ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mandela ເຖິງແກ່ ອະສັນຍະກຳແລ້ວ ຮວມອາຍຸ ໄດ້ 95 ປີ (ສະໄລດ໌/ວີດີໂອ)


Nelson Mandela Dies at 95, World Mourns South Africa's Former President
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
ປະຊາຊົນຊາວອາຟຣິກາໃຕ້ ພວມໄວ້ທຸກ ໃຫ້ແກ່ມື້ລາງຜູ້ນຳ ໃນ
ການຕໍ່ຕ້ານລັດທິແບ່ງແຍກເຊື້ອຊາດຜິວພັນອາພາເທ່ອາຟຣິກາ
ໃຕ້ ພ້ອມທັງເປັນ ປະທານາທິບໍດີຜິວດຳ ຄົນທຳອິດຂອງປະເທດ
ທ່ານ Nelson Mandela ທີ່ໄດ້ເຖິງແກ່ອະສັນຍະກຳໃນວັນພະ
ຫັດວານນີ້ ຮວມອາຍຸໄດ້ 95 ປີ.

ຫຼາຍໆຄົນໄດ້ຮູ້ຂ່າວ ໃນວັນສຸກມື້ນີ້ ບໍ່ເທົ່າໃດຊົ່ວໂມງຫລັງຈາກ
ປະທານາທິບໍດີອາຟຣິກາໃຕ້ ທ່ານ Jacob Zuma ໄດ້ປະກາດ
ໃຫ້ຊາບວ່າ ທ່ານ Mandela ໄດ້ເຖິງແກ່ອະສັນຍະກຳທ່າມກາງ
ຄວາມສະຫງົບງຽບ ຫ້ອມລ້ອມດ້ວຍສະມາຊິກ ໃນຄອບຄົວຂອງ
ທ່ານ.

ທ່ານ Zuma ທີ່ນຸ່ງຊຸດສີດຳ ໄດ້ຖະແຫຼງ ຜ່ານທາງໂທລະພາບແຫ່ງຊາດວ່າ ອາຟຣິກາໃຕ້
ໄດ້ສູນເສຍລູກຊາຍທີ່ຍິ່ງໃຫຍ່ທີ່ສຸດ ແລະປະຊາຊົນຂອງພວກເຮົາກໍໄດ້ສູນເສຍບິດາ.

ທ່ານ Zuma ເວົ້າວ່າ “ນັ້ນແມ່ນເວລາ ທີ່ເສົ້າໂສກເສຍໃຈທີ່ສຸດ ຢ່າງແທ້ຈິງ ສຳລັບ ພວກເຮົາ. ແຕ່ນັ້ນ ມັນຍັງເປັນເວລາໃນການຕັດສິນໃຈທີ່ຍິ່ງໃຫຍ່ທີ່ສຸດຂອງພວກ ເຮົານຳດ້ວຍ. ການຕັດສິນໃຈ ທີ່ຈະດຳລົງຊີວິດ ແບບທີ່ Madiba ຫລືທ່ານ Nel-
son Mandela ເຄີຍດຳລົງຊີວິດມາ ມານະບາກບັ່ນດັ່ງທີ່ Madiba ເຄີຍໄດ້ພາກ ພຽນພະຍາຍາມມາ ແລະຈະບໍ່ຢຸດຢັ້ງຈົນກວ່າພວກເຮົາເຮັດໃຫ້ວິໄສທັດ ອງທ່ານ ກາຍເປັນຄວາມຈິງຂຶ້ນມານັ້ນກໍຄືອາຟຣິກາໃຕ້ທີ່ເປັນເອກກະພາບຢ່າງແທ້ຈິງ ອາ ຟຣິກາທີ່ມີຄວາມສະຫງົບສຸກແລະວັດທະນາຖາວອນ ແລະໂລກທີ່ດີຂຶ້ນກວ່າເກົ່າ.”




ທ່ານ Zuma ໄດ້ສັ່ງໃຫ້ຊັກທຸງຊາດຂຶ້ນເຄິ່ງເສົາ ແລະລັດຖະບານ ຈະໄດ້ຈັດພິທີສົ່ງສະການ ຢ່າງເປັນທາງການ ໃຫ້ແກ່ທ່ານ Mandela ຫລັງຈາກການໄວ້ທຸກຊົ່ວໄລຍະນຶ່ງ.

ເປັນທີ່ຄາດກັນວ່າ ຈະມີພວກຜູ້ນຳ ແລະບຸກຄົນທີ່ມີຊື່ສຽງໂດ່ງດັງຂອງໂລກຈຳນວນນຶ່ງ ເດີນ ທາງໄປຍັງອາຟຣິກາໃຕ້ ເພື່ອເຂົ້າຮ່ວມພິທີສົ່ງສະການ ໃຫ້ແກ່ທ່ານ Mandela ຊຶ່ງເປັນບຸກ ຄົນທີ່ໄດ້ຮັບການເຄົາລົບນັບຖື ຢ່າງກວ້າງຂວາງ ຢູ່ໃນທົ່ວໂລກ ຍ້ອນການດຳເນີນການທາງ ການເມືອງຂອງທ່ານ.

ຝູງຊົນໄດ້ພາກັນໄປເຕົ້າໂຮມກັນຢູ່ນອກເຮືອນຂອງທ່ານທີ່ນະຄອນ Johannesburg ບ່ອນ ທີ່ພວກເຂົາເຈົ້າໄດ້ພາກັນຮ້ອງເພງ ຟ້ອນແລະສະແດງຄວາມເຄົາລົບຕາມປະເພນີຂອງຊາວ ອາຟຣິກາໃຕ້.

ທ່ານ Mandela ໄດ້ຖືກຄຸກເປັນເວລາເກືອບ 3 ທົດສະວັດ ຍ້ອນບົດບາດຂອງທ່ານໃນການ ຕໍ່ສູ້ເພື່ອຍຸຕິການປົກຄອງຂອງພວກຄົນຜິວຂາວ ທີ່ເປັນຊົນກຸ່ມນ້ອຍແລະໄດ້ມີການຈຳແນກ ກີດກັນຢ່າງເປັນທາງການ ຕໍ່ພວກຄົນຜິວດຳໃນອາຟຣິກາໃຕ້.

ລຸນຫລັງທີ່ໄດ້ຖືກປ່ອຍອອກຈາກຄຸກແລ້ວ ທ່ານໄດ້ກາຍເປັນສັນຍາລັກ ຂອງສັນຕິພາບແລະ ການປອງດອງຊາດທີ່ໜ້າເຄົາລົບນັບຖື ແລະໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບໃນ
ປີ 1993. ໃນປີຕໍ່ມາ ທ່ານໄດ້ຖືກເລືອກ ເປັນປະທານາທິບໍດີຄົນຜິວດຳຜູ້ທຳອິດ ຂອງອາຟຣິ ກາໃຕ້.

ທ່ານ Mandela ຊຶ່ງໄດ້ຕິດເຊື້ອວັນນະໂຣກຫຼືທີບີໃນລະຫວ່າງທີ່ຖືກຄຸກເປັນເວລາເກືອບ 3 ທົດສະວັດນັ້ນ ໄດ້ເຂົ້າຮັບການປິ່ນປົວພະຍາບານຫຼາຍໆຄັ້ງ ໃນໄລຍະຫລາຍໆປີຜ່ານມານີ້ ຊຶ່ງຫລ້າສຸດກໍແມ່ນຮັບການປິ່ນປົວໂຣກປອດອັກເສບ ທີ່ກຳເລີບຄືນໃໝ່.

Remembering Nelson Mandela
please wait

No media source currently available

0:00 0:05:28 0:00
ລິງໂດຍກົງ
XS
SM
MD
LG