ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ມື​ປືນ ຂອງພວກກະບົດ al-Shabab ສັງຫານ ຜູ້ແທນຄົນນຶ່ງ ໃນ Somalia


ແຜນທີ່ປະເທດ Somalia
ແຜນທີ່ປະເທດ Somalia

ພວກ​ມື​ປືນ ​ໄດ້​ສັງຫານ​ຜູ້​ແທນ​ຄົນ​ນຶ່ງ ຢູ່​ນະຄອນ​ຫລວງ​ ຂອງ​
ປະ​ເທດ Somalia ​ໃນ​ວັນ​ຈັນ​ມື້​ນີ້.

ທ່ານ Abdullahi Qayyad Barre ​ໄດ້​ຖືກ​ຍິງ​ຕາຍ ​ໃນ​ເຂດ
​ເມືອງ Hamar Jajab ຂອງ ນະຄອນຫລວງ Mogadishu.

ພວກ​ກະບົດ al-Shabab ທີ່​ເປັນ​ເຄືອ​ຂ່າຍ​ຂອງ ພວກ​ຫົວ​ຮຸນ​
ແຮງ Al-Qaida ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ສຳ​ຫລັບ​ການ
​ຂີ່​ລົດຜ່ານ​ໄປ ແລ້ວ​ຍິງສັງຫານນັ້ນ.

ທ່ານ Barre ​ເປັນ​ຜູ້​ແທນ​ຄົນ​ທຳ​ອິດ​ທີ່​ຖືກ​ຂ້າ​ຕາຍ ​ຢູ່ Somalia ​
ໃນ​ປີ​ນີ້. 5 ຄົນໄດ້​ຖືກ​ຂ້າ​ຕາຍ​ໃນ​ປີ​ກາຍ​ນີ້. ພວກຫົວ​ຮຸນ​ແຮງ al-Shabab ​ໄດ້​ອ້າງ​ເອົາ​
ຄວາມ​ຮັບຜິດຊອບ​ ສຳ​ຫລັບ​ການໂ​ຈມຕີສັງຫານ​ທັງ​ໝົດ​ນັ້ນ.

ການ​ຄາດ​ຕະກຳ ​ໃນ​ວັນ​ຈັນ​ມື້​ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ບັນດາ​ຜູ້​ແທນ ກຽມພ້ອມ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ ​ເພື່ອເລືອກ​ເອົາ​ຄະນະ​ລັດຖະບານ​ຊຸດ​ໃໝ່ ຈຳນວນ 66 ທ່ານ ຫຼັງຈາກ​ທີ່​ສະພາ​ໄດ້​ປະຕິ​ເສດ ລາຍ​ຊື່ຄະນະ​ລັດຖະບານ​ ທີ່ນາ​ຍົກ​ລັດຖະມົນຕີ Omar Abdirashid Ali Sharmake ​ໄດ້​ສະ​ເໜີ​ໄປ.

ໃນ​ຄັ້ງນຶ່ງ ພວກຫົວ​ຮຸນ​ແຮງ al-Shabab ​ໄດ້​ຄວບ​ຄຸມ ​ຫລາຍໆ​ພື້ນ​ທີ່​ໃນ​ພາກ​ໄຕ້ ​ແລະ ພາກ​ກາງຂອງ Somalia ​ແລະ ​ໄດ້ປະກາດ​ໃຊ້ ກົດໝາຍ​ອິສລາມ​ທີ່​ຮຸນ​ແຮງ​ເຄັ່ງ​ຄັດ ທີ່ຫ້າມ ​ຫຼິ້ນ​ດົນຕີ ​ແລະ ທຳ​ການ​ຕັດ​ມື ​ພວກ​ທີ່​ຖືກ​ກ່າວ​ຫາ​ວ່າ​ ເປັນ​ຄົນ​ຂີ້ລັກ.

ກອງ​ທະຫານລັດຖະບານ ​ແລະ ຂອງສະຫະພາບ​ອາ​ຟຣິກາ ຢຶດຄືນ​ໄດ້ ສ່ວນ​ໃຫຍ່​ຂອງ​ພື້ນ​ທີ່​ເຫລົ່າ​ນັ້ນ ​ແຕ່​ພວກ​ຫົວ​ຮຸນ​ແຮງຍັງ​ຄົງ​ສາມາດ​ສັງຫານ​ບັນດາສະມາຊິກ​ສະພາ​ໄດ້ ​ໃນ​ປີ​ກາຍ​ນີ້ ​ແລະ ​ໄດ້​ເປີດ​ສາກ​ທຳການ​ໂຈມ​ຕີຄັ້ງ​ໃຫຍ່ 2 ບັ້ນ ຕໍ່​ທຳ​ນຽບປະທານາທິບໍດີ​.

Gunmen killed a lawmaker in Somalia's capital Monday.

Abdullahi Qayyad Barre was gunned down in the the Hamar Jajab district of Mogadishu.

Al-Qaida-linked al-Shabab rebels claimed responsibility for the drive-by shooting.

Barre is the first lawmaker to be killed in Somalia this year. Five were killed last year. Al-Shabab militants have claimed responsibility for all the attacks.

The killing on Monday comes as lawmakers were set to cast their votes for a new 66-man Cabinet after parliament rejected Prime Minister Omar Abdirashid Ali Sharmake's last list of candidates.

Al-Shabab once controlled much of southern and central Somalia and imposed a harsh form of Islamic law that banned music and led to public amputations for accused thieves.

Government and African Union troops have recaptured most of the territory, but the militants were still able to kill the parliament members last year and launch two major assaults on the presidential palace.

XS
SM
MD
LG