ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທຸລະກິດຂະໜາດນ້ອຍ ແລະກາງ ຫລື SME ໃນລາວ ຂໍຮ້ອງກູ້ຢືມເງິນຈາກກອງທຶນສົ່ງເສີມ ຂອງລັດຖະບານ ເພີ້ມ ເພາະຜ່ານມາໄດ້ຮັບພຽງແຕ່ ​ໜ້ອຍ​ດຽ​ວເທົ່ານັ້ນ


ພິ​ທີ​ທາງ​ການ​ອັນ​ນຶ່ງ​ທີ່​ຈັດ​ຂຶ້ນ​ທີ່ຫ້ອງ​ການສົ່ງ​ເສີມວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ ຫລື SME, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າຂອງ​ລາວ
ພິ​ທີ​ທາງ​ການ​ອັນ​ນຶ່ງ​ທີ່​ຈັດ​ຂຶ້ນ​ທີ່ຫ້ອງ​ການສົ່ງ​ເສີມວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ ຫລື SME, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າຂອງ​ລາວ

ບັນ​ດາຫົວຫນ່ວຍທຸລະກິດຂະໜາດນ້ອຍ ແລະກາງ (SME) ໃນລາວຮຽກ​ຮ້ອງຂໍກູ້ຢືມເງິນຈາກກອງ​ທຶນສົ່ງເສີມ SME ຂອງລັດ​ຖະ​ບານລາວຫລາຍຂຶ້ນ ເພາະທີ່​ຜ່ານ​ມາໄດ້ຮັບພຽງສ່ວນໜ້ອຍເທົ່ານັ້ນ, ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ນັກທຸລະກິດໃນສະພາອຸດສະຫະກຳ ແລະ ການຄ້າ​ແຫ່ງຊາດລາວເປີດ​ເຜີຍວ່າ ມາດ​ຕະ​ການ ເພື່ອຫຼຸດ ຜ່ອນ​ຜົນ​ກະ​ທົບຈາກການລະບາດຂອງໄວຣັສໂຄວິດ-19 ປີ 2022 ທີ່​ຜ່ານ​ມາສາມາດໃຫ້ການຊ່ວຍເຫຼືອ ແກ່ຫົວໜ່ວຍທຸລະກິດຂະໜາດນ້ອຍ-ຂະໜາດກາງ (SME) ໄດ້ພຽງແຕ່ 638 ລາຍ ຫຼື ບໍ່ເຖິງ 1 ເປີ​ເຊັນ ຂອງ SME ທີ່​ມີ​ຢູ່ຫຼາຍກວ່າ 125,800 ລາຍ ໃນ​ທົ່ວ​ປະ​ເທດ ເພາະ​ກອງທຶນສົ່ງເສີມ SME ຂອງລັດ​ຖະ​ບານລາວມີເງິນທຶນຢ່າງຈຳກັດ ໃນ​ຂະ​ນະ​ທີ່​ມາດ​ຕະ​ການ​ຜ່ອນ​ຜັນການຊຳ​ລະໜີ້ຄືນ ໃຫ້ກັບບັນດາທະນາຄານການຄ້າ ລວມເຖິງການຂໍເພີ່ມວົງເງິນສິນເຊື່ອໃຫ້​ແກ່ບັນ​ດາ SME ນັ້ນ ກໍ​ມີ​ການ​ຈັດ​ຕັ້ງປະ​ຕິ​ບັດທີ່ບໍ່ເປັນເອກກະພາບກັນ ທັງຍັງປາກົດອີກ​ດ້ວຍວ່າ ໄດ້​ມີການ​ກຳ​ນົດເງື່ອນໄຂຫຼາຍຂັ້ນ​ຕອນ ອັນເຮັດໃຫ້ SME ສ່ວນຫຼາຍມີ​ຄຸນ​ສົມ​ບັດບໍ່ຄົບຕາມເງື່ອນໄຂທີ່ທະນາຄານກຳນົດນັ້ນ ກໍຍິ່ງເຮັດໃຫ້ SME ສ່ວນໃຫຍ່ບໍ່ສາມາດຈະ​ເຂົ້າ​ເຖິງລະບົບສິນເຊື່ອຂອງທະນາຄານໄດ້ເລີຍ ອັນຖືວ່າເປັນການຈັດຕັ້ງປະຕິບັດທີ່ບໍ່​ສອດ​ຄ່ອງກັບສະພາບຕົວຈິງໃນ​ແຕ່​ລະ​ພື້ນ​ທີ່ຢູ່ໃນລາວ ທີ່​ມີ​ຄວາມ​ແຕກກ​ຕ່າງ​ກັນ ດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການ​ຢືນ​ຢັນ​ວ່າ:

“ນະໂຍບາຍການສົ່ງເສີມກອງທຶນ SME ເພື່ອຍູ້​ແຮງການຜະລິດພາຍ​ໃນ ​ໃຫ້​ແກ່​ກຸ່ມ​ການ​ຜ​ະ​ລິດຜ່ານມາ ເຫັນ​ວ່າ ເງື່ອນໄຂເຫັນ​ວ່າຂ້ອນ​ຂ້າງສູງຫຼາຍ ເຮັດ​ໃຫ້ກຸ່ມການ​ຜ​ະ​ລິດບໍ່ສາມາດເຂົ້າເຖິງໄດ້ ຖ້າເປັນ​ໄປ​ໄດ້ ສະເໜີໃຫ້ຕັດຂັ້ນ​ຕອນການ​ກຳ​ນົດ​ລະ​ບຽບ​ການໂດຍອີງ​ຕາມ​ເງື່ອນ​ໄຂຂອງ​ແຕ່​ລະ​ທ້ອງ​ຖິ່ນ ຖ້າ​ມີ​ເງື່ອນ​ໄຂ ​ກໍ​ສ້າງ​ຕັ້ງ​ທະ​ນາ​ຄານ​ເພື່ອ​ເຮັດ​ວຽກກອງທຶນ SME ສະ​ເພາະປະ​ຈຳ​ພາກ ​ປະ​ຈຳແຂວງກໍ​ຍິ່ງເປັນ​ການ​ດີ.”

ທັງນີ້ ໂດຍ​ການ​ທີ່​ຈະ​ໄດ້​ຮັບ​ການ​ອະ​ນຸ​ມັດ​ເງິນ​ກູ້​ຈາກກອງ​ທຶນ SME ນັ້ນ ມີເງື່ອນ​ໄຂ​ຫລາຍ​ປະ​ການ ທີ່​ເຈົ້າ​ຂອງກິດ​ຈະ​ການ SME ທີ່​ຖືກ​ກະ​ທົບ​ຈາກການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ຈະ​ຕ້ອງ​ປະ​ຕິ​ບັດ​ຕາມລະ​ບຽບ​ກົດ​ໝາຍ ແລະ​ເງື່ອນ​ໄຂທີ່​ທະ​ນະ​ຄານ​ກຳ​ນົດ​ໄວ້ຢ່າງ​ຄົບ​ຖ້ວນ ໂດຍ​ສະ​ເພາະກໍ​ແມ່ນ​ການ​ຈົດ​ທະ​ບຽນ SME ທີ່​ລ​ວມ​ເຖິງ​ການ​ສະ​ເໜີ​ແຜນ​ການ​ທາງ​ດ້ານ​ລາຍ​ຮັບ ແລະ​ລາຍຈ່າຍໃນ​ທຸ​ລະ​ກິດ​ຢ່າງ​ຊັດ​ເຈນ​ອີກ​ດ້ວຍນັ້ນ.

ໃນຊ່ວງປີ 2021-2022 ທີ່ຜ່ານມາ ລັດ​ຖະບານລາວ ມີເງິນທຶນທີ່ສົມທົບເຂົ້າໃນກອງທຶນ SME ໄດ້ພຽງແຕ່ 300 ຕື້ກີບເທົ່ານັ້ນ ຊຶ່ງນອກ​ຈາກ​ຈະ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການຕົວຈິງແລ້ວ ຍັງເຮັດ​ໃຫ້ ຕ້ອງຂໍການຮ່ວມມືໄປ​ຍັງ​ບັນ​ດາທະນາຄານການຄ້າ ເພື່ອ​ໃຫ້ຫຼຸດອັດຕາດອກເບ້ຍ ແລະເລື່ອນການ​ຊຳ​ລະໜີ້ສິນຂອງ SME ທີ່ຖືກ​ກະ​ທົບຈາກການລະບາດໂຄວິດ-19 ອີກ​ດ້ວຍ ເນື່ອງ​ຈາກທະນາຄານແຫ່ງ​ຊາດລາວ ສາມາດສົມທົບເງິນທຶນເຂົ້າໃນກອງທຶນ SME ພຽງ​ແຕ່ 100 ຕື້ກີບເທົ່ານັ້ນ ໃນປີ 2022 ທ່ານ​ຜ່ານ​ມາ ດັ່ງທີ່ທ່ານບຸນເຫລືອ ສິນໄຊວໍລະວົງ, ຜູ້​ວ່າ​ການທະນາຄານແຫ່ງ​ຊາດລາວ ໄດ້ໃຫ້ການຢືນ ຢັນ​ວ່າ:

“ພວກ​ເຮົາໄດ້ສະ​ໜອງ​ທຶນໃຫ້ກອງທຶນ SME ຈຳນວນ 100 ຕື້ກີບ ໄດ້ສືບຕໍ່ປະຕິບັດນະໂຍບາຍ ຜ່ອນຜັນ ທາງ​ດ້ານ​ສິນ​ເຊື່ອເພື່ອແກ້ໄຂຜົນ​ກະ​ທົບຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ ໄດ້​ເລື່ອນກາ​ນ​ຊຳ​ລະໜີ້ ປັບຫຼຸດອັດຕາດອກເບ້ຍ ແລະຄ່າ​ທຳ​ນຽມ ສະ​ໜອງເງິນກູ້ບ້ວງໃໝ່ ປັບໂຄງສ້າງໜີ້ ໃຫ້ ພາກທຸລະກິດ ລູກ​ຄ້າທັງໝົດ 4,833 ລາຍ ເປັນມູນຄ່າ 15,996 ຕື້​ກີບ ຫຼືກວມເອົາປະມານ 13.3 ເປີ​ເຊັນ ຂອງ ຍອດສິນເຊື່ອທັງໝົດຂອງທະນາຄານທຸລະກິດ.”

ກ່ອນ​ໜ້ານີ້ ກະຊວງການເງິນໄດ້ກູ້ຢືມເງິນຈາກທະນາຄານໂລກ ໃນມູນຄ່າ 40 ລ້ານໂດລາ ເພື່ອນຳໃຊ້ ໃນການຟື້ນຟູກິດຈະການຂອງບັນດາ SME ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19 ໃນ​ຊ່ວງ​ປີ 2020-2021 ຊຶ່ງເງິນກູ້ດັ່ງກ່າວ ໄດ້ຈັດແບ່ງອອກເປັນ 2 ສ່ວນຄື 34 ລ້ານໂດລາ ສໍາລັບປ່ອຍ ເປັນເງິນກູ້ໃຫ້ SME ນຳໄປໃຊ້ເພື່ອຟື້ນຟູກິດຈະການໃຫ້ກັບຄືນສູ່ສະພາວະປົກກະຕິໃຫ້ໄດ້ໄວທີ່ສຸດ ແລະ 6 ລ້ານໂດລານັ້ນ ສໍາລັບນໍາໃຊ້ໃນການພັດທະນາທາງດ້ານການບໍລິຫານ ແລະເທັກນິກສະໄໝໃໝ່ ທີ່ເປັນປະໂຫຍດຕໍ່ການພັດທະນາ SME ໃນລາວ ໃຫ້ສາມາດແຂ່ງຂັນກັບຕ່າງປະເທດໃຫ້ໄດ້ຢ່າງແທ້ຈິງ.

ທັງ​ນີ້ ກະຊວງແຜນການແລະການລົງທຶນ ປະເມີນວ່າການລະບາດໂຄວິດ-19 ເຮັດໃຫ້ເສດຖະກິດ ຂອງລາວເສຍຫາຍຫຼາຍກວ່າ 7,000 ຕື້ກີບຕໍ່​ປີ ແລະໄດ້ສົ່ງຜົນກະທົບຕໍ່ລາຍຮັບຂອງ ບັນດາຫົວໜ່ວຍ ທຸລະກິດທີ່ມີຢູ່ຫຼາຍກວ່າ 129,690 ລາຍ ໃນນີ້ເກີນກວ່າ 97 ເປີເຊັນ ກໍຄືບັນ​ດາຫົວ​ໜ່ວຍ​ທຸ​ລະ​ກິດ SME ນັ້ນເອງ.

XS
SM
MD
LG