ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການແຂ່ງຂັນຕຶກປາຄໍ່ ເພື່ອກໍາຈັດໃຫ້ໝົດໄປ ຈາກແມ່ນໍ້າ ໃນເຂດວໍຊິງຕັນດີຊີ (ວີດີໂອລາວ/ອັງກິດ)


ປາ​ຊະນິດ​ນຶ່ງ​ຈາກ​ຂົງ​ເຂດ​ເອ​ເຊຍ ກໍາລັງ​ຂົ່ມຂູ່ຈະ​​ແຜ່​ສາຍ​ຂະ​ຫຍາ​ຍພັນ​ໄປ​ທົ່ວແມ່​ນໍ້າ​ສາຍ​ຕ່າງໆ ໃນເຂດ​ນອກ​ນະ​ຄອນ​ຫຼວງ​ວໍ​ຊິງ​ຕັນ. ປາ​ຊະນິດ​​ທີ່ ເວົ້າ​ນີ້​ ກໍຄືປາ​ຈໍາພວກປາ​ຄໍ່ ພາສາ ອັງກິດເອີ້ນ​ວ່າ​ ​Snakehead ເພາະວ່າ ມັນມີ​ຫົວ​ຄື​ຫົວ​ງູ. ມີ​ຄົນ​ເອົາປານີ້​ມາ​ປ່ອຍ​ຢູ່​ເຂດ​ນີ້​ເມື່ອ​ປະມານ​ສິບ​ປີຜ່ານມາ ​ແລ້ວ ແລະ​​ມັນກໍ​ອອກ​ໄດ້​ແມ່​ແຜ່ລູກ ຫຼາຍ​ຂຶ້ນ​​​ເລື້ອຍໆ ນັບ​ຕັ້ງ​ແຕ່​ນັ້ນ​ມາ. ບັດ​ນີ້​ ເຈົ້າໜ້າ​ທີ່​ຄຸ້ມ​ຄອງສັດ​ແລະ​ພືດ​ປ່າ​ກໍາລັງ​ເອົາບາດກ້າວ​​ແບບ​ທີ່​ບໍ່​ເຄີຍ​ເຮັດ​ມາ​ກ່ອນ ​ເພື່ອ​ສະກັດ​ກັ້ນ​ການ​ຂະຫຍາຍພັນຂອງ​ປາຊະນິດ​​ນີ້ ​ແລະ​ພິທັກ​ປົກ​ປ້ອງ​ພວກ​ປາ​ພື້ນ​ເມືອງ​​ເອົາ​ໄວ້ ຄື​ພວກເຈົ້າໜ້າ​ທີ່​ໄດ້ຊຸກຍູ້ໃຫ້​ບັນດາ​ນັກ​ຕຶກ​ເບັດຕຶກປາທັງຫຼາຍ​ ​ພາກັນ​ໄປຕຶກ​ເອົາ​ປາ​ຊະນິດ​ນີ້ ຈົນ​ໃຫ້​ມັນ​ສູນພັນ​ໄປ​ເລີຍ. ດາຣາກັບທອງປານມີ​ເລຶ່ອງນີ້ມາສະ​ເໜີ​ທ່ານ​D

ວີດີໂອພາສາລາວ:

ປາ​ຄໍ່ ຫຼື​ snakehead ​ນີ້ ​ເປັນ​ປາ​ທີ່​ທາງເຂດນີ້​ຕ້ອງການ​ກໍາຈັດ​ໃຫ້​ດັບສູນ​ໄປ​ຫຼາຍ​ທີ່ສຸດ ​ໂດຍ
ໄດ້​ຈັດ​ໃຫ້​ມີການ​ແຂ່ງຂັນ​ຕຶກ​ເອົາປາ​ນີ້ ເປັນ​ເວລາ 18 ຊົ່ວ​ໂມງ ໃນທ້າຍສັບປະດາ​ຜ່ານ​ມາທີ່​ມີ​
ທ້ອງຟ້າ​ແຈ່ມ​ໃສ​ຢູ່ນອກ​ວໍ​ຊິງ​ຕັນ​ດີ​ຊີ ​ແລະ​ກໍ​ໄດ້ປາທີ່​ມີ​ແຂ້ວຫຼາຍພັນນີ້ ມາ​ແຊ່​ນໍ້າກ້ອນ​ໄວ້ກິນ
ຫຼາຍ​ກວ່າ 600 ກິ​ໂລ.

ນັກ​ຕຶກປາ Mike Mcdermott ​ແລະ Teddy McKenzie ກ່າວ​ວ່າ ພວກ​ເຂົາເຈົ້າມັກ​ອອກ​ໄປ
​ຕຶກ​ເອົາປາ​ຄໍ່​ນີ້ ​ເພາະວ່າ​ມັນມ່ວນ​ແລະທ້າ​ທາຍ.

ນາຍ Mike ​ເວົ້າ​ວ່າ: “ພວກ​ເຮົາມັກ​ເວົ້າຫລິ້ນກັນ​ເປັນປະ​ຈໍາວ່າ ມັນຄືກັນກັບໄປລ່າ
ກະຕ່າຍ​ຢູ່
ໃນ​ນໍ້າ​ຫລາຍ​ກວ່າ.”
​ແຕ່​ນາຍ Teddy ​ເວົ້າ​ວ່າ: “ຮ້າຍກ່ວານັ້ນອີກ ຄ້າຍໆ​ກັບ​ລ່າ​ກວາງ​ໃຫຍ່ ພຸ້ນ​ແຫລະ.”

ທ່ານ Austin Murphy ຜູ້​ອໍານວຍ​ການ​ການ​ແຂ່ງຂັນ​ກ່າວ​ວ່າ ຄວາມ​ຕື່ນ​ເຕັ້ນ​ຂອງ​ການ​ລ່າ
ຫຼື​ຕຶກປານີ້ ບວກ​ກັບລາງວັນຊະນະ​ເລີດເງິນ​ສົດ​ອີກ 1,500 ​ໂດ​ລາ​ ​ໄດ້​ດຶງ​ດູດ​ເອົາ​ພວກ​ນັກ
​ຕຶກ​ເບັດທັງຫຼາຍ ມາປະກອບ​ສ່ວນ​ໃນ​ການ​ແຂ່ງຕຶກປາ​ຄໍ່​ນີ້ຢ່າງ​ຫລວງຫລາຍ. ພວກ​ເຂົາ​
ເຈົ້າຕຶກໄດ້​ຫຼາຍ​ກວ່າ​ທີ່​ບັນດາ​ຜູ້​ຈັດການ​ແຂ່ງຂັນ ​ຄາດ​ໝາຍເອົາ​ໄວ້ ເຖິງ 75 ​ເປີ​ເຊັນ ​ແລະ
​ກໍ​ປາກົດ​ວ່າ​ມີ​ນັກ​ຕຶກປາ​ມາ​ຮ່ວມ ຫຼາຍ​ກວ່າປີ​ຜ່ານ​ມາ ຊຶ່ງ​ເປັນປີເປີດ​ການ​ແຂ່ງ​ຂັນ​ເທື່ອ​ທໍ​າ
ອິດນັ້ນ.

ທ່ານ ອອສຕິນ ​ເມີ​ຟີ ກ່າວ​ວ່າ “ນັບວ່າ ເປັນ​ຜົນ​ສໍາ​ເລັດ​ອັນ​ຍິ່ງ​ໃຫຍ່​ໃນບັນທຶກ​
ຂອງ​ເຮົາ. ​ເທື່ອ​ນີ້​
ມີຜູ້​ເຂົ້າມາ​ຮ່ວມ​ແຂ່ງຂັນ​ ຫຼາຍ​ກວ່າ​ສອງເທົ່າ​ຕົວ ພວກ​ເຮົາ​ຈຶ່ງ​
ວ່າ​ຕື່ນ​ເຕັ້ນ​ຫຼາຍ.”

​ເປົ້າໝາຍ​ຂອງ​ການ​ແຂ່ງຂັນ​ຕຶກປາ​ຄໍ່​ນີ້ ແມ່ນເພື່ອ​ຊ່ວຍ​ຄວບ​ຄຸມ​ການ​ຂະຫຍາ​ຍພັນ​ຂອ
ງ​ປາດັ່ງກ່າວ ​ທີ່​ຫາກໍ​ຖືກ​ເອົາ​ມາ​ປ່ອຍ​ໄວ້​ໃນ​ແມ່​ນໍ້າ​ໂປ​ໂຕແມັ​ກໄດ້​ບໍ່​ດົນ​ ​ແຕ່​ກໍຂົ່ມຂູ່​ທີ່​ຈະ
​ຍຶດຄອງແມ່​ນໍ້າສາຍນີ້ແລ້ວ ອີງຕາມທ່ານ Josh Newhard ​ເຈົ້າໜ້າ​ທີ່ພະແນກ​ຄຸ້ມ​ຄອງ
​ປາແລະ​ສັດປ່າ​ຂອງ​ສະຫະລັດ ທີ່​ກ່າວ​ວ່າ:

​“ຈະ​ບໍ່​ມີ​ປາພື້ນເມືອງ​ມາບຽດບຽນປາພວກນີ້ຫລາຍ ສະ​ນັ້ນ ມັນຈຶ່ງໃຫຍ່​ໄວ ແລະ
ມີ​ຂະໜາດໃຫຍ່ ​ແລະ​ອອກ​ແມ່​ແຜ່​ລູກ​ໃນ​ຈໍານວນ​ທີ່​ສູງ​ທີ່​ສຸດ. ສະ​ນັ້ນ ​ປາ​ຄໍ່​ນີ້​ຈຶ່ງມີ​
ຄວາມເປັນ​ໄປ​ໄດ້​ສູງ​ ທີ່​ຈະ​ເປັນ​ເຈົ້ານໍ້າ​ແທນ​ປາ​ຊະນິດ​ອື່ນ​ໄດ້.”

​ເມື່ອ​ໃດ​ທີ່ປາພັນ​ທີ່​ຮຸກຮານ​ໝູ່​ຄື​ປາ​ຄໍ່ນີ້ ເຂົ້າ​ໄປອອກແມ່ແຜ່ລູກຢູ່​ໃນ​ສະພາບ​ແວດ​ລ້ອມ
​ໃໝ່ແລ້ວ ກໍຈະເປັນການຍາກຫລາຍທີ່ຈະເອົາມັນໜີອອກໄປໄດ້. ​ແຕ່​ປາ​ຄໍ່​ມີ​ຈຸດ​ອ່ອນ​ທີ່​
ສໍາຄັນ​ຢ່າງ​ນຶ່ງ. ​ທ່ານ Steve Vilnit ​ເຈົ້າໜ້າ​ທີ່​ກົມ​ຊັບພະຍາກອນ​ທໍາ​ມະ​ຊາດ​ຂອງ​ລັດ
​ແມຣີ​ແລນ ຈື່ບົດ​ສົນທະ​ນາບົດ​ນຶ່ງກັບໝູ່​ ເມື່ອ​ບໍ່​ເທົ່າ​ໃດ​ປີຜ່ານມາ​ ​ແລະ​ເລົ່າ​ວ່າ:

“ຄືຄົນນຶ່ງ​ເອີ່ຍຂຶ້ນມາ​ວ່າ ​ມີ​ປາ​ຄໍ່ຢູ່​ໃນແມ່​ນໍ້າ ຂ້ອຍ​ກໍ​ເລີຍ​ຖາມ​ໄປ​ວ່າ ມັນ​ກິນ​ແຊບ​ບໍ່?
​ແລະ​ນັກ​ຊີວະ​ວິ​ທະ​ຍາໃນກຸ່ມຂອງຂ້ອຍ
​ຕອບ​ວ່າ ​ແຊບ​ຫຼາຍ.”

ທີ່​ຈິງ​ແລ້ວ ປາ​ຄໍ່​ເປັນ​ປາ​ທີ່​ຜູ້​ຄົນ​ນິຍົມ​ເອົາ​ມາ​ຄົວກິນ​ກັນ​ຢ່າງ​ກວ້າງຂວາງຢູ່​ໃນ​ຂົງ​ເຂດ​ເອ​
ເຊຍ ອັນ​ເປັນ​ແຫ​ລ່ງທີ່ຢູ່​ຂອງ​ມັນ. ທ່ານ Vilnit ​ໄດ້​ຕິດ​ຕໍ່​ກັບ​ຄົນ​ຄົວກິນ​ຕາມ​ຮ້ານ​ອາຫານ
ເພື່ອໃຫ້​ຈັດ​ເອົາ​ປາ​ຄໍ່ເຂົ້າຢູ່​ໃນເມ​ນູອາຫານ ໄວ້​ບໍລິການ​ລູກ​ຄ້າ. ​ໃນ​ມື້​ແຂ່ງຂັນ​ຕຶກປາ​ນັ້ນ
ພວກ​ຜູ້​ຄົນ​ທີ່​ມາ​ເບິ່ງໄດ້​ມີ​ໂອ ກາດ​ຊິ​ມລົດ​ຊາດ​ຂອງ​ປາ​ຄໍ່ ທີ່​ເອົາ​ໄປຈືນ ​ຂົ້ວ​ ​ແລະ​ປຸງ​ເປັນ
ແຜ່ນ​ຊິ້ນ​ປາ​ ​ທີ່​ເອືອບ​ນໍ້າ​ໝາກ​ນາວ​.

ວີດີໂອ ພາສາອັງກິດ:

ໂດຍການ​ປ່ອຍ​ໃຫ້​ພວກມັກ​ຕຶກ​ເບັດ​ໃນ​ເຂດນີ້​ ອອກ​ໄປ​ລ່າ​ຕຶກປາ​ຄໍ່ໂດຍ ບໍ່ຈໍາກັດຈໍານວນ
ນັ້ນ ບັນດາເຈົ້າໜ້າ​ທີ່​ຄຸ້ມຄອງສັດປ່າ ຫວັງວ່າຈະຊະນະ ​ໃນການລົດປະລິມານປານີ້ລົງໄດ້.
ຕາມ​ປົກກະຕິ​ແລ້ວ ປາສ່ວນ​ໃຫຍ່ໃນແມ່ນໍ້າ ຈະຖືກກໍານົດຈໍານວນ ບໍ່ໃຫ້ຕຶກກາຍຈໍານວນ
ນັ້ນ ​ເພື່ອປ້ອງກັນບໍ່ໃຫ້ມັນ​ດັບສູນ ແຕ່ບໍ່ແມ່ນປາຄໍ່ snakehead ນີ້ຊຶ່ງທ່ານ Steve Vilnit
ກ່າວ​ວ່າ:

“ນີ້ແມ່ນເລື້ອງການ​ຕຶກປາ​ພັນທໍາ​ອິດ ທີ່​ຂ້ອຍ​ໄດ້​ມີສ່ວນຮ່ວມ ​ທີ່​ຕ້ອງ​ກໍາຈັດ​ປາໃຫ້​ໝົດ​ໄປ ຄື
​ບໍ່​ໃຫ້​ມີ​ການ​ຕຶກປາ​ນີ້​ອີກ​ເລີຍ.”

​ແຕ່ພວກ​ທີ່​ສົງໄສ ບໍ່​ເຊື່ອວ່າ ຈະ​ສາມາດ​ກໍາຈັດປາ​ຄໍ່ທີ່​ດື້​ດຶງ​ນີ້ ອອກ​ໄປ​ຈາກ​ແມ່ນໍ້າ​ໂປ​ໂຕ​ແມັກ​
ໃຫ້​ໝົດ​ສິ້ນ​ໄປ​ໄດ້.​ ແຕ່ວ່າ ​ບັນດາ​ນັກ​ຕຶກປາທັງ​ຫຼາຍ ຕະຫລອດ​ຮອດ ​ພໍ່ຄົວ​ແມ່ຄົວ ​ແລະ​ລູກ
​ຄ້າຕາມ​ຮ້ານ​ອາຫານ ​ແນ່ນອນ​ວ່າ ຈະຕ້ອງ​ມັກ​ໃນ​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ດັ່ງກ່າວ​ນີ້
​ເພາະວ່າ​ເຂົາ​ເຈົ້າ​ຈະ​ໄດ້​ໄປ​ແຂ່ງ​ຕຶກປາ ​ແລະ​ໄດ້​ກິນ​ປາທີ່​ມີ​ລົດ​ຊາດ​ແຊບນົວ​ອັນ​ນີ້.

XS
SM
MD
LG