ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໂທລະສັບສະຫຼາດ ຂອງ ນັກເຄື່ອນໄຫວສິດທິມະນຸດ, ນັກຂ່າວ ຖືກລັກເຈາະຂໍ້ມູນ ໂດຍເທັກໂນໂລຈີເກັບກຳຂໍ້ມູນລັບ ສ່ວນຕົວ ຂອງ ອິສຣາແອລ


ແມ່ຍິງຄົນນຶ່ງລົມໂທລະສັບ ໃນຂະນະທີ່ຍ່າງຜ່ານຕຶກທີ່ມີຫ້ອງການຂອງບໍລິສັດ NSO group ໃນເມືອງ ເຮີສລິຢາ, ໃກ້ກັບນະຄອນຫຼວງ ແທລ ອາວີຟ, ປະເທດ ອິສຣາແອລ, 28 ສິງຫາ, 2016.
ແມ່ຍິງຄົນນຶ່ງລົມໂທລະສັບ ໃນຂະນະທີ່ຍ່າງຜ່ານຕຶກທີ່ມີຫ້ອງການຂອງບໍລິສັດ NSO group ໃນເມືອງ ເຮີສລິຢາ, ໃກ້ກັບນະຄອນຫຼວງ ແທລ ອາວີຟ, ປະເທດ ອິສຣາແອລ, 28 ສິງຫາ, 2016.

ເທັກໂນໂລຈີເກັບກຳຂໍ້ມູນລັບ ຫຼື Spyware ທີ່ຖືກພັດທະນາຂຶ້ນໂດຍບໍລິສັດຂອງ ອິສຣາແອລ ແລະ ໄດ້ອອກລາຍເຊັນໃຫ້ບັນດາລັດຖະບານຕ່າງໆສຳລັບການຕິດຕາມພວກກໍ່ການຮ້າຍ ແລະ ອາຊະຍະກອນນັ້ນ ແມ່ນຍັງໄດ້ໃຊ້ໂທລະສັບສະຫຼາດລັກເຈາະຂໍ້ມູນ ກ່ຽວກັບ ພວກນັກເຄື່ອນໄຫວສິດທິມະນຸດ, ຜູ້ບໍລິຫານທຸລະກິດ ແລະ ນັກຂ່າວ, ອີງຕາມການສືບສວນສອບສວນໂລກໂດຍ 17 ຄູ່ຮ່ວມສື່ມວນຊົນ.

ສື່ມວນຊົນດັ່ງກ່າວໄດ້ລາຍງານໃນວັນອາທິດວານນີ້ວ່າ ໂທລະສັບສະຫຼາດ 37 ໜ່ວຍທີ່ເປັນຂອງນັກຂ່າວ, ນັກເຄື່ອນໄຫວສິດທິມະນຸດ, ຜູ້ບໍລິຫານທຸລະກິດ ແລະ ແມ່ຍິງສອງຄົນທີ່ໃກ້ຊິດກັບການສັງຫານນັກຂ່າວ ຊາອຸດີ ອາຣາເບຍ ທ່ານ ຈາມາລ ຄາຊອກກີ ແມ່ນໄດ້ຢູ່ໃນລາຍຊື່ ຂອງເບີໂທລະ ສັບຫຼາຍກວ່າ 50,000 ເບີ ທີ່ເພັ່ງເລັງຄວາມສົນໃຈໃນບັນດາປະເທດທີ່ພົວພັນໃນການຕິດຕາມປະຊາຊົນຂອງເຂົາເຈົ້າ.

ປະເທດພວກນີ້ລວມມີລູກຄ້າຂອງບໍລິສັດ ອິສຣາແອລ ຊື່ວ່າ NSO Group, ເຊິ່ງແມ່ນຜູ້ນຳໃນໂລກໃນອຸດສາຫະກຳເທັກໂນໂລຈີເກັບກຳຂໍ້ມູນລັບສ່ວນຕົວ ທີ່ບໍ່ໄດ້ຖືກວາງລະບຽບສ່ວນໃຫຍ່.

ນຶ່ງໃນຄູ່ຮ່ວມສື່ມວນຊົນ, ໜັງສືພິມ ວໍຊິງຕັນ ໂພສ, ໄດ້ກ່າວໃນລາຍງານຂອງ ເຂົາເຈົ້າ ກ່ຽວກັບ Spyware ນັ້ນວ່າ ເບີໂທລະສັບທີ່ຢູ່ໃນລາຍຊື່ນັ້ນບໍ່ໄດ້ລະບຸຊື່, ແຕ່ພວກນັກຂ່າວແມ່ນສາມາດທີ່ຈະລະບຸຫຼາຍກວ່າ 1,000 ຄົນໃນ 50 ປະເທດທີ່ຢູ່ໃນລາຍຊື່ນັ້ນ, ເຊິ່ງລວມມີສະມາຊິກ ຣາຊະວົງ ອາຣັບ ຫຼາຍຄົນ, ຜູ້ບໍລິຫານທຸລະກິດ 65 ຄົນ, ນັກເຄື່ອນໄຫວສິດທິມະນຸດ 85 ຄົນ, ນັກຂ່າວ 189 ຄົນ, ແລະ ນັກການເມືອງຫຼາຍກວ່າ 600 ຄົນ ແລະ ບັນດາເຈົ້າໜ້າທີ່ລັດຖະບານ, ລວມທັງປະມຸກລັດ ແລະ ນາຍົກລັດຖະມົນຕີ.

ບັນດານັກຂ່າວຢູ່ໃນລາຍຊື່ ທີ່ມີມາຕັ້ງແຕ່ປີ 2016 ນັ້ນລວມມີນັກຂ່າວທີ່ເຮັດວຽກຢູ່ຕ່າງປະເທດສຳລັບ ສຽງອາເມຣິກາ, CNN, New York Times, Wall Street Jounal, Bloomberg News, Le Monde ໃນ ຝຣັ່ງ, The Financial Times ໃນນະຄອນຫຼວງ ລອນດອນ, ແລະ Al Jazeera ໃນ ກາຕ້າ.

ອົງການ Forbidden Stories, ເຊິ່ງແມ່ນອົງການຂ່າວທີ່ບໍ່ຫວັງຜົນກຳໄລມີຫ້ອງການຕັ້ງຢູ່ນະ ຄອນຫຼວງ ປາຣີ, ແລະ ອົງການນິລະໂທດກຳສາກົນ, ກຸ່ມປົກປ້ອງສິດທິມະນຸດ, ໄດ້ເຂົ້າຫາລາຍຊື່ທີ່ວ່ານັ້ນ ແລະ ໄດ້ເປີດເຜີຍມັນກັບອົງ ການຂ່າວດັ່ງກ່າວ, ເຊິ່ງຕໍ່ມາໄດ້ທຳການຄົ້ນຄວ້າຂໍມູນນັ້ນ. ມັນບໍ່ແນ່ນອນວ່າແມ່ນໃຜເປັນຜູ້ເອົາເບີດັ່ງກ່າວໃສ່ໃນລາຍຊື່ ຫຼື ວ່າເຈົ້າຂອງໂທລະສັບນັ້ນໄດ້ຖືກຕິດຕາມ.

ກຸ່ມ NSO ໄກ້ກ່າວວ່າ ເຂົາເຈົ້າໄດ້ອະນຸຍາດເທັກໂນໂລຈີເກັບກຳຂໍ້ມູນລັບ Pegasus ຂອງເຂົາ ເຈົ້າເພື່ອຕິດຕາມພວກກໍ່ການຮ້າຍ ແລະ ອາຊະຍະກອນ. ເຂົາເຈົ້າໄດ້ກ່າວວ່າ ການພົບເຫັນຂອງການສືບສວນສອບສວນສື່ມວນຊົນແມ່ນເກີນຄວາມຈິງ ແລະ ເຊື່ອຖືບໍ່ໄດ້. ບໍລິສັດດັ່ງກ່າວໄດ້ເວົ້າວ່າເຂົາເຈົ້າບໍ່ໄດ້ຄວບຄຸມ Spyware ທີ່ເຂົາເຈົ້າອອກລາຍເຊັນໃຫ້ລູກຄ້າແລະ “ບໍ່ຮູ້” ກ່ຽວກັບ ຂໍ້ ມູນລັບທີ່ເຂົາເຈົ້າໄດ້ເກັບກຳ.

ກຸ່ມ NSO ໄດ້ກ່າວວ່າ ລູກຄ້າຂອງເຂົາເຈົ້າລວມມີອົງການສືບລັບ 60 ແຫ່ງ, ກອງທັບ ແລະ ອົງ ການບັງຄັບໃຊ້ກົດໝາຍຕ່າງໆໃນ 40 ປະເທດ, ແຕ່ໄດ້ປະຕິເສດທີ່ຈະລະບຸອົງການໃດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG