ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ​ງົດ​ການ​​ຊ່ວຍ​ເຫຼືອ ຊົ່ວຄາວ ແກ່ກ​ອງທັບ ​ໂຊ​ມາ​ເລຍ ຍ້ອນບັນຫາ ສໍ້ລາດບັງຫຼວງ


ທ. ອັບໄດຣັສຊີດ ອັບດຸລາ ໂມຮາເມດ (Abdirashid Abdulahi Mohamed) (ຊ້າຍ), ກວດເບິ່ງຄ້າຍທະຫານ ແຫ່ງນຶ່ງ ຢູ່ຄຽງຂ້າງກັບ ປະທານາທິບໍດີ ໂມຮາເມດ ອັບດຸລາ ໂມຮາເມດ (Mohamed Abdullahi Mohamed) (ກາງ), ແລະນັກຍົກລັດຖະມົນຕີ ຮັດຊານ ອາລີ ຄາຍເຣ (Hassan Ali Khayre) (ຂວາ) ໃນຂະນະທີ່ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບໂຊມາເລຍຄົບຮອບ 57 ປີ.
ທ. ອັບໄດຣັສຊີດ ອັບດຸລາ ໂມຮາເມດ (Abdirashid Abdulahi Mohamed) (ຊ້າຍ), ກວດເບິ່ງຄ້າຍທະຫານ ແຫ່ງນຶ່ງ ຢູ່ຄຽງຂ້າງກັບ ປະທານາທິບໍດີ ໂມຮາເມດ ອັບດຸລາ ໂມຮາເມດ (Mohamed Abdullahi Mohamed) (ກາງ), ແລະນັກຍົກລັດຖະມົນຕີ ຮັດຊານ ອາລີ ຄາຍເຣ (Hassan Ali Khayre) (ຂວາ) ໃນຂະນະທີ່ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບໂຊມາເລຍຄົບຮອບ 57 ປີ.

ສະຫະລັດ​ໄດ້​ຢຸດໃຫ້ການ​ຊ່ວຍ​ເຫລືອ ​ແກ່​ສ່ວນ​ໃຫຍ່​ຂອງກໍາລັງ​ປະກອບ​ອາວຸດ​ໂຊ​ມາ​
ເລຍຍ້ອນ​ເປັນ​ຫ່ວງ​ກ່ຽວກັບ​ບັນຫາ​ສໍ້​ລາດ​ບັງ​ຫລວງ, ​ເຈົ້າໜ້າທີ່​ສະຫະລັດ​ຄົນ​ນຶ່ງໄດ້​
ຢືນຢັນ​ຕໍ່ວີໂອ​ເອ ​ໃນ​ວັນ​ພະຫັດ​ວານ​ນີ້.

ການ​ງົດ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ດັ່ງກ່າວ ​ແມ່ນ​ສະທ້ອນ​ໃຫ້​ເຫັນເຖິງ​ການ​ຂາດ​
ຄວາມ​ສາມາດຄັ້ງ​ແລ້ວ ຄັ້ງ​ເລົ່າຂອງກ​ອງທັບ​ໂຊ​ມາ​ເລຍ ​ໃນ​ການຄຸ້ມ​ຄອງ​ເຄື່ອງ​ຊ່ວຍ​
ເຫລືອ ​ເຊັ່ນ​ອາຫານ, ​ນໍ້າມັນເຊື້ອ​ໄຟ ​ແລະອາວຸດ ​ເປັນຕົ້ນ.

​ເຈົ້າໜ້າທີ່ກະຊວງ​ການ​ຕ່າງປະ​ເທດ​ເວົ້າວ່າ ມີ​ "ການ​ໂຈະ" ການ​ໃຫ້ຄວາມ​ຊ່ວຍ​ເຫລືອ
ດັ່ງກ່າວ “ກໍ​ເພື່ອ​ຮັບປະກັນ​ວ່າ​ ​ເຄື່ອງຊ່ວຍ​ເຫລືອຈາກສະຫະລັດ ​ຖືກນໍາ​ໄປ​ໃຊ້ຢ່າງມີ
​ປະສິດທິ​ຜົນ ​ແລະ​ຖືກ​ຈຸດປະສົງ."

ເຈົ້າໜ້າທີ່ດັ່ງກ່າວ​ເວົ້າ​ເພີ້ມອີກ​ວ່າ ສໍາລັບສະມາຊິກ​ຂອງກໍາລັງ​ປ້ອງ​ກັນ​ຄວາມ​ສະຫງົບ​
ຂອງໂຊມາ​ເລຍ ທີ່​ຕໍ່ສູ້​ກັບ​ພວກ ອາລ໌-ຊາ​ແບັບ (al-Shabab) ຢ່າງຂັງ​ຂັນ ​ແລະ​ໄດ້​ຮັບ
​ການ​ຝຶກ​ຈາກສະຫະລັດ ຫລື ພາກສ່ວນ​ທີ​ສາມ​ນັ້ນ ຍັງ​ສືບຕໍ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຢ່າງ
​ເໝາະສົມ.

ທ່ານ​ນາງ​ກ່າວວ່າ ລັດຖະບານໂຊ​ມາ​ເລຍຕົກລົງ​ທີ່​ຈະ​ສ້າງ​ລະບຽບການດ້ານ​ຄວາມ​ຮັບ
ຜິດ​ຊອບໃໝ່ ​ໃຫ້ຖືກ​ຕາມ​ມາດຕະຖານ​ຂອງ​ສະຫະລັດ ​ເພື່ອ​ເຮັດ​ໃຫ້ໜ່ວຍກໍາລັງ​ປ້ອງ​ກັນ
​ຄວາມ​ສະຫງົບໜ່ວຍອື່ນ ຂອງໂຊ​ມາ​ເລຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ຢ່າງ “ມີ​ຄວາມ​ໂປ່​ງ​ໃສ”.

ເຈົ້າໜ້າທີ່ທ່ານ​ອື່ນ ກ່າວຕໍ່ວີ​ໂອ​ເອວ່າ "ພວກ​ເຮົາ​ບໍ່ຢາກ​ເອົາ​ການ​ຊ່ວຍ​ເຫລືອ​ໃຫ້​ແກ່​ໃຜ
ທີ່ໃຊ້ບໍ່​ໄດ້ຜົນ​ຫຍັງ ​ແລະ​ບໍ່ຊ່ວຍໃນ​ການ​ຕໍ່ສູ້ຕ້ານການກໍ່ການ​ຮ້າຍ​ໄດ້.”

ອີງ​ຕາມ​ເອກະສານ​ຕ່າງໆ ທີ່​ອົງການ​ຂ່າວຣຽວ​ເຕີ້ສ (Reuters)​ ​ໄດ້​ມາ ສະ​ແດງ​ໃຫ້​ເຫັນ​
ວ່າກອງທັບ​ໂຊ​ມາ​ເລຍ​ບໍ່ສາມາດ​ເອົາ​ອາຫານ, ຈ່າຍ​ ຫລື ​ປະກອບເຄື່ອງ​ຕ່າງໆ​ໃຫ້​ແກ່
ທະຫານຂອງ​ຕົນ​ໄດ້​ຢ່າງ​ຖືກຕ້ອງ ​ເຖິງ​ແມ່ນ​ວ່າ​ຈະ​ມີການ​ຊ່ວຍ​ເຫລືອ​ຈາກ​ສະຫະລັດ
ໃນ​ມູນ​ຄ່າ​ຫລາຍໆ ລ້ານ​ໂດ​ລາ​ກໍ​ຕາມ.

ອົງການ​ຂ່າວຣຽວ​ເຕີ້ສ (Reuters)​ ລາຍ​ງານ​ວ່າ ທີ​ມງານ​ຂອງສະຫະລັດ ​ແລະໂຊ​ມາ​ເລຍ
ທີ່ຖືກ​ສົ່ງ​ໄປ​ປະ​ເມີນ​ເບິ່ງ​ສະພາບ​ການ​ຢູ່​ໃນ​ຄ້າຍ​ທະຫານໂຊ​ມາ​ເລຍ​ 9 ​ແຫ່ງ ​ໃນ​ລະຫວ່າງ
​ເດືອນ​ພຶດສະພາ​ ຫາ​ເດືອນ​ມິຖຸນາ​ປີນີ້ ​ໄດ້​ພົບ​ວ່າ ມີ​ແຕ່​ຄ້າຍທະຫານ​ສອງ​ແຫ່ງ​ເທົ່າ​ນັ້ນ
ທີ່​ສະ​ແດງ​ຫລັກຖານໃຫ້​ເຫັນວ່າ ​ອາຫານທີ່ຊ່ວຍ​ເຫລືອ​ໄດ້ຖືກ​ນໍາ​ໄປ​ເຖິງຄ້າຍ ​ແລະ​ໄດ້
​ເອົາ​ໃຫ້ທະຫານ​ກິນ​ແທ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG