ການສຶກສາໃໝ່ສະແດງໃຫ້ເຫັນວ່າ ໄຂ້ຫວັດນົກໄດ້ແຜ່ລະບາດຢ່າງງຽບໆຈາກສັດໄປສູ່ສັດຕະວະແພດຈຳນວນນຶ່ງ.
ການສຶກສາທີ່ຖືກເຜີຍແຜ່ ໃນວັນພະຫັດວານນີ້ ໂດຍສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ຫຼື CDC ໄດ້ສະທ້ອນໃຫ້ເຫັນຜົນການສຶກສາຂະໜາດນ້ອຍສອງສະບັບ ທີ່ກວດພົບຫຼັກຖານການຕິດເຊື້ອໃນຄົນທີ່ເຮັດວຽກຢູ່ຟາມທີ່ຍັງບໍ່ໄດ້ຮັບການວິນິໄສມາກ່ອນ. ໃນການສຶກສາດັ່ງກ່າວ ຄົນງານທີ່ຕິດເຊື້ອຫຼາຍຄົນຈື່ໄດ້ວ່າ ມີອາການໄຂ້ຫວັດນົກ H5N1 ໃນຂະນະທີ່ສັດຕະວະແພດໃນລາຍງານສະບັບໃໝ່ ບໍ່ມີໃຜຈື່ອາການດັ່ງກ່າວໄດ້.
ການສຶກສາໃໝ່ນີ້ ເປັນຫຼັກຖານເພີ່ມເຕີມວ່າ ຈຳນວນຜູ້ຕິດເຊື້ອໄຂ້ຫວັດນົກທີ່ໄດ້ຮັບການຢືນຢັນຢ່າງເປັນທາງການໃນ ສະຫະລັດ ຊຶ່ງຢູ່ທີ່ 68 ຄົນໃນປີທີ່ຜ່ານມານັ້ນ ອາດຈະມີການນັບທີ່ຕ່ຳກວ່າຄວາມເປັນຈິງຫຼາຍ, ດຣ. ເກຣກໍຣີ ເກຣ (Gregory Gray) ນັກວິໄຈໂຣກຕິດຕໍ່ຈາກມະຫາວິທະຍາໄລ ເທັກຊັສ ສາຂາການແພດໃນເມືອງ ກາລເວັສຕັນ (Galveston) ກ່າວ.
ທ່ານ ເກຣ ກ່າວວ່າ “ນີ້ກໍໝາຍຄວາມວ່າ ຄົນແມ່ນໄດ້ຕິດເຊື້ອ, ຊຶ່ງມີຄວາມເປັນໄປໄດ້ວ່າ ຍ້ອນການສຳຜັດໃນວຽກງານຂອງເຂົາເຈົ້າ ແລະ ບໍ່ແມ່ນສັນຍານການພັດທະນາຂອງຄວາມເຈັບປ່ວຍ ແລະ ດັ່ງນັ້ນ ຈຶ່ງບໍ່ໄດ້ຊອກຫາການປິ່ນປົວ.”
ທ່ານເວົ້າວ່າ ມັນສະແດງໃຫ້ເຫັນວ່າ ບັນດາເຈົ້າໜ້າທີ່ບໍ່ສາມາດເຂົ້າໃຈການສົ່ງຕໍ່ໄຂ້ຫວັດນົກໄດ້ຢ່າງເຕັມທີ່ ດ້ວຍການຕິດຕາມຄົນຜູ້ທີ່ໄປຄລີນິກການແພດພ້ອມດ້ວຍອາການຕ່າງໆ ເທົ່ານັ້ນ.
ບັນດານັກຄົ້ນຄວ້າອົງການ CDC ໄດ້ໄປຮ່ວມໃນກອງປະຊຸມໃຫຍ່ຂອງສະມາຄົມນັກສັດຕະວະແພດ ໂບໄວນ໌ (Bovine) ຂອງອາເມຣິກັນ ເມື່ອເດືອນກັນຍາ 2024 ທີ່ນະຄອນ ໂຄລຳບັສ ລັດ ໂອໄຮໂອ. ເຂົາເຈົ້າໄດ້ເກນເອົາສັດຕະວະແພດ 150 ຄົນຈາກ 46 ລັດ ທີ່ຕອບຄຳຖາມ ແລະ ຕົກລົງໃຫ້ກວດເລືອດຂອງເຂົາເຈົ້າ. ບໍ່ມີຄົນໃດເວົ້າວ່າ ເຂົາເຈົ້າເປັນຕາແດງ ຫຼື ມີອາການອື່ນໆ ທີ່ກ່ຽວຂ້ອງກັບໄຂ້ຫວັດນົກ.
ການກວດໂຣກໄດ້ພົບວ່າ ສັດຕະວະແພດ 3 ຄົນ ຫຼື 2 ເປີເຊັນ, ມີຫຼັກຖານຂອງໂປຣຕີນຕໍ່ຕ້ານເຊື້ອໄຂຫວັດນົກ H5N1. ທັງສາມຄົນນັ້ນ ໄດ້ເຮັດວຽກໃນຟາມງົວນົມ, ພ້ອມກັບສັດອື່ນໆ. ບໍ່ມີຄົນໃດເວົ້າວ່າ ເຂົາເຈົ້າໄດ້ເຮັດວຽກກັບຝູງງົວທີ່ຮູ້ວ່າ ຕິດເຊື້ອ, ແນວໃດກໍຕາມນຶ່ງຄົນໄດ້ເຮັດວຽກກັບຝູງໄກ່ທີ່ຕິດເຊື້ອ.
ທ່ານ ເກຣ ແລະ ເພື່ອນຮ່ວມງານຈຳນວນນຶ່ງໄດ້ທຳການສຶກສາກັບຄົນເຮັດວຽກໃນຟາມງົວນົມ 14 ຄົນເມື່ອປີກາຍນີ້ ແລະພົບວ່າ 2 ຄົນ ຫຼື 14 ເປີເຊັນມີຫຼັກຖານຂອງການຕິດເຊື້ອກ່ອນໜ້ານີ້. ທັງສອງໄດ້ມີອາການແຕ່ບໍ່ເຄີຍໄປກວດໂຣກ.
ການສຶກສາອີກອັນນຶ່ງ ໄດ້ຖືກພິມອອກເຜີຍແຜ່ເມື່ອປີກາຍນີ້ ໂດຍອົງການ CDC ໄດ້ກວດພວກຄົນງານຢູ່ຟາມງົວນົມ 115 ຄົນ. ບັນດານັກຄົ້ນຄວ້າໄດ້ພົບເຫັນວ່າ ແປດຄົນໃນຈຳນວນດັ່ງກ່າວ ຫຼືເທົ່າກັບ 7 ເປີເຊັນ ມີຫລັກຖານຂອງການຕິດເຊື້ອໃນເລືອດຂອງພວກເຂົາ. ເຄິ່ງນຶ່ງຈື່ໄດ້ວ່າຮູ້ສຶກບໍ່ສະບາຍ.
ອ່ານຂ່າວນີ້ເປັນພາສາອັງກິດ
A new study shows that bird flu has silently spread from animals to some veterinarians.
The study published Thursday by the Centers for Disease Control and Prevention echoes two smaller ones that detected evidence of infection in previously undiagnosed farmworkers. In those studies, several of the infected workers remembered having symptoms of H5N1 bird flu, while none of the veterinarians in the new paper recalled any such symptoms.
The new study is more evidence that the official U.S. tally of confirmed human bird flu infections — 68 in the last year — is likely a significant undercount, said Dr. Gregory Gray, an infectious disease researcher at the University of Texas Medical Branch in Galveston.
"This means that people are being infected, likely due to their occupational exposures, and not developing signs of illness and therefore not seeking medical care," Gray said.
He said it shows that officials cannot fully understand bird flu transmission by only tracking people who go to medical clinics with symptoms.
Evidence of antibodies
CDC researchers went to an American Association of Bovine Practitioners veterinary conference in September 2024 in Columbus, Ohio. They recruited 150 vets from 46 states to fill out a questionnaire and agree to have their blood drawn. None said they had suffered red eyes or other symptoms associated with bird flu.
Testing found three of the vets, or 2%, had evidence of antibodies to H5N1 infection. All three worked with dairy cattle, as well as other animals. None said they'd worked with a herd that was known to be infected, although one had worked with a flock of infected poultry.
Gray and some colleagues did a study last year of 14 dairy farmworkers and found that two, or 14%, had evidence of past infections. Both had experienced symptoms but were never diagnosed.
Another study published last year by the CDC checked 115 dairy workers. The researchers found that eight of them, or 7%, had evidence in their blood of recent infection. Half recalled feeling ill.
ຟໍຣັມສະແດງຄວາມຄິດເຫັນ