ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສອບເສັງ SAT ສົງໄສວ່າ ຂໍ້ສອບ ຖືກຮົ່ວໄຫຼ ຫຼື ບໍ່


ນັກຮຽນຍ່າງອອກຈາກຫ້ອງ ຫຼັງຈາກເຂົາເຈົ້າ ສຳເລັດການສອບເສັງທຽບ ລະດັບເຂົ້າມະຫາວິທະຍາໄລ ຢູ່ງານວາງສະແດງ
AsiaWorld-Expo. ເກາະ ຮົງກົງ. 2 ພະຈິກ, 2013.
ນັກຮຽນຍ່າງອອກຈາກຫ້ອງ ຫຼັງຈາກເຂົາເຈົ້າ ສຳເລັດການສອບເສັງທຽບ ລະດັບເຂົ້າມະຫາວິທະຍາໄລ ຢູ່ງານວາງສະແດງ AsiaWorld-Expo. ເກາະ ຮົງກົງ. 2 ພະຈິກ, 2013.

ລາຍງານຈາກສື່ສັງຄົມກ່າວວ່າ ການສອບເສັງຕຽມຕົວເຂົ້າມະຫາວິທະຍາໄລ ຫຼື ແອັສ
ເອທີ (SAT) ທີ່ໃຊ້ໃນ ສະຫະລັດ ເມື່ອເດືອນສິງຫາທີ່ຜ່ານມາ ແມ່ນອັນດຽວກັບການ
ສອບເສັງທີ່ຖືກໃຊ້ ໃນປະເທດ ເກົາຫຼີໃຕ້ ແລະ ຈີນ ໃນປີກາຍນີ້. ພຸດທະສອນ ຈະນຳ
ລາຍລະອຽດ ກ່ຽວກັບ ການສໍ້ໂກງການສອບເສັງດັ່ງກ່າວມາສະເໜີທ່ານໃນອັນດັບຕໍ່
ໄປ.

ການກ່າວອ້າງທີ່ໝູນວຽນໄປມາໃນ ທວິດເຕີ ກ່ຽວກັບ ການສອບເສັງເຂົ້າມະຫາວິທະ
ຍາໄລ ຫຼື Scholastic Aptitude Test ຫຼື SAT ນັ້ນ ໄດ້ຮົ່ວໄຫຼຢູ່ໃນຕ່າງປະເທດ, ທີ່
ບາງຄົນເວົ້າວ່າ ມັນເປັນບົດສອບເສັງອັນດຽວ ກັບທີ່ອອກຢູ່ໃນ ເອເຊຍ ເມື່ອເດືອນ
ຕຸລາ 2017. ຖ້າເປັນແນວນັ້ນແທ້, ມັນກໍຈະເຮັດໃຫ້ພວກນັກຮຽນຜູ້ທີ່ໄດ້ຄຳຕອບຈາກ
ປີກາຍນີ້ໄດ້ປຽບນັກຮຽນຄົນອື່ນໆ.

ຢູ່ຂໍ້ຄວາມທີ່ຂຽນລົງໃນເວັບໄຊທ໌ Reddit ນັ້ນ ໄດ້ຊີ້ໃສ່ພວກນັກຮຽນຈາກປະເທດ ຈີນ
ຈຳນວນນຶ່ງ, ຜູ້ທີ່ຄົນຂຽນນັ້ນໄດ້ກ່າວວ່າ ໄດ້ເດີນທາງໄປຮອດບ່ອນສອບເສັງ SAT
ຂອງລາວ ໃນລັດຄາລິຟໍເນຍ ດ້ວຍລົດເມຮັບເໝົາສ່ວນຕົວ ແລະ ໄດ້ແຈ້ງໜັງສືເດີນ
ທາງ ຈີນ ຂອງເຂົາເຈົ້າຕາງບັດປະຈຳຕົວ. ຜູ້ຂຽນຂໍ້ຄວາມເວົ້າວ່າ ກຸ່ມນັ້ນຮູ້ວ່າ ບົດ
ສອບເສັງໃນມື້ນັ້ນ ແມ່ນອັນດຽວກັນ ກັບໂຕທີ່ໄດ້ອອກປີກາຍນີ້ ໃນເອເຊຍ ແລະ ໄດ້ຄຳ
ຕອບມາລ່ວງໜ້າແລ້ວ.

ຄະນະກຳມະການມະຫາວິທະຍາໄລ ໄດ້ຂຽນວ່າ ມັນໄດ້ມີການເອົາບາດກ້າວ ໃນການ
ຄວບຄຸມ ທີ່ມີຄຸນນະພາບ ກ່ອນທີ່ຜົນຄະແນນພວກນັ້ນຈະຖືກເປີດເຜີຍ, ເຊິ່ງລວມມີ
ການດຳເນີນການວິເຄາະດ້ານສະຖິຕິ ກ່ຽວກັບ ຄະແນນສອບເສັງບາງອັນ.

“ຖ້າພວກເຮົາໄດ້ພິຈາລະນາວ່າ ພວກນັກຮຽນຖືກເອົາລັດເອົາປຽບຢ່າງບໍ່ຍຸຕິທຳແລ້ວ,
ພວກເຮົາກໍຈະລົງມືປະຕິບັດການຢ່າງເໝາະສົມ ລວມມີການລົບລ້າງຄະແນນການ
ສອບເສັງ ແລະ ໃນບາງກໍລະນີ, ກໍຈະແມ່ນວ່າ ຫ້າມບໍ່ໃຫ້ເຂົາເຈົ້າເສັງຂໍ້ສອບຂອງສະ
ພາມະຫາວິທະຍາໄລນຳອີກ.”

ໃນການຕອບຄຳຖາມຢ່າງຫຼວງຫຼາຍ ກ່ຽວກັບ ການໃຫ້ຄະແນນຄືນໃໝ່ ຫຼື ການຍົກ
ເລີກຄະແນນການສອບເສັງຂອງເດືອນສິງຫາທີ່ຜ່ານມານັ້ນ, ສະພາມະຫາວິທະຍາໄລ,
ເຊິ່ງແມ່ນຜູ້ຄວບຄຸມການສອບເສັງນັ້ນ, ກ່າວວ່າ ຜົນຄະແນນດັ່ງກ່າວຈະອອກມາຕາມ
ກຳນົດປົກກະຕິ.

ຖະແຫຼງການສະບັບນຶ່ງກ່າວວ່າ “ສຳລັບຄົນຜູ້ທີ່ໄດ້ຖາມ ກ່ຽວກັບ ການສອບເສັງ SAT
ໃນວັນເສົາ 25 ສິງຫາ, ວັນອາທິດ 26 ສິງຫານັ້ນ, ພວກເຮົາຈະບໍ່ໃຫ້ຄຳເຫັນ ກ່ຽວກັບ
ໃບສະໝັກເສັງທີ່ສະເພາະເຈາະຈົງ ຫຼື ການໃຊ້ຄຳຖາມ, ເພື່ອຈະປົກປ້ອງຄວາມປອດ
ໄພຂອງການສອບເສັງຕ່າງໆຂອງພວກເຮົາ.”

ທ່ານນາງ ມາເຣຍ ຢູຈີເນຍ ອາລຊອນ-ເຮໂຣ (Maria Eugenia Alcon-Heraux),
ຜູ້ອຳນວຍການຂອງສະພາມະຫາວິທະຍາໄລ ກ່ຽວກັບ ການພົວພັນສື່ມວນຊົນ, ໄດ້
ກ່າວຕໍ່ສະຫະພັນ ນັກສຶກສາວ່າ ວິທະຍາຄານ ແລະ ມະຫາວິທະຍາໄລສ່ວນໃຫຍ່ ໃນ
ສະຫະລັດ ໃຊ້ຂໍ້ສອບ SAT ເພື່ອວັດແທກຄວາມສາມາດຂອງຜູ້ສະໝັກເຂົ້າຮຽນ. ມີຜູ້
ສອບເສັງຫຼາຍກວ່າ 6 ລ້ານ 7 ແສນຄົນ ໄດ້ສຳເລັດການສອບເສັງ SAT ສຳລັບຫຼື ສົກ
ສຶກສາ ປີ 2015-2016.

ເຊັ່ນດຽວກັນ, ພວກນັກສຶກສາຫຼາຍຄົນກໍພາກັນຕັດສິນໃຈ ກ່ຽວກັບ ການເລືອກໂຮງ
ຮຽນດ້ວຍການເບິ່ງລະດັບຂອງຜົນຄະແນນ SAT ທີ່ ມະຫາວິທະຍາໄລ ໃດນຶ່ງຕ້ອງ
ການ. ມັນແມ່ນຕົວຊີ້ວັດແທກທີ່ບອກວ່າ ຄະແນນສູງໝາຍເຖິງມີພວກນັກຮຽນຢູ່ຫັ້ນ
ສະຫຼາດກວ່າ ແລະ ໂຮງຮຽນນັ້ນດີກວ່າ.

ສະພາມະຫາວິທະຍາໄລ ເຄີຍຖືກໂຈມຕີມາກ່ອນ ສຳລັບການໃຫ້ຄະແນນສອບເສັງ
ແລະ ຄຳຖາມກໍຍັງມີຂຶ້ນເລື້ອຍໆຢູ່.

ໃນເດືອນມິຖຸນາທີ່ຜ່ານມາ, ຜູ້ກວດຂໍ້ສອບໄດ້ປະເຊີນໜ້າກັບຄຳຖາມກ່ຽວກັບການໃຫ້
ຄະແນນຢ່າງໜັກ ວ່າເປັນຫຽັງຂໍ້ສອບຈຶ່ງງ່າຍກວ່າເກົ່າ, ອີງຕາມສະພາມະຫາວິທະຍາ
ໄລນັ້ນ. ໃນຂະນະທີ່ຄະນະກຳມະການດັ່ງກາວຢືນຢັນວ່າ ການໃຫ້ຄະແນນແມ່ນຍຸຕິທຳ
ແລ້ວ, ແຕ່ພວກນັກສຶກສາຫຼາຍຄົນຜູ້ທີ່ໄດ້ເສັງເປັນຄັ້ງທີສອງ ຫຼື ທີສາມກໍກ່າວວ່າ ຄະ
ແນນຂອງຕົນໄດ້ຫຼຸດລົງ ເຖິງແມ່ນຈະໄດ້ຕອບຄຳຖາມຖືກຫຼາຍກວ່າເກົ່າກໍຕາມ. ພວກ
ເຂົາເຈົ້າຮຽກຮ້ອງໃຫ້ກວດຂໍ້ສອບຄືນໃໝ່.

ແຕ່ວ່າເລື້ອງກໍລະນີການສໍ້ໂກງ, ໂດຍສະເພາະການສອບເສັງຢູ່ໃນເອເຊຍນັ້ນ, ແມ່ນ
ຍິ່ງມີບັນຫາຫຼາຍ. ໃນເດືອນກຸມພາທີ່ຜ່ານມາ, ຜົນຄະແນນ SAT ຈຳນວນຫຼາຍຈາກ
ການສອບເສັງຢູ່ຕ່າງປະເທດແມ່ນໄດ້ຖືກຍົກເລີກ ຍ້ອນການສໍ້ໂກງ ແລະ ສະພາມະ
ຫາວິທະຍາໄລໄດ້ສະຫຼຸບວ່າ ເຂົາເຈົ້າຈະຫຼຸດຈຳນວນການສອບເສັງ SAT ໃນຕ່າງປະ
ເທດລົງຈາກສີ່ເທື່ອ ມາເປັນສາມເທື່ອຕໍ່ປີ, ເພື່ອຫຼຸດຜ່ອນຈຳນວນການສອບຖາມລົງ
ຊຶ່ງອາດຈະເປັນສອງເທົ່າກໍເປັນໄດ້.

ໃນກໍລະນີທີ່ຮຸນແຮງທີ່ສຸດ, ພວກນັກຮຽນຄົນ ຈີນ ສາມຄົນໃດ້ຖືກຈັບເມື່ອປີກາຍນີ້,
ຍ້ອນ “ພະຍາຍາມຈະຕົວະຕົ້ມ ສະຫະລັດ” ຫຼັງຈາກລັດຖະບານໄດ້ພິສູດວ່າ ເຂົາເຈົ້າ
ໄດ້ຈ້າງນັກຮຽນຄົນອື່ນເສັງແທນເຂົາເຈົ້າ, ເຊິ່ງໄດ້ເຮັດໃຫ້ເຂົາເຈົ້າຖືກຮັບເຂົ້າຮຽນ
ໃນມະຫາວິທະຍາໄລ ອາເມຣິກັນ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG