ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຫລ່ງຂ່າວທາງການທູດ ​ແຈ້ງ​ໃຫ້ວີໂອເອ ​ຊາບວ່າ ສະຫະລັດ ຈະລົດລະດັບຄວາມສຳພັນ ກັບມຽນມາ ລົງ


ແຟ້ມພາບ - ພົນລະເມືອງມຽນມາ ປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານຂອງທະຫານ ຢູ່ຕໍ່ໜ້າສຳນັກງານອົງການສະຫະປະຊາຊາດ ໃນນະຄອນຫຼວງ ບາງກອກ ຂອງໄທ, ວັທີ 17 ກຸມພາ 2021.
ແຟ້ມພາບ - ພົນລະເມືອງມຽນມາ ປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານຂອງທະຫານ ຢູ່ຕໍ່ໜ້າສຳນັກງານອົງການສະຫະປະຊາຊາດ ໃນນະຄອນຫຼວງ ບາງກອກ ຂອງໄທ, ວັທີ 17 ກຸມພາ 2021.

ແຫລງຂ່າວທາງການທູດ ໄດ້ກ່າວຕໍ່ວີໂອເອ ພະແນກພາສາມຽນມາວ່າ ສະຫະ ລັດ ຈະລົດລະດັບ​ຄວາມສຳພັນດ້ານການທູດກັບມຽນມາ ລົງ ພາຍຫຼັງຈາກເອກອັກຄະລັດຖະທູດສະຫະລັດ ທອມມັສ ວາຈດາ ທີ່ດຳລົງຕຳແໜ່ງໃນປັດຈຸບັນນີ້ ເດີນທາງອອກຈາກມຽນມາ ຊຶ່ງໜ້າທີ່ຂອງທ່ານ ກຳລັງຈະສິ້ນສຸດລົງ ໃນທ້າຍເດືອນນີ້.

ລັດຖະບານຂອງປະທານາທິບໍດີ ໂຈ ໄບເດັນ ໄດ້ຕັດສິນໃຈຈະບໍ່ສົ່ງຜູ້ສືບທອດຕຳແໜ່ງໄປແທນ ອີງຕາມການກ່າວຂອງແຫລ່ງຂ່າວ ຜູ້ທີ່ຂໍສະຫງວນຊື່ ເພື່ອການໂອ້ລົມກ່ຽວກັບເລື້ອງ ທີ່ຍັງບໍ່ທັນໄດ້ຖືກປະກາດຢ່າງເປັນທາງການ ໂດຍກະຊວງການຕ່າງປະເທດ.

ແຫລ່ງຂ່າວ ໄດ້ເວົ້າວ່າ “ຮອງຫົວໜ້າຄະນະຮັບຜິດຊອບສະຖານທູດ ທ່ານນາງເດໂບຣາ ລິນ (Deborah Lynn) ຈະເຂົ້າຮັບໜ້າທີ່ເປັນອຸບປະທູດ ປະຈຳສະ ຖານທູດສະຫະລັດໃນມຽນມາ ຫຼັງຈາກທີ່ເອກອັກຄະລັດຖະທູດວາຈດາ ເດີນທາງອອກ​ຈາກ​ປະ​ເທດ​ແລ້ວ.”

ແຟ້ມພາບ - ເອກອັກຄະລັດຖະທູດສະຫະລັດ ທ່ານທອມມັສ ວາຈດາ (Thomas Vajda) ປະຈຳມຽນມາ
ແຟ້ມພາບ - ເອກອັກຄະລັດຖະທູດສະຫະລັດ ທ່ານທອມມັສ ວາຈດາ (Thomas Vajda) ປະຈຳມຽນມາ

ເອກອັກຄະລັດຖະທູດທອມມັສ ວາຈດາ ໄດ້ເດີນທາງ​ໄປຮອດມຽນມາໃນເດືອນມັງກອນ ປີ 2021 ບໍ່ດົນກ່ອນໜ້າ ລັດຖະບານທີ່ໄດ້ຖືກເລືອກຕັ້ງຢ່າງເປັນປະ ຊາທິປະໄຕຂອງທ່ານນາງ ອອງຊານ ຊູ ຈີ ຖືກໂຄ່ນລົ້ມ.

ເອກອັກຄະລັດຖະທູດປະຈຳມຽນມາ ຄົນກ່ອນ ທ່ານສກັອດ ມາຣແຊລ (Scott Marciel) ໄດ້ກ່າວຕໍ່ວີໂອເອ ວ່າ ສະຫະລັດ ບໍ່ຕ້ອງການຍື່ນສານຕາຕັ້ງ ຕໍ່ລັດ ຖະບານທະຫານທີ່ປົກຄອງປະເທດໃນປັດຈຸບັນ ທີ່ຮູ້ຈັກກັນຢ່າງເປັນທາງການຄື ສະພາຄະນະບໍລິຫານປະເທດ ຫຼື SAC.

ທ່ານມາຣແຊລ ເວົ້າວ່າ “ຈຸດຫຼັກກໍແມ່ນວ່າ ເອກອັກຄະລັດຖະທູດສະຫະລັດຄົນໃໝ່ ຈະຕ້ອງໄດ້ຍື່ນສານຕາຕັ້ງຂອງຜູ້ກ່ຽວຕໍ່ SAC ເປັນໄປໄດ້ສູງກໍຄື ຕໍ່ ມິນ ອອງ ລາຍ. ອັນນັ້ນກໍຈະສ້າງຄວາມນຶກຄິດທີ່ວ່າ ສະຫະລັດ ຮັບຮູ້ເຖິງຄວາມຊອບທຳໃຫ້ກັບລັດຖະບານທະຫານ ຊຶ່ງວໍຊິງຕັນ ບໍ່ຕ້ອງການເຮັດເຊັ່ນນັ້ນ. ລັດຖະບານທະຫານ ອາດ​ຈະໃຊ້ຮູບພາບ​ເຫຼົ່າ​ນັ້ນ ເພື່ອອ້າງເຖິງຄວາມຊອບທຳ. ອັນນີ້ ກໍບໍ່ເປັນການແຕກຫັກໃນ​ຄວາມສຳພັນ ແຕ່ເປັນການລົດລະ ດັບແທນ ຄ້າຍຄືກັນກັບສິ່ງທີ່ໄດ້ເກີດຂຶ້ນໃນຕົ້ນຊຸມປີ 1990.”

ທ່ານມາຣແຊລ ປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດສະຫະລັດປະຈຳມຽນມາ ເປັນເວລາສີ່ປີ ຈາກ 2016 ຫາ 2020. ແຕ່ທ່ານວາຈດາ ຜູ້ທີ່ສືບທອດຕຳແໜ່ງຕໍ່ຈາກທ່ານ ໄດ້ປະຕິບັດໜ້າທີ່ ບໍ່ເຖິງສອງປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG