຂັດ​ແຍ້​ງກັນ​ດັ່ງກ່າວ ກໍາລັງດໍາເນີນ
ການອ້າງເອົາກໍາມະສິດຂອງພວກຕົນໂດຍວິທີໃດ. ທອງປານ
ມີລາຍ​ລະອຽດມາສະເໜີທ່ານ.

ລິງໂດຍກົງ

ເບິ່ງວີດິໂອ ພາສາລາວ:


ປັກກິ່ງເວົ້າວ່າ ການຊ້ອມລົບດ້ວຍລູກກະສຸນແທ້ຂອງ​ຕົນໃນເຂດທະເລຈີນໃຕ້ນັ້ນແມ່ນມີ​
ເປົ້າ​ໝາຍ​ເພື່ອປ້ອງກັນຕໍ່ການໂຈມຕີທາງເຮືອແລະທາງອາກາດຢູ່ໃນເຂດນ່ານນໍ້າທີ່ມີ
ຂໍ້ຂັດແຍ້ງກັນນັ້ນ.

ແຕ່ຝ່າຍຫວຽດນາມເວົ້າວ່າ ການລາດຕະເວນຂອງຈີນເຮັດແມ່ນ​ເປັນອັນຕະລາຍຕໍ່ການ
ເດີນເຮືອ ​ແລະວ່າກອງທັບເຮືອຂອງຈີນໄດ້ຍິງໃສ່ເຮືອປະມົງລໍາ​ນຶ່ງຂອງຊາວຫວຽດນາມ
ຢູ່ໃກ້ເຂດໝູ່ເກາະ Paracel ທີ່​ເປັນຂໍ້ຂັດແຍ້ງກັນນັ້ນ.

ຝ່າຍຈີນກໍກ່າວວ່າ ຕົນບໍ່ໄດ້ເຮັດຫຍັງຜິດ ຊຶ່ງທ່ານຮົງເລ ໂຄສົກກະຊວງ ຕ່າງປະເທດ ​ໃຫ້ການຊີ້ແຈງວ່າ:

“ການຕອບໂຕ້ໂດຍພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງຈີນ ຕໍ່ເຮືອປະມົງຜິດກົດໝາຍ
ຂອງຫວຽດນາມນັ້ນ ຖືວ່າເໝາະສົມແລະ
ມີເຫດຜົນດີແລ້ວ.”

ທ່ານ Christian LeMiere ເຈົ້າໜ້າທີ່ປະຈໍາສະຖາບັນຍຸດທະສາດແລະການສຶກສານາໆ
ຊາດ ເວົ້າວ່າ: ຢູ່ໃນຂົງເຂດທະເລຈີນໃຕ້ນັ້ນ ປັກກິ່ງໄດ້ພະຍາຍາມແຍກການອ້າງເອົາກໍາ
ມະສິດແຂ່ງກັບຕົນ​ນັ້ນ ​ອອກ​ຈາ​ກກັນ ​ເປັນ​ລາຍ​ປະ​ເທດ​ໄປ. ທ່ານ LeMiere ເວົ້າວ່າ:

​ເປັນ​ທີ່​ແລ​ເຫັນ​ໄດ້​ວ່າ ​ໃນການສົນທະນາກັບຈີນ ແບບສອງຕໍ່ສອງຕາມ​ລໍາພັງ
ຕົນ​ເອງນັ້ນ ຫວຽດນາມແມ່ນຢູ່ໃນທ່າທີທີ່ອ່ອນແອກ່ວາ​ຈີນຫຼາຍ. ແຕ່ ຖ້າຫາກ
ວ່າຫວຽດນາມສາມາດລະດົມເອົາການສະໜັບສະໜຸນ ຈາກສະຫະລັດຫຼືຍີ່ປຸ່ນ
ຫຼືອິນເດຍ
​ໄດ້ ຫຼືຢ່າງໜ້ອຍ ກໍສະແດງ​ໃຫ້​ເຫັນວ່າປະເທດເຫຼົ່ານີ້ມີສ່ວນໄດ້ສ່ວນ
ເສຍນໍາກັນ
ໃນການເຈລະຈາຕໍ່ຮອງນັ້ນແລ້ວ ຫວຽດນາມກໍຈະພົບວ່າ ຕົນຢູ່ໃນ
ທ່າທີທີ່ເຂັ້ມແຂງ ຫຼາຍກວ່າ
ເກົ່າ.”

