ຈາກຄະແນນສຽງ 99.9 ເປີເຊັນທີ່ນັບໄປແລ້ວ ພັກຄອງແກຣັສແຫ່ງຊາດອາຟຣິກາ ຫຼື
ເອີ້ນຫຍໍ້ວ່າ ANC ທີ່ປົກຄອງປະເທດໃນປັດຈຸບັນ ຍັງຄົງໄດ້ຮັບຄະແນນສຽງນຳໜ້າຢູ່
ແລະມີກຳນົດຈະສະເຫຼີມສະຫຼອງກັນ ໃນວັນເສົາມື້ນີ້ ເວລາຜົນການນັບຄະແນນສຽງ
ຢ່າງເປັນທາງການ ໄດ້ມີການປະກາດໃຫ້ຊາບ. ລັດຖະບານຊຸດໃໝ່ ຈະມີການຈັດຕັ້ງ
ກັນ ໃນທ້າຍເດືອນນີ້.
ພັກ ANC ໄດ້ຊະນະການເລືອກຕັ້ງທັງໝົດ 6 ເທື່ອ ນັບແຕ່ປະເທດດັ່ງກ່າວ ໄດ້ສິ້ນ
ສຸດ ການປົກຄອງທີ່ແບ່ງແຍກຜິວພັນ ຫຼື ອາພາແຕ່ ໃນປີ 1994.
ແຕ່ແນວໃດກໍຕາມ ໃນປີນີ້ ແມ່ນເປັນເທື່ອທຳອິດ ທີ່ພັກ ANC ໄດ້ຊະນະຄະແນນສຽງ
ຜູ້ມີສິດປ່ອນບັດ ບໍ່ຮອດ 60 ເປີເຊັນ.
ເປັນທີ່ຄາດກັນວ່າ ຄະນະກຳມາທິການເລືອກຕັ້ງຈະປະກາດໃຫ້ຊາບວ່າ ພັກ ANC
ຍັງເປັນພັກທີ່ໄດ້ຮັບຄະແນນສຽງຫຼາຍກວ່າໝູ່ 57 ເປີເຊັນ.
ໃນໄລຍະສອງສາມປີຜ່ານມານີ້ ການສໍ້ລາດບັງຫຼວງທີ່ນອງນັນ ແລະການເຕີບໂຕ
ເສດຖະກິດທີ່ຊັກຊ້າລົງ ໄດ້ສ້າງຮອຍດ່າງພ້ອຍ ໃຫ້ແກ່ພາບພົດ ຂອງພັກ ANC ແລະ
ການໂຕນພັກຂອງບັນດາຜູ້ມີສິດປ່ອນບັດ.
ແຕ່ບັນດາເຈົ້າໜ້າທີ່ຂັ້ນສູງຂອງພັກ ANC ໄດ້ກ່າວໃນວັນສຸກວານນີ້ວ່າ ພວກເຂົາເຈົ້າ
ບໍ່ໄດ້ເປັນຫ່ວງຫຍັງ ຍ້ອນສິ່ງທີ່ປາກົດອອກມາ ໃນອັນຖືວ່າ ເປັນການສູນເສຍຄວາມ
ເຊື່ອໝັ້ນ ຕໍ່ພັກ ANC.
“ບໍ່ມີຄວາມຜິດຫວັງເລີຍ ບໍ່ການແປກໃຈເລີຍ ພວກເຮົາຢູ່ບ່ອນທີ່ພວກເຮົາຄິດ ວ່າ
ຄວນຈະເປັນ ໃນຈຸດນຶ່ງໃນຊ່ວງເວລານີ້” ທ່ານເຈັສຊີ ດູອາເຕ ຮອງເລຂາທິການໃຫຍ່
ຂອງພັກ ANC ທີ່ໄດ້ບອກບັນດານັກຂ່າວຢູ່ທີ່ສູນນັບຄະແນນຫຼັກ ໃນເມືອງ ປຣີໂຕເຣຍ
(Pretoria).
ພັກຝ່າຍຄ້ານ ພັນທະມິດເພື່ອປະຊາທິປະໄຕ ກໍໄດ້ຮັບຄະແນນສຽງທີ່ຫລຸດລົງ ເຊັ່ນດຽວ
ກັນໃນການປ່ອນບັດຄັ້ງນີ້ ຊຶ່ງໄດ້ຊະນະເກືອບ 21 ເປີເຊັນຂອງຄະແນນສຽງໃນການ
ເລືອກຕັ້ງປີ 2014 ພັກດັ່ງກ່າວ ໄດ້ຮັບຄະແນນສຽງຫຼາຍກວ່າ 22 ເປີເຊັນ.
ສ່ວນພັກພວກນັກຕໍ່ສູ້ເພື່ອເສລີພາບດ້ານເສດຖະກິດ ນິຍົມຊ້າຍຈັດ ຫຼືເອີ້ນຫຍໍ້ ວ່າ
EFF ໃນການເລືອກຕັ້ງແຫ່ງຊາດຄັ້ງທີສອງ ຂອງຕົນນັ້ນ ໄດ້ຮັບຄະແນນ ສຽງຫຼາຍຂຶ້ນ
ໜ້ອຍນຶ່ງ ຄືຫຼາຍກວ່າ 10 ເປີເຊັນ ຫຼາຍກວ່າທີ່ຕົນໄດ້ຮັບ ໃນປີ 2014.
ປະທານພັກ EFF ແຫ່ງຊາດ ທ່ານດາລີ ເອັມໂປຟູ ໄດ້ກ່າວຕໍ່ບັນດານັກຂ່າວ ວ່າ ພັກ
ຂອງທ່ານ ມີຄວາມຮູ້ສຶກດີໃຈ ທີ່ໄດ້ຮັບຜົນດີກວ່າໃນປີ 2014 ຊຶ່ງພັກຂອງທ່ານ ໄດ້ຮັບ
ຄະແນນສຽງ 6 ເປີເຊັນ ໃນການເປີດຕົວຄັ້ງທຳອິດ ໃນການ ເລືອກຕັ້ງແຫ່ງຊາດ.
ສິ່ງທີ່ບໍ່ມີຜູ້ໃດຄາດຄິດວ່າຈະເຫັນກັນ ເຖິງຢ່າງໃດກໍດີ ກໍຄື ການເພີ້ມຂຶ້ນໃນຄະແນນສຽງ
ທີ່ໄດ້ຮັບໂດຍພັກ VF Plus ທີ່ເວົ້າພາສາອາຟຣິການ ຜູ້ຊຶ່ງມີຊື່ເປັນ ພາສາອັງກິດ ວ່າ
Freedom Front Plus ນັ້ນ. ເປົ້າໝາຍຂອງພັກດັ່ງກ່າວນີ້ ແມ່ນເພື່ອສ້າງບ້ານເກີດ
ເມືອງນອນ ໃຫ້ແກ່ຊາວຜິວຂາວຊົນກຸຸ່ມນ້ອຍ ທີ່ເວົ້າພາສາອາຟຣິການ. ພັກທີ່ບໍ່ຢູ່ໃນ
ວົງການການເມືອງ ໄດ້ສ້າງຄວາມແປກໃຈໃຫ້ ພວກສັງເກດການຫຼາຍໆຄົນ ດ້ວຍ
ການຍາດມາໄດ້ ຄະແນນສຽງ 1 ເປີເຊັນ ໃນການເລືອກຕັ້ງປີ 2014.
With 99.9 percent of the votes counted, South Africa's legendary ruling African National Congress remains at the country's helm and is set to celebrate Saturday once the results are officially announced.The new government will be formed later this month.
The ANC has won all six parliamentary elections since the nation ended apartheid in 1994.
This year, however, is the first time the ANC has won less than 60 percent of the vote.
The election commission is expected to announce the ANC remains at the top with just 57 percent of the ballots.
In recent years, corruption scandals and the sluggish economy have tainted the ANC's image and led some voters to defect.
But top ANC officials said Friday they were undaunted by what appears to be a loss of confidence in the ANC.
"No disappointment, no surprises, we are where we thought we would be at this point in time," Jessie Duarte, deputy secretary general of the African National Congress, told reporters at the main counting center in Pretoria.
The opposition Democratic Alliance also slipped in the polls, winning almost 21 percent of the ballots.In the 2014 elections,it won more than 22 percent of the votes.
The far-left Economic Freedom Fighters, in its second national election, earned slightly more than 10 percent of the votes which is more than EFF received in 2014.