ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະຕິບັດ ລະບຽບຢູ່ຫ່າງກັນ ແບບເຄັ່ງຄັດ ພາຍໃນຄອບຄົວ ຂອງຍາເອື້ອຍອາລີສ ເພື່ອປ້ອງກັນ ໂຄວິດ-19


ຮູບຍາເອື້ອຍອາລີສ ແສງມະນີ ຖ່າຍກັບລູກຊາຍກ່ອນການລະບາດຂອງພະຍາດໂຄວິດ-19 ຢູ່ທີ່ເມືອງມີລວອກກີ, ລັດວິສຄອນຊິນ
ຮູບຍາເອື້ອຍອາລີສ ແສງມະນີ ຖ່າຍກັບລູກຊາຍກ່ອນການລະບາດຂອງພະຍາດໂຄວິດ-19 ຢູ່ທີ່ເມືອງມີລວອກກີ, ລັດວິສຄອນຊິນ

ດັ່ງທີ່ບັນດາທ່ານຫລາຍຄົນອາດຈະຮູ້ແລ້ວວ່າ ຄວາມເປັນຫ່ວງກ່ຽວກັບໄວຣັສໂຄໂຣນາ ໄດ້ປ່ຽນແປງວິທີທີ່ຄົນພົບປະສັງສັນກັນໃນສັງຄົມ, ຊື້ເຄື່ອງ ແລະການ ໄປເຮັດວຽກ ເຮັດການຢູ່ຫລາຍໆ ແຫ່ງຫົນໃນທົ່ວໂລກ. ບໍ່ພຽງແຕ່ເທົ່ານັ້ນ ໂຣກລະບາດດັ່ງກ່າວຍັງໄດ້ເຮັດໃຫ້ການປະຕິບັດຂອງຄົນໃນບາງຄອບຄົວ ທີ່ເຄີຍຮ່ວມພາເຂົ້ານໍາກັນໃນຍາມເຊົ້າຍາມແລງ ຈໍາເປັນຕ້ອງໄດ້ແຍກກັນກິນຄົນລະເທື່ອ ແລະຢູ່ຫ່າງກັນ 6 ຟຸດ ຫລື 2 ແມັດຕາມລະບຽບການຢູ່ຫ່າງກັນທາງສັງຄົມຢູ່ ເຖິງແມ່ນວ່າ ຈະບໍ່ມີຄົນໃດໃນຄອບຄົວຕິດພະຍາດໂຄວິດ-19 ກໍຕາມ, ດັ່ງທີ່ຍາເອື້ອຍອາລິສ ແສງມະນີ ທີ່ຢູ່ເຮືອນຮ່ວມກັນກັບລູກຊາຍສອງຄົນຢູ່ທີ່ເມືອງມີລວອກກີ, ລັດວິສຄອນຊິນ ເລົ່າເຖິງການປ່ຽນແປງໃນປະຕິບັດໃນການກິນອາຫານໃນແຕ່ລະຄາບຂອງເພິ່ນກັບລູກສອງຄົນນັ້ນວ່າ:


ຍາເອື້ອຍເລົ່າຕໍ່ໄປກ່ຽວກັບເລື້ອງນີ້ວ່າ:

ຍາເອື້ອຍອາລີສ ແສງມະນີ ໃສ່ໜ້າກາກປິດປາກໄວ້ ຂະນະທີ່ໄປຍ່າງອອກກໍາລັງກາຍ ໃນວັນທີ 24 ພຶດສະພາ 2020
ຍາເອື້ອຍອາລີສ ແສງມະນີ ໃສ່ໜ້າກາກປິດປາກໄວ້ ຂະນະທີ່ໄປຍ່າງອອກກໍາລັງກາຍ ໃນວັນທີ 24 ພຶດສະພາ 2020

ການປະຕິບັດແນວນີ້ແມ່ນ ແຕກຕ່າງຈາກເມື່ອກ່ອນທີ່ເຄີຍປະຕິບັດກັນແຕ່ໃດມາ ຊຶ່ງເອື້ອຍເລົ່າສູ່ຟັງວ່າ ໃນເມື່ອກ່ອນຍາເອື້ອຍຈະເປັນຜູ້ເຮັດອາຫານແລງໄວ້ ແລ້ວກໍລໍຖ້າລູກມາແຕ່ການ ແລ້ວຈຶ່ງກິນອາຫານແລງພ້ອມກັນ.

ນອກຈາກການກິນອາຫານຂອງຄົນໃນຄອບຄົວຄົນລະເທື່ອແລ້ວ ການເວົ້າລົມ ກັນ ແລະການອອກໄປຍ່າງຫລິ້ນນໍາກັນລະຫວ່າງຄົນໃນຄອບຄົວຂອງຍາເອື້ຍ ກໍຍັງຕ້ອງໃສ່ໜ້າກາກປິດປາກໄວ້ ແລະຮັກສາໄລຍະຫ່າງ 6 ຟຸດໄວ້ຢູ່. ຍາເອື້ອຍບອກວ່າ ຄອບຄົວຂອງຍາເອື້ອຍໄດ້ເລີ້ມເຮັດແນວນີ້ມາໄດ້ສອງເດືອນກວ່າແລ້ວ. ດຽວນີ້ ເຖິງແມ່ນວ່າ ຈະມີຄໍາສັ່ງຜ່ອນຜັນຂໍ້ຈໍາກັດຂອງມາດຕະການສະກັດກັ້ນ ການແຜ່ລະບາດຂອງໄວຣັສໂຄໂຣນາລົງແລ້ວໃນຂະນະທີ່ລັດດັ່ງກ່າວ ໄດ້ເປີດໃຫ້ມີການເຮັດທຸລະກິດ ແລະວຽກງານມາໄດ້ເກືອບນຶ່ງອາທິດແລ້ວກໍຕາມ. ທັງນີ້ກໍເພາະວ່າ ລູກຊາຍຂອງຍາເອື້ອຍຄົນ ນຶ່ງຍັງທຽວໄປເຮັດລ້າເຮັດການຢູ່ທຸກມື້ ທຸກວັນຢູ່ ແລ້ວຜູ້ກ່ຽວມີຄວາມເປັນຫ່ວງວ່າ ຕົນອາດຈະນໍາເອົາພະຍາດ
ໂຄວິດ-19 ມາຕິດໃສ່ຜູ້ເປັນແມ່ຜູ້ທີ່ມີອາຍຸສູງກວ່າ 65 ປີ ແລະກິນເບ້ຍບໍານານແລ້ວ ແລະນ້ອງຊາຍຜູ້ນຶ່ງທີ່ຢູ່ເຮືອນກັບແມ່ໂດຍຕະຫລອດນັ້ນ ແບບບໍ່ຮູ້ສຶກຕົວກໍເປັນໄດ້.

ອ່ານສະຫລຸບຂ່າວນີ້ເປັນພາສາອັງກິດຢູ່ລຸ່ມນີ້

Social Distancing Rules are Strictly Followed within a Lao-American Family of Three in Wisconsin

A Lao-American family of three in Milwaukee, WI, still strictly follows the rules of social distancing within the family by eating in different times and keeping six feet apart whenever they interact with each other both inside and outside of their house, although the state has been lifted and no one in the family has the Coronavirus. These pre-cautious rules are set up by her son who commutes to work in his office as a way to prevent her, the elderly person, from Covid-19 infections.

XS
SM
MD
LG