ສ່ວນຟິລິບປິນ ກໍ​ກໍາລັງ​ນໍາ​ເອົາຂໍ້ຂັດແຍ້ງຂອງຕົນກັບຈີນ ຢູ່ເຂດທະເລຈີນໃຕ້ນັ້ນ ຂຶ້ນຫາ
ສະຫະ​ປະຊາ​ຊາດ ຫລືຢູແອັນ ​ໃນຂະນະດຽວກັນ ກໍຢືນຢັນຄວາມ​ສໍາພັນຄືນໃໝ່ ກັບພັນທະ
ມິດເກົ່າ ​ເຊ່ນສະຫະລັດ. ທ່ານຈອນ ແຄຣີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ເວົ້າວ່າ:

“ຟິລິບປິນ ເປັນນຶ່ງໃນຫ້າປະເທດພັນທະມິດຂອງພວກເຮົາຢູ່​ໃນຂົງເຂດເອເຊຍ-
ປາຊິຟິກ ແລະ
ຄວາມ​ສໍາພັນ​ຂອງ​ພວກ​ເຮົາ​ນັ້ນ​ ກໍ​ແມ່ນສໍາຄັນຫລາຍທີ່ສຸດ ໃນ
ຕອນນີ້ ຄືໃນຊ່ວງ
​ເວລາທີ່ມີຄວາມເຄ່ງຕຶງກັນຫລາຍກ່ຽວກັບເຂດທະເລຈີນໃຕ້
ບ່ອນ​ທີ່ພວກເຮົາສະໜັບສະໜຸນ​ໃຫ້​ມີກົດ​ແຫ່ງ​ການປະພຶດປະຕິບັດ ແລະພວກ
ເຮົາກໍມີຄວາມເປັນຫ່ວງທີ່ສຸດ ກ່ຽວກັບຄວາມເຄ່ງຕຶງ
ລະຫວ່າງບາງປະ​ເທດນັ້ນ ແລະກໍຢາກໃຫ້ມີການຕົກລົງກັນໄດ້ ພາຍໃຕ້ຂັ້ນຕອນຂອງການ​ໄກ່​ເກ່ຍ.

​ບັນຫາຫລ້າ​ສຸດ​ລະຫວ່າງ​ຈີນ​ກັບ​ຟີລິບ​ປິນ ກໍ​ຄື ​ເຮືອ​ຫາ​ປາ​ລໍາ​ນຶ່ງ​ຂອງ​ຈີນ ​ໄດ້ແລ່ນ​ໄປຄາ​ຫີນ
ຢູ່ໃກ້ໆ​ເກາະ​ຫີນ​ນ້ອຍໆ​ແຫ່ງ​ນຶ່ງໃນ​ເຂດ​ສະຫງວນ ​ໃນ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ ​ໃກ້ໆ​ກັບຄ້າຍ
​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ເຂດ ທີ່​ໄດ້​ຖ່າຍຮູບ​ເອົາ​ເຮືອ​ຂອງ​ຈີນ​ໄວ້. ​ເຈົ້າ​ໜ້າ​ທີ່​ໄດ້​ຄວບ​ຄຸມ​ໂຕ
​ພວກ​ລູກ​ເຮືອ​ຈີນ 12 ຄົນ​ໄວ້ແລະ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ຖືກ​ດໍາ​ເນີນ​ຄະດີ ຕາມກົດໝາຍ​
ຂອງ​ຟີ​ລິບ​ປີນ.

ເບິ່ງພາບເຮືອຫາປາ ທີ່ສົງໄສວ່າເປັນຂອງຈີນ ແລ່ນໄປຄາຫີນຢູ່ຊາຍຝັ່ງຟີລິບປິນ:


ມີ​ການ​ຕັ້ງ​ຄໍາ​ຖາມ​ກັນ​ວ່າ ຫວຽດນາມອາດຈະ​ຮ່ວມ​ກັບຟິລິບປິນ ແລະຫັນ ໄປເພິ່ງການໄກ່
​ເກ່ຍ ຂອງອົງການສະຫະປະຊາຊາດ ຫຼືບໍ່? ທ່ານນາງ Ruth Wedgwood ອາຈານສອນ
ປະຈໍາມະຫາວິທະຍາໄລ John Hopkins ຄິດວ່າ ຫວຽດນາມຄວນຈະເຮັດແນວນັ້ນ.

