ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍລິສັດ ຕາໜ່າງສື່​ສັງ​ຄົມ ຮ່ວມກັນ ທັບມ້າງ ການໂຄສະນາຊວນເຊື່ອ ທາງອິນເຕີແນັດ


Tourists ride camels in the desert in Dunhuang in China's northwestern Gansu province.
Tourists ride camels in the desert in Dunhuang in China's northwestern Gansu province.

ບັນດາຕາໜ່າງສື່​ສັງ​ຄົມທີ່​ສຳຄັນ​ໆຢູ່​ໃນ​ສະຫະລັດ ກ່າວ​ວ່າ ​ເຂົາ​ເຈົ້າ​ກຳລັງ​ປະ​ຕິ​ບັດ​ງານ​ຮ່ວມ​ກັນ​ ເພື່ອ​ລະບຸ ແລະ​ນຳ​ເອົາຮູບ​ພາບ​ແລະ​ວີ​ດີ​ໂດທີ່ໃຊ້ໃນ​ການ​ເກັບ​ເກນ​ເອົາ​ຜູ້​ຄົນ​ໄປ​ເປັນ​ພວກ​ກໍ່​ການ​ຮ້າຍນັ້ນອອກ​ຈາກ​ລະບົບ​ອິນ​ເຕີ​ແນັດ​ຢ່າງ​ວ່ອງໄວ.

Facebook, Twitter, Microsoft ​ແລະ You Tube ​ໄດ້ປະກາດ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ເຂົາ​ເຈົ້າ​ຈະ​ສ້າງຕັ້ງ​ການ​ແບ່ງປັນ​ຂໍ້ມູນຮ່ວມ ​ເພື່ີອລະບຸ​ໃຫ້​ຮູ້ ກ່ຽວ​ກັບ​ຮູບ​ພາບ​ຕ່າງໆ ​ແລະ​ວິ​ດີ​ໂອ ໂດ​ຍໃຊ້​ການ​ລະບຸ​ພິ​ເສດທີ່​ເປັນ “​ລາຍ​ມື” ທີ່ບໍ່​ຊໍ້າ​ແບບ​ ເພື່ອ​ເຮັດ​ໃຫ້​ເປັນ​ການ​ງ່າຍ​ຂຶ້ນສຳລັບບັນດາ​ບໍລິສັດ​ຕ່າງໆ ທີ່​ຈະ​ທົບ​ທວນ ​ແລະອາດ​ກຳຈັດ​ເນື້ອ​ໄນ​ຂອງ​ຮູບ​ພາບ​ແລະ​ວີ​ດີ​ໂອ​ເຫຼົ່ານີ້.

​ເຂົາ​ເຈົ້າ​ກ່າວ​ວ່າ ​ແຕ່​ລະ​ບໍລິສັດ​ຈະ​ໄດ້​ພິຈາລະ​ນາ​ວ່າ ສິ່ງ​ເຫລົ່ານີ້ລະ​ເມີດ​ເງື່ອນ ​ໄຂ​ໃນ​ການ​ບໍລິການ​ທາງທຸລະ​ກິດຂອງ​ເຂົາ​ເຈົ້າຫລື​ບໍ່.

ບັນດາ​ບໍລິສັດ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ພວກ​ເຮົາ​ຫວັງ​ວ່າການ​ຮ່ວ​ມ​ມື​ນີ້ຈະ ນຳ​ພາ​ໄປ​ສູ່​ການມີ​ປະສິດທິ​ຜົນ​ເພີ້ມຂຶ້ນ ​ໃນ​ຂະນະ​ທີ່​ພວກ​ເຮົາສືບ​ຕໍ່ປະຕິບັດນະ​ໂຍບາຍ​ຂອງ​ພວກ​ເຮົ​າ ​ເພື່ອ​ຊ່ວຍ​ຢັບຢັ້ງບັນຫາ​ອັນ​ຮີບ​ດ່ວນ​ຢູ່​ໃນ​ທົ່ວໂລກ ກ່ຽວ​ກັບການ​ໂຄສະນາ​ຂອງ​ພວກ​ກໍ່​ການ​ຮ້າຍ​ທາງ​ອິນ​ເຕີແນັດ.”

“ຈະບໍ່​ມີ​ບ່ອນ​ສຳລັບ​ເນື້ອ​ໄນ​ທີ່​ຊຸກຍູ້ການກໍ່​ການ​ຮ້າຍ ທີ່​ເຮົາ​ເປັນ​ເຈົ້າພາບ​ບໍ​ລິ​ການ​ແກ່​ຜູ້​ຊົມ​ໃຊ້.

ພາບບັນທຶກ ພວກຫົວຮຸນແຮງລັດອິສລາມ ຖືປືນຢືນຢູ່ທາງຫລັງ ຊາວເອທິໂອເປຍ ທີ່ເປັນຊາວຄຣິສ.
ພາບບັນທຶກ ພວກຫົວຮຸນແຮງລັດອິສລາມ ຖືປືນຢືນຢູ່ທາງຫລັງ ຊາວເອທິໂອເປຍ ທີ່ເປັນຊາວຄຣິສ.

ບັນດາ​ບໍລິສັດ​ອິນ​ເຕີ​ແນັດ​ຍັກ​ໃຫຍ່ ​ໄດ້​ຮັບ​ຄວາມກົດ​ດັນເພີ້ມຂຶ້ນຈາກ​ລັດຖະບານ​ຂອ​ງປະ​ເທດ​ຕ່າງໆຢູ່​ໃນ​ທົ່ວ​ໂລກ ເພື່ອໃຫ້​ດຳ​ເນີນ​ການ​ເພີ້​ມຂຶ້ນ​ ໃນ​ການ​ກຳຈັດ​ການ​ໂຄສະນາ​ຂອງ​ພວກ​ຫົວ​ຮຸນ​ແຮງ​ຈັດ.

ຢູ່​ໃນ​ສະຫະລັດ ບັນດາ​ສະມາຊິກ​ສະພາ​ໄດ້​ນຳສະ​ເໜີ​ຮ່າງ​ກົດໝາຍ ທີ່​ບັງຄັບ​ໃຫ້​ບັນດາ​ບໍລິສັດ​ສື່​ສັງຄົມ​ ລາຍ​ງານ​ຕໍ່​ຕຳຫລວດກ່ຽວ​ກັບ​ກິ​ດຈະ​ກຳ​ຕ່າງໆ​ຂອງ​ພວກ ​ກໍ່​ການ​ຮ້າຍ​ທາງ​ອິນ​ເຕີ​ແນັດ ​ທີ່​ເຂົ້າ​ເຈົ້າ​ຮູ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG