ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ອະ​ນາ​ໄມ​ໂລກ ​ເວົ້າ​ວ່າ ຈຳ​ນວນ​ຜູ້​ຊາຍ​ສູບ​ຢາ ​ຫຼຸດ​ລົງເປັນ​ ຄັ້ງ​ທຳ​ອິດ ໃນ​ຫລາຍ​ທົດ​ສະ​ວັດ ຜ່ານ​ມາ


ຜູ້​ຊາຍ​ຈີນ​ຄົນ​ນຶ່ງ​ສູບ​ຢາ​ຢູ່​ຕໍ່​ໜ້າປ້າຍທີ່​ຂຽນ​ວ່າ "ຫ້າມ​ສູບ​ຢາ" ຕິດຢູ່​ເສົາ ຢູ່ສະ​ຖາ​ນີ​ລົດ​ເມ​ແຫ່ງ​ນຶ່ງ​ ໃນນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 24 ທັນ​ວາ, 2011
ຜູ້​ຊາຍ​ຈີນ​ຄົນ​ນຶ່ງ​ສູບ​ຢາ​ຢູ່​ຕໍ່​ໜ້າປ້າຍທີ່​ຂຽນ​ວ່າ "ຫ້າມ​ສູບ​ຢາ" ຕິດຢູ່​ເສົາ ຢູ່ສະ​ຖາ​ນີ​ລົດ​ເມ​ແຫ່ງ​ນຶ່ງ​ ໃນນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 24 ທັນ​ວາ, 2011

ນັບ​ວ່າ​ເປັນ​ຄັ້ງ​ທຳ​ອິດ​ເລີຍ ​ທີ່​ຈຳ​ນວນ​ຜູ້​ຊາຍ​ສູບ​ຢາໄດ້ຫລຸດ​ລົງ ຊຶ່ງ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ ໃນ​ການ​ລະ​ບາ​ດ​ທີ່​ເຮັດ​ໃຫ້​ຫລາຍ 10 ລ້ານ​ຄົນ​ເສ​ຍ​ຊີ​ວິດ ມາ​ໄດ້​ຫລາຍ​ທົດ​ສະ​ວັດ​ແລ້ວນັ້ນ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ. ນັກ​ຂ່າວ​ວີ​ໂອ​ເອ Mariama Diallo ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ​ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ອົງ​ການ​ອະ​ນາ​ໄມ​ໂລກ ຫລື WHO ​ເວົ້າ​ວ່າຕົນ​ເຫັນວ່າ ​ມີ​ການ​ຫລຸດ​ການ​ສູບ​ຢາ​ລົງໃນ​ບັນ​ດາ​ກຸ່ມ​ແມ່​ຍິງ ແລະ​ເດັກ​ຍິງ​ໃນ​ເມື່ອ​ກ່ອນ. ແຕ່​ວ່າ ມັນເປັນ​ຄັ້ງ​ທຳ​ອິດ ທີ່ຈຳ​ນວນຜູ້​ຊາຍ​ສູບ​ຢາ​ໄດ້​ຫລຸດ​ລົງ​ໃນ​ປີ 2018, ອີງ​ຕາມ​ບົດ​ລາຍ​ງານ​ໃໝ່​ຂອງ​ອົງ​ການອະ​ນາ​ໄມ​ໂລ​ກ.

ດ​ຣ. ຣູ​ດີ​ເຈີ ເຄ​ຣັກຈ໌ (Ruediger Krech), ຜູ້​ອຳ​ນວຍການພະ​ແນກ​ສົ່ງ​ເສີມ ​ສຸ​ຂະ​ພາບຂອງ​ WHO ​ເວົ້າ​ວ່າ:
"ເລື້ອງນີ້ ແມ່ນ​ສຳ​ຄັນ​ຕໍ່​ພວກ​ເຮົາ​ຫລາຍ ເພາະ​ວ່າຕະ​ຫລອດ 20 ປີ​ ຜ່ານ​ມາ ​ພວກ​ຜູ້​ຊາຍແມ່ນ​ເປັນ​ຜູ້​ທີ່​ສູບ​ຢາ​ຫລາຍກວ່າ ແລະ​ພວກ​ເຮົາ​ບໍ່​ເຄີຍ​ເຫັນວ່າຈຳ​ນວນນີ້ໄດ້ຫລຸ​ດ​ລົງຈັກ​ເທື່ອເລີຍ. ພວກ​ເຮົາເຫັນ​ມັນ​ຫລຸດ​ລົງ​ຢູ່​ໃນ​ການ​ສູບ​ຢາ​ຂອງ​ພວກ​ແມ່​ຍິງ ແຕ່​ວ່າ ບໍ່​ເຄີຍເຫັນ​ວ່າ​ມັນ​ຫລຸດ​ລົງ​ເລີຍ​ສຳ​ລັບ​ພວກ​ຜູ້​ຊາຍ."

ອົງ​ການ WHO ເວົ້າ​ວ່າ ໃນ​ແຕ່​ລະປີ ມີ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ຢາ​ສູບຢູ່ 8 ລ້ານ​ຄົນ.

​ອົງ​ການ​ດັ່ງ​ກ່າວ ​ໃຫ້​ເຫດ​ຜົນ​ທີ່​ພາ​ໃຫ້​ມີ​ທ່າ​ອ່ຽງຫລຸດ​ລົງ​ໃນ​ການ​ສູບ​ຢາ​ຢູ່ໃນ​ກຸ່ມ​ພວກຜູ້​ຊາຍວ່າ ​ເປັນ​ຍ້ອນມີ​ການ​ປຸກ​ລະ​ດົມ​ໃຫ້​ຕ້ານ​ການ​ສູບ​ຢາທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໂດຍ​ລັດ​ຖະ​ບານ​ຂອງປະ​ເທດຕ່າງໆ​ຈຳ​ນວນ​ນຶ່ງ.

ທ່ານ​ນາງ ອາ​ລີ​ສັນ ຄອມ​ມາ (Alison Commar), ຜູ້​ນຳ​ພາ​ໃນ​ການ​ຂຽນ​ບົດ​ລາຍ​ງານ​ຂອງອົງ​ການ WHO ກ່າວ​ວ່າ:
"ບົດ​ລາຍ​ງານນີ້ ພົບ​ວ່າ ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ຫລວງ​ຫລາຍ ຢູ່​ໃນ​ບັນ​ດາ​ປະ​ເທດໃນ​ທະ​ວີບ​ອາ​ເມ​ຣິ​ກາ. ພາກ​ພື້ນນີ້ ເປັນ​ຂົງ​ເຂດ​ທີ່​ເກືອບ​ໝົດ​ທຸກ​ປະ​ເທດ ຂ້ອນ​ຂ້າງວ່າ ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ຂອງ​ການ​ຫລຸດ​ການ​ສູບ​ຢາ​ລົງ 30 ເປີ​ເຊັນ. ພວກ​ເຮົາເຫັນ​ໄດ້ໃນ​ດ້ານນະ​ໂຍບາຍວ່າ ມັນ​ມີ​ນະ​ໂຍ​ບາຍ​ກຽມໄວ້ຮອງ​ຮັບໄວ້ຢູ່​ໃນ​ຂົງ​ເຂດ​ນີ້ເປັນ​ເວ​ລາ​ນານກວ່າ ຂົງ​ເຂດ​ອື່ໜ້ອຍ​ນຶ່ງ ແລະ​ເຫັນ​ວ່າສິ່ງນັ້ນ​ຈະ​ຊ່ວຍ​ອະ​ທິ​ບາຍ​ໃຫ້​ຮູ້​ວ່າເປັນ​ຫຍັງ​ປະ​ເທດ​ເຫລົ່າ​ນັ້ນ ຈຶ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫລາຍ​ແທ້."

ແຕ່​ທ່ານ​ນາງ​ກໍ​ໄດ້​ກ່າວ​ເພີ້ມ​ວ່າ ສ່ວນ​ຢູ່​ຂົງ​ເຂດ​ອື່ນນັ້ນ ແມ່ນ​ຍັງ​ປະ​ເຊີນ​ກັບ​ການ​ສູ້ຊົນ​ທີ່​ເພີ້ມ​ທະ​ວີ​ຂຶ້ນຢູ່.

ທ່ານ​ນາງ ຄອມ​ມາ​ໃຫ້​ຄຳ​ເຫັນ​ອີກວ່າ:
"ຢູ່​ໃນ​ຂົງ​ເຂດ​ທະ​ເລ​ເມ​ດີ​ເຕີ​ເຣ​ນຽນຕາ​ເວັນ​ອອກ ​ໄດ້​ມີ​ຫລາຍ​ປະ​ເທດທີ່​ຫາກໍ່​ເລີ້ມ​ດຳ​ເນີນ​ການ​ຄວບ​ຄຸມ​ຢາ​ສູບ. ແລະ​ຢູ່​ໃນທະ​ວີບອາ​ຟ​ຣິ​ກາ ​ມີ​ຫລາຍ​ປະ​ເທດ ທີ່​ໄດ້​ປະ​ຕິ​ບັດ​ງານ​ກ່ຽວ​ກັບການ​ຄວບ​ຄຸມ​ຢາ​ສູບມາ​ໄດ້​ຫລາຍ​ປີແລ້ວ ແລະ​ກຳ​ລັງເຫັນວ່າ​ໄດ້​ຮັບ​ຜົນ​ດີ ແລະ​ກໍ​ເຫັນ​ວ່າມີ​ປະ​ເທດອື່ນໆ ​ທີ່​ຫາກໍ່​ຢູ່​ໃນ​ຂັ້ນ​ເລີ້​ມ​ຕົ້ນ ຂອງ​ການ​ແຜ່​ລະ​ບາດ​ຂອງ​ຢາ​ສູບ."

ດ​ຣ. ເຄ​ຣັກຈ໌ (Krech) ອະ​ທິ​ບາຍ​ວ່າ ການ​ສູບ​ຢາ​ແມ່ນ​ພາ​ໃຫ້​ເກີດ​ໂຣກ​ມະ​ເຮັງ​ປອດ ແລະ​ພະ​ຍາດ​ທາງ​ດ້ານ​ການ​ຫາຍ​ໃຈປະ​ເພດ​ອື່ນແລະ​ເປັນ​ປະ​ເດັນ​ສ່ຽງໄພ ຢ່າງ​ໃຫຍ່ ​ຕໍ່​ການ​ເປັນ​ພະ​ຍາດຫລອດລົ​ມ​ຫາຍ​ໃຈ​ເຊັ່ນ ໂຣກເສັ້ນ​ເລືອດ​ໄປ​ລ້ຽງ​ສະ​ໝອງ​ອຸ​ດ​ຕັນ ຫລື stroke ແລະ​ໂຣກ​ຫົວ​ໃຈ ພ້ອມທັງ​ສ່ຽງ​ຕໍ່​ການ​ເປັນໂຣກ​ມະ​ເຮັງປາກ, ມະ​ເຮັງຮູ​ຄໍ ແລະ​ໂຣກ​ມະ​ເຮັງ​ປະ​ເພດ​ອື່ນໆ ​ອີກ. ເຫ​ດ​ຜົນ​ທີ່​ວ່າ ເປັນ​ຫຍັງ​ສະ​ພາບ​ການນີ້​ຈຶ່ງເຮັດ​ໃຫ້ບໍ່​ມີ​ເວ​ລາ​ສຳ​ລັບ​ໃຫ້ນິ້ງ​ເສີຍຢູ່ຢ່າງ​ສະ​ບາຍ​ໃຈ​ໄດ້.

ດ​ຣ. ເຄ​ຣັກຈ໌ (Krech) ກ່າວ​ເພີ້ມ​ອີກວ່າ:
"ພວກ​ເຮົາ​ຍັງຕ້ອງໄດ້​ສືບ​ຕໍ່​ເຮັດ​ໃຫ້​ການ​ໂຄ​ສະ​ນາ​ສຳ​ລັບ​ການ​ສູບ​ຢາຍຸ​ຕິ​ລົງ ຊຶ່ງ ວ່າເປັນ​ສິ່ງ​ທີ່​ພວກ​ເຮົາຍັງບໍ່​ໄດ້​ເຮັດ​ຢູ່​ໃນ​ທຸກ​ໆ ປະ​ເທດ​ເທື່ອ. ພວກ​ເຮົາ​ຍັງ​ຕ້ອງ​ໄດ້​ຂຶ້ນ​ອັດ​ຕາ​ພ​າ​ສີ, ຂຶ້ນ​ພາ​ສີອີງ​ຕາມ​ປະ​ລິ​ມານ​ຂອງ​ຢາ​ສູບ ແລະ​ແນ່ນອນ ພວກ​ເຮົາ​ບໍ່ຄວນສູ​ບ​ຢາ​ຢູ່​ໃນ​ບ່ອນ​ສາ​ທາ​ລະ​ນະ​ຊົນ."

ລາຍ​ງານ​ຂອງອົງ​ການ WHO ໄດ້​ຄາດ​ຄະ​ເນ​ວ່າ ໃນ​ປີ 2020 ນີ້ ໂດຍ​ລວມ​ແລ້ວ ຈະ​ມີ​ຄົນ​ໃຊ້​ຢາ​ສູບ ທັງ​ຊາຍ ແລະ​ຍິງ ໜ້ອຍ​ລົງກວ່າ ປີ 2018 ຢູ່ 10 ລ້ານ​ ຄົນ. ແຕ່​ວ່າ ເຖິງ​ຈະ​ໄດ້​ຮັບ​ຜົນ​ສູງ​ແບບນັ້ນ​ກໍ​ຕາມ ການ​ເຮັດ​ໃຫ້ບັນ​ລຸ​ເປົ້າ​ໝາຍ​ຂອງ​ໂລກ​ ທີ່​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ຕັ້ງ​ໄວ້ວ່າ ​ໃຫ້​ຫລຸດ​ການ​ໃຊ້​ຢາ​ສູ​ບ​ລົງ 30 ເປີ​ເຊັນ ຢູ່​ໃນ 5 ປີ ​ຕໍ່​ໜ້ານີ້ ແມ່ນ​ຍັງ​ບໍ່​ໄປ​ຕາມ​ທິດ​ທາງ​ທີ່​ກຳ​ນົດ​ໄວ້ເທື່ອ.

ອີງ​ໃສ່​ຄວາມ​ກ້າວ​ໜ້າ​ໃນ​ປັດ​ຈຸ​ບັນ​ນີ້ ​ການ​ຫລຸດ​ລົງແມ່ນ​ຈະ​ບັນ​ລຸ​ໄດ້​ພຽງ 23 ເປີ​ເຊັນ ເທົ່າ​ນັ້ນ​ເມື່ອຮອດ​ປີ 2025.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ຂ້າງ​ລຸ່ມນີ້

For the first time ever, the number of male smokers has declined, marking a shift in a global epidemic that has killed tens of millions of people over decades, according to a report by the World Health Organization.

The World Health Organization says it has seen a decline in smoking among women and girls before. But for the first time, the number of male tobacco smokers dropped in 2018, according to a new WHO report.

Dr. Ruediger Krech, the organization's director of health promotion.

Dr. Ruediger Krech - WHO Department of Health Promotion Director:
"This is so important to us because for the last 20 years it was men smoking more and we never saw a decline. We saw a decline in women's smoking, but never for men."

WHO says every year eight million people die from tobacco use.

The organization credits the downward trend in smoking among males to anti-smoking campaigns sponsored by a number of governments.

Lead author, Alison Commar.

Alison Commar, Lead Author of WHO Report:
"The report finds that a lot of progress is being made in the Americas. This is the region with the most countries likely to achieve the 30% reduction target. We see from the policy side that policies have been in place for a little longer in this region, and that would help explain why they're having so much success."

But she adds other regions still face an uphill battle.

Alison Commar Author of WHO Report:
"The East Mediterranean region have many countries who are just beginning to work on tobacco control. And in Africa it's a mix of countries who are, have worked on tobacco control for many years and are seeing good results and countries who are just at the beginning of the tobacco epidemic."

Smoking causes lung cancer and other respiratory illnesses and is a major risk factor for cardiovascular diseases such as stroke and heart disease, as well as for mouth, throat and other types of cancer. Reasons why this is no time for complacency, says Krech.

Dr. Ruediger Krech, WHO Department of Health Promotion Director:
"We need to still continue stopping advertising for tobacco smoke, which we don't have in all countries yet. We still need, to raise taxes, increase the tax volume and of course we // should not smoke in public places."

The WHO report predicts that by 2020, there will be 10 million fewer tobacco users overall - male and female - than in 2018. But despite such gains, meeting the global target set by governments to cut tobacco use by 30% in the next five years remains off track.

Based on current progress, only a 23% reduction will be achieved by 2025.

XS
SM
MD
LG