ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມາດຕະການສຸກເສີນ ໃນບາງອົງການລັດ ທີ່ຕັ້ງຢູ່ໃກ້ເຂດ ທີ່ມີການລະບາດ ເຮັດໃຫ້ປະຊາຊົນ ມີຄວາມຫຍຸ້ງຍາກ


ຮູບພາບ ຈາກ ສປປ ລາວ
ຮູບພາບ ຈາກ ສປປ ລາວ

ເນື່ອງຈາກວ່າການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ທີ່ຮ້າຍແຮງເປັນປະຫວັດ ການທີ່ພາໃຫ້ຄົນເສຍຊີວິດນັ້ນ ໄດ້ແກ່ຍາວມາໄດ້ສອງເດືອນກວ່າແລ້ວ ລັດຖະບານລາວໄດ້ດໍາເນີນມາດຕະການສຸກເສີນ ຢູ່ໃນບາງເຂດຄຸ້ມ ທີ່ມີການລະບາດຢ່າງໜັກ ໂດຍສະເພາະແມ່ນຢູ່ໃນນະຄອນຫລວງວຽງຈັນ ບ່ອນທີ່ມີເປັນຈຸດເດືອດ ຂອງການລະບາດນັ້ນ ນອກຈາກໃຊ້ມາດຕະການເຂັ້ມງວດຂຶ້ນ ໃນການປິດຄຸ້ມບ້ານ ທີ່ມີການແຜ່ລະບາດຫລາຍແລ້ວ ກໍຍັງມີຂໍ້ຮຽກຮ້ອງອັນໃໝ່ ທີ່ເຂັ້ມງວດ ແລະສຸກເສີນ ຂອງບັນດາອົງການຂອງລັດຖະບານ ທີ່ຢູ່ໃກ້ຄຽງກັບຄຸ້ມບ້ານເຫລົ່ານັ້ນ ຊຶ່ງສ້າງຄວາມຫຍຸ້ງຍາກ ໃຫ້ແກ່ປະຊາຊົນ ທີ່ຕ້ອງການການບໍລິການຂອງລັດນັ້ນຫລາຍ. ກິ່ງສະຫວັນມີລາຍລະອຽດຂອງເລື້ອງນີ້ ຈາກນັກຂ່າວພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຊີນຊົມ ວີດີໂດ ຈາກ ສປປ ລາວ
please wait

No media source currently available

0:00 0:01:03 0:00
ລິງໂດຍກົງ

ຂະນະທີ່ການລະບາດ ຂອງພະຍາດໂຄວິດ-19 ຢູ່ພາກອື່ນຂອງໂລກ ເຊັ່ນສະຫະລັດ ແລະບາງປະເທດໃນເຂດທະວີບຢູໂຣບເລີ້ມຊ້າລົງແລ້ວ ແຕ່ຢູ່ໃນລາວ ກັບມີກໍລະນີຄົນຕິດເຊື້ອໃໝ່ເພີ້ມຂຶ້ນຢ່າງບໍ່ຢຸດຢັ້ງ ໃນແຕ່ລະວັນຍ້ອນ ຊຶ່ງເປັນຍ້ອນມີກໍລະນີ ນໍາມາຈາກປະເທດອ້ອມຂ້າງ. ນັບແຕ່ກາງເດືອນເມສາເປັນຕົ້ນມາມີຄົນເຊື້ອເພີ້ມຂຶ້ນຫລາຍກວ່າ 1,730 ຄົນ ຊຶ່ງເປັນຈໍານວນເພີ້ມຂຶ້ນຫລາຍຢ່າງເປັນປະຫວັດການສໍາລັບປະເທດທີ່ເຄີຍມີອັດຕາຄົນຕິດເຊື້ອຕໍ່າ 50 ຄົນ ມາເປັນເວລາປີກວ່າ. ມາຮອດວັນທີ 21 ພຶດສະພາຜ່ານມານີ້ ມີຜູ້ຕິດເຊື້ອທັງໝົດໃນລາວ ຫລາຍກວ່າ 1,780 ຄົນ ແລະ ເສຍຊີວິດ 2 ຄົນແລ້ວ. ໃນນັ້ນ ນະຄອນຫລວງວຽງຈັນ ຍັງເປັນຈຸດເດືອດ ຂອງການລະບາດພະຍາດອັນຕະ ລາຍນີ້ຢູ່ ຊຶ່ງກໍຄືມີຜູ້ຕິດເຊື້ອກວາມເອົາປະມານ 50 ເປີເຊັນຂອງຜູ້ຕິດເຊື້ອທັງໝົດ. ໃນວັນທີ 23 ພຶດສະພາຜ່ານມາກໍມີຜູ້ຕິດເຊື້ອໃໝ່ 9 ຄົນ ຊຶ່ງເປັນການເພີ້ມຂຶ້ນຫລາຍກວ່າໝູ່ໃນປະເທດ.

ໃນອາທິດແລ້ວນີ້ວີໂອເອໄດ້ລາຍງານວ່າ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະ
ມົນຕີຖະແຫຼງວ່າ ລັດຖະບານລາວຈະມີການພິຈາລະນາອອກຄໍາສັ່ງ ທີ່ເຂັ້ມງວດຫຼາຍ
ຂຶ້ນຖ້າຫາກການລະບາດຂອງພະຍາດໄວຣັສ COVID-19 ມີສະພາບການຮຸນແຮງຂຶ້ນ
ແລະມີການແຜ່ລາມຢ່າງກວ້າງຂວາງໃນທົ່ວປະເທດ ທີ່ເຮັດໃຫ້ຈະຕ້ອງດຳເນີນມາດຕະ
ການໃນພາວະສຸກເສີນ. ເມື່ອຈໍານວນຕົວເລກ ຜູ້ຕິດເຊື້ອໃໝ່ຍັງເພີ້ມຂຶ້ນຢ່າງບໍ່ຢຸດຢັ້ງ
ທາງການລາວຈຶ່ງໄດ້ສືບຕໍ່ດຳເນີນມາດຕະການເຂັ້ມງວດຕາມຄຳສັ່ງຂອງນາຍົກລັດ
ຖະມົນຕີເລກທີ 15/ນຍ ທີ່ປະກາດໃຫ້ປິດບ້ານ ແລະເມືອງສ່ວນໃຫຍ່ ໃນປະເທດນັບ
ແຕ່ວັນທີ 22 ເມສາຜ່ານມາ ຊຶ່ງຕາມປົກກະະຕິແລ້ວການໃຊ້ມາດຕະການດັ່ງກ່າວຈະ
ສິ້ນສຸດລົງໃນວັນທີ 20 ພຶດສະພາ ແຕ່ກໍໄດ້ຍືດເວລາໄປອີກ 14 ວັນ ກໍຄືເຖິງວັນທີ 4 ມິ
ຖຸນາ. ບໍ່ພຽງແຕ່ເທົ່ານັ້ນ ຍັງໃຊ້ມາດຕະການກວດກາຄົນເຂົ້າອອກໃນບາງກະຊວງ
ແລະອົງ ການລັດຢ່າງເຂັ້ມງວດຄືການຫ້າມຄົນທີ່ບໍ່ໄດ້ຮັບການສັກຢາວັກຊິນເຂົ້າໄປຕິດ
ຕໍ່ ພົວພັນວຽກໃນຫ້ອງການຂອງລັດ ທີ່ໃຫ້ບໍລິການແກ່ປະຊາຊົນ ຊຶ່ງເປັນມາດຕະການ
ໃໝ່ທີ່ບໍ່ເຄີຍມີມາກ່ອນ ດັ່ງພະນັກງານດໍາເນີນເອກະສານເພື່ອຂໍຂຶ້ນທະບຽນລົດຂອງບໍ
ລິສັດຂາຍລົດ ແຫ່ງນຶ່ງໃນນະຄອນຫຼວງວຽງຈັນ ເລົ່າເຖິງຄວາມຫຍຸ້ງ ຍາກຍ້ອນມາດຕະ
ການໃໝ່ໃນຕອນທີ່ທ່ານໄປພົວພັນພະແນກຄຸ້ມຄອງພາຫະນະ ແລະການຂັບຂີ່ຂອງກະ
ຊວງໂຍທາ ແລະຂົນສົ່ງ ໃນວັນອັງຄານຜ່ານມາ ສູ່ຟັງວ່າ :

“ມື້ວັນຄານຫັ້ນເດ ຄັນມີບັດສັກຢາແລ້ວເຂົາໃຫ້ແຈ້ງເຂົາລະກາເຂົ້າໄດ້, ສັກຢາຫັ້ນນະ ສັກ
ຢາຢູ່ໂຮງໝໍເມືອງລະມີບັດຂຽວ ລະມາແຈ້ງເຂົາແລ້ວກະເຂົ້າໄດ້. ຄັນມີບັດລະແຈ້ງກະມາ
ແຈ້ງເຂົາ ແລ້ວຈົດເລກທີລະເຂົ້າປື້ມເຂົາ ຂ້ອຍບໍ່ໄດ້ເຂົ້າເພາະຂ້ອຍບໍ່
ໄດ້ສັກ ”

ນອກຈາກນັ້ນກໍຍັງມີການປິດເຂດຄຸ້ມບ້ານ ເຊັ່ນບ້ານຝາຍ ໃນນະຄອນຫລວງ ວຽງຈັນ ທີ່ມີ
ການລະບາດຢ່າງໜັກ ເມື່ອມີຄອບຄົວນຶ່ງທີ່ສະມາຊິກທັງໝົດໃນຄອບຄົວຕິດພະຍາດນີ້
ຊຶ່ງທາງການໄດ້ສັ່ງໃຫ້ປິດບາງກະຊວງ ທີ່ຢູ່ໃກ້ຄຽງກັນນັ້ນເຊັ່ນ ກະຊວງໂຍທາ ແລະຂົນສົ່ງ,
ກະຊວງກະສິກໍາ ແລະປ່າໄມ້ ຈົນຮອດກະຊວງ ການຕ່າງປະເທດ. ແຕ່ເນື່ອງຈາກວ່າການ
ໃຊ້ມາຕະການເຂັ້ມງວດຂຶ້ນເປັນບາງບ່ອນ ຫລືບາງກະຊວງແບບສຸກເສີນເຊັ່ນນີ້ ໂດຍບໍ່ມີ
ການແຈ້ງເຕືອນໃຫ້ປະຊາຊົນທົ່ວໄປ ຮູ້ລ່ວງໜ້າໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ທີ່ຕ້ອງ
ການໃຊ້ບໍລິການຂອງອົງການລັດຕ່າງໆ ແຕ່ກໍຍັງບໍ່ທັນໄດ້ສັກຢາຍ້ອນຫລາຍເຫດຜົນ ເຊັ່ນ
ການສະໜອງຢາວັກຊິນບໍ່ພຽງພໍ ແລະບໍ່ທັນການ ດັ່ງທີ່ພະນັກງານຂັ້ນສູງກະຊວງໂຍທາທິ
ການ ແລະຂົນສົ່ງ ກ່າວວ່າ ມາດຕະການໃໝ່ ທີ່ມີຫລາຍກະ ຊວງໃກ້ຄຽງຖືກລ໊ອກດາວ
ແລະກໍລະນີການສັ່ງຫ້າມບໍ່ໃຫ້ເຂົ້າ ຊຶ່ງທ່ານຄິດວ່າມັນບໍ່ຖືກຕ້ອງກັບສະພາບຕົວຈິງປານ
ໃດ. ທ່ານໃຫ້ຄໍາເຫັນດັ່ງນີ້:

ລ໊ອກຕໍ່ໃດກະຊວງ ກະຊວງໂຍທາລ໊ອກຕໍ່ 15 ວັນ, ກະຊວງໂຍທາ, ກະຊວງກະສິກໍາ, ກະ
ຊວງການຕ່າງປະເທດ, ກະຊວງອັນນັ້ນ ແມ່ນລ໊ອກຕາມລະບຽບການ. ເຮົາກະບໍ່ເຂົ້າໃຈ
ປານໃດ ມັນກະແລ້ວແຕ່ອາລົມເຂົາຊິປະກາດບໍ? ທໍາມະດາເນາະ ຄັນໃຫ້ແຕ່ຜູ້ສັກຢາເຂົ້າ
ໄປ. ຄັນຜູ້ບໍ່ທັນສັກເດ່ ກໍລະນີ ວັກຊິນມັນຂາດເຂີນ ເພາະຊ່ວງນີ້ມັນແຫຍ້ກັນຫລາຍ ດີບໍ່ດີ
ຄົນຊິໄປຕິດໂຄວິດຢູ່ບ່ອນໄປສັກຢາວັກຊິນຊໍ້າ”

ນອກຈາກນັ້ນ ກໍມີບາງຄຸ້ມບ້ານ ເຊັ່ນບ້ານຜ້າຂາວທີ່ຖືກປິດ ແລະກວດກາເວນ ຍາມຂອງ
ຕໍາຫລວດ ແລະກອງຫລອນຂອງບ້ານຕະຫລອດ 24 ຊົ່ວໂມງ ຊຶ່ງຖ້າຫາກບໍ່ມີຄວາມຈໍາ
ເປັນກໍບໍ່ໃຫ້ຄົນເຂົ້າ ແລະອອກຈາກບ້ານນັ້ນ ຊຶ່ງເຮັດໃຫ້ ການສັນຈອນໄປມາຫຍຸ້ງຍາກ ດັ່ງ
ປະສົບການຂອງພະນັກງານຂາຍເຄື່ອງ ທາງອອນລາຍຜູ້ນຶ່ງທີ່ເວົ້າກ່ຽວກັບຄວາມຫຍຸ້ງ
ຍາກໃນການໄປສົ່ງສິນຄ້າ ໃຫ້ແກ່ລູກຄ້າສູ່ຟັງວ່າ:

“ໂອ້ເຂົາເຈົ້າລັດອັດແໜ້ນແມ່ນລະ ທັງໃນ ທາງນອກພຸ້ນ ລັດໝົດ ຢູ່ຮິມທາງເຂົາເຈົ້າກະ
ລັດໝົດ ຢູ່ພຸ້ນເຂົາກະລັດແມ່ນລະ ເຂົາເຈົ້າກະເລີ້ມອັດຢູ່ຫົນທາງມູມຫັ້ນເດເລີ້ມລັດ
ເລີ້ມລັດ’

ເມື່ອເວົ້າເຖິງການສັກຢາວັກຊິນນັ້ນ ໃນອາທິດຜ່ານມານີ້ທາງການກໍໄດ້ ປະກາດວ່າ
ເນື່ອງຈາກລາວມີຢາວັກຊິນກັນໂຄວິດ-19 ຢ່າງຈໍາກັດສະນັ້ນ ທາງການແມ່ນບໍ່ມີຢາ
ສໍາລັບສັກໃຫ້ຜູ້ຕ້ອງການສັກວັກຊິນລາຍໃໝ່ ມີແຕ່ຮັກສາໄວ້ສໍາລັບຜູ້ໄດ້ສັກເຂັມທີນຶ່ງ
ແລ້ວ. ສ່ວນຜູ້ຍັງເຫລືອຈະຕ້ອງໄດ້ລໍຖ້າສັກ ໃນອີກ 2 ຫລື 3 ເດືອນຂ້າງໜ້າ ຊຶ່ງສະ
ພາບການນີ້ ເຮັດໃຫ້ຫລາຍຄົນທີ່ໄປສັກຢາບໍ່ທັນຍ້ອນຫລາຍເຫດຜົນ ດັ່ງທີ່ພະນັກງານ
ຂັ້ນສູງໃນກະຊວງໂຍທາ ແລະຂົນສົ່ງກ່າວມາໃນຂ້າງເທິງນັ້ນ ກໍເຮັດໃຫ້ຫຍຸ້ງຍາກ ສໍາ
ລັບປະຊາຊົນຫລາຍຄົນ.

ສະຫລຸບແລ້ວ ການໃຊ້ມາດຕະການສຸກເສີນໃນນະຄອນຫລວງວຽງຈັນທີ່ເລີ້ມຕົ້ນ
ຂຶ້ນໃນທັນທີໃນອາທິດແລ້ວນີ້ ຈົນໄປເຖິງວັນທີ 4 ມິຖຸນາຫລື ອາດຈະຍາວໄປກວ່ານັ້ນ
ແລະມາດຕະການໃໝ່ທີ່ຮຽກຮ້ອງໃຫ້ປະຊາຊົນທີ່ຕ້ອງການ ເຂົ້າໄປພົວພັນໃນຫ້ອງ
ການຂອງລັດ ແຕ່ບໍ່ມີການປະກາດໃຫ້ຮູ້ລ່ວງໜ້າ ຢ່າງລະອຽດນັ້ນ ແມ່ນສ້າງຄວາມຫຍຸ້ງ
ຍາກໃຫ້ແກ່ປະຊາຊົນຈໍານວນຫລວງຫລາຍຄົນໃນນະຄອນຫລວງດັ່ງກ່າວ.

XS
SM
MD
LG