ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໂຮງໄຟຟ້າ ພະລັງແສງແດດ ຢູ່ອາຟຣິກາ ຈະສົ່ງໄຟຟ້າ ໄປໃຫ້ຢູໂຣບໃຊ້


Solar Power Plant in Africa to Supply Europe
please wait

No media source currently available

0:00 0:02:36 0:00

ພາຍ​ໃນ​ປີ 2018 ​ໂຮງ​ໄຟຟ້າຂະໜາດໃຫຍ່​ແຫ່ງນຶ່ງ ທີ່​ໃຊ້​ພະ ລັງ​ແສງ​ແດດ​ເຂດ​ທະ​ເລຊາຍ​ຊາ​ຮາຣາ ຂອງ​ຕູ​ນີ​ເຊຍ ອາດ​ຈະ​ເລີ້ມ​ສົ່ງ​ກະແສໄຟຟ້າ​ໄປໃຫ້​ພວກ​ປະ​ເທດ​ໃນ​ພາກ​ຕາ​ເວັນຕົກ​ຢູ​ໂຣບ. ບໍລິສັດ​ທີ່​ແລ່ນ​ໂຮງ​ໄຟຟ້າ​ດັ່ງກ່າວ ​ເວົ້າວ່າ ​ເມື່ອ​ໃດ​ໂຮງ​ໄຟຟ້າ​ດັ່ງກ່າວ​ແລ່ນ​ເຕັມ​ອັດຕາແລ້ວມັນ​ຈະ​ຜະລິດ​ພະລັງ​ໄຟຟ້າ​ໄດ້​ເກືອ​ບສອງ​ເທົ່າ​ໂຕຂອງໂຮງ ​ໄຟຟ້າ​ນີວ​ເຄລຍ​ລະດັບປານກາງຜະລິດ​ໄດ້ ​ແລະ​ຈະ​ສົ່ງ​ກະແສ​ໄຟຟ້າ​ໄປໃຫ້​ບ້ານ​ເຮືອນ​ໄດ້ 2 ລ້ານ​ຫຼັງ​ໃນ​ຢູ​ໂຣບ. ສິງ​ຈະ​ນຳ​ເອົາ​ລາຍ​ງານ​ເລື້ອງ​ນີ້​ຈາກ​ນາຍ George Putic ຜູ້​ສື່​ຂ່າວ​ວີໂອ​ເອ ມາສະ​ເໜີ​ທ່ານ​ຕໍ່​ໄປ…

ອີງ​ຕາມ​ສະ​ຖາ​ບັນ​ພະລັງງານ​ຂອງ​ຄະນະ​ກຳມາທິການ​ຢູ​ໂຣບ ແລ້ວ ພຽງ​ແຕ່ 0.3 ​ເປີ​ເຊັນ​ເທົ່າ​ນັ້ນ​ຂອງ​ພະລັງ​ໄຟຟ້າ​ທີ່​ໃຊ້​ແສງ​ແດດ ຂອງ​ທະ​ເລ​ຊາຍ​ຊາ​ຮາຣາ ກໍສາມາດ​ສະໜອງໃຫ້​ຢູ​ໂຣບ​ມີ​ພະລັງ​ໄຟຟ້າ​ໃຊ້ ຕາມທີ່ຕົນຕ້ອງການ​ນັ້ນ.

ບໍລິສັດ​ນຶ່ງ​ທີ່ເອີ້ນ​ວ່າ Nur Energy ວາງ​ແຜນ​ທີ່​ຈະ​ຍຶດ​ເອົາ​ເຂດ​ທະ​ເລ​ຊາຍບາງ​ແຫ່ງ​ເພື່ອ​ກໍ່ສ້າງ​ໂຮງ​ໄຟຟ້າ ທີ່​ໃຊ້​ພະລັງ​ແສງ​ແດດຄ້າຍຄື​ກັນ ​ກັບ​ຂອງອິສຣາ​ແອ​ລ ໃນເຂດ​ທະ​ເລ​ຊາຍ Negev ທີ່​ໃຊ້​ພວກກະຈົກທີ່ ​ຫັນ​ໄປທາງແສງ​ແດດ​ນັ້ນ. ​ເທັກ​ໂນ​ໂລ​ຈີ​ແບບ​ນີ້ ບໍ່​ຄື​ກັນ​ ກັບແຜ່ນເກັບ​ໄຟຟ້າ​ແສງ​ແບບ​ແສງຕາເວັນ ມັນສາມາດຜະລິດ​ພະລັງ​ໄຟຟ້າ​ໄດ້ແມ່ນ ​ແຕ່ໃນ​ເວລາ​ທີ່ທ້ອງຟ້າ​ມີເມກປົກຄຸມ ຫຼື​ຍາມ​ກາງຄືນ​ກໍ​ຕາມ.

ພວກກະຈົກ​ຫຼາຍ​ພັນ​ແຜ່ນ ​ຕິດ​ຕັ້ງ​ຢາຍ​ກັນ​ໄປ​ໃນ​ເນື້ອ​ທີ່​ຫຼາຍ​ກວ່າ 100 ກິ​ໂລ​ແມັດ​ມົນທົນ ແມ່ນຈະສົ່ງ​ແສງ​ແດດ​ຫຼື​ແສງ​ພະ​ອາທິດ​ໄປ​ຍັງຫໍຄອຍ ບ່ອນ​ທີ່​ໃຫ້​ຄວາມ​ຮ້ອນ ​ແລະ​ເຮັດ​ໃຫ້​ເກືອ​ພິ​ເສດ​ເປື່ອຍ​ລະລາຍ​ໄປ.

ທ່ານ Kevin Sara ຫົວໜ້າ​ບໍລິຫານ​ບໍລິສັດ Nur Energy ກ່າວ​ວ່າ:

“ຫຼັງ​ຈາກ​ນັ້ນ ​ເຮົາ​ກໍສາມາດ​ເກັບ​ຄວາມ​ຮ້ອນໄວ້​ຢ່າງງ່າຍໆ ​ເພື່ອ​ວ່າ​ເຮົາ​ຈະ​ສືບ​ຕໍ່​ຜະລິດ​ພະລັງ​ໄຟຟ້າ​ໄດ້ ຫຼັງຈາກ​ຕ​າເວັນ​ຕົກ​ດິນ​ແລ້ວ.”

​ໃນ​ບ່ອນ​ແລກປ່ຽນ​ຄວາມ​ຮ້ອນ​ນັ້ນ ​ເກືອ​ທີ່​ເປື່ອຍ​ລະລາຍ​ໄປ ເຮັດ​ໃຫ້​ນ້ຳ​ກາຍ​ເປັນ​ອາຍ​ນ້ຳ ​ສຳລັບ​ປິ່ນກັງ​ຫັນ​ເຄື່ອງ​ຜະລິດ​ໄຟຟ້າ.

ທ່ານ Sara ກ່າວ​ວ່າ ​ໂຄງການ​ນີ້ ສາມາດ​ລົດ​ຜ່ອນ​ການ​ໃຊ້ພວກ​ເຊື້ອ ເພີງ​ທຳ​ມະ​ຊາດ​ ລົງ​ຢ່າງ​ຫຼວງ​ຫຼາຍ​ໄດ້​ໃນ​ຢູ​ໂຣບນັ້ນ ຊຶ່ງ​ທ່ານກ່າວ​ດັ່ງ​ນີ້….

“ພວກ​ເຮົາ​ສາມາດ​ລົດ​ຜ່ອນ​ການປ່ອຍທາດ Carbon ລົງ​ເທື່ອ​ລະ​ຂັ້ນໆ​ສຳລັບ
ຕາໜ່າງ​ໄຟຟ້າຂອງ​ຢູ​ໂຣບ​ ໂດຍໃຊ້​ພະລັງ​ໄຟຟ້າ​ຈາກ​ທະ​ເລ​ຊາຍ ​ໃຊ້​ພະລັງ​ໄຟຟ້າ​ຈາກ​ແສງ​ຕາ​ເວັນ ​ທີ່​ເກັບ​ໄວ້​ຈາກ​ທະ​ເລ​ຊາຍ​ຊາ​ຮາຣາ ​ແລະ​ເຊື່ອມ​ໂຍງ​ຢູໂຣບດ້ວຍ​ສາຍ​ໄຟຟ້າ​ແຮງ​ສູງ​ ທີ່​ຈະ​ເຮັດ​ໃຫ້​ຄວາມ​ເສຍ​ຫາຍ​ຂອງ​ເຂົາ​ເຈົ້າ​ລົດ​ລົງ​ຫຼາຍ​ທີ່​ສຸດ​ນັ້ນ.”

