ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຟຣິກາໃຕ້ ຫຼີກລ່ຽງການກັກບໍລິເວນ ໃນຂະນະທີ່ປະທານາທິບໍດີ ຜັກດັນການສັກຢາວັກຊີນ


ຕູ້ເຊັກອິນຂອງສາຍການບິນຕ່າງປະເທດຫຼາຍແຫ່ງຍັງຖືກປິດຢູ່ສະໜາມບິນ ໂອອາ ຕຳໂປ ຂອງນະຄອນຫຼວງ ໂຈແຮນເນັສເບີກ, ປະເທດ ອາຟຣິກາ. 29 ພະຈິກ, 2021.
ຕູ້ເຊັກອິນຂອງສາຍການບິນຕ່າງປະເທດຫຼາຍແຫ່ງຍັງຖືກປິດຢູ່ສະໜາມບິນ ໂອອາ ຕຳໂປ ຂອງນະຄອນຫຼວງ ໂຈແຮນເນັສເບີກ, ປະເທດ ອາຟຣິກາ. 29 ພະຈິກ, 2021.

ເຖິງແມ່ນຈະມີການເພີ່ມຂຶ້ນ ຂອງກໍລະນີໄວຣັສໂຄໂຣນາ ໃນປະເທດ ອາຟຣິກາໃຕ້ ບ່ອນທີ່ສາຍພັນໃໝ່ ໂອໄມຄຣອນ ໄດ້ຖືກກວດພົບນັ້ນກໍຕາມ, ມາດຕະການກັກບໍລິເວນທີ່ເຄັ່ງຄັດກວ່າເກົ່າແມ່ນບໍ່ໄດ້ຖືກໃຊ້. ແຕ່ກົງກັນຂ້າມ, ປະທານາທິບໍດີຂອງປະເທດດັ່ງກ່າວ ທ່ານ ໄຊຣິລ ຣາມາໂຟຊາ (Cyril Ramaphosa) ໄດ້ກ່າວຕໍ່ຜູ້ທີ່ຍັງບໍ່ໄດ້ສັກຢາວັກຊີນວ່າ ມັນເຖິງເວລາແລ້ວທີ່ຈະຈ້ອນແຂນເສື້ອຂຶ້ນ. ນັກຂ່າວວີໂອເອ ລິນດາ ກີຟແທສ໌ (Linda Givetash) ມີລາຍງານຈາກນະຄອນ ໂຈແຮນເນັສເບີກ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ປະຊາຊົນ ອາຟຣິກາໃຕ້ ແມ່ນໂລ່ງໃຈທີ່ ໄດ້ເລີ້ມສັບປະດາໃໝ່ຂອງເຂົາເຈົ້າຄືກັບຄົນອື່ນໆ ໃນວັນຈັນວານນີ້.

ຄວາມເຄັ່ງຕຶງແມ່ນສູງໝົດທ້າຍອາທິດ ໃນຂະນະທີ່ສາທາລະນະໄດ້ລໍຖ້າຄຳຕອບຂອງລັດຖະບານຕໍ່ໄວຣັສສາຍພັນ ໂອໄມຄຣອນ.

ແຕ່ປະທານາທິບໍດີ ໄຊຣິລ ຣາມາໂຟຊາ ໄດ້ກ່າວຕໍ່ະເທດໃນຄືນທີ່ຜ່ານມາວ່າ ໃນຂະນະທີ່ກໍລະນີໄວຣັສໂຄໂຣນາແມ່ນກຳລັງສູງຂຶ້ນນັ້ນ, ມາດຕະການໃສ່ໜ້າກາກ ແລະ ການຫ້າມອອກບ້ານໃນຍາມທ່ຽງຄືນໃນປັດຈຸບັນນີ້ແມ່ນຈະພຽງພໍ.

ຢູ່ຮ້ານກາເຟແຫ່ງນຶ່ງໃນນະຄອນຫຼວງ ໂຈແຮນເນັສເບີກ, ຫົວໜ້ານັກເຮັດກາເຟ ທ້າວ ອາລເລັນ ເອັມໂຟເລ ກ່າວວ່າ ມັນເປັນຂ່າວທີ່ໜ້າຍິນດີ.

ທ້າວ ເອັມໂຟເລ ກ່າວວ່າ “ຂ້າພະເຈົ້າດີໃຈ ເພາະວ່າພວກເຮົາຈຶ່ງສາມາດທີ່ຈະບໍລິການຊຸມຊົນຂອງພວກເຮົາ ແລະ ເຮັດໃຫ້ເສດຖະກິດດຳເນີນຕໍ່ໄປ ແລະ ເຕີບໂຕ.”

ທ່ານ ຣາມາໂຟຊາ ໄດ້ກ່າວວ່າ ໃນຂະນະທີ່ໂລກໄດ້ຮຽນຮູ້ ທີ່ຈະອາໄສຢູ່ກັບໄວຣັສດັ່ງກ່າວນັ້ນ, ການສັກຢາວັກຊີນແມ່ນກະແຈທີ່ສຳຄັນທີ່ຈະເຮັດໃຫ້ປະເທດເປີດຄືເກົ່າ.

ຜູ້ໃຫຍ່ໃນ ອາຟຣິກາໃຕ້ ປະມານ 41 ເປີເຊັນແມ່ນໄດ້ສັກຢາວັກຊີນແລ້ວ, ອີງຕາມຂໍ້ມູນຂອງລັດ ຖະບານ.

ທ່ານ ຣາມາໂຟຊາ ໄດ້ກ່າວວ່າມັນເຖິງເວລາແລ້ວສຳລັບປະຊາຊົນທີ່ຍັງເຫຼືອຢູ່ຈະໄປສັກຢາວັກຊີນ.

ທ່ານ ຣາມາໂຟຊາ ໄດ້ກ່າວວ່າ “ພວກເຮົາຍັງມີຫຼາຍຄົນໂພດທີ່ສະແດງຄວາມສົງໄສ ແລະ ຜູ້ທີ່ຄັດ ຄ້ານທີ່ຈະສັກຢາ. ການສັກຢາວັກຊີນປັດຈຸບັນນີ້ແມ່ນວິທີທີ່ສຳຄັນທີ່ສຸດທີ່ຈະປົກປ້ອງຕົນເອງ ແລະ ຄົນທີ່ຢູ່ອ້ອມຂ້າງເຈົ້າຕໍ່ໄວຣັສສາຍພັນ ໂອໄມຄຣອນ ເພື່ອຫຼຸດຜ່ອນຜົນກະທົບຂອງຄື້ນທີສີ່ ແລະ ເພື່ອຊ່ວຍຟື້ນຟູ ອິດ ສະຫຼະພາບໃນສັງຄົມທີ່ພວກເຮົາໂຫຍຫາ.”

ທ່ານປະທານາທິບໍດີ ຍັງໄດ້ເຕືອນວ່າ ລັດຖະບານແມ່ນກຳລັງຊອກຫານະໂຍບາຍຕ່າງໆ ກ່ຽວກັບ ການເຮັດໃຫ້ສັກຢາວັກຊີນເປັນຂໍ້ບັງຄັບ ເພື່ອທີ່ຈະເຂົ້າຫາການບໍລິການບາງຢ່າງ ຫຼື ສະຖານທີ່ຕ່າງໆ.

ຄົນເຮັດ​ກາເຟ ທ້າວ ອາລເລັນ ເອັມໂລເຟ ໄດ້ກ່າວວ່າ ນັ້ນຈະເຮັດໃຫ້ເປັນສິ່ງທີ່ຍາກຕໍ່ທຸລະກິດທີ່ຈະຄວບຄຸມ ແລະ ອາດກໍ່ໃຫ້ເກີດການແຕກແຍກ ຂອງສັງ ຄົມ.

ທ້າວ ເອັມໂລເຟ ກ່າວວ່າ “ເຈົ້າເຫັນວ່າມັນມີການໂຕ້ຖຽງກັນເລັກນ້ອຍທີ່ຄົນພວກນີ້ທີ່ບໍ່ເຊື່ອໃນຢາວັກຊີນ ແຕ່ມັນມີຄົນຜູ້ອື່ນທີ່ເຊື່ອມັນ. ສະນັ້ນ, ມັນຂ້ອນຂ້າງຈະກໍ່ໃຫ້ເກີດຄວາມເຄັ່ງຕຶງລະຫວ່າງບໍ່ພຽງແຕ່ລູກຄ້າຜູ້ທີ່ບໍລິການເຂົາເຈົ້າ, ແຕ່ພາຍໃນຕົວເຂົາເຈົ້າເອງດ້ວຍ.”

ສາຍພັນ ໂອໄມຄຣອນ ໄດ້ກໍ່ໃຫ້ເກີດການຫ້າມເດີນທາງຕໍ່ພາກພື້ນ ອາຟຣິກາໃຕ້ ໂດຍ ອັງກິດ, ສະຫະລັດ, ສະຫະພາບຢູໂຣບ ແລະ ປະເທດອື່ນໆ.

ທ່ານ ຣາມາໂຟຊາ ໄດ້ກ່າວເຖິງປະເທດຕ່າງໆໃນການກ່າວຄຳປາໄສຂອງທ່ານໃນຕອນແລງວັນອາທິດທີ່ຜ່ານມາ, ໂດຍເວົ້າວ່າ ການຕັດສິນໃຈຂອງເຂົາເຈົ້າແມ່ນບໍ່ໄດ້ອີງໃສ່ວິທະຍາສາດ ແລະ ເປັນການລົງໂທດທາງເສດຖະກິດຂອງປະເທດທີ່ທຸກຍາກກວ່າຢ່າງບໍ່ຍຸຕິທຳ.

ນັກວິທະຍາສາດການເມືອງຢູ່ມະຫະວິທະຍາໄລ ຟຣີ ສເຕດ (Free Stade) ທ່ານນາງ ໄອນາ ກາວສ໌, ເວົ້າວ່າມັນເປັນຂໍ້ຄວາມທີ່ແຮງຕໍ່ປະເທດຕາເວັນຕົກ.

ແຕ່ບໍ່ວ່າເຂົາເຈົ້າຈະປ່ຽນແປງການຫ້າມຕ່າງໆຫຼືບໍ່ນັ້ນແມ່ນຍັງບໍ່ແນ່ນອນ.

ທ່ານນາງ ກາວສ໌ ໄດ້ກ່າວວ່າ “ພວກເຮົາໄດ້ຮັບການລາຍງານສະບັບທຳອິດແລ້ວຈາກບັນດານັກຊ່ຽວຊານການແພດຂອງພວກເຮົາວ່າ ມັນບໍ່ເບິ່ງຄືວ່າໄວຣັສສາຍພັນນີ້ຈະແມ່ນອັນຕະລາຍເປັນພິເສດ ຫຼື ຕ້ານທານຕໍ່ຢາວັກຊີນ. ສະນັ້ນ, ຂ້າພະເຈົ້າຄິດວ່າບາງເທື່ອເຂົາເຈົ້າຈະຟັງແງ່ມຸມຂອງວິທີທາງ ແທນທີ່ຈະເປັນຂໍ້ຄວາມທາງການເມືອງທີ່ເຈົ້າແບ່ງແຍກຕໍ່ ອາຟຣິກາ.”

ການຫ້າມເດີນທາງຍັງໄດ້ຖືກກຳນົດໃຊ້ພາຍໃນທະວີບ, ດ້ວຍປະເທດ ໂມຣິຊຽສ ຣວານດາ ແລະ ເຄັນຢາ ໄດ້ຫ້າມຖ້ຽວບິນຕ່າງໆ.

ທ່ານນາງ ກາວສ໌ ກ່າວວ່າ ບັນດາປະເທດ ອາຟຣິກາ ຄວນລຸກຂຶ້ນຢືນນຳກັນແທນ ແລະ ທຳການຊັກຊວນສຳລັບການນຳເອົາຖ້ຽວບິນທັງຫຼາຍໄປສູ່ ຢູໂຣບ ແລະ ປະເທດອື່ນໆກັບມາ.

ທ່ານນາງ ກາວສ໌ ກ່າວວ່າ “ນີ້ແມ່ນການໂຕ້ຖຽງທີ່ບັນດາຜູ້ນຳ ອາຟຣິກາ ຕ້ອງເຮັດ ເພື່ອໃຫ້ມີວິທີທາງທີ່ສອດຄ່ອງກັນຕໍ່ບັນຫານີ້. ໃນຄວາມຄິດຂອງຂ້າພະ ເຈົ້າ, ມັນຕ້ອງມີຜູ້ນຳ ອາຟຣິກາ ອອກມາເວົ້າຫຼາຍກວ່າເກົ່າ ແລະ ຮວບຮວມຄວາມພະຍາຍາມທີ່ວ່ານີ້, ບໍ່ແມ່ນພຽງແຕ່ອັນດຽວນີ້.”

ອົງການອະນາໄມໂລກ ໄດ້ເອີ້ນການຫ້າມເດີນທາງວ່າ ບໍ່ມີປະສິດທິພາບ ແລະ ໄດ້ກ່າວວ່າ ປະເທດຕ່າງໆຄວນຮຽກຮ້ອງໃຫ້​ມີການກວດໂຣກເພື່ອປ້ອງກັນການແຜ່ລາມຂອງໄວຣັສແທນ.

ອັງກິດ ໄດ້ກ່າວວ່າ ຖ້ຽວບິນຕ່າງໆໄປສູ່ ອາຟຣິກາໃຕ້ ຈະສືບຕໍ່ໃນອາທິດນີ້, ແນວໃດກໍຕາມ ມັນຈະມີຂໍ້ບັງຄັບກັກບໍລິເວນກວດໂຣກ 10 ວັນ ຢູ່ໂຮງແຮມສຳລັບການເດີນທາງເຂົ້າປະເທດ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG