ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ໂຊມາເລຍ ປະກາດໃຫ້ ລາງວັນ ສຳລັບຈັບຕາຍ ຜູ້ນຳຄົນໃໝ່ ຂອງກຸ່ມ al-Shabab


ແຜນທີ່ປະເທດ ໂຊມາເລຍ
ແຜນທີ່ປະເທດ ໂຊມາເລຍ

ໂຊ​ມາ​ເລຍ​ປະກາດ​ໃຫ້​ເງິນ​ລາງວັນ 2 ລ້ານ​ດອນ​ລາ ສຳລັບ​
ການຈັບ​ຕາຍ ​ນາຍ Ahmed Omar Abu Ubeyd ຜູ້ນຳ​
ຄົນ​ໃໝ່​ຂອງ​ກຸ່ມ al-Shabab.

ຫົວໜ້າ​ສືບ​ລັບ​ຂອງ​ໂຊ​ມາ​ເລຍ ກ່າວ​ວ່າ ​ເງິນ​ລາງວັນ​ນີ້ ຈະ
ຈ່າຍ​ໃຫ້​ຄົນໃດ​ກໍ​ຕາມ ທີ່​ຊ່ວຍ​ອຳນວຍ​ຄວາມ​ສະ​ດວກໃນ​
ການ​ສັງຫານ​ນາຍ Ubeyd.

ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ເງິນ 1 ລ້ານ​ດອນ​ລາ​ຈະ​ເປັນ​ລາງວັນ​
ມອບ​ໃຫ້​ຜູ້​ໃດ​ກໍ​ຕາມ​ທີ່​ໃຫ້​ຂ່າວ​ຄາວ ກ່ຽວ​ກັບ​ວ່າ ນາຍ
Ubeyd ຢູ່​ໃສ​ນັ້ນ.

​ເຊື່ອ​ກັນ​ວ່າ ນາຍ Ubeyd ​ໄດ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ແທນ​ນາຍ Ahmed Abdi Godane ຜູ້ນຳ​ກຸ່ມ​ຄົນ​ເກົ່າ ທີ່​ໄດ້​ເສຍ​ຊີວິດ​ໄປ ​ຍ້ອນການ​ໂຈມ​ຕີ​ຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຫຼື drone ຂອງ​ສະຫະລັດ​ໃນ​ພາກໃຕ້​ຂອງ​ໂຊ​ມາ​ເລຍ​ ​ເມື່ອ​ວັນ​ທີ​ 1 ​ເດືອນ​ກັນຍາ​ນີ້.

ວີດີໂອ: ທຳນຽບຫ້າແຈຢືນຢັນ ການໂຈມຕີຜູ້ນຳຄົນກ່ອນ ຂອງ al-Shabab ຕາຍ:

Pentagon: Attack Targeted Al-Shabab Leader
please wait

No media source currently available

0:00 0:01:24 0:00

ໃນ​ຂ່າວ​ນຶ່ງ​ອີກ​ນັ້ນ ​ແມ່ຍິງ​ໂຊ​ມາ​ເລຍ​ຄົນ​ນຶ່ງ​ຖືກ​ປະຫານ​ຊີວິດ​ ດ້ວຍ​ການ​ແກ​ວ່ງກ້ອນ​ຫິນ​ໃສ່
​ຢູ່​ຕໍ່ໜ້າ​ປະຊາຊົນ ​ໃນ​ຂໍ້​ຫາ​ວ່າ​ມີ​ຄວາມ​ຜິດ​ຖານ​ມີ​ຜົວ​ຫຼາຍ​ຄົນໃນ​ເວລາ​ດຽວ​ກັນ.

​ແມ່ຍິງ​ໄວ 33 ປີ​ ໄດ້​ຖືກ​ປະຫານ​ຊີວິດ ​ໃນ​ວັນ​ສຸກ​ຜ່ານ​ມາ​ ຢູ່​ເມືອງ​ແຄມທະ​ເລ Baware
ທາງ​ພາກ​ໃຕ້​ຂອງ​ໂຊ​ມາ​ເລຍ ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ ​ຂອງ​ກຸ່ມ​ອິສລາມ​ຫົວ​ຮຸນ​ແຮງ al-Shabab ນັ້ນ. ​ແມ່ຍິງ​ຄົນ​ນີ້ ​ໄດ້​ຮັບ​ສາລະພາບ​ວ່າ ​ຕົນ​ໄດ້​ມີ​ຜົວ ຢ່າງ​ໜ້ອຍ 3 ຄົນ
​ໃນ​ເວລາ​ດຽວ​ກັນ.

​ນາງ​ໄດ້​ຖືກ​ຝັງ​ດິນໄວ້ ຈົນ​ຈຳຄໍ ​ແລະ​ຖືກ​ແກ່ງ​ກ້ອນ​ຫິນ​ໃສ່​ຈົນ​ຕາຍ ​ໂດຍພວກປະຫານຊີວິດ
ຈຳນວນ​ນຶ່ງ​ທີ່​ໃສ່​ຜ້າ​ປົກ​ໜ້າ​ໄວ້ ​ໃນ​ຂະນະ​ທີ່​ຝູງ​ຊົນ​ຢືນ​ເບິ່ງຢູ່.

ກຸ່ມ al-Shabab ທີ່​ພົວພັນ​ກັບ​ກຸ່ມ ອາລ ກາ​ອິດາ ຄວບ​ຄຸມ​ພື້ນ​ທີ່​ອັນ​ກ້ວາງ​ໃຫຍ່ ​ຂອງ​ໂຊ​ມາ​ເລຍ ​ແລະ​ຢູ່​ໃນ​ເຂດ​ນັ້ນ ພວກ​ເຂົານຳໃຊ້​ກົດໝາຍອິສລາມ​ ຢ່າງ​ເຂັ້ມ​ງວດ​.

Somalia: $2 Million Bounty for New Al-Shabab Leader

Somalia has announced a $2 million bounty for the death of new al-Shabab leader Ahmed Omar Abu Ubeyd.

Somalia's intelligence chief (Abdirahman Mohamed Turyare) said the bounty will be paid to anyone who "facilitates" the killing of Ubeyd.

Officials say another $1 million will be awarded to anyone who gives information on Ubeyd's whereabouts.

Ubeyd is believed to have succeeded former al-Shabab leader Ahmed Abdi Godane, who died in a U.S. drone strike in southern Somalia on September 1.

Separately, a Somali woman has been publicly stoned to death for being married to several men at the same time.

The 33-year-old woman was put to death Friday in the southern coastal town of Barawe, which is controlled by the Islamist militant group al-Shabab. The woman had confessed to being married to at least three men at the same time.

She was buried in soil up to her neck and pelted with stones by masked executioners, as a crowd looked on.

Al-Shabab, which is linked to al-Qaida, controls wide swaths of Somali territory, where it imposes a strict interpretation of sharia law.

XS
SM
MD
LG