ລິ້ງ ສຳຫລັບເຂົ້າຫາ

site logo
ວັນຈັນ, 23 ພຶດສະພາ 2022

ການຈັດສັນກົດລະບຽບ ຂອງສື່ສັງຄົມອອນລາຍ ຢູ່ໃນ ສປປ ລາວ


ການປະຊ​ຸມທາງອອນລາຍ ກ່ຽວກັບລະບົບຄົມມະນາຄົມ ແລະການສື່ສານຂອງລາວ ພ້ອມດ້ວຍປະເທດສະມາຊິກອາຊຽນ ແລະຈີນ.

ສື່ສັງຄົມອອນລາຍຈະຕ້ອງລົງທະບຽນ ແລະໄດ້ຮັບອະນຸຍາດຈາກກົມຂ່າວຂອງລັດຖະ ບານລາວແລ້ວເທົ່ານັ້ນ ຈຶ່ງຈະສາມາດດໍາເນີນກິດຈະການໃນດ້ານການໂຄສະນາ ແລະເຜີຍແຜ່ຂໍ້ມູນ-ຂ່າວສານໄດ້ໃນວົງກວ້າງ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວ ຖະແຫຼງຢືນຢັນວ່າ ສື່ສັງຄົມອອນລາຍທີ່ຕ້ອງການຈະດໍາເນີນກິດຈະ ການໃນດ້ານການໂຄສະນາ ແລະເຜີຍແຜ່ຂໍ້ມູນ-ຂ່າວສານຕໍ່ສາທາລະນະຊົນໃນລາວ ຈະຕ້ອງລົງທະບຽນຕາມກົດໝາຍສື່ມວນຊົນ ທັງຍັງຈະຕ້ອງໄດ້ຮັບອະນຸ ຍາດຈາກກົມຂ່າວຂອງກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວຢ່າງເປັນທາງການແລ້ວເທົ່ານັ້ນ ຈຶ່ງຈະສາມາດດໍາເນີນກິດຈະການດັ່ງກ່າວໄດ້ ຫາກບໍ່ສະນັ້ນແລ້ວ ກໍຈະຖືວ່າ ເປັນສື່ສັງຄົມທີ່ຜິດກົດໝາຍ ແລະຈະຕ້ອງຖືກດໍາເນີນມາດຕະການລົງໂທດຕາມກົດໝາຍ ເຊິ່ງເປັນຄວາມຮັບຜິດຊອບໂດຍກົງຂອງກົມຂ່າວທີ່ຈະຕ້ອງດໍາເນີນການກວດກາສື່ສັງຄົມອອນລາຍຢ່າງໃກ້ຊິດ ທັງຍັງຈະຕອບໂຕ້ຕໍ່ຫາງສຽງບໍ່ດີໃນສັງຄົມຢ່າງທັນການອີກດ້ວຍ ດັ່ງທີ່ທ່ານວັນສີ ໄດ້ໃຫ້ການຢືນຢັນວ່າ:

“ນໍາໃຊ້ສັງຄົມອອນລາຍຂອງອົງການສື່ມວນຊົນ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມກວດກາ ຕອບໂຕ້ ແລະແກ້ໄຂຫາງສຽງບໍ່ດີໃນສັງຄົມ, ສຶກສາອົບຮັມຄົນທີ່ກະທໍາຜິດໂດຍທາງກົງ-ທາງອ້ອມຢ່າງທັນການ ຕອບໂຕ້ຫາງສຽງທີ່ບໍ່ດີ ຂອງສັງຄົມຢ່າງເລິກເຊິ່ງ ຮອບດ້ານ ທັນການ ແລະຕໍ່ເນື່ອງ, ຕີຖອນທໍານອງຂອງກຸ່ມຄົນທີ່ບໍ່ຫວັງກີ ກໍຄືສາມາດຈໍາກັດພື້ນທີ່ຂ່າວປອມ ຂ່າວບິດເບືອນ ປັ່ນປ່ວນ, ຕັກເຕືອນບຸກຄົນ ແລະສັງຄົມໃນການນໍາໃຊ້ສື່ສັງຄົມອອນລາຍ.”

ປັດຈຸບັນ ມີສື່ສັງຄົມອອນລາຍຈໍານວນ 60 ກວ່າລາຍການທີ່ໄດ້ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍສື່ມວນຊົນໃນລາວ ແຕ່ກໍປະກົດວ່າ ມີສື່ສັງຄົມອອນລາຍອີກສິບລາຍການທີ່ດໍາເນີນກິດຈະການໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານກ່ຽວກັບລາວໃນຕ່າງປະເທດ ທີ່ທາງການລາວບໍ່ສາມາດທີ່ຈະຄວບຄຸມ-ກວດກາໄດ້ເລີຍ ຈຶ່ງເຮັດໃຫ້ຕ້ອງດໍາເນີນການພັດທະນາລະບົບ-ເຄືອຂ່າຍສື່ມວນຊົນຂອງລາວໃຫ້ທັນສະໄໝ ດ້ວຍການຊ່ວຍເຫຼືອດ້ານວິຊາການ ແລະເທັກໂນໂລຈີຂັ້ນສູງຈາກສະມາຄົມນັກຂ່າວແຫ່ງຊາດຈີນເມື່ອບໍ່ນານມານີ້.

ໂດຍໃນແຜນການພັດທະນາເສດຖະກິດແລະສັງຄົມແຫ່ງຊາດລາວໄລຍະ 5 ປີ ຄັ້ງທີ 9 ທີ່ຈັດຕັ້ງປະຕິບັດໃນຊ່ວງປີ 2021-2025 ລັດຖະບານລາວໄດ້ວາງເປົ້າໝາຍທີ່ຈະພັດທະນາສັງຄົມລາວໄປສູ່ລະບົບດີຈີຕອລໃຫ້ໄດ້ຢ່າງເປັນຮູບປະທໍາໃນທົ່ວປະເທດ ດ້ວຍການຊ່ວຍເຫຼືອຈາກຈີນທັງທາງດ້ານເງິນທຶນ ແລະເທັກໂນໂລຈີການສື່ສານຢ່າງຄົບວົງຈອນ ໂດຍສະເພາະກໍແມ່ນເຄືອຂ່າຍລະບົບສັນ ຍານທີ່ບໍ່ມີສາຍ ທັງໂຄງຂ່າຍໂທລະສັບມືຖື ແລະລະບົບອິນເຕີເນັດນັ້ນໃຫ້ມີການຂະຫຍາຍເຕີຍໃຫຍ່ຢ່າງວ່ອງໄວ ອັນຖືເປັນພື້ນຖານສໍາຄັນທີ່ຈະຮອງຮັບການພັດທະນາເສດຖະກິດລາວໄປສູ່ລະບົບດີຈີຕອລໃຫ້ໄດ້ຕາມແຜນການທີ່ວາງເອົາໄວ້ ກໍຄືການຂະຫຍາຍເຄືອຂ່າຍໄປສູ່ເຂດຮ່າງໄກສອກຫຼີກຊົນນະບົດ ແລະໃຫ້ຕິດຕໍ່ຫາກັນໄດ້ທົ່ວປະເທດໃນປີ 2025, ໂດຍໃນປັດຈຸບັນ ເຄືອຂ່າຍສັນ ຍານໂທລະສັບມືຖືໃນລາວກວມເອົາປະມານ 90 ເປີເຊັນຂອງຈໍານວນບ້ານທັງໝົດ ແລະ 95 ເປີເຊັນ ກັບ 57 ເປີເຊັນຂອງປະຊາກອນລາວໄດ້ນໍາໃຊ້ໂທລະ ສັບມືຖື ແລະເຂົ້າເຖິງການເຊື່ອມຕໍ່ລະບົບອິນເຕີເນັດຕາມລໍາດັບ.

ສ່ວນກະຊວງການເງິນກໍໄດ້ມີການຕິດຕັ້ງລະບົບອີເລັກໂທຣນິກ ທີ່ທັນສະໄໝ ເພື່ອນໍາໃຊ້ໃນການຈັດເກັບລາຍຮັບຈາກພາສີອາກອນ ແລະບັນດາຄ່າທໍານຽມຕ່າງໆໄວ້ທີ່ດ່ານສາກົນ 24 ແຫ່ງ ແລະເຂດເສດຖະກິດພິເສດ 3 ແຫ່ງທີ່ເຊື່ອມຕໍ່ກັບລະບົບຄວບຄຸມການບໍລິການແບບປະຕູດຽວ (Single Window) ຂອງກົມພາສີໄດ້ຢ່າງຄົບຖ້ວນແລ້ວໃນປີ 2020 ທີ່ຜ່ານມາ ໂດຍແນໃສ່ການຈັດເກັບລາຍຮັບຈາກພາສີອາກອນ ແລະຄ່າທໍານຽມຕ່າງໆເຂົ້າງົບປະມານຂອງລັດຖະ ບານໃຫ້ໄດ້ເພີ້ມຂຶ້ນ ເພາະວ່າລະບົບດັ່ງກ່າວ ສາມາດຮອງຮັບການແຈ້ງເສຍພາສີຂອງນັກທຸລະກິດໄດ້ໂດຍລະບົບອີເລັກໂທຣນິກທີ່ດ່ານສາກົນທັງ 24 ແຫ່ງ ແລະເຂດເສດຖະກິດພິເສດ 3 ແຫ່ງທີ່ເຊື່ອມກັບລະບົບປະຕູດຽວຂອງກົມພາສີນັ້ນເອງ.

ໂດຍປັດຈຸບັນນີ້ ເຄືອຂ່າຍໂທລະສັບມືຖື ແລະອິນເຕີເນັດໃນລາວ ໄດ້ນໍາໃຊ້ລະບົບຮັບສົ່ງສັນຍານດາວທຽມ ລາວແຊັດ-1 (Lao Sat-1) ສໍາລັບການຮັບ-ສົ່ງສັນຍານໂທລະພາບແລ້ວ 130 ຊ່ອງ ໂດຍມີຄູ່ຮ່ວມການຕະຫຼາດທັງພາຍໃນ ແລະຕ່າງປະເທດເກືອບ 200 ບໍລິສັດ, ສ່ວນລັດຖະບານລາວກໍມີພັນທະຕ້ອງຊໍາລະໜີ້ ແລະດອກເບ້ຍເງິນກູ້ ໃນມູນຄ່າລວມ 341 ລ້ານໂດລາໃຫ້ກັບລັດຖະບານຈີນຢ່າງຄົບຖ້ວນພາຍໃນປີ 2033, ເຊິ່ງເປັນໜີ້ເງິນກູ້ທີ່ລັດຖະບານລາວ ໃຊ້ໃນການວ່າຈ້າງລັດວິສາຫະກິດເທັກໂນໂລຈີອະວາກາດຂອງຈີນ ເພື່ອສ້າງດາວທຽມ ລາວແຊັດ-1 ດັ່ງກ່າວ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG