ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂທລະສັບສະຫລາດ ໃຊ້ເປັນ ເຄື່ອງມືວິນິດໄສ ໂຣກມາລາເຣຍໄດ້ (ວີດີໂອ ພາສາລາວ)


Smartphones Becoming Tools for Diagnosing Malaria
please wait

No media source currently available

0:00 0:02:12 0:00

ເບິ່ງວີດີໂອ ລາຍງານເລື້ອງນີ້

ໃນ​ບໍ່​ຊ້າ​ນີ້ ບັນ​ດາ​ແພດ ທີ່​ຕໍ່ສູ້​ກັບ​ໂຣກມາລາ​ເຣຍ ຫຼື ​ໄຂ້ຍຸງ ຊຶ່ງ
​ເປັນ​ນຶ່ງ​ໃນ​ບັນດາ​ພະຍາດ ​ທີ່​ຮ້າຍ​ແຮງ​ເຖິງຕາຍ​ຂອງ​ໂລກ ອາດ
​ມີ​ອາວຸດ​ອັນ​ໃໝ່​ທີ່​ສາມາດ​ຊື້​ໄດ້ ຢູ່​ໃນ​ໂທລະສັບ​ສະຫລາດ ​ຂອງ
​ພວກ​ເຂົາ​ເຈົ້າ​ ​ເພື່ອ​ຕໍ່ສູ້​ກັບ​ພະຍາດ​ນີ້. ບັນດາ​ນັກ​ຄົ້ນຄວ້າ ​ໄດ້​
ພົບ​ເຫັນ​ວິທີ​ໃຊ້​ກ້ອງ​ຖ່າຍຮູບ​ໃນໂທລະສັບ ​ເພື່ອ​ກວດ​ຫາ ຈຸ​ລິນ​ຊີ
​ໃນ​ເລືອດ​ຂອງ​ຄົນ​ປ່ວຍ ທີ່​ກໍ່​ໃຫ້​ເກີດ​ພະຍາດນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ
George Putic ມີ​ລາຍ​ງານ ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​
ທ່ານ​.

ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:

ອີງ​ຕາມ​ອົງການ​ອະນາ​ໄມ​ໂລກ ຫຼື ​WHO ມີ​ເກືອບ 6 ແສນຄົນ ​ເສຍ​ຊີວິດ ຍ້ອນໂຣກມາລາ​ເຣຍ ​ໃນ​ປີ 2013 ​ເຮັດ​ໃຫ້​ ພະ​ຍາດນີ້​ທີ່ມາ​ຈາກ​ຍຸງ​ນັ້ນ ​ເປັນ​ພະຍາດນຶ່ງ​ ທີ່​ຮ້າຍ​ແຮງ ພາໃຫ້ ມີຄົນຕາຍ ຫລາຍທີ່ສຸດໃນ​ໂລກ.

ດ້ານ​ທີ່​ໜ້າ​ໂສກ​ເສົ້າທີ່ສຸດ ຂອງໂຣກຮ້າຍແຮງອັນ​ນີ້ ​ກໍແມ່ນວ່າ​ມັນ​ກະທົບ​ຕໍ່ເດັກ​ນ້ອຍ
ເປັນ​ສ່ວນ​ໃຫຍ່.

ການກວ​ດພົບເຫັນການ​ຕິດ​ເຊື້ອໄຂ້ຍຸງ​ຕັ້ງ​ແຕ່​ຫົວທີ ແມ່ນ​ສຳຄັນຕໍ່​ການ​ຮັກສາ​ປິ່ນປົວຢ່າງ
ໄດ້ຜົນ. ​ແຕ່​ວ່າ ເນື່ອງຈາກວ່າອາການຂັ້ນ​ທຳ​ອິດຂອງມັນ ຄ້າຍ​ຄື​ກັບອາການຂອງໄຂ້ຫວັດ ທຳມະດາ ນັກ​ຄົ້ນ​ຄວ້າ​ດ້ານ​ຈຸລິນ​ຊີ​ ຈຶ່ງຕ້ອງ​ໄດ້ເອົາ​ເລືອດຢົດນຶ່ງ ຂອງ​ຄົນ​ປ່ວຍ​ມາກວດເບິ່ງ ຢູ່ໃຕ້​ກ້ອງຈຸລະທັດ ​ເພື່ອຈະໄດ້​ວິນິ​ໄສໃຫ້​ຖືກ​ຕ້ອງ.

ມາບັດ​ນີ້ ບັນ​ດາ​ນັກວິທະຍາສາດ ​ໃນປະເທດ​ອັງກິດ ​ໄດ້ປະດິດອຸປະ ກອນນຶ່ງຂຶ້ນມາ ​ທີ່ ເອົາ​ຕິດໃສ່ກັບ​ໂທລະສັບ​ສະຫລາດ ​ເອີ້ນ​ວ່າ Xrapid ຊຶ່ງຈະຫັນປ່ຽນ​ໂທລະສັບສະຫລາດ ​ໃຫ້​ກາຍ​ເປັນກ້ອງຈຸລະ ທັດ​ຄວາມ​ແຮງ 200 ​ເທົ່າ. ​ແອັປ Xrapid ແມ່ນມີ software ທີ່ຈື່ຈຳ​ໃບ​ໜ້າໄດ້. ດັ່ງນັ້ນ ເວລາເຮົາເອົາໂທລະສັບສະຫລາດໄປສ່ອງ ເບິ່ງຢົດເລືອດ ​ມັນກໍຈະສາມາດ ກວດເຫັນເຊື້ອກາ​ຝາກ​ໄຂ້ຍຸງ ໃນ​ເລືອດ​ໄດ້ໂດຍ​ໄວ.

Jean Viry-Babel ​ເປັນຫົວໜ້າບໍລິຫານບໍລິສັດ​ IanXen ທີ່​ປະດິດ ສ້າງ​ແອັປ ​Xrapid.
ທ່ານ​ກ່າວ​ວ່າ ມັນ​ລາຄາ​ຖືກ ​ແລະກໍ​ເຮັດ​ວຽກ​ໄດ້​ ກັບທີ່ເລີຍ.

ທ່ານ Viry-Babel ​ເວົ້າວ່າ “ດ້ວຍໂທລະສັບມືຖືນັ້ນ ພວກ​ເຮົາ​ຖ່າຍ​ເອົາ​ພາບ​ທີ່​ມີ​
ຄວາມແຈ່ມແຈ້ງສູງ ຂອງ​ຕົວຢ່າງ​ເລືອດ​ຄົນ​ປ່ວຍ. ​ເຮົາແຍກ​ພວກແຊລເລືອດ​ແດ​ງ ອອກ​ຈາກສ່ວນ​ອື່ນໆ ​ເຊັ່ນພວກ​ເມັດ​ເລືອດ​ຂາວ ​ແລະ ພວກ​ເກັດ​ເລືອດ ​ແລະ​
ພວກ​ເຮົາກໍ​ເລີ້ມກວດ​ເບິ່ງ​ເມັດ​ເລືອດ​ແດງ​ເທື່ອ​ລະ​ເມັດ.”

ທ່ານ Viry-Babel ກ່າວ​ວ່າ ​ແອັປ​ດັ່ງ​ກ່າວ​ແມ່ນ​ລາຄາຖືກ ​ໃຊ້ງ່າຍ ​ແລະມີ​ຄວາມ​ແນ່ນອນ​
ຮອດ 98 ​ເປີ​ເຊັນ. ​ອຸປະກອນອັນດຽວທີ່ຕ້ອງ ການ​ເພີ້​ມຕື່ມ​ ກໍ​ຄື ​ແຜ່ນແກ້ວ​ທຳມະດາ ທີ່​
ໃຊ້​ໃນ​ການກວດ​ເບິ່ງ​ເລືອດ ທາງ​ການ​ແພດ ທີ່​ເອີ້ນ​ວ່າ “slate” ນັ້ນ.

ທ່ານ Viry-Babel ​ເວົ້າວ່າ “ມີ​ພຽງ​ປຸ່ມ​ດຽວເທົ່າ​ນັ້ນ ທີ່​ເອີ້ນ​ວ່າ ‘Diagnose ຫຼື
ວິນິດ​ໄສ.’ ສະນັ້ນ ​ເຈົ້າ​ເອົາ​ມັນ​ໄປ​ໃສ່​ເທິງ​ແຜ່ນ​ແກ້ວ ​ແລ້ວເອົາໄປໃສ່ເທິງຕົວ
ຢ່າງ ເລືອດ​ແຫ້ງ​ ​ແລ້ວ​ກໍກົດ​ປຸ່ມ​ວິນິດ​ໄສ ​ແລະ​ມັນ​ກໍ​ຈະບອກ​ເຈົ້າວ່າ ​ແມ່ນ ຫຼື
ບໍ່​ແມ່ນ.”

ບັນດາ​ນັກ​ຄົນ​ຄວ້າ ກ່າວ​ວ່າ ການ​ທົດ​ລອງ​ອຸປະກອນດັ່ງກ່າວ ພາກ​ຕົວ​ຈິງໃນສະໜາມ
ໄດ້ເລີ້ມຂຶ້ນໃນ​ເດືອນມັງກອນ ​ແລະ​ເດືອນ​ກຸມພາ​ປີ​ນີ້ ​ໃນປະ​ເທດ ​ແທນ​ຊາ​ເນຍ ​ເບ​ນິນ
​ແລະ ອິນ​ໂດ​ເນ​ເຊຍ ​ໃນ​ຂະນະ​ທີ່ ການ​ນຳໃຊ້​ໃນ​ດ້ານ​ການ​ຄ້ານັ້ນ ມີ​ກຳນົດ​ຈະ​ເລີ້ມ​ຕົ້ນ
ພາຍ​ໃນທ້າຍ​ເດືອນ​ມີນາ.

ພວກ​ເຂົາ​ເຈົ້າຍັງ​ວາງ​ແຜນ ​ທີ່​ຈະ​ຂະຫຍາຍຄວາມ​ສາມາດ ຂອງອຸປະກອນໃໝ່ນີ້ ອອກ
ໄປອີກ ໂດຍຈະ​ສອນ​ໃຫ້​ມັນກວດ​ຫາ​ພະຍາດ​ອື່ນໆ​ ​ເຊັ່ນວ່າ ພະຍາດປອດແຫ້ງ ຫຼື
ວັນນະ​ໂຣກ ​ແລະ ພະຍາດຈາກ​ສັດ​ທີ່​ຖືກ​ເຫັບກັດ​ ຫລື Lyme Disease​.

XS
SM
MD
LG