ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລັກລອບຄ້າວັດຖຸບູຮານແລະສັດປ່າຫວງຫ້າມ ທັງໃນລາວແລະຜ່ານລາວ ໄປປະເທດທີສາມນັ້ນ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ


ພະພຸດທະຮູບບູຮານແລະເກົ່າແກ່ຫຼາຍອົງ ໄດ້ຖືກພົບເຫັນຝັງດິນໄວ້ ໃນສະຖານທີ່ແຫ່ງນຶ່ງຢູ່ລາວ.
ພະພຸດທະຮູບບູຮານແລະເກົ່າແກ່ຫຼາຍອົງ ໄດ້ຖືກພົບເຫັນຝັງດິນໄວ້ ໃນສະຖານທີ່ແຫ່ງນຶ່ງຢູ່ລາວ.

ການລັກລອບຄ້າວັດຖຸບູຮານແລະສັດປ່າຫວງຫ້າມ ທັງໃນລາວແລະຜ່ານລາວ ໄປປະເທດທີສາມນັ້ນ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະຢູ່ຊາຍແດນລາວ-ຈີນ-ມຽນມາ-ໄທ-ກຳປູເຈຍ-ຫວຽດນາມນັ້ນ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ-ວັດທະນະທຳແລະທ່ອງທ່ຽວ ຖະແຫລງຢືນຢັນວ່າ ການລັກລອບຂຸດຄົ້ນວັດຖຸບູຮານເພື່ອການຄ້າຜິດກົດໝາຍຍັງຄົງເກີດຂຶ້ນຢ່າງກວ້າງຂວາງໃນລາວ ທັງຍັງເປັນຂະບວນການຂະໜາດໃຫຍ່ ທີ່ມີເຄືອຂ່າຍເຊື່ອມໂຍງກັບປະເທດເພື່ອນບ້ານ ທັງໃນເຂດລຸ່ມນ້ຳຂອງ-ກຸ່ມອາຊຽນແລະພາກພື້ນເອເຊຍ-ປາຊີຟິກອີກດ້ວຍ ຊຶ່ງເມື່ອສົມທົບກັບການດຳເນີນມາດຕະການປ້ອງກັນແລະປາບປາມໃນລາວ ທີ່ຍັງມີຂໍ້ຈຳກັດ ທັງໃນດ້ານບຸກຄະລາກອນ ແລະງົບປະມານດ້ວຍແລ້ວ ຈຶ່ງເຮັດໃຫ້ບໍ່ສາມາດຕິດ ຕາມໄດ້ຢ່າງເທົ່າທັນ ກັບການເຄື່ອນໄຫວຂອງຂະບວນການລັກລອບຂຸດຄົ້ນວັດຖຸບູຮານດັ່ງກ່າວ ລວມທັງບໍ່ສາມາດຄຸ້ມຄອງ ບູຮານສະຖານ ແລະວັດຖຸ ບູຮານຂອງຊາດລາວ ໄດ້ຢ່າງທົ່ວເຖິງອີກດ້ວຍ ດັ່ງທີ່ ທ່ານວັນສີ ໄດ້ໃຫ້ການຢືນຢັນວ່າ:

“ການປະສານສົມທົບໃນການຄຸ້ມຄອງແລະແກ້ໄຂປາກົດການຫຍໍ້ທໍ້ທາງດ້ານວັດທະນະທຳແລະສັງຄົມ ລະຫວ່າງພາກສ່ວນກ່ຽວຂ້ອງຂັ້ນຕ່າງໆ ຍັງບໍ່ທັນກົມກຽວແລະບໍ່ທັນຕໍ່ເນື່ອງ ການສຳຫຼວດຂຸດຄົ້ນວັດຖຸນບູຮານ ຍັງບໍ່ທັນກວ້າງຂວາງ ຍັງເຮັດໄດ້ໜ້ອຍ ແລະການຄຸ້ມຄອງວັດຖຸບູຮານຍັງບໍ່ທັນໄດ້ດີ ຍັງມີປາກົດການລັກລອບວັດຖຸບູຮານ ເກີດມີຢູ່ຫຼາຍທ້ອງຖິ່ນ.”

ທັງນີ້ ໂດຍເຂດທີ່ມີການລັກລອບຂຸດຄົ້ນວັດຖຸບູຮານຫຼາຍທີ່ສຸດໃນລາວ ຄືແຂວງຫຼວງພະບາງ ບໍ່ແກ້ວ ຊຽງຂວາງ ວຽງຈັນ ຄຳມ່ວນ ສະຫວັນນະເຂດ ແລະຈຳປາສັກ ໂດຍສະເພາະແມ່ນທີ່ແຂວງຫຼວງພະບາງນັ້ນ ຖືເປັນເຂດທີ່ມີການລັກເອົາພະພຸດທະຮູບເກົ່າແກ່ສົ່ງອອກໄປຕ່າງປະເທດຫຼາຍທີ່ສຸດ ສ່ວນແຂວງຊຽງຂວາງ ກໍມີການລັກລອບຂຸດຄົ້ນເອົາວັດຖຸບູຮານໃນເຂດພື້ນທີ່ຂອງໄຫຫີນ ແລະແຂວງສະຫວັນນະເຂດ ກໍຕົກເປັນເປົ້າໝາຍສຳຄັນຂອງການລັກ ລອບຂຸດຄົ້ນວັດຖຸບູຮານເພີ້ມຂຶ້ນນັບມື້ ໂດຍສະເພາະພາຍຫຼັງການຄົ້ນພົບວັດ
ຖຸບູຮານອາຍຸກວ່າ 1,000 ປີ ຈຳນວນເຖິງ 7,881 ລາຍການຢູ່ ໃນເຂດສຳປະທານບໍ່ແຮ່ເຊໂປນ ທີ່ເມືອງວີລະບຸລີ ນັບຕັ້ງແຕ່ປີ 2018 ເປັນຕົ້ນມາ.

ອີກດ້ານນຶ່ງ ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳແລະປ່າໄມ້ເປີດເຜີຍວ່າ ການສ້າງຕັ້ງເຂດປ່າໂຄກໂອງ-ມັ່ງ ທີ່ແຂວງສະຫວັນນະເຂດ ໃຫ້ເປັນເຂດອະນຸລັກພັນສັດປ່າແຫ່ງທຳອິດໃນລາວນັ້ນ ເປັນການປະຕິບັດຕາມອະນຸສັນຍາ ວ່າດ້ວຍການຄ້າລະຫວ່າງປະເທດ ກ່ຽວກັບສັດປ່າ ທີ່ໃກ້ຈະສູນພັນ (CITES) ທີ່ລາວ ເຂົ້າຮ່ວມເປັນສະມາຊິກໃນປີ 2004 ເປັນຕົ້ນມານັ້ນ ມີເປົ້າໝາຍສຳຄັນຄື ການປະຕິບັດໃນທພຸກວິຖີທາງເພື່ອຢຸດການຄ້າສັດປ່າຜິດກົດໝາຍໃຫ້ໄດ້ຢ່າງສິ້ນເຊີງ ແຕ່ກໍຍັງບໍ່ສາມາດປະຕິບັດໄດ້ຈິງ ທັງຍັງປາກົດວ່າ ຂະບວນການຄ້າສັດປ່າ ໄດ້ຂະຫຍາຍເຄືອຂ່າຍຂ້າມຊາດຢ່າງກວ້າງຂວາງຢູ່ໃນເຂດຊາຍແດນ ລາວ ກັບປະເທັດເພື່ອນບ້ານ ກໍຄື ຈີນ ມຽນມາ ໄທ ກຳປູເຈຍ ແລະຫວຽດນາມນັ້ນ.

ທາງການລາວ ໄດ້ຂຶ້ນບັນຊີສັດປ່າ ໄວ້ໃນ 3 ປະເພດດ້ວຍກັນ ຄື 1 ປະເພດຫວງຫ້າມທີ່ບໍ່ໃຫ້ລ່າ ເດັດຂາດ 2 ປະເພດອະນຸລັກທີ່ສາມາດລ່າໄດ້ 3 ປະເພດຜ່ອນຜັນລ່າໄດ້
ທາງການລາວ ໄດ້ຂຶ້ນບັນຊີສັດປ່າ ໄວ້ໃນ 3 ປະເພດດ້ວຍກັນ ຄື 1 ປະເພດຫວງຫ້າມທີ່ບໍ່ໃຫ້ລ່າ ເດັດຂາດ 2 ປະເພດອະນຸລັກທີ່ສາມາດລ່າໄດ້ 3 ປະເພດຜ່ອນຜັນລ່າໄດ້

ທັງນີ້ ໂດຍສັດປ່າໃນລາວທີ່ຕົກເປັນເປົ້າໝາຍຂອງຂະບວນການຄ້າສັດປ່າຂ້າມຊາດ ຄື ເສືອ ໝີກະທິງ ໂອງ-ມັ່ງ ລິງ ຊ້າງ ຟານ ແຂ້ ແລນ ກະຮອກ ແລະໝູປ່າ ເປັນຕົ້ນ ດ້ວຍເຫດນີ້ ທາງການລາວ ຈຶ່ງໄດ້ຈັດທຳແລະຂຶ້ນບັນຊີສັດປ່າໄວ້ໃນ 3 ປະເພດດ້ວຍກັນ ໂດຍບັນຊີທີ 1 ເປັນສັດປ່າປະເພດຫວງຫ້າມທີ່ບໍ່ໃຫ້ລ່າ ຢ່າງເດັດຂາດ ເຊັ່ນ ເສືອ ໝີ ກະທິງໂອງ ມັ່ງ ແລະຊ້າງ ກັບບັນຊີທີ 2 ເປັນສັດປ່າປະເພດອະນຸລັກທີ່ສາມາດລ່າໄດ້ ເມື່ອໄດ້ຮັບອະນຸຍາດເປັນການພິເສດ ເຊັ່ນ ຟານ ແລະແຂ້ສ່ວນບັນຊີທີ 3 ເປັນສັດປ່າປະເພດຜ່ອນຜັນ ໃຫ້ປະຊາຊົນລາວສາມາດລ່າໄດ້ສະເພາະນຳມາເປັນອາຫານເທົ່ານັ້ນ ເຊັ່ນ ແລນ ກະຮອກ ແລະໝູປ່າ ເປັນຕົ້ນ.

ນອກຈາກນີ້ ການທີ່ລັດຖະບານລາວ ໄດ້ເຂົ້າຮ່ວມປະຕິບັດການຕ້ານອາຊະຍາກຳຕໍ່ສັດປ່າ ໃນປີ 2014 ນັ້ນ ກໍໄດ້ຂຶ້ນບັນຊີສັດປ່າ 165 ຊະນິດເປັນສັດປ່າຫວງຫ້າມ ໃນນີ້ເປັນສັດລ້ຽງລູກດ້ວຍນ້ຳນົມ 79 ຊະນິດ ສັດເລືອຄານ 22 ຊະນິດ ສັດປີກ 52 ຊະນິດ ກັບສັດນ້ຳ ແລະສັດເຄິ່ງບົກເຄິ່ງນ້ຳ 12 ຊະນິດ ສ່ວນສັດປ່າອີກ 66 ຊະນິດ ກໍໄດ້ຂຶ້ນບັນຊີເປັນສັດປ່າຄຸ້ມຄອງ ໃນນີ້ເປັນສັດ ລ້ຽງລູກດ້ວຍນ້ຳນົມ 15 ຊະນິດ ສັດເລືອຄານ 6 ຊະນິດ ສັດປີກ 27 ຊະນິດ ແມງໄມ້ 9 ຊະນິດ ສັດນ້ຳ ແລະສັດເຄິ່ງບົກເຄິ່ງນ້ຳ 9 ຊະນິດ ສ່ວນເຂດອະ ນຸລັກສັດປ່າໂອງ-ມັ່ງ ດັ່ງກ່າວ ກບຊມີເນື້ອທີ່ກວ້າງກວ່າ 130,000 ເຮັກຕາທີ່ກວມເອົາພື້ນທີ່ 5 ເມືອງໃນແຂວງສະຫວັນນະເຂດ ກໍຄື ເມືອງຊົນນະບຸລີ ທ່າປາງທອງ ພະລານໄຊ ສອງຄອນ ແລະເມືອງພິນ ຊຶ່ງຍັງເຫຼືອສັດປ່າຫາຍາກທີ່ໃກ້ຈະສູນພັນ ຄື ໂອງ-ມັ່ງ 200 ກວ່າໂຕ.

XS
SM
MD
LG