ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສະຫະລັດ ສົ່ງຄືນ ວັດຖຸໂບຮານ 60 ກວ່າຢ່າງ ທີ່ຖືກລັກມາ ຈາກອີຣັກ


ວັດຖຸໂບຮານ 60 ກວ່າຢ່າງ ທີ່ຖືກລັກມາ ຈາກບ່ອນເກັບມ້ຽນ ຊັບສົມບັດ ທີ່ນຳເຂົ້າມາ ສະຫະລັດ ຢ່າງຜິດກົດໝາຍ.
ວັດຖຸໂບຮານ 60 ກວ່າຢ່າງ ທີ່ຖືກລັກມາ ຈາກບ່ອນເກັບມ້ຽນ ຊັບສົມບັດ ທີ່ນຳເຂົ້າມາ ສະຫະລັດ ຢ່າງຜິດກົດໝາຍ.

ການ​ລັກລອບປຸ້ນສະດົມ ແລະ​ມ້າງ​ເພທຳລາຍ ສະຖານ​ທີ່​ປະ
ຫວັດ​ສາດ​ແລະ​ວັດ​ຖຸ​ໂບຮານໂດຍກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ
​ໃນ​ອີຣັກ ​ແລະ​ຊີ​ເຣຍ ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ໂກດ​ແຄ້ນ ​ຢູ່​ໃນທົ່ວ​
ໂລກ. ບັນ​ດາ​ນັກ​ໂບຮານ​ນະ​ຄະດີ ມີ​ຄວາມ​ເປັນ​ຫ່ວງ​ວ່າ ສະ
ຖານທີ່​ສຳຄັນແລະ​ມີຄວາມຫລໍ່ແຫລມຕ່າງໆ ອາດ​ໄດ້​ຖືກ​ທຳ
ລາຍ​ຢ່າງ​ເປັນການຖາວອນ​ ໂດຍ​ພວກຫົວ​ຮຸນແຮງ​ຈັດດັ່ງກ່າວ.

​ດັ່ງ​ທີ່ ນັກ​ຂ່າວວີ​ໂອເອ Kane Farabaugh ລາຍ​ງານ​ມານັ້ນ
ບັນດາ​ນັກ​ໂບຮານ​ນະ​ຄະດີ​ ແລະ​ບັນດາ​ເຈົ້າ​ໜ້າ​ທີ່ປະຕິບັດ​
ກົດໝາຍ ກຳ​ລັງ​ຮີບ​ຮ້ອນ​ ພາກັນຫາທາງປ້ອງ​ກັນ ບໍ່ໃຫ້ມີ
ຄວາມເສຍ​ຫາຍ​ເພີ້ມຕື່ມ ຂອງມູນ​ມໍລະດົກ​ອັນ​ລຳ້​ຄ່າເຫຼົ່ານີ້.

​ມີຮູບ​ພາບຕ່າງໆ ທີ່​ພາດ​ຫົວ​ຂໍ້​ຂ່າວ ​ແລະ​ກໍ່​ໃຫ້​ເກີດ​ຄວາມ​ໂກດ​ແຄ້ນ​ຢູ່​ທົ່ວ​ໂລກ ​ກ່ຽວກັບ
ສະຖານທີ່ເກົ່າແກ່ ແລະໂບຮານ​ສະຖານທີ່​ສຳ​ຄັນໆ ​ໄດ້​ຖື​ກທັບ​ມ້າງ ​ແລະ​ດຸດທຳລາຍ
ໄປນັ້ນ.

ສິ່ງ​ທີ່​ຫລຸດລອດ​ມາ​ໄດ້ຈາກ​ກາລະເວລາ ແຕ່ບໍ່​ໄດ້​ລອ​ດໄປ​ໄດ້​ຈາກ​ການ​ມີອິດທິ ພົນເພີ້ມ​
ຂື້ນ​ຂອງພວກ​ຫົວ​ຮຸນ​ແຮງ​ອິສລາມ ຢູ່​ໃນ​ບາງເຂດຂອງ​ຊີ​ເຣຍ ​ແລະ​ອີຣັກ ຊຶ່ງ​ເປັນ​ທີ່ຕັ້ງ
ຂອງອານາຈັກ​ສະ​ໄໝ​ໂບຮານ Mesopotamia ​ທີ່​ຮ້ອງ​ວ່າ “ອູ່​ຂອງ​ຄວາມ​ຈະ​ເລີ​ນຮຸ່ງ
​ເຮືອ​ງ.”

ທ່ານ McGuire Gibson ຜູ້​ຊ່ຽວຊານ​ດ້ານວັດ​ຖຸ​ໂບຮານ Mesopotamia ທີ່​ສະ​ຖາ​ບັນ
​ຕາເວັນອອກ ຂອງ​ມະຫາວິທະຍາ​ໄລ Chicago ກ່າວ​ວ່າ “ມັນ​ເປັນ​ສະຖາປະນາທີ່ສຳຄັນ
​ສຸດ ທີ່​ບອກໃຫ້ທ່ານ​ຮູ້ກ່ຽວ​ກັບ​ຄວາມ​ສີວິ​ໄລໃນອະດີດຜ່ານ ມາ​ຂອງ​ອີຣັກ ​ແລະ​ຍັງ​ເປັນ​
ສ່ວນນຶ່ງ​ ຂອງ​ໂລກນຳດ້ວຍ. ມັນ​ບໍ່ພຽງ​ແຕ່ເປັນວັດ ທະນະທຳ​ອີຣັກ​ເທົ່າ​ນັ້ນ.

ທ່ານ Gibson ກ່າວ​ວ່າ ການ​ທຳລາຍ​ຫວ່າງ​ມໍໆ​ມາ​ນີ້ ທີ່ຫໍ​ພິພິດ​ທະພັນ Mosul ​ແລະ​
ໂບຮານສະຖານ ​ທີ່ເມືອງ Nimrud ຊຶ່ງເປັນ​ເມືອງ​ຫລວງ​ຂອງ Assyria ນັ້ນ​ແມ່ນມີ​ຈຸດ
ປະສົງ​ທີ່ຈະ​ສ້າງ​ຄວາມ​ໂກດ​ແຄ້ນຂຶ້ນ.

ທ່ານ Gibson ກ່າວຕື່ມວ່າ “ມັນ​ໄດ້ແທງ​ພວກ​ເຮົາ ມັນ​ເຮັດ​ໃຫ້​ພວກ​ເຮົາ​ໂກດ​ແຄ້ນ​ກ່ຽວ​ກັບ​ເລື້ອງ​ນີ້ ມັນ​ເຮັດ​ໃຫ້​ພວກ​ເຮົາ​ເສົ້າ​ໂສກ​ກ່ຽວ​ກັບ​ເລື້ອງ​ນີ້. ​ແລະ​ພວກ​ເຂົາພ​ະຍາ​ຍາມທ້າທາຍເພື່ອ​ກໍ່​ໃຫ້​ເກີດ​ການ​ຕອບ​ໂຕ້.”

​ແຕ່ ທ່ານ Gibson ກ່າວວ່າ ປະສົບ​ການ​ທີ່​ຜ່ານ​ມາສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຫົວຮຸນ​ແຮງ ອາດ​ໃຊ້​ບັນດາ​ຮູ​ບພາບທຳລາຍ​ຕ່າງໆ​ເຫລົ່າ​ນັ້ນ ​ເປັນສາກ​ບັງໜ້າ ເພື່ອປິດບັງ​ການ​ລັກ​ລອບທີ່ນ້ອຍ​ລົງມາທີ່ເປັນ​ຄຸນຄ່າຫຼາຍກວ່າ ​ອອກໄປນອກ​ປະ​ເທດ.

Archaeologists, Law Enforcement on Lookout for Looted Artifacts
please wait

No media source currently available

0:00 0:02:51 0:00

The U.S. Department of Homeland Security says it has returned more than 60 Iraqi cultural artifacts to that country's government following an investigation into antiquities smuggled into the U.S.

In a statement Monday, the department said the items were found during investigations in several U.S. cities, including New York, Baltimore, and Austin. The investigation led to the identification of an international network dealing in illicit cultural artifacts, the statement said.

It said one of the most significant items returned is an ancient limestone statue depicting the head of Assyrian King Sargon II. Customs agents in New York seized the statue after it was shipped by an antiques dealer based in Dubai.

Other objects returned Monday include gold-plated items that were looted from the private palace and airport of executed former president Saddam Hussein. Also returned were bronze and glass antiquities and clay reliefs.

The Department of Homeland Security said it was first alerted to an early Sumerian bronze ax from a listing on the Internet site Craigslist. It said the seller had no importation documentation.

The department says its Immigration and Customs Enforcement unit has returned more than 1,200 items to Iraq since 2008.

Some information for this report from Reuters.

XS
SM
MD
LG