ການ​ເຊື່ອມ​ໂຍງ​ກັບ​ຢູ​ໂຣບດ້ວຍສາຍໄຟຟ້າແຮງສູງນີ້ ​ເປັນ​ພາກສ່ວນ​ນຶ່ງ​ອີກ​ທີ່​ໜ້າ​ສົນ​ໃຈ​ຂອງ​ໂຄງການ​ດັ່ງກ່າວ.

​ແທນ​ທີ່​ຈະ​ໃຊ້​ການ​ສົ່ງ​ພະລັງ​ໄຟຟ້າ​ສະຫລັບ​ກັນ​ໃນ​ປັ​ດຈຸ​ບັນ​ນີ້ ບໍລິສັດ Nur Energy ວາງແຜນທີ່ຈະສົ່ງພະລັງໄຟຟ້າ ໂດຍສາຍໄຟຟ້າໃຕ້ນ້ຳໂດຍກົງໃນປັດຈຸບັນນີ້ຊຶ່ງໄດ້ເສຍ
ພະລັງໄຟຟ້າພຽງແຕ່ 3 ເປີເຊັນ ຕໍ່ 1 ພັນກິໂລແມັດນັ້ນ. ນອກຈາກຈະມີລາຄາຖືກແລ້ວ

ເທັກໂນໂລຈີ ໃໝ່ນີ້ບໍ່ຈຳເປັນທີ່ຈະຕ້ອງໃຊ້ລະບົບທີ່ໃຫ້ມັນແລ່ນໄປພ້ອມໆກັນ ລະຫວ່າງລະບົບສາຍສົ່ງໄຟຟ້າແບບສະຫລັບ.

ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ຕູ​ນີ​ເຊຍ ​ໄດ້​ເປີດ​ການ​ເລືອກ​ຕັ້ງເອົາ​ສະມາຊິກ​ສະພາ​ນິຕິບັນຍັດແບບ​ປະຊາທິປະ​ໄຕ​ຮອບ​ສອງ​ຂຶ້ນ ຊຶ່ງ​ທ່ານ Sara ກ່າວ​ວ່າ ​ໂຄງການ​ຜະລິດພະລັງ​ໄຟຟ້າທີ່​ໃຊ້​ພະ​ລັງ​ແສງ​ແດດ ສາມາດ ສ້າງ​ສະຖຽນ​ລະ​ພາບ​ໃນ​ປະ​ເທດ​ຂຶ້ນ​ໄດ້ ຊຶ່ງທ່ານ ກ່າວຕື່ມ​ວ່າ..
“ອຸບປະກອນ​ຫຼາຍ​ຢ່າງ ສາມາດ​ຜະລິດ​ຂຶ້ນ​ໄດ້​ໂດ​ຍພວກ​ບໍລິສັດ​ພາຍ​ໃນ​ປະ​ເທດ​ຕູ​ນີ​ເຂ​ຍ ​ແລະ​ວ່າ ຈະ​ສ້າງ​ໜ້າ​ວຽກ ​ແລະ​ໂອກາດ​ວຽກເຮັດ​ງານ​ທຳ​ສຳລັບ​ພວກ​ຊາວ​ໜຸ່ມ​ຕູ​ນິ​ເຊຍ​ໄດ້.

ການ​ກໍ່ສ້າງ​ໂຮງ​ໄຟຟ້າ​ທີ່​ໃຊ້​ພະລັງ​ຈາກ​ແສງ​ແດດ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຕູ​ນີ​ເຊຍ ຄາດ​ວ່າ​ຈະ​ເລີ້​ມຂຶ້ນ​ພາຍ​ໃນ​ທ້າຍ​ປີ 2016 ​ແລະຈະເລີ້ມ​ສົ່ງ​ກະແສ​ໄຟຟ້າເປັນເທື່ອທຳ​ອິດ​ໄດ້ ພາຍ​ໃນ​ທ້າຍ​ປີ 2018.

XS
SM
MD
LG