ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດຂະໜາດນ້ອຍ ຫຍິບໜ້າກາກ ເພື່ອຊ່ວຍຊີວິດ


COVID US Sail Shop Masks -- WEB
please wait

No media source currently available

0:00 0:01:32 0:00

ທຸລະກິດຂະໜາດນ້ອຍ ແລະ ໃຫຍ່ຈຳນວນຫຼາຍກວ່າເກົ່າ ໄດ້ເຂົ້າຮ່ວມ ໃນ ການຕໍ່ສູ້ກັບໄວຣັສໂຄ ໂຣນາສາຍພັນໃໝ່ເມື່ອບໍ່ດົນມານີ້. ທຸລະກິດຂະໜາດ ນ້ອຍໃນ ສະຫະລັດ ໄດ້ປ່ຽນທິດທາງຂອງເຂົາເຈົ້າຈາກການຫຍິບໃບເຮືອ ໄປ ເປັນຫຍິບໜ້າກາກຜ້າ ສຳລັບຜູ້ເບິ່ງແຍງສຸຂະພາບທີ່ຢູ່ໃນແຖວໜ້າ. ນັກຂ່າວວີ ໂອເອ ອາຣາຊ ອາຣາບາຊາດີ ມີລາຍງານກ່ຽວກັບເລື່ອງນີ້ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ຢູ່ເຂດຊາຍຝັ່ງຂອງລັດ ເມນ ໃນບໍລິເວນທີ່ມີຊື່ສຽງນຳລັບການແລ່ນເຮືອໃບຂອງ ເຂົາເຈົ້ານັ້ນ, ເຄື່ອງຈັກຫຍິບຜ້າໃນອຸດສາຫະກຳ ທີ່ຫຍິບຜ້າໃບຂອງເຮືອຈົນມາ ຮອດປັດຈຸບັນນີ້ ດຽວນີ້ແມ່ນໄດ້ຫັນມາເຮັດໜ້າກາກປ້ອງກັນໂຣກແທນ.

ທ່ານ ເອຣິກ ບອລວິນ ຈາກບໍລິສັດ North Sails ໄດ້ກ່າວວ່າ “ພວກເຮົາມີ ເຄື່ອງຈັກ ແລະ ແຫຼ່ງຊັບພະຍາກອນບາງຢ່າງທີ່ສາມາດເຮັດໜ້າກາກນີ້ໃນທັນທີ.”

ເຈົ້າຂອງ ແລະ ຜູ້ດຳເນີນກິດຈະການຂອງບໍລິສັດ North Sails ທ່ານ ເອຣິກ ບອລວິນ ໄດ້ກ່າວວ່າ ລາວ ແລະ ພະນັກງານຂອງລາວສອງຄົນ ໄດ້ຮຽນວິທີ ເຮັດໜ້າກາກໃນຕອນເຊົ້າຂອງວັນເສົາທີ່ຜ່ານມາ ແລະ ໄດ້ເລີ່ມທຳການຜະລິດ ໃນຕອນບ່າຍ.

ທ່ານ ເອຣິກ ບອລວິນ ກ່າວວ່າ “ມ່ວນ. ມັນແມ່ນບາງສິ່ງທີ່ເຈົ້າຮູ້ບໍ, ສິ່ງທີ່ ແຕກຕ່າງ ທີ່ໃນທີ່ສຸດມັນຈະໃຫ້ຄວາມຊ່ວຍເຫຼືອ.”

ລັດ ເມນ ມີຊາຍຝັ່ງຍາວກວ່າ 5,632 ກິໂລແມັດ. ເຮືອໃບຕ່າງໆ ແລະ ການ ບຳລຸງຮັກສາຂອງເຂົາເຈົ້າ ໄດ້ເປັນແຮງຜັກດັນເສດຖະກິດສ່ວນຫຼາຍຢູ່ໃກ້ກັບ ຊາຍຝັ່ງນັ້ນ. ທຸລະກິດໄດ້ຝຶດເຄືອງລົງຍ້ອນການລະບາດຂອງໄວຣັສໂຄໂຣນາ, ແລະ ພະນັກງານຄົນນຶ່ງຂອງທ່ານ ເອຣິກ ໄດ້ແນະນຳການເຮັດໜ້າກາກນັ້ນ.

ທ່ານ ເອຣິກ ບອລວິນ ໄດ້ກ່າວວ່າ “ບໍ່ໄດ້ຄິດຮອດສອງເທື່ອຊໍ້າ. ເຈົ້າຮູ້ບໍ່, ຮູ້ວ່າຂ້າພະເຈົ້າມີວຽກຫຼາຍຢ່າງ, ວຽກທີ່ຂ້າພະເຈົ້າຫາເງິນໄດ້, ແຕ່ຂ້າພະ ເຈົ້າຢາກຢຸດ ແລະ ເຮັດສິ່ງນີ້, ເພື່ອຊ່ວຍເຫຼືອ.”

ອົງການ CDC ເວົ້າວ່າ ໜ້າກາກຜ້າຄືພວກນີ້ ຄວນເປັນທາງເລືອກສຸດທ້າຍ ຫຼັງຈາກໝົດທາງເລືອກອື່ນ. ໃນຂະນະທີ່ວັດສະດຸໃນທົ່ວໂລກມີຈຳນວນຫຼຸດ ລົງນັ້ນ, ທຸລະກິດຕ່າງໆຄືບໍລິສັດ North Sails ອາດເປັນຜູ້ທີ່ຈະສະໜອງ ວັດສະດຸທາງເລືອກສຸດທ້າຍນັ້ນ.

An increasing number of businesses both large and small recently joined in the battle against the novel coronavirus. A small business in the United States changed course from sewing boat sails to sewing cotton masks for caregivers on the frontlines. VOA’s Arash Arabasadi sets sail for this story.]]

((SEWING MACHINE, WS SHOP, FREEPORT, MAINE, AP, 03/23))

((NATS POP, SEWING MACHINE))

((NARRATOR))

On the coast of Maine in an area known for its sailing, the industrial sewing machines that until recently sewed sails now make facemasks.

((Eric Baldwin, North Sails))

“We have the machines and some of the resources to be able to make these right away.”

((VAR, MASKS)) ((NARRATOR))

Owner and operator of North Sails, Eric Baldwin, says he and his staff of two learned how to make masks one Saturday morning and moved to full production by the afternoon.

((Eric Baldwin, North Sails))

"Fun. It's just it's something, you know, something different that ultimately is going to help."

((VAR, BOATS/SAILS)) ((NARRATOR))

Maine has more than 56-hundred ((5632)) kilometers of coastline. Sail boats and their maintenance drive much of the economy near the shore. Business slowed because of coronavirus pandemic, and one of Baldwin’s staff suggested making masks.

((Eric Baldwin, North Sails))

"Didn't even think twice about it. You know, knew that I had plenty of work, billable work that I could do, but wanted to be able to stop and do this too, for us to help."

((VAR, MASKS)) ((NARRATOR))

The CDC says fabric masks like these should only be a last resort after exhausting other options. As global supplies dwindle, businesses like North Sails may be the ones supplying that last resort.

XS
SM
MD
LG