ທ່ານນາງ Ruth ເວົ້າວ່າ: “ໃນຄວາມຮູ້ສຶກຂອງຂ້າພະເຈົ້າແລ້ວ ມັນມີເຫດຜົນດີ ສໍາລັບຫວຽດນາມທີ່ຈະເຂົ້າຮ່ວມກັບພວກເຂົາເຈົ້າ ແລະປະກາດຄຽງ​ຄູ່​ກັນ​ໄປ​
ເລີຍ
ວ່າ ໜ່ວຍຍາມຝັ່ງຂອງຈີນ ບໍ່ວ່າຈະ​ຍ້ອນ​ການຢືນຢັດຂອງເຈົ້າແຂວງເກາະ
ໄຫ​ໜານ
ຫຼືບໍ່ວ່າ ຈະແມ່ນພາຍໃຕ້ການບັນຊາການຂອງປັກກິ່ງກໍຕາມ ​ແທ້ໆແລ້ວ
ກໍບໍ່ຄວນຈະກົດດັນແຕ່ລະປະເທດເພື່ອນບ້ານໃນຂົງເຂດ ໃຫ້ຖອຍໜີອອກໄປ
ຢູ່ໃນເສັ້ນຈໍາກັດ
ສາມໄມ ຫຼື 4800 ​ແມັດ ຄື​ກັບໃນ​ສະ​ໄໝກ່ອນ. ຈີນແມ່ນກໍາລັງ
ຜັກດັນເລຶ່ອງນີ້ຢ່າງໜັກ.”


ມັນເປັນຄວາມກົດດັນອັນນັ້ນ ທີ່ເຮັດໃຫ້ ອາຈານ Pek Koon Heng ປະຈໍາມະຫາວິທະຍາ
ໄລ American ເຊື່ອວ່າ ຫວຽດນາມ ມາເລເຊຍ ແລະ ບຣູໄນ ຈະບໍ່ເຂົ້າຮ່ວມນໍາການຫັນ​ໄປ
​ຫາ​ສະຫະ​ປະຊາ​ຊາດ ຂອງຟິລິບປິນ. ທ່ານນາງ Pek ເວົ້າວ່າ ມໍລະດົກຕົກທອດຈາ​ກການບຸກ
ລຸກຂອງຈີນ ເຮັດໃຫ້ຫວຽດນາມມີຄວາມລະມັດລະວັງ ຢ່າ​ງທີ່ສຸດ.

“ສິ່ງໃດທີ່ຫວຽດນາມເຮັດໄປນັ້ນ ແມ່ນຖືກຕ້ານຢັນຢ່າງ​ໃຫຍ່​ຈາກຈີນ. ຫວຽດນາມ
ເຂົ້າໃຈ
ດີວ່າ ຕົນສາມ​າດເຮັດໄດ້ຫຼາຍສໍ່າ​ໃດ ຍ້ອນວ່າຕະຫຼອດໄລຍະສິບປີຜ່ານ
ມານີ້ ຈີນໄດ້ສ້າງກອງທັບເຮືອຂອງຕົນ ໃຫ້ທັນສະໄໝຂຶ້ນມາ
ຢ່າງວ່ອງໄວ.”

ຈີນໄດ້ອ້າງເອົາກໍາມະສິດ​ໃນ​ເຂດແດນສ່ວນໃຫຍ່ ຂອງ​ພື້ນ​ທີ່ທະ​ເລຫຼາຍກວ່າ ສາມລ້ານ ກິໂລ
ແມັດມົນທົນ ຈາກສິງຄະໂປ ໄປຈົນເຖິງຊ່ອງແຄບໄຕ້ຫວັນ ອັນເປັນເຂດທີ່ການເດີນເຮືອຂົນ
ສົ່ງສິນຄ້າ ເຄິ່ງນຶ່ງຂອງໂລກ ແລ່ນຜ່ານໄປຜ່ານມານັ້ນ.



XS
SM
MD
LG